ສ້ອມແປງ ເຂື່ອນນ້ຳເທີນ 1 ທີ່ຮົ່ວຊຶມແລ້ວ ແຕ່ຍັງມີຄົນກັງວົນ
2022.08.09

ມາຮອດປັດຈຸບັນ ບໍຣິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ສາມາດແກ້ໄຂບັນຫາ ນໍ້າຮົ່ວຊຶມມອອກຈາກບໍຣິເວນເຂື່ອນໄຟຟ້ານໍ້າເທີນ 1 ຢູ່ນໍ້າກະດິງ ເມືອງປາກກະດິງ ແຂວງບໍຣິຄຳໄຊ ໄດ້ແລ້ວສ່ວນນຶ່ງ ແລະ ກຳລັງສືບຕໍ່ອຸດຮອຍຮົ່ວ ໄຫຼຊຶມຢູ່ເລື້ອຍໆ ເພື່ອໃຫ້ສຳເຣັດ 100%.
ດັ່ງເຈົ້າໜ້າທີ່ ບໍຣິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 09 ສິງຫາ ນີ້ວ່າ:
“ເພິ່ນຢຸດໄດ້ບາງສ່ວນເຈົ້າ! ແຕ່ຍັງມີໄຫຼຕື່ມເລັກໜ້ອຍ ເພິ່ນແກ້ໄຂໄປເທື່ອລະໜ້ອຍ ແລ້ວລົມກັບວິຊາການເພິ່ນຫັ້ນນ່າ ແຕ່ວ່າວິິຊາການເພິ່ນຕອນນີ້ເພິ່ນພັກ.”
ຕໍ່ບັນຫາດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຜແນກ ພລັງງານ ແລະບໍ່ແຮ່ ຂອງແຂວງບໍຣິຄຳໄຊ ເພື່ອຂໍສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບການຕິດຕາມ ແກ້ໄຂບັນຫານໍ້າຮົ່ວຊຶມອອກຈາກເຂື່ອນດັ່ງກ່າວ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ວຽກງານນີ້ ຍັງບໍ່ສະດວກໃຫ້ຂໍ້ມູນ.
ຫຼັງຈາກທີ່ຊາວບ້ານ ໃກ້ຄຽງໄດ້ຮູ້ຂ່າວວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກຳລັງແກ້ໄຂບັນຫາ ນໍ້າຮົ່ວຊຶມຢູ່ບໍຣິເວນເຂື່ອນໄຟຟ້ານໍ້າເທີນ 1 ກໍເຮັດໃຫ້ພວກເຂົາເຈົ້າ ຮູ້ສຶກໂລ່ງໃຈ ແລະບໍ່ໄດ້ຢ້ານ ຄືກັບໄລຍະເດືອນທີ່ຜ່ານມາ ຊຶ່ງຫຼາຍຄົນກັງວົນວ່າ ອາຈຈະເກີດເຫດເຂື່ອນແຕກ.
ດັ່ງຊາວບ້ານ ບ້ານໂພນຈະເຣີນ ເມືອງປາກກະດິງ ທ່ານນຶ່ງກ່າວວ່າ:
“ບໍ່ໄດ້ຢ້ານແລ້ວ ມັນບໍ່ມີແລ້ວດຽວນີ້ແກ້ໄຂແລ້ວ ມັນໄຫຼອອກຈາກຫິນ ຫລືບທີ່ວ່າມັນມາຈາກພູ ຕອນນັ້ນຫຼາຍຄົນແຕກຕື່ນ ເພາະວ່າເຄີຍເຫັນເຂື່ອນແຕກມາກ່ອນເດ້.”
ຊາວບ້ານອີກທ່ານນຶ່ງ ທີ່ຢູ່ຕິດກັບເຂື່ອນໄຟຟ້ານໍ້າເທີນ 1 ກໍຢືນຢັນວ່າ ດຽວນີ້ຮູ້ສຶກປອດພັຍແລ້ວ ບໍ່ໄດ້ຢ້ານຄືກັບຕອນທຳອິດ ທີ່ເຫັນນໍ້າຮົ່ວຊຶມອອກຈາກບໍຣິເວນເຂື່ອນ ແຕ່ກໍບໍ່ຮູ້ຄັກແນ່ວ່າທາງເຈົ້າໜ້າທີ່ ແກ້ໄຂໄດ້ແນວໃດ.
“ຕິດເຮືອນໃກ້ໆ ກັນເລີຍ. ເອີ ບໍ່ເປັນຫຍັງ ຈັ່ງວ່າເຮົາກາບໍ່ຮູ້ຄືກັນ ແຕ່ວ່າປົກກະຕິແລ້ວ ລະເຮົາກາບໍ່ຮູ້ນ່າອັນນີ້ນ່າ.”
ສ່ວນຊາວບ້ານ ທີ່ອາສັຍຢູ່ໃນຂອບເຂດ ບ້ານໂພນງາມ ຊຶ່ງຢູ່ຫ່າງຈາກເຂື່ອນໄຟຟ້ານໍ້າເທີນ 1 ປະມານ 7 ກິໂລແມັຕ ກໍໄດ້ຮູ້ສຶກຫາຍຫ່ວງ ແລະບໍ່ເປັນກັງວົນ ຍ້ອນເຊື່ອໝັ້ນໃນການແກ້ໄຂ ບັນຫາຂອງພາກສ່ວນທີ່ກ່ຽວຂ້ອງ.
“ອາປະມານ 7 ຫຼັກ ບໍ່ມີແລ້ວນ່າເພິ່ນແປງແລ້ວເດ້ ເຮົາບໍ່ເປັນຫຍັງແລ້ວ.”
ຊາວບ້ານຈຳນວນນຶ່ງ ທີ່ອາສັຍໃກ້ກັບເຂື່ອນໄຟຟ້ານໍ້າເທີນ 1 ກໍຍັງບໍ່ທັນໄວ້ວາງໃຈ ກັບແກ້ບັນຫາດັ່ງກ່າວ ແລະກໍມີການຕິດຕາມ ແລະເຝົ້າລະວັງບັນຫາ ນໍ້າຮົ່ວຊືມອອກຈາກບໍຣິເວນ ເຂື່ອນຢູ່ເລື້ອຍໆ ເພື່ອໃຫ້ສາມາດ ປ້ອງກັນໄດ້ທັນ ຖ້າເກີດມີການສຸກເສີນ.
ຊາວບ້ານຍານາງນຶ່ງກ່າວວ່າ:
“ເຣື່ອງຢ້ານຫັ້ນ ຜູ້ໃດກາຢ້ານ ເປັນປົກກະຕິຢູ່ແລ້ວ ເພາະວ່າມັນຢູ່ໃຕ້ເຂື່ອນເດ່ເນາະ ໂຕນັ້ນຫັ້ນເຂົາເວົ້າມັນບໍ່ໄດ້ເຈາະ ອອກມາຈາກທາງອັນນັ້ນ ມັນຢູ່ທາງນອກເຂື່ອນ ບໍ່ແມ່ນຢູ່ໃນທຸກຄົນກາມີແຕ່ລະວັງໂຕໄວ້ຫັ້ນແຫຼະ.”
ເຫດການນໍ້າຮົ່ວຊຶມ ອອກຈາກຫິນ ທີ່ຢູ່ບໍຣິເວນເຂື່ອນໄຟຟ້ານໍ້າເທີນ 1 ເກີດຂຶ້ນໃນວັນທີ 16 ກໍຣະກະດາປີ 2022 ໂດຍຊາວບ້ານ ທີ່ເຫັນເຫດການ ໄດ້ຖ່າຍວີດີໂອເຫດການດັ່ງກ່າວ ແລ້ວເຜີຍແຜ່ຜ່ານສື່ສັງຄົມອ໋ອນລາຍນ໌. ຕໍ່ເຫດການດັ່ງກ່າວ ເຮັດໃຫ້ຊາວບ້ານຫຼາຍຄົນ ຮູ້ສຶກຢ້ານວ່າອາຈເກີດເຫດການເຂື່ອນແຕກ ດັ່ງທີ່ເຄີຍເກີດຂຶ້ນກັບເຂື່ອນເຊປຽນ-ເຊນໍ້ານ້ອຍ ຊຶ່ງໄດ້ສ້າງຄວາມເສັຽຫາຍໃຫ້ກັບຊາວບ້ານຢູ່ເມືອງສນາມໄຊ ແຂວງອັດຕະປື.
ໃນວັນທີ 18 ກໍຣະກະດາ ທີ່ຜ່ານມາ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບ ຣັຖບານ ແລະ ຄະນະຮັບຜິດຊອບ ເຣື່ອງຄວາມປອດພັຍຂອງບໍຣິສັດ ໄຟຟ້ານໍ້າເທີນ 1 ໄດ້ຊີ້ແຈງຜ່ານສື່ສັງຄົມອ໋ອນລາຍນ໌ວ່າ ການທີ່ນໍ້າຮົ່ວຊຶມຢູ່ ບໍຣິເວນເຂື່ອນໄຟຟ້ານໍ້າເທີນ 1 ບໍ່ມີຜົລກະທົບ ຕໍ່ຊາວບ້ານທີ່ຢູ່ໃກ້ຄຽງ ແລະກໍຢືນຢັນວ່າເຂື່ອນດັ່ງກ່າວ ມີຄວາມປອດພັຍ 100% .
ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ມີກຳລັງຕິດຕັ້ງຂນາດ 650 ເມກາວັຕ ມູນຄ່າການລົງທຶນປະມານ 900 ລ້ານໂດລາຣ໌ສະຫະຣັຖ ເຣີ່ມກໍ່ສ້າງມາແຕ່ປີ 2014 ແລະ ສ້າງສຳເຣັດແລ້ວ.
ໂຄງການເຂື່ອນດັ່ງກ່າວ ເປັນຮ່ວມທຶນລະຫວ່າງ ປະເທດປະກອບດ້ວຍ ບໍຣິສັດ ພອນສັກກຣຸບ ຖືຮຸ້ນ 60%, ບໍຣິສັດ ເອັກໂກ້ ກຣຸບ ຂອງໄທຍ ຖືຮຸ້ນ 25% ແລະ ບໍຣິສັດ ຜລິຕໄຟຟ້າລາວມະຫາຊົນ ຖືຮຸ້ນ 15% ໂດຍມີບໍຣິສັດ ຊິໂນໂຮໂດຣ ຈາກປະເທດຈີນ ເປັນຜູ້ອອກແບບ ແລະຮັບເໝົາກໍ່ສ້າງ.
ອີງຕາມສັນຍາຊື້-ຂາຍໄຟຟ້າທີ່ຜລິຕ ຈາກເຂື່ອນໄຟຟ້ານໍ້າເທີນ 1 ແມ່ນຈະເຣີ່ມຜລິຕໄຟຟ້າ ຂາຍເປັນທາງການ ໃນເດືອນສິງຫາ ປີ 2022 ໂດຍຈະຂາຍໃຫ້ໄທຍ 514 ເມກາວັຕ, ຄິດເປັນ 80% ແລະ ຣັຖວິສາຫະກິຈໄຟຟ້າລາວ 130 ເມກາວັຕ ຄິດເປັນ 20% ໂດຍມີໄລຍະເວລາ ສັມປະທານໂຄງການ 27 ປີ.