ນ້ຳຈາກ ເຂື່ອນນ້ຳຄານ 3 ຍື່ງຂຶ້ນຖ້ວມ ຜົລຜລິດ ຂອງຊາວບ້ານ
2022.04.22

ຫລັງຈາກທີ່ເຂື່ອນໄຟຟ້ານໍ້າຄານ 3 ໄດ້ຕັນເຂື່ອນເພື່ອກັກເກັບນໍ້າ ໃນການຜລິດໄຟຟ້າມາແຕ່ປີ 2016 ແລະ ເຮັດໃຫ້ຣະດັບນໍ້າໃນອ່າງເກັບນໍ້າ ເພີ່ມສູງຂຶ້ນຈົນຖ້ວມດິນໄຮ່, ດິນສວນຂອງຊາວບ້ານ ເປັນຈຳນວນຫລາຍເຮັກຕ້າຣ໌ ຈົນມາຮອດປັດຈຸບັນຊາວບ້ານເລົ່ານັ້ນ ກໍຍັງບໍ່ໄດ້ຮັບເງິນຊົດເຊີຍຈາກຜູ້ພັທນາໂຄງການເທື່ອ.
ດັ່ງຊາວບ້ານທີ່ຖືກຜົລກະທົບ ໃນເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ເມສານີ້ວ່າ:
“ເບື້ອງຂະເຈົ້າສຳຣວດຕາມຫລັງນີ້ ເວລາຂະເຈົ້າອັດນໍ້າແລ້ວ ມັນຍື່ງຂຶ້ນແລ້ວ ມັນກໍຖ້ວມອີກນ່າ ຍື່ງຂຶ້ນແລ້ວຂະເຈົ້າສຳຣວດຄືນໃໝ່ ຂະເຈົ້າບໍ່ໄດ້ເທື່ອ, ດິນບຸກເບີກຢູ່ບ້ານຈັດສັນ ຍັງບໍ່ທັນໄດ້ຈັກຄົນເທື່ອນ່າ ຖືວ່າດິນຫັ້ນແມ່ນເອົາລ້າໆນ່າ ບໍ່ໄດ້ຊົດເຊີຍຫຍັງຈັກກີບນ່າ.”
ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ເຂື່ອນໄຟຟ້ານໍ້າຄານ 3 ໄດ້ສົ່ງຜົລກະທົບຕໍ່ປະຊາຊົນຈຳນວນ 10 ບ້ານ 655 ຄອບຄົວ ໂດຍທັງໝົດໄດ້ຖືກໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ ພາຍໃຕ້ຊື່ບ້ານສາມັກຄີໄຊ ຊຶ່ງຕັ້ງຢູ່ລຸ່ມເຂື່ອນນໍ້າຄານ 3 ແລະ ໄດ້ຮັບເງິນຊົດເຊີຍ ສະເພາະປະເພດຕົ້ນໄມ້ ອຸດສາຫະກັມເທົ່ານັ້ນ. ສ່ວນເງິນຊົດເຊີຍທີ່ດິນ ທຳການກະເສດບໍ່ໄດ້ຮັບ ເນື່ອງຈາກທາງໂຄງການ ອະນຸຍາດໃຫ້ຊາວບ້ານສາມາດເຂົ້າໄປທຳມາ ຫາກິນຢູ່ດິນບ້ານເກົ່າໄດ້ ຊຶ່ງຊາວບ້ານກໍໄດ້ປະຕິບັດແບບນັ້ນ ມາໂດຍຕລອດຈົນກະທັ້ງຣະດັບນໍ້າ ໃນອ່າງເພີ່ມສູງຂຶ້ນຈົນຖ້ວມດິນໄຮ່, ດິນສວນຊາວບ້ານ ກໍຂໍເງິນຊົດເຊີຍ ແຕ່ກໍຍັງບໍ່ໄດ້ຮັບຈົນຮອດຕອນນີ້. ສຳລັບຕົ້ນໄມອຸດສາຫະກັມ ທີ່ຊາວບ້ານປູກໄວ້ກໍຈະມີທັງໄມ້ສັກ, ຢາງພາຣາ, ຕົ້ນກ້ວຍ ແລະ ຕົ້ນໝາກໄມ້ ອີກຫລາຍຊະນິດ ແຕ່ກໍຖືກນໍ້າຖ້ວມເກືອບໝົດ.
ຊາວບ້ານອີກຜູ້ນຶ່ງກ່າວວ່າ ດິນໄຮ່, ດິນສວນທີ່ຊາວບ້ານ ເຄີຍປູກຕົ້ນໄມ້ ແລະລ້ຽງສັດ ບອນທຳມາຫາກິນດຽວນີ້ ຖືກນໍ້າຖ້ວມຈົນໝົດ, ຈົນບໍ່ເຫລືອໃຫ້ຊາວບ້ານ ເອົາໄວ້ທຳການກະເສດ, ໜັກກວ່ານັ້ນຜູ້ພັທນາໂຄງການ ບໍ່ຄິດຈະຊົດເຊີຍໃຫ້ກັບຊາວບ້ານ.
ດັ່ງຊາວບ້ານ ທີ່ຖືກຜົລກະທົບໃນເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ເມສານີ້ວ່າ:
“ຍັງ, ກາຍັງສ່ວນໜ້ອຍສື່ໆ ເງິນຊົດເຊີຍຄ່າດິນຫັ້ນບໍ່ໄດ້ເທື່ອເນາະ ຢາກໃຫ້ມັນໄດ້ຫັ້ນແຫລະ ບໍ່ໄດ້ປະຊາຊົນກາເຈັບໄທເຮົາ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວວ່າຫລັງມີການຕັນເຂື່ອນໄຟຟ້າ ກໍເຮັດໃຫ້ຣະດັບນໍ້າໃນອ່າງ ເພີ່ມສູງຂຶ້ນຫລາຍແທ້ ໂດຍສະເພາະໃນໄລຍະຣະດູຝົນ ຊຶ່ງກະທົບຕໍ່ດິນໄຮ່, ດິນສວນຂອງຊາວບ້ານ ທີ່ຖືກນໍ້າຖ້ວມເສັຍຫາຍ ແລະບາງຈຸດກໍເກີດການດິນຍຸບໂຕ ຈາກກະແສນໍ້າ ໂດຍຜ່ານມາ ກໍເຄີຍບອກໃຫ້ຜູ້ພທັນາໂຄງການດັ່ງກ່າວ ລົງໄປຕິດຕາມກວດກາແລ້ວ.
ດັ່ງເຈົ້າໜ້າທີ່ ເມືອງຊຽງເງິນ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ເມສານີ້ວ່າ:
“ເຈົ້າ, ພາຍຫລັງອັນນັ້ນນໍ້າຍື່ງຂຶ້ນມາ ດິນກາຍຸບລົງ ກາຕ້ອງໄດ້ໄປເບິ່ງ ກາໃຫ້ບໍຣິສັດຂະເຈົ້າໄປກວດກາຄືນຫັ້ນນ່າ.”
ທາງດ້ານເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງຫລວງພຣະບາງ ກ່າວວ່າຈາກກໍຣະນີທີ່ດິນ ທຳການກະເສດຂອງຊາວບ້ານ ຖືກນໍ້າຖ້ວມບໍຣິເວນອ່າງກັກເກັບນໍ້າ ຈະບໍ່ມີການຊົດເຊີຍໃຫ້ກັບຊາວບ້ານ ເນື່ອງຈາກທີ່ດິນທັງໝົດ ເປັນດິນຂອງໂຄງການ ເຂື່ອນໄຟຟ້າຢູ່ແລ້ວ ແລະທາງໂຄງການກໍອະນຸຍາດໃຫ້ ຊາວບ້ານເຂົ້າມາທຳມາຫາກິນ ໄດ້ຕາມປົກກະຕິ ແລະຫ້າມບຸກເບີກ ເນື້ອທີ່ພາຍໃນຂອບເຂດ ຂອງອ່າງເກັບນໍ້າໂດຍບໍ່ໄດ້ຮັບອະນຸຍາດ. ສ່ວນເຣື່ອງການຈັດສັນທີ່ດິນ ທຳການກະເສດໃຫ້ກັບຊາວບ້ານ ທີ່ຖືກຜົລກະທົບ ຜູ້ພັທນາໂຄງການ ແລະທາງການລາວ ບໍ່ໄດ້ຈັດສັນເນື່ອງຈາກ ບໍ່ມີເນື້ອທີ່ເຫລືອຢູ່ແລ້ວ ສະນັ້ນຈຶ່ງເປັນສາເຫດທີ່ເຮັດໃຫ້ ຊາວບ້ານພາກັນເຂົ້າໄປ ທຳການກະເສດຢູ່ບ້ານເກົ່າ ຊຶ່ງເປັນຂອງເຂດເຄື່ອນ ໄຟຟ້າ.
ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງຫລວງພຣະບາງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ເມສານີ້ວ່າ:
“ມັນຖ້ວມຍື່ງຂຶ້ນໃນຂອບເຂດ ຂະເຈົ້າແຕ່ກາບໍ່ມີບັນຫາຫຍັງ ຜົລກະທົບຫັ້ນຖືວ່າບໍ່ໄດ້ຊົດເຊີຍຕື່ມ ມັນບໍ່ມີດິນເຫລືອແລ້ວ ຖ້າມີດິນເຫລືອ ເຮົາກາຊົດເຊີຍ ເອົາເປັນດິນໃຫ້ ມີແຕ່ບ່ອນໃດຂະເຈົ້າບໍ່ໄດ້ຊົດເຊີຍ ຂະເຈົ້າກາກັບຄືນໄປເຮັດຄືເກົ່າ.”
ທ່ານກ່າວຕື່ມອີກວ່າ ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການເຂື່ອນໄຟຟ້າ ນໍ້າຄານ 3 ຈະໄດ້ຮັບເປັນເງິນຊົດເຊີຍ ສະເພາະຕົ້ນໄມ້ອຸດສາຫະກັມ ແລະເຮືອນຈັດສັນຈຳນວນ 1 ຫລັງຕໍ່ຄອບຄົວເທົ່ານັ້ນ ຊຶ່ງໄດ້ມອບເງິນຊົດເຊີຍໄປໝົດແລ້ວ, ສ່ວນຜົລຕອບແທນທີ່ຊາວບ້ານ ໄດ້ຮັບນັ້ນຖືວ່າໜ້ອຍຫລາຍ ສ່ວນນຶ່ງກໍຍ້ອນວ່າ ເຂື່ອນໄຟຟ້ານໍ້າຄານ 3 ເປັນໂຄງການຂອງຣັຖບານລາວ ບໍ່ແມ່ນຂອງເອກະຊົນລົງທຶນ.
ເຂື່ອນໄຟຟ້ານໍ້າຄານ 3 ມີກຳລັງຕິດຕັ້ງ 60 ເມກາວັດໂດຍບໍຣິສັດຜລິດໄຟຟ້າ ລາວມະຫາຊົນ ເປັນເຈົ້າຂອງໂຄງການ ແລະ ມີບໍຣິສັດ Sinohydro Corporation ປະເທດຈີນ ເປັນຜູ້ອອກກແບບ ແລະຮັບເໝົາກໍ່ສ້າງ ດ້ວຍມູນຄ່າການລົງທຶນ 133 ລ້ານໂດລາຣ໌ສະຫະຣັຖ ຊຶ່ງເປັນເງິນກູ້ຢືມຈາກທະນາຄານ Exim Bank ປະເທດຈີນ.