ຊາວບ້ານ ກັງວົນໃຈ ເຂື່ອນນ້ຳອູ 4 ຕຣຽມປ່ອຍນ້ຳ ອອກຈາກເຂື່ອນ

ຈຳປາທອງ
2022.05.25
ຊາວບ້ານ ກັງວົນໃຈ ເຂື່ອນນ້ຳອູ 4 ຕຣຽມປ່ອຍນ້ຳ ອອກຈາກເຂື່ອນ ຮູບໂຕຢ່າງ: ຊາວບ້ານທີ່ຢູ່ແຄມນ້ຳຂອງ ຂົນເຄື່ອງຂອງໜີນ້ຳ ເຫດການດັ່ງກ່າວ ເກີດຂຶ້ນຫຼັງຈາກທີ່ຈີນ ເພີ່ມປະຣິມານການປ່ອຍນ້ຳ ຈາກເຂື່ອນຈິ່ງຫົງ ຈາກ 970 ແມັດກ້ອນຕໍ່ວິນາທີ ເປັນ 1,626 ແມັດກ້ອນຕໍ່ວິນາທີ ນັບແຕ່ວັນທີ 21 ເມສາ 2022 ນີ.
RFA

ກຸ່ມບໍຣິສັດ ພາວເວີ້ຣ໌ໄຊນ້າຂອງຈີນ (Power China) ຈະປ່ອຍນໍ້າອອກຈາກອ່າງເກັບນໍ້າ ໜ້າເຂື່ອນໄຟຟ້ານໍ້າອູ 4 ແຕ່ມື້ວັນທີ 23 ຫາ 31 ພຶສພານີ້ ຍ້ອນມີນໍ້າຫລາຍ  ຝົນຕົກຢ່າງຕໍ່ເນື່ອງ. ແຕ່ບໍ່ໄດ້ເວົ້າຢ່າງຈະແຈ້ງວ່າ ຈະປ່ອຍນໍ້າອອກເວລາໃດ ແລະໃນປະຣິມານເທົ່າໃດກັນແທ້, ເຮັດໃຫ້ປະຊາຊົນຫຍຸ້ງຍາກໃນການຮັບມື ກັບນໍ້າທີ່ຈະເພີ່ມສູງຂຶ້ນ ອີງຕາມຄໍາເວົ້າຂອງຊາວບ້ານບ້ານໂພນໄຊເໜືອ ເມືອງຂວາ ແຂວງຜົ້ງສາລີ ທີ່ຢູ່ແຄມນໍ້າອູ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ພຶສພານີ້.

ດິນເຈື່ອນບໍ່ ຫລືວ່ານໍ້າຖ້ວມ ສ່ວນຫລາຍນີ້ກໍ ເສັຽຫາຍກໍມີແຕ່ອັນເຮືອນບໍ່ ເປັນວັດຖຸອີ່ຫຍັງນີ້ນ່າ ເປັນເຮືອນຊານເປັນຫຍັງນີ້ນ່າເນາະ ຮ້ານບໍ່ແມ່ນຫຍັງບໍ່ຢູ່ແຄມນໍ້ານີ້ລະເນາະ ເປັນຫຍັງນີ້ແຫລະ ຂະເຈົ້າບໍ່ໄດ້ແຈ້ງແລ້ວກໍ ນໍ້າມັນຂຶ້ນໄວແລ້ວບໍ່ ນໍ້າຂຶ້ນລົງ ບໍ່ມີລະດັບນໍ້າ.

ໃນຂະນະດຽວກັນ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ເວົ້າວ່າ ສໍາລັບຣາຍລະອຽດ ກ່ຽວກັບລະດັບນໍ້າໃນອ່າງເກັບນໍ້າ ເຂື່ອນນໍ້າອູ 4 ແລະເວລາໃດທີ່ຈະມີການລະບາຍນໍ້າອອກນັ້ນ ທາງກຸ່ມບໍຣິສັດດັ່ງກ່າວ ຈະເປັນຜູ້ວັດແທກ, ອອກແຈ້ງເຕືອນ ແລະເບິ່ງແຍງຄວາມປອດພັຍ, ສ່ວນທາງການລາວ ມີໜ້າທີ່ຮັບຂໍ້ມູນຈາກບໍຣິສັດຈີນ ເພື່ອແຈ້ງໃຫ້ປະຊາຊົນ ທີ່ຢູ່ແຄມນໍ້າອູຊາບ.

ດັ່ງທີ່ທ່ານກ່າວວ່າ:

ຄັນເຮົາຢາກຮູ້ໂຕນັ້ນ ເຮົາກໍເວົ້າບໍ່ໄດ້ເນາະ ເຮົາຕ້ອງໄປບ່ອນອັນ ເຮົາຕ້ອງໄປນໍ້າອູ ແລ້ວກໍແທກເບິ່ງວ່າເພີ່ງຊໍ່າໃດ ຫລຸດຊໍ່າໃດ ໄປເບິ່ງໂຕຈິງກໍຕ້ອງຣາຍງານ ຄັນເຮົາບໍ່ໄດ້ເບິ່ງໂຕຈິງ ມັນກໍມີຜູ້ຮັບຜິດຊອບຂອງມັນໃດ໋.

ໃນມື້ວັນທີ 23 ພຶສພານີ້ ນໍ້າໜ້າເຂື່ອນນໍ້າອູສູງຂຶ້ນ ເຮັດໃຫ້ການປ່ອຍນໍ້າອອກ ຈາກເຂື່ອນເພີ່ມຂຶ້ນ ຈາກ 500 ແມັດກ້ອນຕໍ່ວິນາທີ ເປັນ 2,400 ແມັດກ້ອນຕໍ່ວິນາທີ. ຈະມີນໍ້າໄຫລຜ່ານເຂື່ອນໄຊຍະບູຣີ ປະມານ 6,600 ແມັດກ້ອນຕໍ່ວິນາ ທີ ຊຶ່ງຈະເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງຕັ້ງແຕ່ເມືອງຊຽງຄານ ແຂວງເລີຍ ໄປເຖິງເມືອງໂຂງຈຽມ ແຂວງອຸບົນຂອງໄທ ມີແນວໂນ້ມເພີ່ມຂຶ້ນປະມານ 1 ແມັດຫາ 1.5 ແມັດ ໃນມື້ວັນທີ 25 ແລະ 26 ພຶສພານີ້ ອີງຕາມການຣາຍງານຂອງໜັງສືພິມ ກຸງເທບທຸຣະກິຈ ວັນທີ 25 ພຶສພາ 2022 ນີ້.

ເຣື່ອງການລະບາຍນໍ້າ ອອກຈາກເຂື່ອນ ທາງບໍຣິສັດມັກແຈ້ງເຕືອນ ໃນມື້ທີ່ຈະມີການລະບາຍນໍ້າ ເຮັດໃຫ້ປະຊາຊົນ ບໍ່ມີຄວາມພ້ອມໃນການຮັບມື ແລະການເຜີຍແພ່ຂ່າວ ຂອງທາງການກໍບໍ່ທົ່ວເຖິງ, ໃນເຂດນອກບໍ່ຮູ້.

ດັ່ງຊາວບ້ານຢູ່ເມືອງຂວາ ຜູ້ນຶ່ງເວົ້າວ່າ:

ເອີ ມັນມີນໍ້າອູມີນໍ້າພາກ ອັນຢູ່ເມືອງຂວານີ້ ເດືອນ 8 ເດືອນ 9 ພຸ້ນແຫລະ ນໍ້າມັນຫລາຍ. ປີນີ້ແທ້ ນໍ້າມາຫລາຍກ່ອນແທ້ ເຕັມແລ້ວຂະເຈົ້າກໍເປີດ ແລ້ວເພິ່ນກໍແຈ້ງຜ່ານໆຫັ້ນແຫລະ ບ້ານມີຫລາຍບ້ານຢູ່ ບ້ານນາຕູມ ບ້ານສົບກ່າຍ ເພິ່ນຈະບໍ່ແຈ້ງນອກເຂດ ເພາະວ່າມັນຢູ່ ນອກໆເດ໋.

ເຈົ້າໜ້າທີ່ ທີ່ເຮັດວຽກດ້ານເຕັກນິກການສ້າງເຂື່ອນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ພຶສພານີ້ວ່າ ທີ່ຜ່ານມາ ເມື່ອທາງບໍຣິສັດຕ້ອງການລະບາຍນໍ້າ ອອກຈາກເຂື່ອນໄຟຟ້ານໍ້າອູມື້ໃດ ພວກເຂົາຈະຂໍຄວາມຮ່ວມມື ໃຫ້ຫ້ອງວ່າການເມືອງຂວາ ແຂວງຜົ້ງສາລີ ແຈ້ງເຕືອນປະຊາຊົນ ແລະກຽມພ້ອມລະມັດລະວັງ, ບໍ່ມີການແຈ້ງເຕືອນລ່ວງໜ້າ ດັ່ງການແຈ້ງການກ່ຽວກັບການ ລະບາຍນໍ້າອອກຈາກເຂື່ອນໄຟຟ້ານໍ້າອູ ໃນມື້ວັນທີ 23 ພຶສພານີ້. ພວກເຂົາເຈົ້າບໍ່ຄໍານຶງເຖິງຄວາມຫຍຸ້ງຍາກຂອງປະຊາຊົນ ເຮັດໃຫ້ປະຊາຊົນມີຄວາມກັງວົນ.

ດັ່ງທີ່ທ່ານກ່າວວ່າ:

ອາຈບໍ່ມີຂໍ້ມູນແບບແນ່ນອນໂຕຈິງເນາະ ຢູ່ນໍ້າອູ 4 ເຂົາບໍ່ໄດ້ຣາຍງານມາໃຫ້ ໃຫ້ມັນມີຄວາມປອດພັຍໜ້າເຂື່ອນ ແລ້ວກໍທ້າຍເຂື່ອນຫັ້ນແຫລະ ຄືສິບໍ່ແມ່ນແບບເຂື່ອນດິນຖົມເນາະ ເຂື່ອນດິນຖົມມັນເຈື່ອນ ແລ້ວມັນອາຈໄຫລມາຕໍ່າ ແລ້ວມັນອາຈສິເຮັດໃຫ້ເຂື່ອນຫລຸໄດ້ເນາະ ຖ້າເປັນເຂື່ອນຊິມັງ ລະມັນກໍອາຈມີຄວາມປອດພັຍສູງກວ່າ.

ໃນຂະນະດຽວກັນ ຊາວບ້ານຢູ່ບ້ານນາຕູນ ເມືອງຂວາ ຜູ້ນຶ່ງກໍເວົ້າວ່າ ນັບຕັ້ງແຕ່ມີການກໍ່ສ້າງເຂື່ອນໄຟຟ້ານໍ້າອູມາ ກໍເຮັດໃຫ້ລະບົບນິເວດ ແລະຊີວະນາໆພັນ ຂອງແຫລ່ງນໍ້ານ້ອຍໆ ທີ່ເຊື່ອມຕໍ່ກັບນໍ້າອູ ໃນເມືອງຂວານີ້ ຄ່ອຍໆປ່ຽນ ແປງໄປ ຍ້ອນການຂຶ້ນ-ລົງຂອງນໍ້າ ຜິດທັມມະຊາດ. ສະນັ້ນ ປະຊາຊົນໃນເຂດນີ້ ຈຶ່ງຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນຫານີ້ຕື່ມອີກ.

ເຣື່ອງການຮັກສາລະບົບນິເວດກະສິກັມ ເຣື່ອງການປົກປັກຮັກສາບໍ່ ໄມ້ຫັ້ນນ່າ ໃຫ້ ການສະໄລຂອງດິນຫັ້ນນ່າ ມັນກໍຈະຊ່ວຍຮັກສານໍ້າ ບັນດາຫ້ວຍໜອງນ້ອຍທີ່ເປັນບັນດາອ່ານໂຕ່ງຂອງນໍ້າ ຫັ້ນນ່າ ບາງເທື່ອມັນກໍມີການເຈາະ ມີຫລາຍຫ້ວຍຫລາຍໜອງໄຫລເຂົ້າສູ່ແມ່ນໍ້າອູ.    

ເຂື່ອນໄຟຟ້ານ້ຳອູ ເປັນການລົງທຶນກໍ່ສ້າງ ໂດຍບໍລິສັດພະລັງ​ງານ​ໄຟ​ຟ້າ​ຈີນ​ຈຳ​ກັດ, ມີກໍາລັງຕິດຕັ້ງໄຟຟ້າທັງໝົດ 1,272,000 KW, ​ມູນ​ຄ່າ​ການລົງທຶນປະ ມານ 2.8 ຕື້ໂດລ້າຣ໌ສະຫະຣັຖ. ທັງໝົດມີເຂື່ອນໄຟຟ້າ 7 ເຂື່ອນ. ໃນນັ້ນແບ່ງອອກເປັນ 2 ໄລຍະ. ໄລຍະທີ 1 ມີ ເຂື່ອນໄຟຟ້ານ້ຳອູ 2, 5 ແລະ 6, ສ່ວນທີ່ເຫລືອເປັນໄລຍະທີ 2. ຕາມແຜນ ຮອດປີ 2020 ຈະ​ສາ​ມາດ​ເປີດ​ນຳ​ໃຊ້​ໄດ້​ອີກ 4 ເຂື່ອນ ຂອງໂຄງ​ການໄລຍະທີ 2. ພາຍຫຼັງເຂື່ອນໄຟຟ້ານ້ຳອູທັງ 7 ເຂື່ອນສ້າງສຳເລັດແລ້ວ ຈະສາມາດຜລິດພະລັງງານໄຟຟ້າ​ໄດ້ 12% ຂອງຈໍານວນ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວປະເທດລາວ. ໄຟຟ້າທີ່ຜລິດໄດ້ ຈະສົ່ງ​ອອກໄປຂາຍໃຫ້ຕ່າງປະເທດນໍາດ້ວຍ ອີງຕາມຂ່າວ CRI ວັນທີ 26 ທັນວາ 2019.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.