ມີ 6 ບ້ານ ຈະຖືກຜົນກະທົບ ຈາກການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳຊຳ 4A ຢູ່ຊຳເໜືອ

ກອງປະຊຸມ ບົດຣາຍງານ ການສຶກສາ ເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ ກໍ່ສ້າງເຂື່ອນໄຟຟ້າ ຂນາດນ້ອຍ ນ້ຳຊຳ 4A, ເຂດບ້ານເຕື້ອມ, ເມືອງຊຳເໜືອ, ແຂວງຫົວພັນ. ວັນທີ່ 15 ມີນາ 2023.
ກອງປະຊຸມ ບົດຣາຍງານ ການສຶກສາ ເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການ ກໍ່ສ້າງເຂື່ອນໄຟຟ້າ ຂນາດນ້ອຍ ນ້ຳຊຳ 4A, ເຂດບ້ານເຕື້ອມ, ເມືອງຊຳເໜືອ, ແຂວງຫົວພັນ. ວັນທີ່ 15 ມີນາ 2023. (ຮູບພາບຈາກ: ທຂພ)

0:00 / 0:00

ບໍຣິສັດ ໂອເລນທຽວ ຈໍາກັດ ຂອງນັກລົງທຶນເກົາຫລີໃຕ້ ຈະລົງທຶນກໍ່ສ້າງເຂື່ອນໄຟຟ້າ ຂນາດນ້ອຍ ນ້ໍາຊໍາ 4A ຢູ່ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງປັດຈຸບັນ ຢູ່ລະຫວ່າງການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມຢ່າງລະອຽດ ເພື່ອກໍານົດຫົວໜ່ວຍຊົດເຊີຍ ໃຫ້ກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ແລະ ອາດມີບາງຄອບຄົວ ຕ້ອງໂຍກຍ້າຍອອກຈາກພື້ນທີ່.

ດັ່ງ ຊາວບ້ານຜູ້ນຶ່ງ ຢູ່ບ້ານຫີ້ມ ເມືອງຊໍາເໜືອ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 16 ມີນາ ນີ້ວ່າ:

“ເອອ ເຂົາກໍາລັງຕຣຽມຊົດເຊີຍ ເຮືອນຊາວບ້ານຊາວຊ່ອງນ່າ ເຂົາຊິໃຫ້ ຖືວ່າເຮັກຕ້າຣ໌ນຶ່ງລະ 120 ລ້ານກີບ ກະບໍຫລາຍປານໃດ ຮຽກຮ້ອງໃຫ້ເພິ່ນ ຢາກໃຫ້ຫລາຍກ່ວານັ້ນເດ້ ໂຕນີ້ເພິ່ນວ່າ ເອົາຕາມເຮັກຕ້າຣ໌ນຶ່ງ ລະແມ່ນແນວນັ້ນ.”

ຊາວບ້ານຜູ້ນີ້ ກ່າວຕື່ມອີກວ່າ ການຊົດເຊີຍຜົລກະທົບ ນັ້ນ ເຫັນວ່າທາງການແຂວງຫົວພັນ ຈະກໍານົດຫົວໜ່ວຍການຊົດເຊີຍ ຕາມໂຄງການເຂື່ອນໄຟຟ້າ ນ້ໍາຊໍາ 3 ຄື ຢູ່ປະມານ 100-200 ລ້ານກີບ ຕໍ່ເຮັກຕ້າຣ໌ ຂຶ້ນກັບປະເພດຂອງດິນ ແລະ ມູນຄ່າສິ່ງປູກສ້າງ ທີ່ຈະໄດ້ຮັບຜົລກະທົບ ແຕ່ດ້ວຍສະພາບເສຖກິຈ-ສັງຄົມ ໃນປັດຈຸບັນ ກໍເຫັນວ່າ ຫົວໜ່ວຍການຊົດເຊີຍ ນັ້ນຍັງຕ່ໍາຢູ່.

ປັດຈຸບັນ ເຮືອນຂອງຊາວບ້ານສ່ວນໃຫຍ່ ຈະຢູ່ຕາມແລວແມ່ນ້ໍາຊໍາ ສະນັ້ນແລ້ວ ເມື່ອມີການຕັນນ້ໍາ, ຫລາຍຄອບຄົວ ມີຄວາມສ່ຽງສູງ ທີ່ຈະຖືກໂຍກຍ້າຍ ອອກຈາກພື້ນທີ່ ເພື່ອໄປຢູ່ບ່ອນຈັດສັນໃໝ່ ແຕ່ການຈັດສັນໂຍກຍ້າຍ ກໍຕ້ອງມີຄວາມພ້ອມ ໃນທຸກໆດ້ານ ທັງໃນເຣື່ອງຂອງ ແຜນການຟື້ນຟູ ຄຸນນະພາບຊີວິຕ ແລະ ໂຄງຮ່າງພື້ນຖານ ຈໍາເປັນຕ່າງໆ.

ສ່ວນຊາວບ້ານຜູ້ນຶ່ງ ຢູ່ບ້ານ ຫ້ວຍຫານ ກ່າວວ່າ ເຫັນແຕ່ທາງການແຂວງຫົວພັນ ແລະ ບໍຣິສັດຜູ້ພັທນາໂຄງການ ລົງພື້ນທີ່ ມາເກັບກໍາຂໍ້ມູນໂຄງການ ແລະ ປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແຕ່ປັດຈຸບັນ ຍັງບໍ່ທັນໄດ້ຮັບຮູ້ເທື່ອວ່າ ໂຄງການຈະຈ່າຍ ເງິນຊົດເຊີຍ ໃຫ້ກັບຊາວບ້ານທໍ່ໃດ ແລະ ມີຈັກຄອບຄົວ ທີ່ຈະຖືກໂຍກຍ້າຍອອກຈາກພື້ນທີ່.

“ຍັງ ດຽວນີ້ເຂົາກໍາລັງເກັບກໍາຂໍ້ມູນ ຜູ້ໃດມີດິນອີ່ຫຍັງທໍ່ໃດໆ ແຕ່ກະຍັງບໍ່ທັນລະອຽດວ່າ ຊິໄດ້ຍ້າຍ ຫລືບໍ່ໄດ້ຍ້າຍຫັ້ນນ່າ (ເງິນຊົດເຊີຍ) ເພາະວ່າທາງໂຄງການ ເຂົາຍັງບໍ່ທັນໄດ້ໂອ້ລົມອີ່ຫຍັງ ມີແຕ່ເຂົາແຈ້ງມາວ່າ ເກັບອິຫຍັງໄວ້ວ່າ ຜູ້ໃດມີອິຫຍັງໆ ແດ່ຫັ້ນ.”

ອີງຕາມຜແນກ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ເປີດເຜີຍການ ປະເມີນຜົລກະທົບໃນເບື້ອງຕົ້ນ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າ ຂນາດນ້ອຍນໍ້າຊໍາ 4A ໂດຍຈະສົ່ງຜົລກະທົບ ຕໍ່ຊາວບ້ານ ຈໍານວນ 6 ບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ດັ່ງນີ້:

  1. ບ້ານເຕື້ອມ ມີຜົລກະທົບຕໍ່ເນື້ອທີ່ໄຮ່ 100 ກ່ວາເຮັກຕ້າຣ໌ ແລະ ເນື້ອທີ່ນາ 48 ເຮັກຕ້າຣ໌
  2. ບ້ານໂຄ້ງ ມີຜົລກະທົບຕໍ່ເນື້ອທີ່ນາ 42 ເຮັກຕ້າຣ໌ ແລະ ເນື້ອທີ່ສາລີ 3 ເຮັກຕ້າຣ໌.
  3. ບ້ານຫ້ວຍຫານ ມີຜົລກະທົບຕໍ່ເນື້ອທີ່ໄຮ່ 1,000 ກ່ວາເຮັກຕ້າຣ໌ ແລະ ເນື້ອທີ່ນາ 26 ເຮັກຕ້າຣ໌
  4. ບ້ານນາຕ້າງ ມີຜົລກະທົບຕໍ່ເນື້ອທີ່ໄຮ່ 20 ກ່ວາເຮັກຕ້າຣ໌ ແລະ ເນື້ອທີ່ນາ 17 ເຮັກຕ້າຣ໌.
  5. ບ້ານຫີ້ມ ມີຜົລກະທົບຕໍ່ເນື້ອທີ່ນາ 21 ເຮັກຕ້າຣ໌ ແລະ ມີເນື້ອທີ່ສວນສາລີ 8 ເຮັກຕ້າຣ໌ ແລະ
  6. ບ້ານ ພຽງ ມີຜົລກະທົບຕໍ່ເນື້ອທີ່ໄຮ່ 70 ກວ່າເຮັກຕ້າຣ໌.

ນອກຈາກນີ້ ທາງໂຄງການຍັງໄດ້ຄົ້ນຄວ້າ ເຣຶ່ອງການໂຍກຍ້າຍບ້ານ ເພື່ອໄປຢູ່ບ່ອນໃໝ່ ເນື່ອງຈາກ ອາຈໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງຕ່າງໆ ແລະ ບາງຄອບຄົວຈະຖືກນ້ໍາຖ້ວມ ເມື່ອມີການຕັນນ້ໍາໃນອະນາຄົດ ແຕ່ປັດຈຸບັນ ຍັງບໍ່ທັນສຶກສາຜົລກະທົບ ຢ່າງລະອຽດເທື່ອ ຈຶ່ງຍັງບໍ່ທັນມີຂໍ້ມູນ ວ່າ ມີຈັກບ້ານ ຈັກຄອບຄົວ ທີ່ຈະຖືກໂຍກຍ້າຍ.

ດັ່ງ ເຈົ້າໜ້າທີ່ເມືອງຊໍາເໜືອ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ລໍຖ້າເບິ່ງວ່າ ເວລາຂະເຈົ້າຕັນນ້ໍາແລ້ວ ບາດນ້ໍາມາ ມັນຊິມີຜົລເສັຍຫາຍຕື່ມອີກບໍ່ ຫລືບໍ່ ຄັນຖ້າວ່າມີຜົລເສັຍຫາຍຕື່ມອີກກະ ບາດນັ້ນຈັ່ງຊິໄດ້ຂໍຊົດເຊີຍຕື່ມ ອີກເນາະ.”

ຂະນະທີ່ ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ກ່າວວ່າ ໂຄງການເຂື່ອນໄຟຟ້າ ຂນາດນ້ອຍ ນ້ໍາຊໍາ 4 A ແມ່ໂຄງການທີ່ເຄີຍສືກສາ-ສໍາຣວດ ຄວາມເປັນໄປ ໄດ້ມາແຕ່ປີ 2013 ແລ້ວ ແຕ່ກໍຖືກໂຈະໄປ ເນື່ອງຈາກ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມຮຸນແຮງ.

ຈົນມາຮອດປີ 2021 ທີ່ຜ່ານມາ ບໍຣິສັດ ໂອເລນທຽວ ຈໍາກັດ ຂອງນັກລົງທຶນເກົາຫລີໃຕ້ ສົນໃຈຈະເຂົ້າມາສືບຕໍ່ໂຄງການ ເພື່ອຜລິດໄຟຟ້າຂາຍໃຫ້ກັບ ຣັຖວິສາຫກິຈ ໄຟຟ້າລາວ ເຊິ່ງປັດຈຸບັນພວມຢູ່ລະຫວ່າງການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມລະອຽດ ເພື່ອກໍານົດຫົວໜ່ວຍ ຊົດເຊີຍ ຕາມລະບຽບຂັ້ນຕອນ.

ສ່ວນການປະເມີນຜົລ ກະທົບສິ່ງແວດລ້ອມ-ສັງຄົມ ໃນເບື້ອງຕົ້ນ ກໍຈະຕ້ອງມີການຈ່າຍ ຄ່າຊົດເຊີຍຢ່າງເໝາະສົມ ຢູ່ແລ້ວ ແຕ່ຈະໄປໜັກເຣື່ອງຂອງເນື້ອທີ່ ທໍາການກະເສດ ຂອງຊາວບ້ານ ຈະຕ້ອງສູນເສັຍໄປ ແບບຖາວອນ ເຊິ່ງການບຸກເບີກເນື້ອທີ່ ເພື່ອທົດແທນຄືນໃຫ້ ກັບຊາວບ້ານ ກໍເປັນເຣື່ອງຫຍຸ້ງຍາກ ແລະ ຍັງຈະຕ້ອງຫາຣືກັນເພີ່ມຕື່ມ.

ດັ່ງ ເຈົ້າໜ້າທີ່ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:

“ນ້ໍາຊໍາ 4 ກະຄືຊິແມ່ນປະມານ 15 ເມກາວັຕລົງ ເປັນຂອງເກົາຫລີ (ການຊົດເຊີຍ) ແມ່ນແລ້ວ ເອົາຫົວໜ່ວຍຊົດເຊີຍຂອງນ້ໍາຊໍາ 3 ມາເປັນຫລັກເລີຍ ບໍ່ວ່າຕົ້ນໄມ້ເບາະ ຫລືວ່າ ການໂຍກຍ້າຍອີ່ຫຍັງຕ່າງໆ ມັນຄືກັນໝົດ ສ່ວນຫລາຍຂະເຈົ້າ ແມ່ນເອົາຄ່າຊົດເຊີຍໃຫ້ ມັນແລ້ວນ່າ ຂອບເຂດເຮົາ ມັນເປັນຂອບເຂດພູສູງ ມັນບໍ່ມີບ່ອນທີ່ວ່າຈະໄປປັບພື້ນທີ່ ໃຫ້ຂະເຈົ້າ.”

ທາງດ້ານ ເຈົ້າໜ້າທີ່ຜແນກ ພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ກ່າວວ່າ ໂຄງການກໍ່ສ້າງເຂື່ອນ ໄຟຟ້າຂນາດນ້ອຍ ນ້ໍາຊໍາ 4A ຖືວ່າ ຍັງບໍ່ມີຄວາມຈະແຈ້ງປານໃດ ເນື່ອງຈາກຂໍ້ມູນ ດ້ານເຕັກນິກ, ການອອກແບບ, ເສຖກິຈ-ສັງຄົມ ຍັງບໍ່ມີຄວາມລະອຽດ ເຊິ່ງການເຊັນບົດບັນທຶກ ຄວາມເຂົ້າໃຈຮ່ວມກັນ 3 ຄັ້ງແລ້ວ ແຕ່ກໍບໍ່ມີຄວາມຄືບໜ້າເທື່ອ.

ນອກຈາກນີ້ ການຕັ້ງຊື່ໂຄງການວ່າ ເຂື່ອນໄຟຟ້າຂນາດນ້ອຍ ນ້ໍາຊໍາ 4A ແຕ່ມີກໍາລັງການຜລິຈໄຟຟ້າ 50 ເມກະວັດ ນັ້ນ ຈະຕ້ອງເປັນກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຜູ້ຄຸ້ມຄອງ, ອີງຕາມກົດໝາຍ ວ່າດ້ວຍໄຟຟ້າ ສະບັບປັບປຸງ ປີ 2017.

ດັ່ງ ເຈົ້າໜ້າທີ່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເພິ່ນມາຣາຍງານຜົລກະທົບ ສິ່ງແວດລ້ອມເນາະ ແຕ່ບັນດາຊໍ້ມູນ ນ້ໍາຊໍາ 4A ເນາະ ຂໍ້ມູນດ້ານເຕັກນິກ ການສໍາຣວດ ກະບໍ່ທັນມີ ຕົ້ນປາຍຫຍັງເນາະ ເຈົ້າ, ມາຜ່ານສິ່ງແວດລ້ອມແລ້ວ ຂໍ້ມູນເຕັກນິກອິຫຍັງຕ່າງໆ ບໍ່ທັນມີອີ່ຫຍັງນ່າເນາະ ກະແຂວງເພິ່ນຊິຄົ້ນຄ້ວາ ແນວໃດເນາະ.”

ປັດຈຸບັນ ຍັງບໍ່ມີການເປິດເຜີຍ ຂໍ້ມູນຣາຍລະອຽດໃດໆ ກ່ຽວກັບໂຄງການ ກໍ່ສ້າງເຂື່ອນໄຟຟ້າ ຂນາດນ້ອຍ ນ້ໍາຊໍາ 4A ແຕ່ຣາຍງານ ເມື່ອປີ 2013 ລະບຸວ່າ ຣັຖບານລາວ ກັບບໍຣິສັດ ຊີມອງ ທີ່ປືກສາ ດ້ານການລົງທຶນພາຍໃນ ແລະ ຕ່າງປະເທດ ຈໍາກັດ ໄດ້ມີການເຊັນ ບົດບັນທຶກຄວາມເຂົ້າໃຈ ໂຄງການເຂື່ອນໄຟຟ້າ ນໍ້າຕົກ, ນໍ້າຊຳ 4 ເຊິ່ງມີກໍາລັງການຜລິດ 50-100 ເມກະວັດ.