ຊາວວຽງຈັນ ເດືອດຮ້ອນ ຍ້ອນຂີ້ເຫຍື້ອບໍ່ຖືກເກັບ

ພູວົງສ໌
2022.04.25
ຊາວວຽງຈັນ ເດືອດຮ້ອນ ຍ້ອນຂີ້ເຫຍື້ອບໍ່ຖືກເກັບ ຖົງຂີ້ເຫຍື້ອ ຢູ່ຕໍ່ໜ້າປ້ຳນ້ຳມັນ ແຫ່ງນຶ່ງໃນ ນະຄອນຫຼວງວຽງຈັນ.
ນັກຂ່າວ ພົລເມືອງ

ຊາວບ້ານວ່າ ການເກັບຂີ້ເຫຍື້ອ ຕາມເຂດບ້ານຕ່າງໆ ໃນນະຄອນຫຼວງວຽງຈັນ ຂອງເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະ ບໍຣິຫານຕົວເມືອງວຽງຈັນ ຫຼື (ຄບຕ) ຕ້ອງປັບປຸງແກ້ໄຂໂດຍດ່ວນ ຍ້ອນຊາວບ້ານຫຼາຍຄົນ ໃນນະຄອນຫຼວງວຽງຈັນ ເດືອດຮ້ອນ ເພາະໜ່ວຍງານເກັບຂີ້ເຫຍື້ອ ບໍ່ມາເກັບຂີ້ເຫຍື້ອ ໃຫ້ຊາວບ້ານ ຕາມສັນຍາທຸກອາທິດ,​ ໂດຍບາງເຂດບ້ານ 2-3 ອາທິດຜ່ານໄປ ຂີ້ເຫຍື້ອກໍຍັງກອງຊະຊາຍ ຢູ່ທາງໜ້າເຮືອນ ຈຳນວນຫຼາຍ ແລະ ຍັງມີໝາມາຄຸ້ຍຂີ້ເຫຍື້ອ ເຮັດໃຫ້ຊະຊາຍ ສົ່ງກິ່ນເໝັນ, ເຊິ່ງຊາວບ້ານ ກໍຕ້ອງແກ້ໄຂກັນເອງ ດ້ວຍການຣະດົມເງິນ ຄົນລະ 10-20 ພັນກີບ ໄປຈ້າງຣົຖ ທີ່ບໍ່ແມ່ນ ຂອງເຈົ້າໜ້າທີ່ ຄບຕ ໃຫ້ມາເກັບຂີ້ເຫຍື້ອ ໄປຖິ້ມແທນ.

ດັ່ງຊາວບ້ານ ໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ເມສາ ນີ້ວ່າ:

“ສອບຖາມໄປຫັ້ນວ່າ ຣົຖນີ້ເພ, ວ່າຊັ້ນເດ້, ຂໍ້ອ້າງ ຫຼືວ່າແກ້ໂຕ ວ່າຊັ້ນສາ. ມັນບໍ່ມາເອົາຊ້ຳຫັ້ນຕີ້, ທິດທີ 2 ກໍບໍ່ມາເອົາ. ບາດນີ້, ຂີ້ເຫຍື້ອມັນເອົາອອກມາ ລະບາດນີ້ ມັນເໝັນເດ້ ມີໝາມາຄຸ້ຍນ່າ ເຮົາຈົນໄດ້ເອົາ ໜ່ວຍງານນອກພຸ້ນໄດ໋ ມາມ້ຽນນ່າ. ຊັ້ນມັນບໍ່ມ້ຽນ ມັນບໍ່ໄດ້ນ່າ ມັນເໝັນນ່າ, ເສັຽເຂົາກະຍອມເນາະ ກະທົບສິ່ງແວດລ້ອມເດ.”           

ທ່ານກ່າວຕື່ມວ່າ ສ່ວນເຣື່ອງ ຄົນງານເກັບຂີ້ເຫຍື້ອອ ຈະສວຍໂອກາດ ເອົາເງິນເຂົ້າຖົງໂຕເອງ ຫຼືບໍ່ນັ້ນ ກໍອາຈມີ ເພາະທີ່ຜ່ານມາ ກໍມີຊາວບ້ານຫຼາຍຄົນ ບໍ່ໄດ້ເຮັດສັນຍາ ກັບເຈົ້າໜ້າທີ່ ຄບຕ ແລະ ໃນເວລາ ທີ່ຣົຖຂີ້ເຫຍື້ອ ມາເກັບ ຖ້າຢາກຈະຖິ້ມຂີ້ເຫຍື້ອ ຫຼາຍເປົ໋າ ກໍຕ້ອງຈ່າຍເງິນ ໃຫ້ຄົນງານ ເກັບຂີ້ເຫຍື້ອໂດຍຕຣົງ, ແຕ່ຖ້າບໍ່ຈ່າຍ ເຂົາເຈົ້າກໍບໍ່ເກັບໃຫ້.

“ຄົນທີ່ບໍ່ໄດ້ເຂົ້າສັນຍາ, ຫັ້ນນ່າ ຂີ້ເຫຍື້ອເຂົາເຈົ້າຢາກຖິ້ມ ເຂົາເຈົ້າກໍເອົາເງິນໃຫ້. ເອົ້າ! ສອງເປົ໋າ ໄປຖິ້ມໃຫ້ແນ່, ເຂົາກໍໃຫ້ 10-20 ພັນກີບ ໃຫ້ເປັນເງິນນອກ, ກະມີເດ້. ບໍ່ມີນ່າ ບໍ່ຢາກຈ່າຍນ່າ ຄັນເຂົາເຈົ້າມາເກັບ ເຂົາເຈົ້າຈະໃຫ້ໂລດ ເຂົາເຈົ້າບໍ່ໄດ້ ຂັດຂ້ອງຫຍັງຈັກຢ່າງ.” 

ຊາວບ້ານ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ໃນເຂດບ້ານລາວເອງ ກໍໄດ້ຮັບຜົລກະທົບ ແລະ ເດືອດຮ້ອນເຊັ່ນກັນ. ປັດຈຸບັນນີ້, ຜ່ານມາ 2-3 ອາທິດແລ້ວ ກໍຍັງບໍ່ມີໜ່ວຍງານເກັບຂີ້ເຫຍື້ອ ມາເກັບມ້ຽນຂີ້ເຫຍື້ອເທື່ອ ແລະ ຂີ້ເຫຍື້ອລາວເອງ ມີປະມານ 2-3 ເປົ໋າແລ້ວ ຈົນສົ່ງກິ່ນເໝັນແຮງ.

ດັ່ງທ່ານກ່າວວ່າ:

“ກະເດືອດຮ້ອນຫຼາຍຫັ້ນແຫຼະ ຫຼ້າຊ້າລະ, 2 ອາທິດ 3 ອາທິດ ກໍມີນ່າ ເພາະວ່າ ຂີ້ເຫຍື້ອເນາະ ອາທິດນຶ່ງ ມັນກະເໝັນພໍແຮງແລ້ວແມ່ນບໍ່. ກະເຍີ້ນເວລາໄປອີກ 2 ທິດ 3 ທິດ ມັນຊິເໝັນສ່ຳໃດ? ທາງບ້ານເພິ່ນແຈ້ງມາວ່າ ຍ້ອນຫຍັງ ຂີ້ເຫຍື້ອນີ້ ຄືຈັ່ງບໍ່ມາເກັບ? ນ້ຳມັນແພງ, ເພິ່ນວ່າ. ຖ້າຢູ່, ຢູ່ນີ້ 2-3 ຖົງນີ້ແຫຼະເນາະ.”

ຊາວບ້ານ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ເຂດບ້ານຕົນເອງ ກໍປະສົບບັນຫາຄືກັນ ແລະ ບາງເທື່ອ 4 ອາທິດ ກໍຍັງບໍ່ມາເກັບເທື່ອ, ເຊິ່ງກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະສານຫາໜ່ວຍງານ ເກັບຂີ້ເຫຍື້ອ ເຂົ້າມາເກັບຂີ້ເຫຍື້ອ ໃຫ້ໄວ ເນື່ອງຈາກເປັນບັນຫາ ດ້ານສິ່ງແວດລ້ອມ ສົ່ງກິ່ນເໝັນ ແກ່ຊາວບ້ານ ທີ່ບໍ່ຮູ້ຈະເອົາຂີ້ເຫຍື້ອ ໄປຖິ້ມໃສ ແລະ ໄດ້ແຕ່ລໍຖ້າ ໜ່ວຍງານເກັບຂີ້ເຫຍື້ອ ມາເກັບໄປຖິ້ມ ຕາມສັນຍາ.

“ໂອ້, ກະຈົ່ມຫັ້ນແຫຼະ ແນວບໍ່ມາເກັບຈັກເທື່ອເນາະ, 4 ທິດພຸ້ນຕີ້. ຂ້ອຍກະໃສ່ເຂັ້ງໃສ່ຫຍັງມ້ຽນ ໃຫ້ມັນສູງ ບໍ່ໃຫ້ມາເຈາະ. ກະຜ່ານມາ ມັນເອົາຜົລປໂຍດ ເຂົ້າໂຕມັນຫັ້ນແຫຼະ ເຂົາຈຶ່ງວ່າປ່ຽນຜັນ ຄົນລະອາທິດ ຄົນລະອາທິດ,​ ມັນເຮັດໃຫ້ຣົຖ ບໍ່ຮູ້ຮ່ວມເຂົ້າ.”

ບັນຫາດັ່ງກ່າວນີ້, ເຈົ້າໜ້າທີ່ ຄບຕ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍຍອມຮັບວ່າ ການແກ້ໄຂ ບັນຫາດັ່ງກ່າວ ຍັງມີຄວາມຫຍຸ້ງຍາກຫຼາຍ ແລະ ທາງການ ກໍຈະມີການປັບປຸງແກ້ໄຂ ຮ່າງນິຕິກັມຄືນໃໝ່ ແລະ ຈະຈັດຕັ້ງ ໃຫ້ດີກວ່າເກົ່າ, ເຊິ່ງທີ່ຜ່ານມາ ກໍພົບວ່າ ມີຄົນງານເກັບຂີ້ເຫຍື້ອ ສວຍໂອກາດ ເກັບເງິນຄ່າເກັບຂີ້ເຫຍື້ອ ເຂົ້າຖົງໂຕເອງ, ໂດຍທີ່ເຈົ້າໜ້າທີ່ ຄບຕ ບໍ່ຮູ້ເຣື່ອງນຳ ເນື່ອງຈາກ ປັດຈຸບັນນີ້ ຫ້ອງການ ຄບຕ ມີບໍຣິສັດເອກຊົນ ເຂົ້າມາຮ່ວມ ກັບເຈົ້າໜ້າທີ່ຣັຖ, ເຊິ່ງເຈົ້າໜ້າທີ່ຣັຖ ກໍຈະເປັນຜູ້ກວດກາ ຄວາມຖືກຕ້ອງ ແລະ ທີ່ຜ່ານມາ ກໍມີການລົງໂທສ ແລະ ໄລ່ພະນັກງານ ຫຼືຄົນງານ ທີ່ສວຍໂອກາດ ເອົາເງິນເຂົ້າຖົງໂຕເອງ ອອກໄປຫຼາຍຄົນແລ້ວ.

ດັ່ງເຈົ້າໜ້າທີ່ ຄບຕ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ຫຍຸ້ງຍາກຢູ່ບ່ອນວ່າ ປັດຈຸບັນ ເອກຊົນຮ່ວມທຶນ ກັບຣັຖເຮົານີ້ແລ້ວ. ເວົ້າເຣື່ອງມ້ຽນຂີ້ເຫຍື້ອ ລະແມ່ນມອບໃຫ້ ເປັນດ້ານເອກຊົນເລີຍ. ທາງ ຄບຕ ເຮົາກະມີແຕ່ຕິດຕາມ-ກວດກາ ຊື່ໆ ຜ່ານມາ. ຄັນຊິເວົ້າແລ້ວ ມັນກະມີຫັ້ນແລ້ວເນາະ ຜົລປໂຍດ ກະຄືວ່າ ບໍ່ເຮັດສັນຍາເນາະ ກັບປະຊາຊົນ ເອົາແຕ່ເງິນ ເອົາຂີ້ເຫຍື້ອໄປ ເຂົາກຳລັງມີການປັບປຸງຄືນ.”

ອີງຕາມການຣາຍງານ ຂອງທ່ານ ບຸນຈັນ ແກ້ວສີທຳມະ, ຫົວໜ້າ ຄບຕ ນະຄອນຫຼວງວຽງຈັນ ກໍຍອມຮັບ ຕໍ່ສຳນັກຂ່າວ ທ້ອງຖິ່ນໃນລາວ ໃນວັນທີ 21 ເມສາ 2022 ທີ່ຜ່ານມາວ່າ ການເກັບຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ກໍຍັງພົບ ຄວາມຫຍຸ້ງຍາກຫຼາຍ ຍ້ອນວ່າ ຍັງມີປະຊາຊົນ ຈຳນວນນຶ່ງ ບໍ່ເຮັດຕາມສັນຍາ, ບໍ່ຢາກຈ່າຍເງິນ ເຮັດໃຫ້ເກີດ ມີການລັກເອົາຂີ້ເຫຍື້ອ ໄປຖິ້ມໃສ່ເນື້ອທີ່ດິນ ເປົ່າວ່າງຕ່າງໆ.

ທ່ານຍັງພົບວ່າ ຄົນງານເກັບຂີ້ເຫຍື້ອ ໄດ້ສວຍໂອກາດ ເກັບເງິນນຳບາງຄອບຄົວ ທີ່ໄດ້ເຮັດສັນຍາ ເກັບຂີ້ເຫຍື້ອ, ແຕ່ມີຂີ້ເຫຍື້ອ ເກີນກຳນົດ ເນື່ອງຈາກຕາມສັນຍາ ທີ່ເຮັດໄວ້ ກັບ ຄບຕ, ຄອບຄົວນຶ່ງ ແມ່ນອະນຸຍາດ ໃຫ້ມີຂີ້ເຫຍື້ອ 1 ເຂັ້ງ ຫຼື 1 ເປົ໋າ ຕໍ່ອາທິດ, ໂດຍ 1 ອາທິດ ຈະມີຣົຖ ມາເກັບຂີ້ເຫຍື້ອ 1 ຄັ້ງ ລວມ 1 ເດືອນ ຣົຖຕ້ອງໄປເກັບຂີ້ເຫຍື້ອ 4 ຄັ້ງ ໃນລາຄາ 40 ພັນກີບຕໍ່ເດືອນ. ແຕ່ບາງຄອບຄົວ ມີຂີ້ເຫຍື້ອ ເກີນກຳນົດ ເຮັດໃຫ້ຄົນງານ ເກັບມ້ຽນຂີ້ເຫຍື້ອ ສວຍໂອກາດ ຂໍເງິນເພີ່ມ, ແຕ່ເອົາເຂົ້າຖົງໂຕເອງ. ຖ້າຄອບຄົວໃດຍອມຈ່າຍ ກໍເກັບມ້ຽນຂີ້ເຫຍື້ອໄປ, ແຕ່ຄອບຄົວໃດບໍ່ຈ່າຍ ກໍປະຖິ້ມຂີ້ເຫຍື້ອ ທີ່ເກີນກຳນົດນັ້ນ ໄວ້ແລ້ວໜີໄປ ເຮັດໃຫ້ຂີ້ເຫຍື້ອ ທີ່ປະໄວ້ ຊະຊາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.