ເຄືອຂ່າຍແມ່ນໍ້າຂອງຢູ່ໄທ ຮຽກຮ້ອງ ຕໍ່ສານ

ໄຊຍາ
2020.02.14
F-Thai-network ເຄືອຂ່າຍ ພາກ ປະຊາສັງຄົມໄທ ດ້ານ ແມ່ນໍ້າຂອງ ໃນໄທ ຮຽກຮ້ອງ ໃຫ້ສານ ປົກຄອງສູງສຸດ ສັ່ງໂຈະ ການຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ
RFA

ເຄືອຂ່າຍ ພາກປະຊາສັງຄົມ ແລະ ອົງການສາກົລ ດ້ານແມ່ນໍ້າຂອງໃນໄທ ໄດ້ຍື່ນຫຼັກຖານເພີ່ມຕື່ມ ຕໍ່ສານປົກຄອງສູງສຸດ ຂອງໄທ ກໍຣະນີປະກົດການ ແມ່ນໍ້າຂອງ ຂາດຝຸ່ນຕົມ ແລະບົກແຫ້ງ ຢ່າງໜັກພາຍຫຼັງທີ່ ເຂື່ອນ ໄຊຍະບູຣີ ເຣີ້ມຜລິດກະແສ ໄຟຟ້າຂາຍໃຫ້ໄທ ເມື່ອທ້າຍປີ 2019 ເປັນຕົ້ນມາ.

ຍານາງອ້ອມບຸນ ທິບສຸນາ ປະທານສະມາຄົມເຄືອຂ່າຍ ອົງກອນທຸຣະກິດຊຸມຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ນຶ່ງໃນຜູ້ຟ້ອງຄະດີ ໄດ້ກ່າວຕໍ່ ນັກຂ່າວເອເຊັຽເສຣີ ວ່າ, ຫຼັງຈາກມາຮ່ວມຍື່ນຫຼັກຖານຕໍ່ສານ ວ່າຕ້ອງການໃຫ້ສານເລັ່ງພິຈາຣະນາ ຄະດີນີ້ໂດຍໄວ ເພາະຜ່ານມາເປັນເວລາ 8 ປີ ແລ້ວທີ່ຊາວບ້ານ ລຸ່ມແມ່ນໍ້າຂອງໃນໄທ ຟ້ອງຮ້ອງສານ ເຣື່ອງຜົລກະທົບຂ້າມພົມແດນ ຈາກ ເຂື່ອນ ໄຊຍະບູຣີ ແຕ່ກໍຍັງບໍ່ມີການ ຕັດສິນ ບໍ່ມີຄວາມຄວາມໜ້າຂອງຄະດີ ພໍປານໃດ:

"ເຮົາຍື່ນສານປົກຄອງມາຕັ້ງແຕ່ 8 ປີທີ່ແລ້ວແລະສານ ເພິ່ນບໍ່ທັນໄດ້ວ່າຈັ່ງໃດຂໍ້ກັງວົນຂອງເຮົາ ທີ່ເຮົາຍື່ນວ່າຢ້ານຜົລກະທົບ 8 ປີຜ່ານໄປ ມັນເຫັນແຈ້ງຫຼາຍ ໃນປີ 2019 ຫາ 2020 ຈົນເຖິງດຽວນີ້. ໃນປັດຈຸບັນກໍເລີຍມາຍື່ນຂໍ້ມູນເພີ່ມຕື່ມເພື່ອໃຫ້ສານ ວ່າຈະເຮັດຈັ່ງໃດ ຊ່ອຍ ຕັດສິນໃຫ້ເຮົາແດ່ ພີ່ນ້ອງໄທບ້ານນີ້ສີ່ງທີ່ເຂົາກັງວົນ ມັນເກີດຂຶ້ນແລ້ວ ຕອນນີ້ເຫຼືອຢູ່ເຣື່ອງດຽວ ຄືເຂື່ອນແຕກເຮົາເຊື່ອໝັ້ນວ່າ ມາຂໍຄວາມ ເມດຕາຈາກສານ ເພື່ອໃຫ້ສານເພິ່ນໄດ້ເບິ່ງ."

ຍານາງ ຣັດຕະນາ ພົນກລ້າ ທະນາຍຄວາມຈາກສູນຂໍ້ມູນ ຊຸມຊົນ ທີ່ເປັນທະນາຍຟ້ອງ ຝ່າຍຜູ້ໄດ້ຮັບຜົລກະທົບ ໃນຄະດີນີ້ກໍໄດ້ກ່າວຕໍ່ ນັກຂ່າວເອເຊັຽເສຣີວ່າ ຢາກຮ້ອງຂໍໃຫ້ສານປົກຄອງ ອອກມາຕການໃດນຶ່ງ ຕໍ່ຜູ້ຮັບຜິດຊອບ ໂຄງການເຂື່ອນ ເພື່ອ ຫຼຸດຜ່ອນຜົລກະທົບ ໃຫ້ປະຊາຊົນທ້າຍນໍ້າ ເຊັ່ນວ່າອອກຄຳສັ່ງໂຈະ ຊື້ໄຟຟ້າຈາກເຂື່ອນໄຊຍະບູຣີ ໄປຈົນກວ່າຄະດີ ຄວາມຈະຕັດສິນແລ້ວກ່ອນ:

"ເຮົາກໍຢາກໃຫ້ສານມີຄຳສັ່ງຂະບວນການຕ່າງໆ ທີ່ພາກສ່ວນກ່ຽວຂ້ອງ ໄປດຳເນີນການກ່ຽວກັບສັນຍາຊື້ໄຟ ນີ້ມັນເປັນຂະບວນການ ທີ່ ບໍ່ຖືກຕ້ອງຕາມກົດໝາຍ ເນື່ອງຈາກເຮົາ ພົບເຫັນວ່າຕົວະ ແຕ່ການໄປເຊັນສັນຍາຮັບຊື້ໄຟຟ້າ ບໍ່ໄດ້ມີຜ່ານຂະບວນ ການປຶກສາຫາລື ລ່ວງໜ້າ ຫຼື PNPCA ຢ່າງຄົບຖ້ວນ ເຣື່ອງການຮັບຟັງຄໍາຄິດຄຳເຫັນ ທີ່ບໍ່ມີຂະບວນການ ເຣື່ອງຂອງຜົລກະທົບ ຂ້າມພົມແດນເຂົ້າມາ ແລະ ເຣື່ອງເລົ່ານີ້ 8 ປີ ທີ່ຟ້ອງຮ້ອງສານ ມາຕອນນີ້ຜົລກະທົບ ມັນເຫັນຂຶ້ນແລ້ວ."

ທາງດ້ານທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງແຂວງຊຽງຮາຍ ຂອງໄທ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີວ່າ, ທ່ານຢາກຮຽກຮ້ອງ ສານອີກຢ່າງນຶ່ງ ຄືໃຫ້ສານປົກຄອງອອກຄຳສັ່ງ ວ່າຢ່າງນ້ອຍທີ່ສຸດໃນເວລານີ້ ເຂື່ອນໄຊຍະບູຣີ ຈະຕ້ອງມີ ມາຕການແກ້ໄຂ ເຣື່ອງການ ເປີດ-ປິດນໍ້າ ເພື່ອຫຼຸດຜ່ອນຜົລກະທົບ ທີ່ຊາວບ້ານກຳລັງໄດ້ຮັບ ຢູ່ໃນເວລານີ້:

"ເຂື່ອນນີ້ເຮົາຟ້ອງສານ 8 ປີ ຜ່ານມາຢ່າງນ້ອຍ ກໍໃຫ້ມັນມີມາຕການແນວນີ້ ກ່ອນມາຕການ ກໍຄືການແກ້ໄຂ ຍົກໂຕຢ່າງເຊັ່ນປັດຈຸບັນ ເຮົາຈະເຫັນວ່າຣະດັບນໍ້າ ມັນແຕກໂຕນກັນຫຼາຍທີ່ ເຂື່ອນໄຊຍະບູຣີ ທາງຕອນເທິງ ກັບຕອນລຸ່ມ ສະນັ້ນມັນຈຶ່ງ ເກີດບັນຫາຕໍ່ຣະບົບ ນີເວດຕ່າງໆ, ດັ້ງນັ້ນມັນຈະຕ້ອງເຮັດແນວໃດ ໃຫ້ການເປີດ-ປິດ ປະຕູເຂື່ອນ ຫຼື ການຣະບາຍນໍ້າ ນີ້ມັນບໍ່ມີຜົລກະທົບ ຕໍ່ຣະບົບນິເວດ ຫຼືກະທົບໜ້ອຍທີ່ສຸດ ຄືການຫຼຸດຜ່ອນຜົລກະທົບ ນີ້ຄືສີ່ງທີ່ເຮົາຕ້ອງການ."

ການສົ່ງຂໍ້ມູນຕໍ່ສານປົກຄອງສູງສຸດຂອງໄທ ມີຂຶ້ນເວລາ 10 ໂມງ ເຊົ້າຫາບ່າຍໂມງ ຂອງວັນທີ 14 ກຸມພາ ນີ້. ທີ່ຜ່ານມາ ຕລອດໄລຍະ ເວລາ 8 ປີ ທີ່ປະຊາຊົນ ແລະເຄືອຂ່າຍ ພາກປະຊາສັງຄົມໄທ ໄດ້ຮ້ອງຟ້ອງຕໍ່ສານນັ້ນ ກໍມີການສົ່ງຂໍ້ມູນຕ່າງໆ ໃຫ້ສານເພື່ອປະກອບ ການພິຈາຣະນາຄະດີ ແຕ່ວ່າຜ່ານມາກໍມີແຕ່ບົດວິຈັຍ ທີ່ຄາດການລ່ວງໜ້າ ຕໍ່ສີ່ງທີ່ຈະເກີດຂຶ້ນ ຈາກ ເຂື່ອນໄຊຍະບູຣີ ຫຼື ຂໍ້ກັງວົນເທົ່ານັ້ນ ແຕ່ໃນເທື່ອນີ້ມີຫຼັກຖານ ທີ່ເປັນຜົລກະທົບໂຕຈິງ ທັງພາບຖ່າຍ ແລະ ວີດີໂອ ໃນທາງເລິກ ກ່ຽວກັບຜົລກະທົບ ຈາກເຂື່ອນ ຕັ້ງແຕ່ເຣື່ອງ ຣະດັບນໍ້າຕອນເທິງ ແລະລຸ່ມ ເຂື່ອນໄຊຍະບູຣີ ທີ່ຕ່າງກັນ ແລະແມ່ນໍ້າຂອງສີຄາມ ທີ່ເກີດຈາກການຂາດຝຸ່ນຕົມ ທີ່ອຸດົມສົມບູນ ຮວມເຖິງ ສະພາບຄວາມບົກແຫ້ງຂອງແມ່ນໍ້າຂອງ ໃນປີກາຍ ແລະປີນີ້ທີ່ເກີດຢູ່ ສະເພາະເຂດທ້າຍເຂື່ອນໄຊຍະບູຣີ ລົງມາ. ທາງຜູ້ຟ້ອງຮ້ອງທີ່ມາ ມີຄວາມຄາດຫວັງວ່າສານ ຈະມີການພິຈາຣະນາຄະດີ ຫຼື ອອກມາຕການໃດນຶ່ງ ຕໍ່ຜູ້ຮັບຜິດຊອບ ແລະຜູ້ຮັບຊື້ໄຟ ຈາກເຂື່ອນແຫ່ງນີ້ ໂດຍໄວ.

ການຍື່ນຫຼັກຖານຕໍ່ສານ ມີຈຸດປະສົງເພື່ອໃຫ້ສານປົກຄອງ ໃຊ້ໃນການປະກອບການພິຈາຣະນາຄະດີ ຜົລກະທົບຂ້າມພົມແດນ ທີ່ປັດຈຸບັນ ສານຍັງບໍ່ທັນໄດ້ຕັດສິນ ຍ້ອນຍັງຢູ່ໃນຂັ້ນຕອນເປີດຮັບຫຼັກຖານ ແລະຂໍ້ມູນຈາກຝ່າຍຜູ້ໄດ້ຮັບຜົລກະທົບ ຄື ປະຊາຊົນລຸ່ມນໍ້າຂອງ ຂອງໄທ ແລະ ຝ່າຍຮັບຜິດຊອບໂຄງການ ເຊິ່ງມີຕັ້ງແຕ່ບໍຣິສັດ ຊໍ ການຊ່າງ, ບໍຣິສັດ ຊີເຄພາວເວີ ແລະ ການໄຟຟ້າຝ່າຍຜລິດແຫ່ງປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.