ທາງການນະຄອນຫຼວງວຽງຈັນ ຫ້າມບໍ່ໃຫ້ພໍ່ຄ້າແມ່ຄ້າ ຂາຍເຄື່ອງຕາມທາງຍ່າງ
2024.09.06
ພະແນກອຸດສາຫະກໍາ ແລະການຄ້າ ນະຄອຫຼວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 23 ສິງຫາ ທີ່ຜ່ານມາ ໃຫ້ເຈົ້າໜ້າທີ່ແຕ່ລະເມືອງ ໃນນະຄອນຫຼວງ ຈັດລະບຽບເມືອງໃຫ້ສະອາດ ແລະເປັນລະບຽບ ສວຍງາມ ເປັນຕົ້ນກໍແມ່ນເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນ ທີ່ຈະຖືກຈັດຂຶ້ນ ແຕ່ມື້ວັນທີ 6 ຫາວັນທີ 11 ເດືອນຕຸລາ ທີ່ຈະມາເຖິງນີ້ ຊຶ່ງຈະມີການຕິດທຸງປະດັບປະດາ ຕາມເສັ້ນ ທາງສາຍຫຼັກ ແລະມີການຕົບແຕ່ງຫຼາຍບ່ອນ ເປັນຕົ້ນຢູ່ປະຕູໄຊນັ້ນ.
ແຈ້ງການຂອງພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ທີ່ວ່ານັ້ນ ແມ່ນຫ້າມບໍ່ໃຫ້ມີການວາງເຄື່ອງຂາຍ ຢູ່ຕາມທາງຍ່າງ ຢູ່ຫລາຍເຂດໃນນະຄອນຫຼວງວຽງຈັນ ຊຶ່ງປັດຈຸບັນ ມີຊາວຄ້າຂາຍ ໄປຂາຍເຄື່ອງ ແບບຊະ ຊາຍ ຢູ່ຕາມແຄມທາງຍ່າງຫຼາຍ. ໃນແຈ້ງການນັ້ນ ໄດ້ຫ້າມຊາວຄ້າຂາຍ ບໍ່ໃຫ້ໄປຂາຍເຄື່ອງຕາມແຄມທາງຍ່າງ. ສ່ວນຜູ້ທີ່ຍັງຂາຍຢູ່ ກໍຕ້ອງໄດ້ຍ້າຍອອກໄປ ຊອກບ່ອນຂາຍໃໝ່ ຫລືໄປຂາຍ ໃນສະຖານທີ່ ທີ່ທາງການ ຈັດສັນໃຫ້ ຫຼືຢູ່ຕາມຕະຫຼາດ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນາງນຶ່ງໃນນະຄອນ ຫຼວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັນຍານີ້.
“ບໍ່ແມ່ນວ່າບໍ່ໃຫ້ເຂົາເຈົ້າ ບໍ່ມີອາຊີບໃດ ແຕ່ວ່າຢາກໃຫ້ເຂົາເຈົ້າຫັ້ນ ໄປເລືອກຂາຍທີ່ອະນຸຍາດໃຫ້ຂາຍ ໃຫ້ມັນເປັນລະບຽບ ຕະຫລາດມັນກໍມີໃຫ້ເຈົ້າຂາຍ ຄົນກໍໄປຊື້ຄືກັນ ບໍ່ຢາກໃຫ້ຊະໃຫ້ຊາຍ ດຽວນີ້ເພິ່ນກໍເລີ້ມຈັດເຂົ້າລະບຍບໝົດ ເພິ່ນກໍເລີ້ມພັດທະນາຫົນທາງ ກໍຢາກໃຫ້ມັນງາມຕາ ບໍ່ຢາກໃຫ້ຮົກເຮື້ອຄືແຕ່ກີ້.”
ກ່ຽວກັບເລື້ອງນີ້ ແມ່ຄ້າຂາຍເຄື່ອງແຄມທາງນາງນຶ່ງ ເວົ້າວ່າ ຕາມແຈ້ງການນີ້ ແນ່ນອນວ່າ ຊາວຄ້າຂາຍ ຕາມແຄມທາງ ທີ່ເປັນແບບຮ້ານຄ້າຊົ່ວຄາວ ແມ່ນໄດ້ຮັບຜົນກະທົບ ເພາະຕ້ອງໄດ້ຍ້າຍ ອອກໄປຊອກຫາຂາຍຢູ່ບ່ອນໃໝ່ ຊຶ່ງຕົນຄິດວ່າ ຫຼາຍຄົນ ກໍຕ້ອງກັງວົນໃຈ ໃນເລື່ອງລູກຄ້າຈະໜ້ອຍລົງ ເພາະບາງຮ້ານ ເຂົາເຈົ້າຂາຍມາໄດ້ຫລາຍປີແລ້ວ. ແຕ່ຖ້າບໍ່ຍ້າຍອອກ ກໍຈະຕ້ອງຖືກຈັບແລະຖືກປັບໃໝ ດັ່ງທີ່ນາງເວົ້າວ່າ:
“ກະກັງວົນ ເຮັດຈັ່ງໃດໄດ້ ບໍ່ໄປເພິ່ນກໍຈັບເດ້ ເຂົາຈະໄລ່ພວກທີ່ຢູ່ຫົນທາງ ໄດ້ຍ້າຍໝົດ ບໍ່ມີໃຜມີສິດ ຂາຍເຂົາເຈົ້າກໍຈັບ ໃໝຂອງເຈົ້າໂລດແຫລະ ກະຊອກບ່ອນຂາຍບ່ອນອື່ນ.”
ພ້ອມດຽວກັນນັ້ນ ພໍ່ຄ້າຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນນີ້ ກໍມີຊາວຄ້າຂາຍ ພາກັນຂາຍເຄື່ອງ ຕາມແຄມທາງຍ່າງຫລາຍແທ້, ມີຢູ່ທຸກເຂດ ໃນນະຄອນຫຼວງ ແລະຕົນເອງ ກໍເຫັນດີນໍາທາງການ ທີ່ຈັດສັນລະບຽບນີ້ ເພາະພວກເຂົາເຈົ້າ ບໍ່ໄດ້ເສຽຄ່າເຊົ່າ ຫລືເສຽພາສີ ທັ້ງໆທີ່ມີອາ ຊີບຂາຍເຄື່ອງຄືກັນ ດັ່ງທີ່ທ່ານກ່າວວ່າ:
“ເຂົາເຈົ້າກໍວາງຂາຍຕາມທາງກໍຫລາຍເດ້ ມີທຸກເຂດ ບໍ່ໄດ້ເສັຽພາສີ ແບບແຜງລອຍ ເລ້ຂາຍຕາມຫຍັງຫັ້ນນ່າ ເຂົາເຈົ້າຈະ ໄປຕະຫລອດ ຢູ່ບ່ອນນີ້ຈຸດນີ້ ປະມານຊົ່ວໂມງ 2 ຊົ່ວໂມງ ເຂົາກໍໄປຈຸດໃໝ່.”
ເວົ້າເຖິງເລື້ອງທາງການ ຫ້າມບໍ່ໃຫ້ພໍ່ຄ້າແມ່ຄ້າ ຂາຍເຄື່ອງແຄມທາງ ໂດຍສະ ເພາະ ພວກທີ່ຕັ້ງຮ້ານແບບຊົ່ວຄາວ ຫຼືເອົາຄັນຮົ່ມ ໄປຕັ້ງຂາຍເຄື່ອງ ກີດຂວາງທາງຍ່າງນີ້ ປະຊາຊົນຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າວ່າ ຕົນຮູ້ຂ່າວກ່ຽວກັບເລື່ອງທີ່ວ່ານີ້ມາດົນແລ້ວ. ແລະໃນປັດຈຸບັນ ທາງການ ເພີ່ນກໍກັບມາເຂັ້ມງວດອີກເທື່ອນຶ່ງ ຊຶ່ງຊາວຄ້າຂາຍແຄມທາງ ກໍຕ້ອງໄດ້ຍ້າຍ ອອກໄປຫາຂາຍຢູ່ຕາມຕະຫຼາດ ຕາມລະບຽບການ. ຖ້າບໍ່ຍ້າຍອອກໄປ ເມື່ອເຈົ້າໜ້າທີ່ ເພິ່ນມາກວດພົບເຫັນ ກໍຈະຖືກກ່າວເຕືອນ, ເຮັດບົດບັນທຶກ ແລະຖືກປັບໃໝ. ແຕ່ສ່ວນທີ່ຂາຍຢູ່ໜ້າເຮືອນ ຕິດແຄມທາງນັ້ນ ທາງການເພີ່ນກໍຍັງອະນຸຍາດໃຫ້ຂາຍ ໄດ້ຕາມປົກກະຕິຢູ່.
“ເຂົາເຈົ້າຈະບໍ່ໃຫ້ຂາຍຊະຊາຍ ເຂົາເຈົ້າຈະໃຫ້ເຂົ້າຕະຫລາດ... ຄັນວ່າເຈົ້າເປັນໜ້າເຮືອນໜ້າອີ່ຫຍັງເຈົ້າເອງ ແລ້ວເພິ່ນໃຫ້ຂາຍ ຄັນເຈົ້າໄປຕັ້ງຄັນຮົ່ມ ຕັ້ງເຕັ້ນຕັ້ງຫຍັງ ຂາຍແຄມທາງ ເພິ່ນຈະບໍ່ໃຫ້ມີເລີຍດຽວນີ້ນ່າ ເພິ່ນກໍາລັງເລັ່ງເລື້ອງນີ້ຢູ່ ທໍາອິດເພິ່ນກໍຈະເຕືອນກ່ອນ ຄັນເຈົ້າຍັງບໍ່ຟັງ ເທື່ອທີ 3 ເຂົາເຈົ້າຈະຈັບໄປປັບໃໝ ແລ້ວກໍຍຶດສິນຄ້າໄປນໍາ.”
ກ່ຽວກັບເລື່ອງທີ່ວ່ານີ້ ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ກໍເຄີຍໄດ້ອອກແຈ້ງການ ໃນມື້ວັນທີ 30 ເມສາ ທີ່ຜ່ານມາ ຫ້າມບໍ່ໃຫ້ມີການວາງເຄື່ອງຂາຍ ຢູ່ທາງຍ່າງ ຫຼືເຂດທາງສະຫງວນ ແລະທັງຫ້າມຕິດປ້າຍໂຄສະ ນາ ຫຼືວາງເຄື່ອງໝາຍໃສ່ ແລະອື່ນໆ ແລະພ້ອມກັນນັ້ນ ກໍຫ້າມຈັດບໍ່ໃຫ້ພິທີຕ່າງໆ ຕາມທາງຍ່າງ ໂດຍທີ່ບໍ່ໄດ້ຮັບອະນຸຍາດ, ຖ້າພົບເຫັນ ຈະຖືກປັບໃໝຕາມກົດໝາຍ ແລະລະບຽບການ ກ່ຽວກັບການຈະລາຈອນທາງບົກ ເພື່ອຄວາມສະດວກ ແລະຄວາມປອດໄພ ໃນການສັນຈອນໄປມາ ແລະແກ້ໄຂບັນຫາການຈະລາຈອນ ບໍ່ໃຫ້ຕິດຂັດ.
ແຕ່ເຖິງຢ່າງໃດກໍຕາມ ເລື່ອງທີ່ວ່ານີ້ ກໍຍັງມີຜູ້ຄົນລະເມີດຫຼາຍຢູ່ ຮວມທັງຍັງມີການເອົາເຄື່ອງຂອງມາຂາຍ ຕາມແຄມທາງຢູ່ຄືເກົ່າ.
ແລະໃນປີ 2022 ທີ່ຜ່ານມາ ເຈົ້າໜ້າທີ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍເຄີຍໄດ້ກ່າວເຕືອນ ຊາວຄ້າຂາຍ ບໍ່ໃຫ້ຂາຍເຄື່ອງຂອງ ຕາມແຄມທາງ ຢູ່ຕໍ່ໜ້າໂຮງໝໍມະໂຫສົດ ແລະໃຫ້ຍ້າຍອອກຈາກເຂດດັ່ງກ່າວຫຼາຍເທື່ອ ແຕ່ພວກເຂົາເຈົ້າກໍຍັງບໍ່ຟັງ ເຮັດໃຫ້ມີການອັ່ງອໍ ແອອັດ ແລະການສັນຈອນຕິດຂັດ.