ຜູ້ທີ່ໄດ້ຮັບຜົລກະທົບ ບາງສ່ວນ ຈາກເຂື່ອນນ້ຳເທີນ 1 ໄດ້ຮັບໃບຕາດິນແລ້ວ
2022.05.17
ທາງການແຂວງບໍຣິຄຳໄຊ ເລັ່ງມອບໃບຕາດິນໃຫ້ກັບຊາວບ້ານ ບ້ານຫ້ວຍຫອຍ ເມືອງວຽງທອງ ຈຳນວນ 624 ຄອບຄົວທີ່ຖືກຜົລກະທົບ ຈາກໂຄງການເຂື່ອນນໍ້າເທີນ 1 ໂດຍຄັ້ງ ທຳອິດທາງການແຂວງ ໄດ້ມອບໃບຕາດິນໃຫ້ກັບຊາວບ້ານແລ້ວ ຈຳນວນ 101 ຕອນ, ຍັງເຫຼືອອີກ 207 ຕອນ ທີ່ຍັງຈະສືບຕໍ່ໃຫ້ສຳເຣັດທັງໝົດ ພາຍໃນເດືອນພຶສພານີ້.
ຂະນະທີ່ຊາວບ້ານຖືກຜົລກະທົບ ກ່າວວ່າດີໃຈຫຼາຍທີ່ທາງການລາວ ໄດ້ມອບໃບຕາດິນໃຫ້ກັບຊາວບ້ານ ຕາມສັນຍາ ຂະນະດຽວກັນກໍເປັນກັງວົນເຣື່ອງ ທີ່ທາງການລາວຈະໃຫ້ຊາວບ້ານ ເອົາດິນຈັດສັນທັງໝົດ ເພື່ອປູກຢາງພາຣາ.
ດັ່ງຊາວບ້ານຜູ້ນຶ່ງທີ່ຖືກຜົລກະທົບ ໃນເມືອງວຽງທອງ ແຂວງບໍຣິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ພຶສພາ ນີ້ວ່າ:
“ເອີ! ກຳລັງມອບອອກໃບຕາດິນ ກະສິແລ້ວ ຍັງອີກຈຳນວນນຶ່ງ ບໍ່ທັນແລ້ວ ຄືວ່າຂະເຈົ້າເລັ່ງສິປູກຢາງພາຣານີ້ ຈັ່ງວ່າມັນ 6-7 ປີພຸ້ນນ່າ ມັນຫຍຸ້ງນຳວ່າໝົດ 2-3 ປີນີ້ແລ້ວ ມັນສິເອົາຫຍັງກິນຕໍ່ ສິວ່າດິນໄດ້ເຮັກຕ້າຣ໌ນຶ່ງສາ ໄປປູກຢາງໃສ່ແລ້ວ ມັນບໍ່ອັນເຮັດບາດນີ້ຫັ້ນນ່າ.”
ຊາວບ້ານຜູ້ນີ້ໄດ້ກ່າວອີກວ່າ ດິນຈັດສັນທັງໝົດບໍ່ສາມາດເຮັດ ການກະເສດອື່ນໄດ້ ເຊັ່ນປູກເຂົ້າ, ປູກໝາກໄມ້ຕ່າງໆ ເນື່ອງຈາກພື້ນທີ່ບຸກເບີກໃໝ່ ຢູ່ເທີງພູສູງ ບໍ່ມີແຫຼ່ງນໍ້າພຽງພໍ ເຮັດໄດ້ສະເພາະປູກຢາງພາຣາເທົ່ານັ້ນ ແຕ່ກວ່າຕົ້ນຢາງພາຣາຈະເຕີບໃຫຍ່ ແລະເກັບກ່ຽວຜົລຜລິດໄດ້ ກໍຕ້ອງໃຊ້ເວລາຫຼາຍປີ ເຮັດໃຫ້ຊາວບ້ານຈຳນວນນຶ່ງ ກັງວົນວ່າຈະບໍ່ສາມາດ ຫາລາຍໄດ້ເພື່ອລ້ຽງຊີບ ແລະຄອບຄົວໄດ້.
ຊາວບ້ານອີກຜູ້ນຶ່ງ ທີ່ຖືກຜົລກະທົບໄດ້ກ່າວວ່າ ດິນຈັດທີ່ມອບໃຫ້ກັບຊາວບ້ານນັ້ນ ບາງຄອບຄົວກໍໄດ້ດິນງາມ ເໝາະສົມກັບການປູກພືດຕ່າງໆ ແຕ່ມີບາງຄອບຄົວ ກໍໄດ້ດິນບໍ່ງາມປານໃດ ມີແຕ່ກ້ອນຫິນຂນາດໃຫຍ່ ບໍ່ມີແຫຼ່ງນໍ້າແລະຍາກທີ່ຈະທຳ ການກະເສດໃຫ້ມີຄວາມຍືນຍົງໄດ້.
ນອກຈາກນີ້ທາງການລາວ ຍັງເຈາະຈົງໃຫ້ຊາວບ້ານທີ່ໄດ້ຮັບມອບ ໃບຕາດິນແລ້ວ ຈະຕ້ອງປູກຢາງພາຣາເທົ່ານັ້ນ ໂດຍທາງໂຄງການລາວ ແລະຜູ້ພັທນາໂຄງການ ເຂື່ອນໄຟຟ້າ ຈະມອບຕົ້ນຢາງພາຣາ ຈຳນວນ 500 ເບັ້ຽຕໍ່ຄອບຄົວ ຊຶ່ງຊາວບ້ານສ່ວນຫຼາຍ ບໍ່ໄດ້ຕ້ອງການທີ່ຈະປູກຢາງພາຣາ ຢ່າງດຽວ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບໃນເມືອງວຽງທອງ ແຂວງບໍຣິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ພຶສພານີ້ວ່າ:
“ກາຍັງຈຳນວນນຶ່ງ ບໍ່ທັນໝົດ ດິນກະສິກັມຖືວ່າບ່ອນເໝາະສົມ ມັນກາມີ ແຕ່ວ່າບ່ອນມັນພົບຄວາມຫຍຸ້ງຍາກ ທີ່ວ່າບໍ່ເໝາະສົມກາມີ ເຈົ້າ ເຂົາໃຫ້ເຮັດປູກຢາງພາຣາ ກໍຄອບຄົວນຶ່ງເຂົາໃຫ້ 500 ເບັ້ຽ.”
ຊາວບ້ານອີກຜູ້ນຶ່ງກ່າວວ່າ ດິນຈັດສັນທີ່ມອບໃຫ້ກັບຊາວບ້ານນັ້ນ ບໍ່ມີຄວາມເໝາະສົມໃນການເຮັດນາ ແລະຊາວບ້ານສ່ວນຫຼາຍ ກໍຕ້ອງປ່ຽນອາຊີບໄປແບບຖາວອນ ເພາະທາງການລາວ ຈະໃຫ້ຊາວບ້ານຫັນໄປລ້ຽງສັດ ແລະປູກຢາພາຣາເທົ່ານັ້ນ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບໃນເມືອງວຽງທອງ ແຂວງບໍຣິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ພຶສພາ ນີ້ວ່າ:
“ເອີ! ໄດ້ແຕ່ດິນກະສິກັມກັບຄັງລ້ຽງສັດ ມີແຕ່ລ້ຽງງົວແລະກາກັບປູກພືດ ອຸດສາຫະກັມ ບໍ່ມີນ່າດິນນານະ ເຂດບ້ານເຮົາມີແຕ່ສູງຊັນ.”
ສຳລັບດິນຈັດສັນໃໝ່ ທີ່ທາງການແຂວງບໍຣິຄຳໄຊ ໄດ້ຊົດເຊີຍຄືນໃຫ້ກັບຊາວບ້ານ ທີ່ຖືກຜົລກະທົບໂຍກຍ້າຍໃນຄັ້ງນີ້ ຈະແບ່ງອອກເປັນ 3 ປະເພດຄື ທີ່ດິນຈຳນວນ 1 ເຮັກຕ້າຣ໌ ສຳລັບຄອບຄົວ ທີ່ມິສມາສິກ 3 ຄົນ, ທີ່ດິນຈຳນວນ 1.5 ເຮັກຕ້າຣ໌ ສຳລັບຄອບຄົວທີ່ມີສມາສິກ 4-5 ຄົນ ແລະ ທີ່ດິນຈຳນວນ 2 ເຮັກຕ້າຣ໌ ສຳລັບຄອບຄົວທີ່ມີສມາສິກ 5 ຄົນຂື້ນໄປ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງບໍຣິຄຳໄຊ ກ່າວວ່າສຳລັບການບຸກເບີກ ແລະຈັດສັນດິນໃຫ້ຊາວບ້ານ ບ້ານຫ້ວຍຫອຍ ມີຂນາດເນື້ອທີ່ປະ ມານ 1,400 ເຮັກຕ້າຣ໌ ຊຶ່ງເປັນທີ່ິດິນຂອງເຂດປ່າປ້ອງກັນ ແລະຢູ່ຫ່າງຈາກເຂດບ້ານຫ້ວຍຫອຍ ປະມານ 10 ຫຼັກ.
ພາຍຫຼັງທີ່ຈັດສັນແລະມອບໃບຕາດິນ ໃຫ້ກັບຊາວບ້ານແລ້ວນັ້ນ ທາງການໂຄງການກໍຈະສົ່ງເສີມ ອາຊີບ ໃຫ້ກຸ້ມໂຕເອງ ໂດຍການສນັບສນູນໃຫ້ຊາວບ້ານ ປູກຢາງພາຣາແລະລ້ຽງສັດຕ່າງໆ ຊຶ່ງທາງການລາວຈະເປັນຜູ້ຊອກຕລາດຊື້-ຂາຍ ຜົລຜລິດໃຫ້ກັບຊາວບ້ານທັງໝົດ. ສ່ວນການເຮັດນາກໍຕ້ອງໄດ້ຢຸດເຊົາ ໄປກ່ອນເພາະພື້ນທີ່ ບໍ່ເໝາະສົມປານໃດ.
ດ່ັງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງບໍຣິຄຳໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ພຶສພານີີ້ວ່າ:
“ກາ ເຣື່ອງຍາກນີ້ ກາຍາກແດ່ນ້ອຍນຶ່ງເນາະ ເພາະວ່າມັນການອນຢູ່ໃນຂອບເຂດ ປ່າປ້ອງກັນແຫ່ງຊາດ ແຕ່ວ່າເພິ່ນກາໄດ້ມີການຫັນນປ່ຽນ ຈາກສະພາແຫ່ງຊາດແລ້ວ ເພື່ອຈັດສັນທຳການຜລິດ ໃຫ້ປະຊາຊົນທີ່ໂຍກຍ້າຍມາ.”
ສຳລັບໂຄງການເຂື່ອນນໍ້າເທີນ 1 ມີຊາວບ້ານໄດ້ຮັບຜົລກະທົບຈຳນວນ 2 ກຸ່ມຄືກຸ່ມທີ 1 ຖືກໂຍກຍ້າຍແລະສູນເສັຽ ທີ່ດິນທຳການກະເສດທັງໝົດ 7 ບ້ານ, 624 ຄອບຄົວ ປະກອບມີບ້ານທ່າເດື່ອ 139 ຄອບຄົວ, ບ້ານພຽງຕັນ 69 ຄອບຄົວ, ບ້ານສົມບັດ 35 ຄອບຄົວ, ບ້ານກົກຕັນ 59 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນໍ້າມືດ 79 ຄອບຄົວ ແລະ ບ້ານໂພນໂຮມ 125 ຄອບຄົວ ແລະ ກຸ່ມທີ 2 ຖືກໂຍກຍ້າຍ ແຕ່ບໍ່ໄດ້ສູນເສັຽທີ່ດິນທຳການກະເສດ ມີຈຳນວນ 1 ບ້ານ ຄືບ້ານເມືອງມ່ວນ 88 ຄອບຄົວ ປັດຈຸບັນ ໄດ້ຮັບການໂຍກຍ້າຍ ອອກຈາກພື້ນທີ່ທັງໝົດແລ້ວ.