ເກີດແຜນດິນໄຫວ ຢູ່ແຂວງຫົວພັນ ແຕ່ບໍ່ມີຣາຍງານ ຄວາມເສັຍຫາຍ

ພອນ ພູມມີທອນ
2023.06.20
ເກີດແຜນດິນໄຫວ ຢູ່ແຂວງຫົວພັນ ແຕ່ບໍ່ມີຣາຍງານ ຄວາມເສັຍຫາຍ ແຜນທີ ເຂດເມືອງສົບເບົາ ທີ່ເກີດແຜ່ນດິນໄຫວ.
ຮູບພາບ: OpenStreetMap contributors/Datawrapper

ໃນເຊົ້າວັນທີ 16 ມິຖຸນາ 2023 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ອອກຣາຍງານວ່າ ໃນເວລາປະມານ 20.30 ໂມງ ຂອງວັນທີ 15 ມິຖຸນາ 2023 ທີ່ຜ່ານມາ, ໄດ້ພົບສັນຍານ ການເກີດແຜ່ນດິນໄຫວ ຂນາດນ້ອຍ ຈຳນວນ 1 ຄັ້ງ ຄວາມແຮງສັ່ນສະເທືອນ ວັດແທກໄດ້ 3.8 ຣິກເຕີ ແລະມີຄວາມເລິກ ຈາກເທິງໜ້າດິນປະມານ 10 ກິໂລແມັດ ໂດຍມີຈຸດສູນກາງ ຢູ່ເມືອງສົບເບົາ ແຂວງຫົວພັນ ຫ່າງຈາກເທສບານເມືອງສົບເບົາ ໄປທາງທິດຕາເວັນອອກ ປະມານ 23 ກິໂລແມັດ ແລະຫ່າງຈາກຊາຍແດນ ລາວ-ວຽດນາມ ໄປທາງທິດຕາເວັນຕົກ ປະມານ 1 ກິໂລແມັດ. ໃນເບື້ອງຕົ້ນ, ຍັງບໍ່ມີຣາຍງານຜົລເສັຽຫາຍແຕ່ຢ່າງໃດ.

ຕໍ່ກັບເຣື່ອງດັ່ງກ່າວ, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມໄປຍັງ ຊາວບ້ານ ນາງນຶ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ກ່າວວ່າ ນາງກໍ່ໄດ້ຮູ້ສຶກເຖິງແຮງສັ່ນສະເທືອນ ຈາກແຜ່ນດິນໄຫວ ແລະ ເປັນເຫດການແຜ່ນດິນໄຫວຄັ້ງທຳອິດ ໃນຊີວິດທີ່ນາງໄດ້ພົບພໍ້ມາ, ແຕ່ໂຊກດີວ່າແຜ່ນດິນໄຫວຄັ້ງນີ້ ບໍ່ໄດ້ສ້າງອັນຕະຣາຍ ຫຼືຜົລເສັຽຫາຍຢ່າງໃດ, ນອກຈາກຄວາມຕົກໃຈທໍ່ນັ້ນ.

ດັ່ງທີ່ນາງກ່າວໃນມື້ວັນທີ 16 ມິຖຸນານີ້ວ່າ:

“ສົບເບົາ, ໂດຍຮູ້ສຶກ ຮູ້ສຶກເລີຍ. ບໍ່ເຄີຍເຈົ້າ ແຕ່ວ່າມັນຮູ້ສຶກ ແບບວ່າ ສະເທືອນ ແດ່ຫັ້ນນ່າ.”

ທາງດ້ານ ຊາວບ້ານ ອີກນາງນຶ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ເຊັ່ນດຽວກັນ ກ່າວວ່າ ໃນໄລຍະທີ່ເກີດແຜ່ນດິນໄຫວ ນາງກຳລັງປຸງແຕ່ງອາຫານ ຢູ່ຮ້ານອາຫານຂອງນາງ ໂດຍແຮງສັ່ນສະເທືອນເຮັດໃຫ້ນາງຕົກໃຈ ຈົນຕ້ອງແລ່ນອອກມານອກຮ້ານ ຍ້ອນຄຶດວ່າເກີດອຸບັດຕິເຫດ ຣົຖຕຳຮ້ານ ແຕ່ຄວາມຈິງແມ່ນເກີດເຫດແຜ່ນດິນໄຫວ ເຊິ່ງນາງກໍ່ບໍ່ເຄີຍປະສົບກັບເຫດການລັກສະນະນີ້ຈັກເທື່ອ.

“ທັມມະດາ, ກໍ່ແຮງເຕີບຢູ່. ສັ່ນເລີຍ ສັ່ນ. ຂ້ອຍກຳລັງແຕ່ງກິນຢູ່ ຂ້ອຍກໍ່ຕົກໃຈ ຂ້ອຍກະແລ່ນອອກ (ຈາກຮ້ານ) ບໍ່ດົນ ຄື້ມໆ ບາດນຶ່ງແບບ ຂ້ອຍຢູ່ຮ້ານອາຫານນໍ ຂ້ອຍຄຶດວ່າຣົຖຕຳຮ້ານຂ້ອຍ ຂ້ອຍແລ່ນອອກໄປ ແລະ ຖາມລູກຄ້າ ລູກຄ້າວ່າ ລູກຄ້າກໍ່ງົງຢູ່ ລູກຄ້າກະວ່າໂອ ແຜ່ນດິນໄຫວ. ຕົກໃຈຢູ່ ບໍ່ເຄີຍເຫັນ, ໄຄກະບໍ່ເປັນຫຍັງ.”

ນອກຈາກເມືອງສົບເບົາແລ້ວ, ຊາວບ້ານຢູ່ທາງເມືອງອ້ອມຂ້າງ ກໍ່ຮູ້ສຶກເຖິງແຮງສັ່ນສະເທືອນ ຈາກແຜ່ນດິນໄຫວ ເຊັ່ນດຽວກັນ ດັ່ງທີ່ ຊາວບ້ານ ນາງນຶ່ງ ຢູ່ເມືອງວຽງໄຊ ແຂວງຫົວພັນ ກ່າວວ່າ ນາງກຳລັງນັ່ງຫຼິ້ນກັບຄອບຄົວ ເມື່ອເກີດແຜ່ນດິນໄຫວ ໂຕຂອງນາງ ແລະຄອບຄົວຕ່າງກໍ່ຕົກໃຈ ພາກັນແລ່ນອອກຈາກເຮືອນ ແລະຍ້ອນວ່າແຜ່ນດິນໄຫວ ເທື່ອນີ້ບໍ່ໄດ້ມີຮຸນແຮງ ຊັພສິນຂອງເຂົາເຈົ້າ ຈຶ່ງບໍ່ໄດ້ເສັຽຫາຍຫຍັງ.

ດັ່ງທີ່ນາງກ່າວຕໍ່ ວິທຍຸ ເອເຊັຽ ເສຣີວ່າ:

“ບໍ່ໄດ້ແຮງປານໃດ ມັນມີແຕ່ເປັນນ້ອຍໆ. ຕອນນັ້ນ ພາກັນນັ່ງຫຼິ້ນຢູ່ ໃຜກໍ່ຕົກໃຈໂອ ແມ່ນແຫຼະ, ປົກກະຕິນີ້ບໍ່ເຄີຍມີແຫຼະ ຫາກໍ່ເປັນເທື່ອທຳອິດແຫຼະຢູ່ບ້ານນີ້. ໂດຍໆ ບໍ່ໄດ້ເສັຽຫາຍຫຍັງ ມີແຕ່ອັ່ນ ແຜ່ນດິນມັນໄຫວອັ່ນ ແວບດຽວມັນກໍ່ຫາຍມັນກໍ່ດີ, ພາກັນຕົກໃຈ ບໍ່ມີຫຍັງອັ່ນເສັຽຫາຍ.”

ໃນສື່ສັງຄົມອອນລາຍນ໌ ກໍຍັງມີຊາວເມືອງຊຽງຄໍ້ ແຂວງຫົວພັນຈຳນວນນຶ່ງ ອອກມາສແດງຄຳເຫັນ ວ່າ ຮູ້ສຶກເຖິງແຮງສັ່ນສະເທືອນ ຈາກເຫດການແຜ່ນດິນໄຫວ ຄັ້ງນີ້ນຳດ້ວຍ.

ກ່ຽວກັບເຣື່ອງດັ່ງກ່າວ, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ກ່ຽວຂ້ອງ ນາງນຶ່ງ ຢູ່ເມືອງຊຳເໜືອ ແຂວງຫົວພັນ ກ່າວວ່າ ໄດ້ປະສານສົມທົບ ກັບທາງຫ້ອງວ່າການແຂວງ ແລະ ຫ້ອງວ່າການເມືອງ ກ່ຽວກັບເຫດການແຜ່ນດິນໄຫວ ດັ່ງກ່າວຮຽບຮ້ອຍແລ້ວ ແຕ່ ຈະລົງໄປກວດກາພື້ນທີ່ແຜ່ນດິນໄຫວ ຕໍ່ໄປ. ທັງນີ້, ຢູ່ທາງເມືອງຊຳເໜືອ ບໍ່ໄດ້ຮູ້ສຶກເຖິງແຮງສັ່ນສະເທືອນ ຈາກແຜ່ນດິນໄຫວຄັ້ງນີ້ແຕ່ຢ່າງໃດ.

“ຍັງ, ມີແຕ່ອັ່ນ ຂັ້ນແຂວງນໍ ປະສານຫາເມືອງນໍ ຂັ້ນສູນກາງຄືຊິບໍ່ເຮໄປ. ຍັງເດີ ເພາະວ່າອັ່ນ ເຂົາຫາກໍ່ແຈ້ງມາ. ມີແລ້ວອັນນັ້ນນໍ ເຫັນເຂົ້າອັນນັ້ນນ່າ ກົມອຸຕຸ. ບໍ່, ເຮົາບໍ່ຮູ້ສຶກເລີຍ ແຕ່ວ່າທາງສົບເບົາ ເຂົາກະຊິລົງກວດກາຄືນຕົວະ.”

ສຳລັບເຫດການ ແຜ່ນດິນໄຫວ ຢູ່ແຂວງຫົວພັນນັ້ນ ປົກກະຕິບໍ່ເກີດຂຶ້ນຫຼາຍປານໃດ. ຈາກຂໍ້ມູນຂອງເວັບໄຊຕ໌ “Earthquake Track” ລະບຸວ່າ ໃນໄລຍະ 30 ປີທີ່ຜ່ານມາ, ເຄີຍເກີດແຜ່ນດິນໄຫວ ຢູ່ແຂວງຫົວພັນ 2 ຄັ້ງ, ຄັ້ງທີ 1 ໃນວັນທີ 21 ມິຖຸນາ 1995 ເວລາປະມານ 16.07 ໂມງ ສູນກາງແຜ່ນດິນໄຫວ ຢູ່ໃນເຂດເມືອງວຽງທອງ ແຂວງຫົວພັນ ຄວາມແຮງສັ່ນສະເທືອນ 4.4 ຣິກເຕີຣ໌ ຄວາມເລິກຈາກເທິງໜ້າດິນ ປະມານ 33 ກິໂລແມັດ ແລະຄັ້ງທີ 2 ໃນວັນທີ 14 ມີນາ 2022 ເວລາປະມານ 09.22 ໂມງ ສູນກາງແຜ່ນດິນໄຫວ ຢູ່ໃນເຂດເມືອງຊຳເໜືອ ແຂວງຫົວພັນ ຄວາມແຮງສັ່ນສະເທືອນ 4.5 ຣິກເຕີຣ໌ ຄວາມເລິກຈາກເທິງໜ້າດິນ ປະມານ 20 ກິໂລແມັດ.

ກ່ອນໜ້ານີ້, ເຫດການແຜ່ນດິນໄຫວຢູ່ລາວ ສ່ວນຫຼາຍຈະເກີດຢູ່ທາງເບື້ອງພາກຕາເວັນຕົກ ສຽງເໜືອ ຂອງປະເທດລາວ ເປັນຕົ້ນແມ່ນແຂວງບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ ແລະໄຊຍະບູຣີ ຍ້ອນວ່າພື້ນທີ່ດັ່ງກ່າວ ມີຮອຍເລື່ອນຂອງແຜ່ນເປືອກໂລກ ຢູ່ຫຼາຍຈຸດ ເຊິ່ງເຊື່ອມຕໍ່ກັນກັບຮອຍເລື່ອນ ຢູ່ປະເທດໄທຍ ແລະປະເທດພະມ້າ ໂດຍເຫດການແຜ່ນດິນໄຫວ ທີ່ຮຸນແຮງທີ່ສຸດ ໃນໄລຍະ 10 ປີຜ່ານມາ ແມ່ນເກີດຂື້ນໃນວັນທີ 21 ພຶສຈິກາ 2019 ເວລາປະມານ 06.50 ໂມງ ຢູ່ທີ່ບໍຣິເວນເມືອງໄຊສະຖານ ແຂວງໄຊຍະບູຣີ ຫ່າງຈາກເທສບານ ນະຄອນຫຼວງພຣະບາງ ໄປທາງທິດຕາເວັນຕົກ ສຽງໃຕ້ ປະມານ 95 ກິໂລແມັດ ແລະຫ່າງຈາກຊາຍແດນ ລາວ-ໄທຍ ປະມານ 19 ກິໂລແມັດ ຄວາມແຮງສັ່ນສະເທືອນ 6.2 ຣິກເຕີຣ໌ ຄວາມເລິກຈາກເທິງໜ້າດິນ ປະມານ 5-10 ກິໂລແມັດ ເຊິ່ງເຮັດໃຫ້ຊາວບ້ານ ຢູ່ທັງເບື້ອງລາວ ແລະ ໄທຍ ຮູ້ສຶກສັ່ນໄຫວ ໃນຫຼາຍແຂວງ ເປັນຕົ້ນ ແຂວງໄຊຍະບູລີ, ຫຼວງພຣະບາງ, ວຽງຈັນ. ເຮັດໃຫ້ອາຄານບ້ານເຮືອນ ແລະຊັພສິນຂອງຊາວບ້ານ ຢູ່ເມືອງຫົວສາ ແຂວງໄຊຍະບູຣີ ເສັຽຫາຍຈຳນວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.