ຊາວບ້ານ ຈຳໃຈ ຮັບຄ່າຊົດເຊີຍ ຈາກໂຄງການ ເຂື່ອນນໍ້າແທ້
2022.06.03

ຊາວບ້ານທີ່ຖືກຜົລກະທົບ ສູນເສັຽທີ່ດິນທຳການກະເສດ ໃຫ້ກັບໂຄງການກໍ່ສ້າງອ່າງເກັບນໍ້າ ຕອນເທິງຂອງເຂື່ອນນໍ້າແທ້ ຈຳນວນ 2 ບ້ານຄືບ້ານນໍ້າຄະ ແລະ ບ້ານຜາແກ້ວ ເມືອງແປກ ແຂວງຊຽງຂວາງ ບໍ່ພໍໃຈເງິນຊົດເຊີຍຍ້ອນທາງບໍຣິສັດຜູ້ພັທນາໂຄງການຈ່າຍຄ່າຊົດເຊີຍຕໍ່າບໍ່ສົມເຫດສົມຜົລ.
ດັ່ງຊາວບ້ານຜູ້ນຶ່ງທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວໃນເມືອງແປກ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ມິຖຸນາ ນີ້ວ່າ:
“ບ່ອນເຂົາສິຕັນນໍ້າຫັ້ນລະ ເຂົາຊົດເຊີຍແລ້ວ ກາບໍ່ໄປເຮັດແລ້ວ ກາຍັງແຕ່ບ່ອນເຂົາບໍ່ມາຕັນນໍ້າ ນໍ້າບໍ່ຖ້ວມຫັ້ນກາບໍ່ພຽງພໍໃດ໋ ບາງຄອບຄົວມີພື້ນທີ່ຫຼາຍກາໄດ້ຫຼາຍ ບາງຄອບຄົວມີພື້ນທີ່ໜ້ອຍ ກາໄດ້ໜ້ອຍນຶ່ງ ໄດ້ຕາມພື້ນທີ່ນ່າ ເຂົາຊົດເຊີຍເຮັກຕ້າຣ໌ນຶ່ງ ກາແມ່ນ 5 ລ້ານຫັ້ນເດ້ມັນກາໄດ້ໜ້ອຍ.”
ຊາວບ້ານຜູ້ນີ້ກ່າວຕື່ມວ່າ ສຳລັບເງິນຊົດເຊີຍຈຳນວນ 5 ລ້ານກີບຕໍ່ເຮັກຕ້າຣ໌ນັ້ນ ຖືວ່າເປັນການຊົດເຊີຍທີ່ຕໍ່າຫຼາຍ ຊາວບ້ານບໍ່ສາມາດຈະນຳເງິນດັ່ງກ່າວ ໄປຊອກຊື້ດິນທຳການກະເສດ ຕອນໃໝ່ໄດ້ແລະບໍ່ສາມາດກຸ່ມຢູ່ ກຸ້ມກິນໄດ້ ໃນໄລຍະຍາວ ຂະນະທີ່ດິນທຳການກະເສດ ທີ່ຍັງເຫຼືອຢູ່ນັ້ນກໍມີແຕ່ໜ້ອຍດຽວ.
ເງິນຊົດເຊີຍທີ່ຊາວບ້ານຕ້ອງການ ຄືຢູ່ປະມານ 30-50 ລ້ານກີບຕໍ່ເຮັກຕ້າຣ໌ ເຖິງຈະສົມເຫດສົມຜົລແລະຍຸຕິທັມ ກັບຊາວບ້ານ ບໍ່ເອົາປຽບຊາວບ້ານຈົນເກີນໄປ ແຕ່ທາງບໍຣິສັດຜູ້ພັທນາ ໂຄງການກໍບໍ່ຍອມຮັບຂໍ້ຮຽກຮ້ອງ ແລະຍັງອອກຂໍ້ຕົກລົງຫ້າມ ບໍ່ໃຫ້ຊາວບ້ານໃນພື້ນທີ່ ເຂົ້າໄປທຳມາຫາກິນຢູ່ໃນພື້ນທີ່ ອ່າງເກັບນໍ້ານຳດ້ວຍ.
ສ່ວນຊາວບ້ານທີ່ຖືກຜົລກະທົບ ອີກຜູ້ນຶ່ງກ່າວວ່າ ໄດ້ຮັບເງິນຊົດເຊີຍແລ້ວ ແຕ່ເຫັນວ່າເປັນການຈ່າຍເງິນຊົດເຊີຍ ທີ່ບໍ່ສົມເຫດສົມຜົລ ກັບສະພາບເສຖກິຈ-ສັງຄົມໃນປັດຈຸບັນ. ຂະນະທີ່ຊາວບ້ານທັງໝົດ ກໍເປັນຊົນເຜົ່າ ບໍ່ມີການສຶກສາ, ບໍ່ມີຄວາມຮູ້ ແລະ ບໍ່ເຂົ້າໃຈຣະບຽບການຕ່າງໆ ຈຶ່ງພາກັນເຊັນຮັບຮອງ ເອົາເງິນຊົດເຊີຍຕາມທີ່ບໍຣິສັດຈ່າຍໃຫ້ ໂດຍບໍ່ມີການຄັດຄ້ານແຕ່ຢ່າງໃດ.
ນອກຈາກນີ້ຊາວບ້ານໃນພື້ນທີ່ ຍັງເຫັນວ່າການເຂົ້າມາພັທນາອ່າງເກັບນໍ້າ ແລະເຂື່ອນໄຟຟ້າບໍ່ໄດ້ສ້າງຜົລປໂຍດຫຍັງ ໃຫ້ກັບຊາວບ້ານໃນພື້ນທີ່ ນອກຈາກຈະສູູນເສັຽທີ່ດິນ ໃຫ້ກັບໂຄງການແລ້ວ ຊາວບ້ານກໍຈະຍັງທຸກຍາກໄປຕື່ມ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບຈາກໂຄງການດັ່ງກ່າວ ໃນເມືອງແປກ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ມິຖຸນານີ້ວ່າ:
“ເພິ່ນກາໃຫ້ຢູ່ໃຫ້ກາບໍ່ພຽງພໍ ບໍ່ພໍກາຈຳເປັນແລ້ວເນາະ ທາງບ້ານຫັ້ນເພາະວ່າ ເຂົາຮູ້ເທົ່າບໍ່ເຖິງການເດ້ ຂັ້ນເທີງວ່າແນວໃດ ບໍຣິສັດເວົ້າແນວໃດ ເຂົາກາເອົາຕາມນັ້ນແລ້ວ ພວກເຮົາກາບໍ່ມີຜົລປໂຍດຫຍັງ ທີ່ວ່າບໍຣິສັດເຂົາສິເບິ່ງ ສິແຍງຊ່ອຍການພັທນາຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຊຽງຂວາງ ກ່າວວ່າ ການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານທີ່ຖືກຜົລກະທົບ ສູນເສັຽທີ່ດິນທຳການກະເສດ ໂຄງການກໍ່ສ້າງອ່າງເກັບນໍ້າ ຕອນເທິງຂອງເຂື່ອນນໍ້າແທ້ ຖືເປັນຂໍ້ຕົກລົງລະຫວ່າງ ເຈົ້າແຂວງຊຽງຂວາງ ແລະ ບໍຣິສັດ ຜູ້ພັທນາໂຄງການ ແລະ ບໍຣິສັດຜູ້ພັທນາໂຄງການ ກໍບໍ່ໄດ້ໄປຖາມຄວາມຄິດ, ຄວາມເຫັນຂອງຊາວບ້ານໃນພື້ນທີ່ ເຖີງຄວາມເໝາະສົມ.
ແນວໃດກໍຕາມ ໂດຍຮວມແລ້ວກໍເຫັນວ່າ ຊາວບ້ານທີ່ຖືກຜົລກະທົບ ທັງໝົດບໍ່ໄດ້ຮັບຄວາມຍຸຕິທັມປານໃດ ແລະພວກຊາວບ້ານກໍບໍ່ກ້າຈະຄັດຄ້ານ ຍ້ອນບໍ່ຢາກໃຫ້ເກີດຂໍ້ຂັດແຍ່ງກັນ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງຊຽງຂວາງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 03 ມິຖຸນານີ້ວ່າ:
“ຂະເຈົ້າ ເພິ່ນວາງເປັນຂໍ້ຕົກລົງ ລົງມາເນາະ ເຮົາສເນີກາບໍ່ໄດ້ ມັນມີຂໍ້ຕົກລົງອອກມາແລ້ວ ເຮົາມັນຕໍ່ລອງບໍ່ໄດ້ເນາະ ເທົ່າໃດກໍເທົ່ານັ້ນ ຄັນສິເວົ້າມູນຄ່າແທ້ມັນກາ ບໍ່ສາມາດຊື້ບ່ອນອື່ນໄດ້ຫັ້ນແຫຼະ ເພາະໄທຍບ້ານເຮົາ ມັນອາສັຍແຕ່ເຮັດໄຮ່ ເຮັດນາ ບໍ່ມີທຸຣະກິຈປູກຝັງລ້ຽງສັດທັມມະດານີ້ແຫຼະ”
ທາງດ້ານເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງຊຽງຂວາງ ກ່າວວ່າໂຄງການກໍ່ສ້າງອ່າງເກັບນໍ້າ ຕອນເທິງຂອງເຂື່ອນນໍ້າແທ້ ມີຊາວບ້ານທີ່ຖືກຜົລກະທົບ 2 ບ້ານ ຄືບ້ານນໍ້າຄະ ແລະ ບ້ານຜາແກ້ວ ປະມານ 30 ປາຍຄອບຄົວ ຮວມມູນຄ່າຊົດເຊີຍທັງໝົດ 3,800 ລ້ານກີບ ຊຶ່ງແຕ່ລະຄອບຄົວກໍຈະໄດ້ຮັບເງິນ ຄ່າຊົດເຊີຍໜ້ອຍ-ຫຼາຍແຕກຕ່າງກັນໄປ ຕາມເນື້ອທີ່ ທີ່ຖືກຜົລກະທົບ ໂດຍເງິນຊົດເຊີຍທີ່ຊາວບ້ານໄດ້ຮັບ ກໍເປັນການຄິດໄລ່ອັດຕຣາ ທີ່ສົມເຫດສົມຜົລແລ້ວ ຊຶ່ງຊາວບ້ານກໍບໍ່ໄດ້ຄັດຄ້ານ ແຕ່ຢ່າງໃດ.
ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງຊຽງຂວາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ມິຖຸນານີ້ວ່າ:
“ມີແຕ່ທົດແທນເຣື່ອງດິນໄຮ່, ດິນນາ, ດິນສວນ, ທົດແທນຄ່ານໍ້າຖ້ວມຫັ້ນແລ້ວ ກາເອົາເງິນຊົດເຊີຍໃຫ້ເຂົາ ປະຊາຊົນເຂົາກາບໍ່ໄດ້ຮຽກຮ້ອງຫຍັງຫຼາຍ ກາບໍ່ໄດ້ຖ້ວມຫຼາຍເດ້ ແຕ່ວ່າເຂົາກາບໍ່ໄດ້ຮຽກຮ້ອງ ເອົາຫັ້ນນ່າ.”
ສຳລັບໂຄງການອ່າງເກັບນໍ້າ ຕອນເທິງຂອງເຂື່ອນນ້ຳແທ້ ຊຶ່ງມີກຳລັງການຜລິດໄຟຟ້າ 24,60 ເມກາວັຕ ໂດຍພື້ນທີ່ອ່າງເກັບນໍ້າຕອນເທິງ ຕັ້ງຢູ່ເຂດເມືອງແປກສ່ວນພື້ນທີ່ ເຂື່ອນໄຟຟ້າຕັ້ງຢູ່ບ້ານນໍ້າແທ້ ແລະບ້ານນໍ້າຊາງ ເມືອງຄຳ ແຂວງຊຽງຂວາງ ຊຶ່ງເຣີ່ມການກໍ່ສ້າງ ມາແຕ່ປີ 2019 ແລະ ສ້າງສຳເຣັດເມື່ອທ້າຍປີ 2021 ໂດຍກຸ່ມບໍຣິສັດ ໜອງໄຮ ຈຳກັດ ຂອງນັກລົງທຶນລາວ ເປັນຜູ້ລົງທຶນ ແລະຮັບເໝົາກໍ່ສ້າງ 100%.
ຢ່າງໃດກໍຕາມ ເຂື່ອນນໍ້າແທ້ຖືເປັນເຂື່ອນຂນາດກາງ ທີ່ຢູ່ໃນການຄຸ້ມຄອງຂອງກົມທຸຣະກິຈ ພລັງງານແລະບໍ່ແຮ່ ແຕ່ບໍ່ມີການເປີດເຜີຍຂໍ້ມູນ ການລົງທຶນ. ສ່ວນໄຟຟ້າທີ່ຜລິດ ຈາກເຂື່ອນທັງໝົດ ຈະຂາຍໃຫ້ກັບຣັຖວິສາຫະກິຈ ໄຟຟ້າລາວ.