ຮ້ານກິນດື່ມ ໃກ້ວັດອົງຕື້ ເປີດເພງສຽງດັງ ຊາວບ້ານໃກ້ຄຽງ ເດືອດຮ້ອນ
2023.12.13
ໃນໄລຍະເດືອນທັນວາ 2023 ນີ້, ຊາວບ້ານ ໃນເຂດບ້ານຫາຍໂສກ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຈຳນວນນຶ່ງ ໄດ້ຮັບຄວາມເດືອດຮ້ອນ ຈາກຮ້ານກິນດື່ມ ຫຼາຍຮ້ານ ເປັນຕົ້ນແມ່ນ ຮ້ານຊູກາຣ໌, ຮ້ານເຄຣກ ແລະ ຮ້ານວີນັສ ທີ່ຕັ້ງຢູ່ 4 ແຍກ ຖນົນເສດຖາທິຣາດ ຕໍ່ກັບຖນົນເຈົ້າອານຸ ເນື່ອງຈາກມີການເສບດົນຕຣີ ສຽງດັງເນືອງນັນ ແລະ ເປີດກາຍເວລາ 23 ໂມງ ຕາມທີ່ພາກຣັຖກຳນົດ.
ອີກທັງບັນດາຮ້ານກິນດື່ມເຫຼົ່ານີ້, ແມ່ນເປີດໃກ້ກັບວັດອົງຕື້, ວັດຫາຍໂສກ ແລະ ວັດອິນແປງ, ອັນເປັນກຸ່ມວັດທີ່ສຳຄັນ ໃນນະຄອນຫຼວງວຽງຈັນ. ທັງເປັນການລະເມີດດຳຣັສ ສະບັບເລຂທີ 315/ລບ, ລົງວັນທີ 2 ຕຸລາ 2017 ວ່າດ້ວຍການບັນເທີງ ທີ່ກຳນົດໃຫ້ ຕັ້ງຮ້ານບັນເທີງ ຫ່າງໄກຈາກ ສາສນະສະຖານ ຫຼາຍກວ່າ 500 ແມັຕ ຂຶ້ນໄປ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງຊາວບ້ານ ຜູ້ນຶ່ງ ຢູ່ບ້ານຫາຍໂສກ, ເຊິ່ງທ່ານກ່າວວ່າ ທ່ານຕ້ອງໄດ້ລີ້ໄປນອນ ຢູ່ເຮືອນທາງນອກ ຍ້ອນຮ້ານກິນດື່ມ ອ້ອມແອ້ມເຮືອນ ສຽງດັງເນືອງນັນ ຈົນຢູ່ບໍ່ໄດ້.
ດັ່ງທີ່ທ່ານກ່າວ ໃນມື້ວັນທີ 13 ທັນວາ 2023 ນີ້ວ່າ:
“ໄລຍະນີ້, ຂ້ອຍນອນບໍ່ໄດ້ແລ້ວ ຂ້ອຍໜີເມືອນອນຢູ່ບ້ານແລ້ວ. ມັນມີຢູ່ຮ້ານວີນັສ ທາງຫຼັງບ້ານ ກັບຂ້າງບ້ານ. ຕັ້ງແຕ່ເປີດມານີ້ ກະລົບກວນຫັ້ນແຫຼະ ມັນກະຢູ່ບໍ່ໄດ້. ຮ້ານຊູກາຣ໌ ກັບຮ້ານວີນັສ, ເດິກມາລະແມ່ນ 9 ໂມງ 10 ໂມງ (ກາງຄືນ) ອີ່ຫຍັງ ເທິງເຮືອນນີ້ ມັນຢູ່ບໍ່ໄດ້, ນອນບໍ່ໄດ້. ແຕ່ເຂົາເຈົ້າເປີດມາພຸ້ນແຫຼະ ເປັນປີແລ້ວ, ຮ້ານຫຼັງບ້ານນ່າ.”
ທ່ານກ່າວຕື່ມວ່າ ທ່ານຍັງພົບພໍ້ກັບບັນຫາ ລູກຄ້າຮ້ານກິນດື່ມ ນຳຣົຖມາຈອດຕັນໜ້າເຮືອນ ຈົນທ່ານຕ້ອງໄດ້ຂີ່ຣົຖຈັກໄປ-ມາ ລະວ່າງເຮືອນຫຼັງນີ້ ກັບເຮືອນທາງນອກ ແລະ ສ້າງຄວາມບໍ່ສະດວກ ໃນການໃຊ້ຊີວິຕ.
ທາງດ້ານຊາວບ້ານ ອີກນາງນຶ່ງ ຢູ່ບ້ານຫາຍໂສກ ກ່າວວ່າ ມື້ທີ່ຮ້ານກິນດື່ມ ເສບສຽງດົນຕຣີ ດັງເນືອງນັນ ສ່ວນຫຼາຍ ແມ່ນວັນສຸກ, ເສົາ, ທິດ, ເຊິ່ງເປັນມື້ພັກຜ່ອນ ທີ່ກຸ່ມຮ້ານດັ່ງກ່າວ ຈະມີລູກຄ້າ ມາໃຊ້ບໍຣິການຫຼາຍ ແລະ ລູກຄ້າຮ້ານກິນດື່ມ ກໍມາຖ່າຍເບົາ ຢູ່ໜ້າເຮືອນ ຂອງລາວ.
ດັ່ງທີ່ຍານາງ ກ່າວວ່າ:
“ຢູ່ຂ້າງເຮົານີ້ຊິມີແມ່ນເຄຣກ ຕໍ່ມາກໍຈະເປັນວຽງຈັນຊູກາຣ໌ ເນາະ ແລ້ວກະຊິມີຮ້ານຟາກນີ້ ຮ້ານຄົນວຽດນໍ (ຮ້ານວີນັສ). ຈະເສບຕອນປະມານ ວັນສຸກ, ເສົາ, ອາທິດເນາະ. ບໍ່ໄດ້ເບິ່ງໂມງ, ແຕ່ວ່າກະ 10-11 ໂມງ. ຖາມວ່າບາງມື້ມີບໍ່? ມີ, ມັນກະມີ ມີສຽງແຊວ ເວລາຍາມກາງຄືນ ທີ່ວ່າຄົນຍັງບໍ່ໄດ້ເມືອເນາະ. ກະທົບອີກອັນນຶ່ງ ກະຄືເຂົາເຈົ້າຍ່ຽວ, ຄົນທີ່ມາຫຼິ້ນມາທ່ຽວຫັ້ນນ່າ ເຂົາເຈົ້າຍ່ຽວ. ປະຊາຊົນແຖວນີ້ ກະຖືກຫຼາຍເຮືອນ.”
ຍານາງກ່າວຕື່ມວ່າ ພວກຊາວບ້ານ ໄດ້ສເນີບັນຫາດັ່ງກ່າວ ໄປຍັງນາຍບ້ານ ໃຫ້ຊ່ອຍດຳເນີນການແກ້ໄຂແລ້ວ, ແຕ່ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຍັງມິດງຽບຢູ່.
ຂະນະທີ່ ພຣະອາຈານ ຢູ່ວັດແຫ່ງນຶ່ງ ໃນຂົງເຂດດັ່ງກ່າວ ເວົ້າວ່າ, ຄຣູບາ ແລະ ອາຈົວ ຕ່າງກໍ່ເຫັນພາບເຫດການ ທີ່ລູກຄ້າຮ້ານກິນດື່ມ ອອກມານັ່ງໂສເຫຼ້ກິນເຫຼົ້າ ຢູ່ນອກກຳແພງວັດ ພາຍຫຼັງຈາກຮ້ານປິດ, ເຮັດໃຫ້ພຣະອາຈານ ຮູ້ສຶກເປັນຕາໜ່າຍຫຼາຍ.
ດັ່ງທີ່ພຣະອາຈານ ກ່າວວ່າ:
“ເອີິ້! ກະຊິວ່າແນວໃດ, ມັນກະເປັນປົກກະຕິຢູ່ແລ້ວແຫຼະ ທີ່ເຂົາເຈົ້າເປີດມາແລ້ວ ແລ້ວກະເວລາເຂົາເຊົາຢູ່ເຊົາກິນນີ້ ກໍມານັ່ງໂສເຫຼ້ກັນ ຢູ່ນອກ ຕາມພາສາຄົນທີ່ເອີ້ນວ່າ ກິນເຫຼົ້າກິນເບັຽຫັ້ນແຫຼະ. ບາງຄືນ ກະ 2-3 ໂມງ ກໍ່ໄດ້ຍິນແບບເຂົາເຈົ້າ ເຂົາປິດບໍ່ ຫຼືວ່າອີ່ຫຍັງ ກະອອກມານັ່ງກິນ ນັ່ງກິນຢູ່ນອກຕໍ່ ແລ້ວເຂົາກໍໂສເຫຼ້ກັນ.”
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ ຄະນະຮັບຜິດຊອບ ແກ້ໄຂບັນຫາສຽງດັງເນືອງນັນ ຢູ່ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ, ແຕ່ບໍ່ມີຜູ້ໃດຮັບສາຍ.
ຢ່າງໃດກໍ່ຕາມ, ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ກໍພວມລົງກວດກາ ບັນດາຮ້ານອາຫານ, ຮ້ານບັນເທີງ ຕາມທີ່ປະຊາຊົນ ຮ້ອງຟ້ອງມາຢູ່.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາກໍ່ໄດ້ແກ້ ຈຸດທີ່ວ່າ ທຸຣະກິຈທີ່ມັນຂຶ້ນ ກັບພວກເຮົາຮັບຜິດຊອບ ຂົງເຂດທີ່ພວກເຮົາ ຮັບຜິດຊອບ, ຫັ້ນເນາະ. ໂຕຢ່າງຮ້ານອາຫານ, ຮ້ານບັນເທີງ, ຈັ່ງຊີ້ນ່າ. ຄັນວ່າມັນຊຸມແຊວ ນຳເຮືອນນຳຊານ ກະແມ່ນຂົງເຂດຂອງບ້ານພຸ້ນ ເປັນຜູ້ຮັບຜິດຊອບ. ເຮົາກະລໍຟັງ ໃຫ້ທາງທຸຣະກິຈ ໄດ້ມີ ອັ່ນນ່າ ລະເມີດລະບຽບວ່າຫຍັງຕ່າງໆ ປະຊາຊົນໄດ້ຮ້ອງຟ້ອງມາ ເຮົາກໍໄດ້ລົງໄປແກ້ໄຂ ຕາມຫາງສຽງ ຂອງປະຊາຊົນຫັ້ນ.”
ທີ່ຜ່ານມາ, ທາງການນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລຂທີ 940/ຈນວ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ ຕິດຕາມ, ກວດກາ ແລະ ແກ້ໄຂ ສຽງດັງເນືອງນັນ ໃນທຸຣະກິຈຮ້ານອາຫານ ແລະ ຮ້ານບັນເທີງ ໃນນະຄອນຫຼວງວຽງຈັນ. ໂດຍມີຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນຜູ້ຮັບຜິດຊອບ ຕົ້ນຕໍ. ທັງນີ້, ຂໍ້ຕົກລົງດັ່ງກ່າວ ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບ ປະກອບມີ 4 ຈຸ ເພື່ອລົງກວດກາ ໃນຂົງເຂດ 9 ໂຕເມືອງ ທົ່ວນະຄອນຫຼວງວຽງຈັນ.
ໂດຍໃນລະວ່າງວັນທີ 8-10 ທັນວາ 2023 ທີ່ຜ່ານມາ, ທາງຄະນະຮັບຜິດຊອບດັ່ງກ່າວ ຂອງຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຣວດ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາ ຮ້ານອາຫານ, ຮ້ານບັນເທິງ ທົ່ວນະຄອນຫຼວງວຽງຈັນ ໂດຍພົບຮ້ານທີ່ລະເມີດ ລະບຽບການ ສຽງດັງເນືອງນັນ ແລະ ເປີດກາຍໂມງເວລາ ຈຳນວນເຖິງ 16 ຮ້ານ. ເຊິ່ງຄະນະສະເພາະກິຈ ໄດ້ເຮັດບົດບັນທຶກ ແລະ ປັບໃໝ ບັນດາຮ້ານດັ່ງກ່າວ ຕາມລະບຽບການແລ້ວ.