ທາງການ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກລະບຽບການ ຢູ່ນະຄອນຫຼວງວຽງຈັນ
2024.08.09

ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ຮ່ວມກັບຄະນະຈັດສັນນະຄອນຫຼວງ ແລະເມືອງ, ຫ້ອງການໂຍທາທິການ ແລະຂົນສົ່ງ, ພະແນກຖະແຫຼງຂ່າວ ວັດທະນະທາ ແລະທ່ອງທ່ຽວ ແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ ຮວມທັງເຈົ້າໜ້າທີ່ຕໍາຫລວດຈະລາຈອນ ເມືອງໄຊທານີ ໄດ້ກວດກາ ໃນມື້ວັນທີ 6 ສິງຫານີ້ ແລະໄດ້ຮື້ຖອນປ້າຍໂຄສະນາ ຕາມເຮືອນພັກ, ໂຮງແຮມ, ຮ້ານອາຫານ, ບໍລິສັດຂົນສົ່ງ, ບໍລິສັດ ທົວ, ຮ້ານບໍລິການ ແລະຕາມສະຖານທີ່ ອື່ນໆ ແລະທັງເທີບ ຫຼື ເງີບຮ້ານຕ່າງໆ ຂອງຜູ້ປະກອບການລາວ, ຈີນ ແລະຫວຽດນາມ ຢູ່ໃນນະຄອນຫລວງວຽງຈັນ ຫລາຍກວ່າ 300 ອັນ ທີ່ບໍ່ຖືກຕ້ອງຕາມລະບຽບການ. ໃນຈໍານວນທີ່ວ່ານັ້ນ ມີເທີບ ຫຼື ເງີບຂອງຮ້ານ 97 ອັນ ແລະປ້າຍໂຄສະນາຕ່າງໆ 204 ປ້າຍ ຢູ່ເສັ້ນ ທາງ ໄກສອນ ພົມວິຫານ ແລະໄດ້ເຮັດບົດບັນທຶກກັບຜູ້ປະກອບການໄວ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ນະ ຄອນຫລວງວຽງຈັນ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້.
“ພວກເຮົາຈັດຕັ້ງປະຕິບັດທັງໝົດ ບໍ່ໄດ້ເລືອກວ່າຕ້ອງເອົາເຮັດນໍາຄົນລາວ ຫລືຄົນຕ່າງປະເທດ ຢາກະດົມໃຫ້ເພິ່ນເຮັດຫັ້ນແຫລະ ແຕ່ສ່ວນໃຫຍ່ພາຍຫລັງທີ່ພວກເຮົາ ໄດ້ເຮັດບົດບັນທຶກ ກໍໄດ້ມີການແຈ້ງເປັນທີ່ຮຽບຮ້ອຍແລ້ວ ຕົກລົງກັນແລ້ວນ່າ ບໍ່ເອົາອອກ ຄັນບໍ່ເອົາອອກ ຮອດກໍານົດໝາຍພວເຮົາກໍໄດ້ຈັດຕັ້ງປະຕິບັດຕາມ ມາດຕະການທີ່ພວກເຮົາ ໄດ້ວາງ ສາເຫດລະແມ່ນບໍ່ໄດ້ຮັບອະນຸຍາດ 2 ລະຕັ້ງບໍ່ຖືກຈຸດ 3 ມາ ຂະໜາດຂອງປ້າຍບໍ່ເໝາະສົມຫັ້ນແຫລະ.”
ທ່ານເວົ້າຕື່ມວ່າ ຄໍາວ່າ ເທີບ ຫຼືວ່າ ເງີບ ແມ່ນສິ່ງໃດສິ່ງນຶ່ງ ທີ່ຕໍ່ເຕີມຈາກຮ້ານອອກໄປ ຫຼືຍື່ນອອກໄປຈາກຕົວຮ້ານ ທີ່ເປັນເຂດສະຫງວນເອົາໄວ້. ໃນທາງວິຊາການ ກະຊວງໂຍທາທິການ ແລະຂົນສົ່ງ ໃຊ້ຄໍາສັບ ເທີບ ຫຼື ເງີບ ໃນກໍລະນີ ທີ່ມີການຕັ້ງເສົາ ປ້າຍໂຄສະນາ ຍື່ນອອກໄປ ຈາກໂຕອາຄານ ແລ້ວເສົານັ້ນ ບໍ່ໄດ້ຢູ່ໃນຂອບເຂດສະຫງວນ ທີ່ກໍານົດໄວ້.
ແລະເຈົ້າໜ້າທີ່ ເມືອງສີສັດຕະນາກ ນາງນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຖ້າທາງການ ໄດ້ເຕືອນໃຫ້ຜູ້ປະກອບການ ໄປຂໍອະນຸຍາດຕິດຕັ້ງປ້າຍໂຄສະນາ ນໍາຜະແນກໂຍທາທິການ ແລະຂົນສົ່ງ ແລະຜະແນກຖະແຫລງຂ່າວ ວັເທະນະທໍາ ແລະທ່ອງທ່ຽວແລ້ວ, ແຕ່ພວກກ່ຽວ ຍັງບໍ່ປະຕິບັດຕາມ ຈໍາເປັນຕ້ອງໄດ້ມີການຖືກຮື້ຖອນອອກ. ແລະວ່າ ຫາກພວກກ່ຽວ ຢາກໄດ້ປ້າຍໂຄສະ ນານັ້ນຄືນ ກໍຈະຕ້ອງໄປແລ່ນເອກກະສານ ຢູ່ຜະແນກໂຍທາທິການ ແລະຂົນ ສົ່ງ ນະຄອນຫລວງວຽງຈັນ ດັ່ງທີ່ທ່ານກ່າວວ່າ:
“ຄັ້ງທໍາອິດເຮົາກໍມີແຕ່ວ່າ ເຮົາຕ້ອງວ່າເຕືອນເພິ່ນ ກ່ອນເນາະ ເຮົາໃຫ້ເພິ່ນຫັ້ນມ້າງອອກ ຄັນວ່າ ເພິ່ນບໍ່ປະຕິບັດ ມີແຕ່ວ່າເຮົາໄດ້ສົມທົບກັບຜະແນກໂຍທານະຄອນຫລວງ ເພື່ອລົງ ອັນຕັດປ້າຍຫັ້ນ ຕັດປ້າຍຂອງຜູ້ໃດ ແລ້ວຜູ້ໃດໄປເອົາຫັ້ນ ຕ້ອງໄປອັນນັ້ນ ຢູ່ນໍາພະແນກໂຍທາເລີຍ.”
ເຈົ້າຂອງປ້າຍຜູ້ນຶ່ງ ທີ່ຖືກທາງການ ຮື້ຖອນນັ້ນ ເວົ້າເຖິງປ້າຍໂຄສະນາຮ້ານຂອງຕົນວ່າ ເພີ່ນຮື້ຖອນໄປ ກໍຢ່າແລ້ວ, ມັນເປັນເລື່ອງການຈັດສັນຄວາມເປັນລະບຽບ ສໍາລັບກອງປະຊຸມສຸດຍອດອາຊຽນ, ກໍຍອມຮັບ ດັ່ງທີ່ທ່ານຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້.
“ທາງເສັ້ນນີ້ເອົາອອກໝົດເລີຍ ປ້າຍນ່າ ອ້າຍກໍເລີຍ ຢ່າແຫລະ ໂດຍສະເພາະເສັ້ນໃຫຍ່ໆ ຮ້ານຈີນຮ້ານຫວຽດ ມີ ກໍເວົ້າເລື້ອງການຈັດສັນຄວາມເປັນລະບຽບ ໃນກອງປະຊຸມສຸດຍອດອາຊຽນເດ້ນ້ອງ ເຮົາກໍຍອມຮັບວ່າ ເຮົາບໍ່ໄດ້ເສຽເງິນ 2 ແມ່ນຕໍາແໜ່ງບ່ອນຕິດຕັ້ງ ອັນທີ 3. ແມ່ນພາສາອີ່ຫຍັງຕ່າງໆ ທີ່ໃຊ້ຫັ້ນ ຫລັກໆ ແມ່ນປ້າຍທີ່ຕິດທາງຂວາງຫົນທາງ ບໍ່ແມ່ນທາງນອນເນາະ ມີແຕ່ວ່າຄິດວ່າ ຄັນເຮົາຢາກຕັ້ງຄືນ ກໍອາດຈະມີການອະນຸຍາດຊັດເຈນ.”
ພ້ອມດຽວກັນນັ້ນ ເຈົ້າຂອງປ້າຍອີກຜູ້ນຶ່ງ ທີ່ຖືກພາກສ່ວນທີ່ກ່ຽວຂ້ອງ ຮື້ຖອນ ໄປຄືກັນນັ້ນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເພິ່ນໄດ້ຮື້ຖອນປ້າຍນັ້ນໄປ ແມ່ນເພື່ອຈັດສັນ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະຊານເມືອງ, ເປັນການກະກຽມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ. ສ່ວນເລື້ອງປ້າຍໂຄສະ ນາຂອງຮ້ານຕົນນັ້ນ ກໍບອກໃຫ້ເພີ່ນຮື້ໄປໂລດ ດັ່ງທີ່ທ່ານກ່າວວ່າ:
“ເອົາອອກມາຕັ້ງຢູ່ນອກຮ້ານ ມັນບໍ່ເປັນປ້າຍຕິດຢູ່ກັບຕຶກຕົວອາຄານ ຂ້ອນຂ້າງປະເຈີດປະເຈີ້ ແລ້ວມີກອງປະຊຸມແລ້ວ ເພິ່ບອກໃຫ້ອ້າຍຖອນ ເພິ່ນວ່າຄັນເພິ່ນຖອນ ເພິ່ນສິຂໍເດີ້ ອ້າຍວ່າເອົາໂລດ ພະນັກງານອ້າຍເວົ້າວ່າ ເຂົາເຈົ້າເກັບໄປໝົດເດ້ ປ້າຍຢູ່ແຖວນັ້ນ ຂອງຄົນຫວຽດ ໄກ ເຂົາເຈົ້າເກັບໄປໝົດແລ້ວເດ້ ເຂົາເຈົ້າເອົາລົດເຂນມາບໍ່ ໄດ້ຍິນພະນັກງານອ້າຍວ່າ ຫິ້ວຂຶ້ນໆ.”
ກ່ຽວກັບການຮື້ຖອນປ້າຍທີ່ວ່ານັ້ນ ເຈົ້າຂອງປ້າຍທັງ 2 ຄົນ ເວົ້າຄືກັນວ່າ ການຮື້ຖອນປ້າຍເທື່ອນີ້ ທາງການບໍ່ໄດ້ມາແຈ້ງເຕືອນໃຫ້ພວກຕົນຮູ້ກ່ອນ ແຕ່ຫາກມາຂໍອະນຸຍາດຮື້ຖອນປ້າຍ ໃນມື້ນັ້ນເລີຍ ແຕ່ເພີ່ນກໍບໍ່ໄດ້ປັບໄໝໃສ່ໂທດຫຍັງ. ແລະທັງເວົ້າວ່າ ບໍ່ຢາກໄດ້ປ້າຍ ທີ່ທາງການຮູ້ຖອນໄປນັ້ນ ຄືນມາ ຍ້ອນຢ້ານໄດ້ເສຍເງິນຄ່າການດໍາເນີນການຕ່າງໆ ຫຼາຍຕື່ມອີກ.