ແມ່ຄ້າທົ່ງຂັນຄຳມີບ່ອນຂາຍ ເຄື່ອງແລ້ວ
2014.05.14

ນະຄອນ ຫລວງ ວຽງຈັນ ໄດ້ ໄກ່ເກັ່ຽ ການ ຈັດສັນ ບ່ອນຂາຍ ເຄື່ອງ ໃຫ້ ພວກ ຄ້າຂາຍ ທີ່ ໄດ້ຮັບ ຜົນກະທົບ ຈາກ ໄຟໄໝ້ ຕລາດ ທົ່ງຂັນຄຳ ຄື ໃຫ້ຍ້າຍ ໄປຂາຍ ຢູ່ໃກ້ ສູນການ ຄ້າ ລາວ ໄອເຕັກ ຊົ່ວຄາວ.
ໃນວັນທີ 13 ພຶສພາ 2014 ບ່າຍ 2 ໂມງ ທີ່ ຫ້ອງ ປະຊຸມ ສູນການຄ້າ ລາວ - ໄອເຕັກ, ທາງການ ນະຄອນ ຫຼວງ ວຽງຈັນ ນຳໂດຽ ທ່ານ ສາຍທອງ ແກ້ວດວງດີ, ຮອງ ເຈົ້າຄອງ ນະຄອນ ຫຼວງ ວຽງຈັນ ພ້ອມດ້ວຍ ເຈົ້າເມືອງ ຈັນທະບູຣີ ແລະ ຕາງໜ້າ ຈາກ ການຄ້າ ນະຄອນ ຫຼວງ ວຽງຈັນ ໄດ້ຈັດ ກອງ ປະຊຸມ ໄກ່ເກັ່ຽ ການຈັດ ບ່ອນຂາຍ ເຄື່ອງ ໃຫ້ພວກ ພໍ່ຄ້າ ແມ່ຄ້າ ທີ່ ໄດ້ຮັບ ຜົນກະທົບ ຈາກ ໄຟໄໝ້ ຕລາດ ທົ່ງຂັນຄຳ ຊຶ່ງ ມີຊາວ ຄ້າຂາຍ ເຂົ້າຮ່ວມ ຫຼາຽກວ່າ 400 ຄົນ.
ທາງການ ໄດ້ ສະເໜີ ໃຫ້ ພວກ ພໍ່ຄ້າ ແມ່ຄ້າ ຍ້າຍໄປຂາຍ ຢູ່ ບໍຣິເວນ ໃກ້ກັບ ສູນ ການຄ້າ ລາວ ໄອເຕັກ ເປັນການ ຊົ່ວຄາວ ພາຍຫຼັງ ທີ່ ທາງການ ໄດ້ ອະນຸມັດ ໃຫ້ ບໍຣິສັດ ລາວ ເວີລດ໌ກຣຸບ ໄດ້ຮັບ ສຳປະທານ ກໍ່ສ້າງ ສູນການຄ້າ ໃສ່ ບໍລິເວນ ຕະຫລາດ ທົ່ງຂັນຄຳ. ດັ່ງພໍ່ຄ້າ ທ່ານໜຶ່ງ ທີ່ໄດ້ ເຂົ້າໄປ ຮັບຟັງ ກອງປະຊຸມ ເວົ້າວ່າ:
"ດຽວນີ້ ເພິ່ນຊອກ ຜູ້ ສຳປະທານ ຕະຫຼາດ ທົ່ງຂັນຄຳ ໄດ້ແລ້ວ, ບໍລິສັດ ເວີລດ໌ກຣຸບ ນີ້ວ່າຊັ້ນ. ບາດນີ້ ການເຂົ້າ ຕະຫຼາດ ໂຕນີ້ ເພິ່ນຊິໃຫ້ ເຂົ້າ ວັນທີ 20 ນີ້ ເປັນຕົ້ນໄປ. ລະບາດ ນີ້ ຊິຍ້າຍ ຕະຫຼາດ ໂຕນີ້ ຫັ້ນ ໄປ ຊົ່ວຄາວ ກ່ອນ ເຂົາຊິ ສຳປະທານ ເດ້ເນາະ ພາຽ ໃນປີ ສາມເດືອນ ໃຫ້ມັນ ແລ້ວ ໄປຢູ່ ໄອເຕັກ ນີ້ ຊິບໍ່ໃຫ້ ເສັຽຄ່າ ນ້ຳຄ່າໄຟ ຊ່ວຽເຫຼືອ ຢຽວຢາ ຟຣີ ທາງພັກລັຖ ເພິ່ນຊ່ວຍ".
ໃນ ເບື້ອງຕົ້ນ, ທາງການ ໄດ້ເຫັນດີ ກັບ ເຈົ້າຂອງ ສູນການຄ້າ ລາວ-ໄອເຕັກ, ອັນເປັນ ເຈົ້າຂອງ ບໍລິສັດ ລາວ ເວີລດ໌ກຣຸບ ອະນຸຍາດ ໃຫ້ ພວກພໍ່ຄ້າ ແມ່ຄ້າ ທີ່ ຕ້ອງການ ຂາຍເຄື່ອງ ສາມາດ ຍ້າຍເຂົ້າ ມາຂາ ຕາມ ສະຖານທີ່ ທີ່ໄດ້ ຈັດສັນ ໄວ້ໃຫ້ ໃກ້ກັບ ສູນການຄ້າ ລາວ ໄອເຕັກ ໄດ້ ເລີ່ມ ແຕ່ວັນທີ 20 ພຶສພາ ນີ້ ເປັນຕົ້ນໄປ ໂດຽທີ່ ບໍ່ເສັຍ ຄ່ານ້ຳ ຄ່າໄຟ.
ເຖິງຢ່າງໃດ ກໍ່ຕາມ, ຊາວຄ້າຂາຍ ຈຳນວນ ຫຼາຍ ຍັງພາກັນ ລັງເລ ຕໍ່ ຂໍ້ສະເໜີ ຂອງ ທາງການ ຢູ່ ຍ້ອນ ກັງວົນ ວ່າ ຈະບໍ່ໄດ້ ຂາຍເຄື່ອງ ເນື່ອງຈາກ ວ່າ ສູນ ການຄ້າ ລາວ ໄອເຕັກ ຢູ່ຫ່າງ ຈາກ ຕົວເມືອງ ແລະ ບ່ອນ ທີ່ມີຜູ້ ຄົນອາສັຍ ຢູ່ ຢ່າງ ໜາແໜ້ນ ນັ້ນ ພໍສົມຄວນ. ໃນຂະນະ ດຽວກັນ, ທາງຜູ້ໄດ້ ສຳປະທານ ຕະຫຼາດ ທົ່ງຂັນຄຳ ກໍ່ໃຫ້ ຄຳໝັ້ນ ສັນຍາ ຕໍ່ ຊາວ ຄ້າຂາຍວ່າ ຈະເລັ່ງມື ກໍ່ສ້າງ ສູນ ການຄ້າ ອັນເປັນ ສູນການຄ້າ ທີ່ ປະສົມ ປະສານ ແບບເປັນ ຕະຫຼາດສົດ ທັນສະໄໝ ໃຫ້ແລ້ວ ພາຍໃນ ຣະຍະ ເວລາ 1 ປີ 3 ເດືອນ. ແລະ ຫຼັງຈາກ ນັ້ນ ຊາວ ຄ້າຂາຍ ສາມາດ ຍ້າຍກັບມາ ເຊົ່າໄດ້ ແລະ ຈະ ຫຼຸດຄ່າເຊົ່າ ໃຫ້ 30 ເປີເຊັນ.