ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ເດືອດຮ້ອນ ຍ້ອນທົນທຸກຢູ່ກັບກິ່ນເໝັນຂີ້ເຫຍື້ອ
2025.03.07
ປະຊາຊົນ ຢູ່ເຂດຮ່ອມ 1 ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ຈາກການທີ່ພາກສ່ວນກ່ຽວຂ້ອງ ບໍ່ມາເກັບຂີ້ເຫຍື້ອ ເປັນເວລາ 3 ອາທິດ ເຮັດໃຫ້ເກີດກິ່ນເໝັນ ສົ່ງຜົນກະທົບ ຕໍ່ສຸຂະພາບ ຂອງປະຊາຊົນ ທີ່ອາໄສຢູ່ ໃນເຂດດັ່ງກ່າວ, ໃນຂະນະທີ່ບ້ານໃກ້ຄຽງ ເປັນຕົ້ນບ້ານທົ່ງຕູມ ບ້ານຮ່ອງຄ້າ ກໍປະສົບບັນຫານີ້ ຄືກັນ, ດັ່ງຊາວບ້ານ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມີນາ 2025 ນີ້ວ່າ:
“ບ້ານທົ່ງຂັນຄໍາ ບ້ານຮ່ອງຄ້າ ບ້ານທົ່ງຕູມ ນີ້ ເມືອງດຽວກັນ ແຕ່ຕ່າງບ້ານຊື່ໆ ແຕ່ມັນຢູ່ໃກ້ໆ ກັນ ຫັ້ນແຫຼະ, ເຈິບັນຫາດຽວກັນໝົດເລີຍ. ມີຊ່ວງໜຶ່ງ 2 ອາທິດ 3 ອາທິດ ມາເກັບເທື່ອໜຶ່ງ ກອງທຸກບ້ານ ຈະມີກອງຂີ້ເຫຍື້ອ ແຕ່ລະບ້ານກອງເຕັມ, ສົ່ງກິ່ນເໝັນ ເຕັມເກືອບທຸກບ້ານ ເວົ້າເລື່ອງສິ່ງແວດລ້ອມນໍ ຊັບພະຍາກອນ ມັນສົ່ງກິ່ນເໝັນ.”
ການເກັບຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ
ປົກກະຕິ ຢູ່ບ້ານທົ່ງຂັນຄໍາ ລົດເກັບຂີ້ເຫຍື້ອຈະມາເກັບຂີ້ເຫຍື້ອ ອາທິດລະຄັ້ງ ໃນທຸກວັນພຸດ ຫຼືວັນພະຫັດ ແຕ່ໃນອາທິດນີ້ ກໍຍັງບໍ່ມີລົດເກັບຂີ້ເຫຍື້ອມາເທື່ອ, ເຫດການລົດຂີ້ເຫຍື້ອ ບໍ່ມາເກັບຂີ້ເຫຍື້ອ ໃນເຂດບ້ານທົ່ງຂັນຄໍາ ເຄີຍເກີດຂຶ້ນ ມາຫຼາຍເທື່ອແລ້ວ. ບາງເທື່ອ ດົນເປັນເດືອນ ຈົນມີຖົງຂີ້ເຫຍື້ອ ກອງເຕັມໜ້າເຮືອນ ຂອງປະຊາຊົນ ທ່າມກາງກິ່ນເໝັນ, ດັ່ງຊາວບ້ານ ຢູ່ບ້ານທົ່ງຂັນຄໍາ ອີກທ່ານໜຶ່ງ ກ່າວໃນມື້ດຽວກັນວ່າ:
“ເຄີຍເກີດເຫດການ ມາຫຼາຍເທື່ອຢູ່. ບາງເທື່ອ ກໍວ່າລົດເພ ບາງເທື່ອ ບໍ່ມີຄົນງານ ກໍາມະກອນມາບາງເທື່ອ ບາງເທື່ອກໍເປັນເດືອນພຸ້ນແຫຼະ. ຢູ່ໃນບ້ານທົ່ງຂັນຄໍາ ໃຜບໍ່ມາເອົາ ລົດຂີ້ເຫຍື້ອ ບໍ່ມາເອົາ ມັນກໍກອງໄວ້ຢູ່ບ່ອນເກົ່າ ຫັ້ນແຫຼະ. ແຕ່ລະບ້ານໃຜ ບ້ານເຮົາ ປະໄວ້ ຈົນກວ່າມາເອົາຫັ້ນແຫຼະ ບໍ່ມາເອົາ ກໍຖິ້ມກອງໄວ້ ຈົນບັກຫຼາຍໆ ຫັ້ນແຫຼະ. ມັນ 2-3 ອາທິດໄປ ມັນຢາກເໝັນ.”
ບັນຫາລົດເກັບຂີ້ເຫຍື້ອ ບໍ່ມາເກັບຂີ້ເຫຍື້ອ ຕາມກໍານົດ ນີ້ ໄດ້ເກີດຂຶ້ນທົ່ວນະຄອນ ຫຼວງວຽງຈັນ ແລະເປັນເລື່ອງ ທີ່ພາກສ່ວນກ່ຽວຂ້ອງ ຍອມຮັບວ່າ ຍັງແກ້ບໍ່ຕົກ ຍ້ອນເປັນບັນຫາ ທີ່ເກີດຂຶ້ນມາດົນແລ້ວ.
ຂ່າວ ກ່ຽວກັນ
ໄຟໄໝ້ສະໜາມຂີ້ເຫຍື້ອ ຍັງໄໝ້ຢູ່ ແລະກະທົບ ຕໍ່ສຸຂະພາບຂອງຊາວບ້ານ
ນະຄອນຫຼວງພຣະບາງ ເລີ່ມປັບໃໝ ຜູ້ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ
ການຈັດການຂີ້ເຫຍື້ອ ຍັງກະທົບຕໍ່ສິ່ງແວດລ້ອມຫຼາຍ
ສາເຫດຫຼັກ ກໍແມ່ນເກີດຈາກ ລົດຂອງບໍລິສັດເກັບຂີ້ເຫຍື້ອ ບໍ່ມາເກັບຂີ້ເຫຍື້ອ ຕາມນັດໝາຍ ດ້ວຍປັດໄຈຫຼັກຄື ພາຫະນະເປ່ເພ ແລະ ຂາດແຄນພະນັກງານເກັບຂີ້ເຫຍື້ອ ເຮັດໃຫ້ມີຂີ້ເຫຍື້ອ ຕົກຄ້າງ ຊະຊາຍ ຢູ່ໜ້າເຮືອນປະຊາຊົນ ແລະຕາມແຄມທາງ ຈົນຕົວເມືອງ ເປິເປື້ອນ ເຊິ່ງຂັດຕໍ່ທິດທາງ ຂອງນະຄອນຫຼວງວຽງຈັນ ທີ່ເປັນເມືອງສະອາດ ສີຂຽວ ແລະຍືນຍົງ, ດັ່ງເຈົ້າໜ້າທີ່ຫ້ອງການຄຸ້ມຄອງ ແລະບໍລິການ ຕົວເມືອງວຽງຈັນ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ບັນຫານີ້ ເກີດຂຶ້ນໃນປັດຈຸບັນແລ້ວນໍ ກໍທາງຂັ້ນເທິງ ເພິ່ນກໍກໍາລັງຊອກວິທີ ແກ້ໄຂຢູ່ນໍ. ມັນເກີດມາດົນແລ້ວ ວ່າຊັ້ນ ປັດຈຸບັນນີ້ ກໍຍັງພົບຄວາມຫຍຸ້ງຍາກ ບັນຫາພາຫະນະນໍ ບັນຫາບຸກຄະລາກອນນີ້ ແຫຼະ, ບໍ່ໄປຕາມກໍານົດເວລາ ບໍ່ມາຕາມມື້ນັດໝາຍ ຊິນ່າ. ສໍາຄັນ ບໍລິສັດ ບໍ່ມາຕາມມື້ນັດໝາຍ ອາດຈະເປັນພາຫະນະເປ່ເພ ເຂົາແຈ້ງ ເຮັດໃຫ້ຂີ້ເຫຍື້ອຄ້າງນໍ.”
ປະຊາຊົນ ຕ້ອງແກ້ໄຂບັນຫາ ໂດຍຕົນເອງ
ໃນປີ 2022 ປະຊາຊົນໃນເມືອງຫາດຊາຍຟອງ, ເມືອງສີໂຄດຕະບອງ ແລະເມືອງໄຊທານີ ກໍປະສົບບັນຫາ ລົດບໍ່ມາເກັບຂີ້ເຫຍື້ອ 2 ຫາ 3 ອາທິດ ເຮັດໃຫ້ຂີ້ເຫຍື້ອຊະຊາຍ ຢູ່ໜ້າເຮືອນ ສົ່ງກິ່ນເໝັນ ແລະ ຊາວບ້ານ ຕ້ອງຊ່ວຍເຫຼືອກັນເອງ ໂດຍລະດົມທຶນຄົນລະ 10-20 ພັນໄປຈ້າງລົດ ມາເກັບຂີ້ເຫຍື້ອ.
ໃນປີ 2023 ນະຄອນຫຼວງວຽງຈັນ ມີຂີ້ເຫຍື້ອເກີດຂຶ້ນຕໍ່ມື້ ປະມານ 856 ໂຕນຕໍ່ມື້ ໃນນີ້ ແມ່ນເສດອາຫານ 36% ພລາສຕິກ 25% ເຈ້ຍ 6% ແກ້ວ 4% ເຫຼັກ 1% ແລະອື່ນໆ ອີກ 28%. ຄາດວ່າປະລິມານຂີ້ເຫຍື້ອ ອາດເພີ່ມຂື້ນ ເປັນ 4,380 ໂຕນຕໍ່ມື້.