ແຜ່ນດິນໄຫວ ຢູ່ພະມ້າ ສະເທືອນເຖິງ ສປປ ລາວ

ແຜນທີ່ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ເຂດທີ່ຮັບຮູ້ເຖິງ ແຮງສັ່ນສະເທືອນ ຈາກແຜ່ນດິນໄຫວ ຊຶ່ງຍັງບໍ່ມີຣາຍງານ ຄວາມຫາຍເທື່ອ.
ແຜນທີ່ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ເຂດທີ່ຮັບຮູ້ເຖິງ ແຮງສັ່ນສະເທືອນ ຈາກແຜ່ນດິນໄຫວ ຊຶ່ງຍັງບໍ່ມີຣາຍງານ ຄວາມຫາຍເທື່ອ. (ຮູບພາບ: OpenStreetMap contributors/Datawrapper)

0:00 / 0:00

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາ​ຕ ໄດ້​ຣາຍ​ງານ​ວ່າ ນັບ​ແຕ່​ວັນ​ທີ 21-22 ກໍ​ຣະ​ກະ​ດາ ເກີດ​ແຜ່ນ​ດິນ​ໄຫວ ຢູ່​ປະ​ເທດ​ພະ​ມ້າ 50 ກວ່າ​ຄັ້ງ ສົ່ງ​ແຮງ​ສັ່ນ​ສະ​ເທືອນ​ມາ​ເຖິງ ແຂວງ ບໍ່​ແກ້ວ ແລະ ແຂວງ​ຫລວງ​ນ້ຳ​ທາ.

  • ແຜ່ນ​ດິນ​ໄຫວ ໃນ​ວັນ​ທີ 21 ກໍ​ຣະ​ກະ​ດາ ເວ​ລາ 23:40 ຂ​ນາດ1 ຣິກ​ເຕີຣ໌ ຄວາມ​ເລິກ 4 ກິ​ໂລ​ແມັດ ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ແຂວງບໍ່​ແກ້ວ ປະ​ມານ 63 ກິ​ໂລ​ແມັດ ແລະ ແຂວງ​ຫລວງ​ນ້ຳ​ທາ ປະ​ມານ 83 ກິ​ໂລ​ແມັດ.​ ​ທາງ​ການ ເວົ້າ​ວ່າ ຄືການເຕືອນ ຫຼື Foreshock.
  • ແຜ່ນ​ດິນ​ໄຫວ ເກີດ​ຂຶ້ນ ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ເວ​ລາ 00:07 ຂ​ນາດ4 ຣິກ​ເຕີຣ໌ ຄວາມ​ເລິກ 3 ກິ​ໂລ​ແມັດ ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຂອງ​ແຂວງບໍ່​ແກ້ວ ປະ​ມານ 67 ກິ​ໂລ​ແມັດ ແລະ ແຂວງຫຼວງ​ນ້ຳ​ທາ ປະ​ມານ 76 ກິ​ໂລ​ແມັດ. ທາງ​ການ​ເວົ້າ​ວ່າ ແຜ່ນ​ດິນ​ໄຫວ ​ຂ​ນາດ​ໃຫຍ່ ຫຼື Mainshock.
  • ແລະ ແຜ່ນ​ດິນ​ໄຫວ​ ​ໃນ​ວັນ​ທີ​ 22 ກໍ​ຣະ​ກະ​ດາ ເວ​ລາ 05:22 ຂ​ນາດ3 ຣິກ​ເຕີຣ໌ ຄວາມ​ເລິກ 3 ກິ​ໂລ​ແມັດ ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ​ແຂວງ ບໍ່​ແກ້ວ ປະ​ມານ 62 ກິ​ໂລ​ແມັດ ແລະ ແຂວງ​ຫລວງ​ນ້ຳ​ທາ ປະ​ມານ 82 ກິ​ໂລ​ແມັດ. ທາງ​ການ​ເວົ້າ​ວ່າ ເຫດ​ການ​ແຜ່ນ​ດິນ​ໄຫວ​ຕາມ​ມາ ຫຼື Aftershock.

ປະ​ຊາ​ຊົນຢູ່​ເມືອງ ຫ້ວຍ​ຊາຍ ແລະ ເມືອງ​ຕົ້ນ​ເຜິ້ງ ແຂວງ ບໍ່​ແກ້ວ ສ​າ​ມາດ​ສຳ​ຜັດໄດ້​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ຂອງ​ແຮງ​ແຜນ​ດິນ​ໄຫວ ແລະ ແຮງ​ສັ່​ນ​ສະ​ເທືອນ​ດັ່ງ​ກ່າວ ສາ​ມາດ​ສ້າງ​ຄວາມ​ເສັຽ​ຫາຍ​ໄດ້.

ເຈົ້າ​ໜ້າ​ທີ່​ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາ​ຕ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ເຣີ ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ວ່າ:

" ຢູ່ ລະ ດັບ ປານ ກາງ ເນາະ ຖື ວ່າ 6 ຂຶ້ນ ໄປ ຈະ ໃສ່ ແບບ ແຮງ ແລ້ວ ຫັ້ນ ນ່າ ມັນ ກໍ ຂຶ້ນ ກັບ ແວດ ລ້ອມ ນຶ່ງ ເນາະ ນາດ ຂອງ ແຜ່ນ ດິນ ໄຫວ ສອງ ຄວາມ ເລິກ ແລະ ກໍ ແວດ ລ້ອມ ພູມ ສັນ ຖານ ອີ່ ຫຍັງ ຕ່າງໆ ນີ້ ນ່າ ສົມ ມຸດ ວ່ ມັນ ເກີດ ຢູ່ ພູ ເນາະ ຢູ່ ທີ່ ວ່າ ດິນ ແຂງ ຫັ້ນ ນ່າ ມັນ ກໍ ບໍ່ ສາ ມາດ ທີ່ ຈະ ກະ ຈາຍ ອ່າ ກະ ຈາຍ ຄື້ນ ໄດ້ ໄກ ຢ່າງ 6.4 ຣິກ ເຕີ ນີ້ ເນາະ ອາ ເປັນ ຜົ ກະ ທົບ ແບບ ວ່າ ຂຶ້ນ ກັບ ວ່າ ລັກ ສະ ນະຂອງ ໂຄງ ສ້າງ ປະ ເທດ ລາວ ເຮົາ ນີ້ ນ່າ ການ ປຸກ ສ້າງ ເນາະ ຈະ ເຮັດ ແບບ ປະ ຖົມ ປະ ຖານ ຈັ່ງ ຊີ້ ນ່າ ອາ ເກີດ ຄວາມ ເສັຽ ຫາຍເນາະ ."

ຍາງ​ນາງ ກ່າວ​ຕື່ມ​ວ່າ ຕາມ​ຫຼັກ​ວິ​ຊາ​ການ ຄວາມ​ເລິກ​ທີ່ໜ້ອຍກວ່າ 50 ກິ​ໂລ​ແມັດ ໃນ​ຂະ​ນະ​ທີ່​ແຜ່ນ​ດິນ​ໄຫວ ຖື​ວ່າ ເ​ປັນ​ຄວາມ​ເລິກທີ່​ສ້າງ​ຄວາມ​ເສັຽ​ຫາຍ​ໄດ້ ເຊິ່ງ ເມືອງຕົ້ນ​ເຜິ້ງ ແລະ ເມືອງ​ຫ້ວ​ຍ​ຊາຍ ກໍ​ມີ​ຄວາມ​ເລິກ 3-4 ກິ​ໂລ​ແມັດ ໃນ​ຂະ​ນະ​ທີ່​ເກີດ​ແຜ່ນ​ດິນ​ໄຫວ ຈຶ່ງ​ຕ້ອ​ງ​ເຝົ້າ​ລະ​ວັງ​ຕື່ມ ນອກ​ຈາກນີ້ ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາ​ຕ ກໍ​​ຈະ​ຕິດ​ຕາມ​ຕໍ່​ໄປ.

ຫຼາຍ​ຄົນ ທີ່​ອາ​ສັຍ ຢູ່​ອາ​ຄານ​ສູງໃນ​ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ ສາມ​ຫຼ່ຽມ​ຄຳ ກໍ​ຮູ້​ສຶກ​ເຖິງ​ແຮງ​ສະ​ເທືອນຂອງ​ແຜ່ນ​ດິນ​ໄຫວ ໂດຍສະ​ເພາະ​ແຜ່ນ​ດິນ​ໄຫວ ຂ​ນາດ 6.4 ຣິກ​ເຕີຣ໌ ຄວາມ​ເລິກ 3 ກິ​ໂລ​ແມັດ ແລະ ຜູ້​ຄົນຢູ່​ເຂດ​ດັ່ງ​ກ່າວ ກໍ​ໄດ້​ພາ​ກັນອົ​ພ​ຍົບ ອອກ​ຈາກ​ອາ​ຄານ​ລົງ​ມາ​ເດີ່ນ ທັນ​ທີ ແຕ່ ກໍ​ຍັງ​ບໍ່​ມີ​ຣາຍ​ງານ​ຜົ​ລ​ເສັຽ​ຫາຍ.

ປະ​ຊາ​ຊົນ ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫຼ່ຽມ​ຄຳ ເມືອງ​ຕົ້ນ​ເຜິ່ງ ກ່າວ​ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ວ່າ:

" ບໍ່ ແມ່ນ ແຮງ ປານ ໃດ ເດີ ບໍ່ ແມ່ນ ເຮົາ ຢູ່ ເທິງ ເຮົາ ຢູ່ ຕິດ ດິນ ແລ້ວ ມັນ ບໍ່ ແຮງ ຫຼາຍ ເຂົາ ເຈົ້າ ລົງ ມາ ໝົດ ແລ້ວ ຜູ້ ຢູ່ ຕຶກ ສູງໆ ນ່າ ເຄູ່ອງ ຂອງ ເຮົາ ບໍ່ ເສັຽ ຫາຍ ເພາະ ວ່າ ເຮົາ ເປີ ຮ້ານ ອາ ຫານ ເຮົາ ຢູ່ ຕິດ ດິນ ເລີຍ ມັນ ກໍ ບໍ່ ແຮງ ປາຍ ໃດ ມັນ ກໍ ໜ້ອຍ ດຽວຊື່ໆ ."

ແຜ່ນ​ດິນ​ໄຫວຄັ້ງ​ນີ້ ເຮັດ​ໃຫ້​ປະ​ຊາ​ຊົນ ຢູ່ ເມືອງ​ຫ້ວຍ​ຊາຍ ພາ​ກັນ​ຕົກ​ໃຈ ໃນ​ຂະ​ນະ​ທີ່ ບາງ​ຄົນ ກໍ​ກຳ​ລັງ​ນອນ​ຢູ່.

ປະ​ຊາ​ຊົນ ຢູ່​ບ້ານ ນ້ຳ​ຕ໋ອງ ເມືອງ​ຫ້ວຍ​ຊາຍ ແຂວງບໍ່​ແກ້ວ ໄດ້​ກ່າວ​ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ວ່າ:

"ນ້ອງນີ້ ນອນ ລະ ເດ້ ເຫັນ ສັ່ນໆ ຄິດ ວ່າ ແມ່ນ ຫຍັງ ໂອ້ ມາ ຍູ້ ຕຽງນ້ອງ ແຮງ ຈົນຕົກ ໃຈ ມັນ ຫຼາຍ ປີ ແລ້ວ ບໍ່ ເກີດ ຂຶ້ນ ເກີດ ຂຶ້ນ ແຕ່ ມັນ ບໍ່ ແຮງ ແຕ່ ປີນີ້ ເກີດ ຂຶ້ນ ແຮງ ບໍ່ ບໍ່ ເຫັນ ອອກ ມາ ແຈ້ງ ຫຍັງ ໃຫ້ ເຝົ້າ ລະ ວັງ ບໍ່ ໝີ ເພາະ ມັນ ໄມ້ ເຄີຍ ໄຫວ ມາ ກ່ອນ ."

ປະ​ຊາ​ຊົນ ຢູ່​ບ້ານດອນ​ເງິນ ເມືອງ​ຕົ້ນ​ເຜິ້ງ ທີ່​ຢູ່​ຫ່າງ​ຈາກ​ເທ​ສ​ບານ ເມືອງ​ຕົ້ນ​ເຜິ້ງ​ເກືອບ 30 ກິ​ໂລ​ແມັດ ກໍ​ຮູ້​ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອນ ຂອງ​ແຜ່ນ​ດິນ​ໄຫວ ຄື​ກັນ ແຕ່ບໍ່​ຮຸນ​ແຮງ ຈົນ​ເກີດ​ຜົ​ລ​ເສັຽ​ຫາຍ​ຕໍ່​ບ້ານ​ເຮືອນ.

ປະ​ຊາ​ຊົນ ຢູ່​ບ້ານ ດອນ​ເງິນ ເມືອງ​ຕົ້ນ​ເຜິ້ງ ໄດ້​ກ່າວ​ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ວ່າ:

"ບໍ່ ມີ ອີ່ ສັງ ບໍ່ ແຮງ ປານ ໃດ ພໍ ໃຫ້ ຮູ້ ສຶກ ສັ່ນ ສະ ເທືອນ ຊື່ໆ ບໍ່ ໄດ້ ເສັຽ ຫາຍ ຈັກ ຢ່າງດອກ ບາງ ຄົນ ກໍ ບໍ່ ຮູ້ ສຶກ ເລີຍ ຫັ້ນ ນ່າ ບໍ່ ຮູ້ ແຜ່ນ ດິນ ໄຫວ ຊ້ຳ ບາງ ຄົນ ເຂົາ ບໍ່ ຄ່ອຍ ໄດ້ ຜ່ານ ໄດ້ ຜ່ານ ພົບ ເນາະ ເຂົາ ກໍ ບໍ່ ຮູ້ ເສີຍ ວ່າ ເຮືອນ ເປັນ ຫຍັງ ຮື ຍັບ ລະ ຍິບ ລະ ຍິບນີ້ ເຂົາ ກໍ ບໍ່ ຮູ້ ."

ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ຫ້ອງ​ການ​ປົກ​ຄອງ​ເມືອງ​ຫ້ວຍ​ຊາຍ ໄດ້​ອອກ​ແຈ້ງ​ການ ໄປ​ຫາ​ອຳ​ນາດ​ການ​ປົກ​ຄອງ ຂັ້ນ​ບ້ານ ໃນ​ທົ່ວ​ເມືອງ​ໃຫ້​ເຝົ້າ​ລະ​ວັງ ແຜ່ນ​ດິນ​ໄຫວ​ ແລະ ໃຫ້​ຫ້ອງ​ການແຮງ​ງານ ສວັດ​ດີ​ການ​ສັງ​ຄົມ ເກັບ​ກຳ​ຂໍ້​ມູນ​ນຳ​ນາຍ​ບ້ານໃນ​ທົ່ວ​ເມືອງ ແລ້ວ​ແຈ້ງ​ຜົ​ລ​ເສັຽ​ຫາຍ ແລ້ວ​ສ​ເນີ​ຕໍ່ ຂັ້ນ​ແຂວງໃນ​ຂັ້ນ​ຕໍ່​ໄປ ໃນ​ຂະ​ນະ​ທີ່ ເມືອງ​ຫ້ວຍ​ຊາຍ ຍັງ​ບໍ່​ມີ​ຣາຍ​ງານ​ຜູ້​ເສັຽ​ຊີ​ວິຕ ແລະ ບາດ​ເຈັບ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ເມືອ​ຫ້ວຍ​ຊາຍ ໄດ້​ກ່າວ​ໃນ​ວັນ​ທີ 22 ກໍ​ຣະ​ກະ​ດາ ວ່າ:

"ດຽວນີ້ ສຳ ລັບ ເມືອງ ຫ້ວຍ ຊາຍ ພວກ ເຮົາ ໄດ້ ປະ ສານ ແລ້ວ ລົງ ໄປ ແລ້ວ ເພາະ ກໍ ບໍ່ ມີ ບ້ານ ໃດ ໄດ້ ຮັບ ຄວາມ ເສັຽ ຫາຍ ຫຼື ເປ່ ເພ ອີ່ ຫຍັງ ເພື່ອ ເນາະ ເພາະ ວ່າ ເຮົາ ໄດ ຕິດ ຕາມ ແຕ່ ຕອນ ເຊົ້າ ມາ ແລ້ວເນາະ ພວກ ເຮົາ ໄດ້ ອອກ ແຈ້ງ ການ ໄດ້ ອອກ ທົ່ວ ເມືອງ ມາ ຮອດ ຈັດ ຈຸ ບັນນີ້ ຍັງ ບໍ່ ມີ ບ້ານ ໃດ ໄດ້ ແຈ້ງ ຄວາມ ເສັຽ ຫາຍ ແນວ ໃດ ເນາະ ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ບໍ່​ທີ​ຣາຍ​ງານ ຂໍ້​ມູ​ນ​ຈາກ​ແຂວງ ແຂວງ​ຫຼວງ​ນ້ຳ​ທາ ກ່ຽວ​ກັບ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້.

ນອກ​ຈາກນີ້ ກໍ​ຍັງ​ມີຣາຍ​ງານວ່າ ຢູ່​ເມືອງ​ແມ່​ສາຍ ແຂວງ​ຊຽງ​ຮາຍ ປະ​ເທດໄທ​ຍ ກໍ​ຮູ້​ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ.