ຣັຖມົນຕຣີ ໂຍທາ ຍອມຮັບ ຈ່າຍຄ່າຊົດເຊີຍ ທາງຣົຖໄຟ ຊັກຊ້າ

ບໍຣິເວນ ສະຖານີຣົຖໄຟ ນະຄອນຫຼວງພຣະບາງ, ວັນທີ 31 ສິງຫາ ປີ 2022.
ບໍຣິເວນ ສະຖານີຣົຖໄຟ ນະຄອນຫຼວງພຣະບາງ, ວັນທີ 31 ສິງຫາ ປີ 2022. (RFA)

0:00 / 0:00

ຣັຖ​ມົນ​ຕ​ຣີ​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ອອກ​ມາ​ຍອມ​ຮັບ​ວ່າ ການ​ຈ່າຍ​ຄ່າ ​ຊົດ​ເຊີ​ຍ​ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ໂຄ​ງ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ມີ​ຄວາມ ຊັກ​ຊ້າ ຍ້ອນ​ວ່າ ວ່າ ຊາວ​ບ້ານ ບໍ່​ຍອມ​ຮັບ​ເງິນຄ່າຊົດ​ເຊີຍ​ ທີ່​ສະ​ພາ​ຮັບ​ຮອງ. ທາງ​ການ​ລາວ ຊື້​ແຈງ ຢູ່​ກອງ​ປະ​ຊຸ​ມ ສ​ໄມ​ສາ​ມັນ​ເທື່ອ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາຕ​ຊຸດ​ທີ 9 ຫຼື​ ກອງ​ປະ​ຊຸມ​ສະ​ພາແຫ່ງ​ຊາຕ ກ່ຽວ​ກັບ​ສາ​ເຫດ​ທີ່​ວຽກ​ງານ ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ ໃຫ້​ແກ​ຊາ​ວ​ບ້ານ ທີ່ຖືກ​ຜົ​ລ​ກະ​ທົບຈາກ​ໂຄງ​ການ ກໍ່​ສ້າງ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ໄດ້​ດຳ​ເນີນ​ການ​ໄປ​ແບບ​ຊັກ​ຊ້າ ແລະ ບໍ່​ທັນ​ສຳ​ເຣັດ ຍ້ອນ​ຊາວ​ບ້ານ​ຈຳ​ນວນ​ນຶ່ງ ບໍ່​ຍອມ​ຮັບເອົາ​ຄ່າ​ຊົດ​ເຊີຍ.

ທ່ານ ວຽງ​ສະ​ວັດ ສີ​ພັນ​ດອນ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ໄດ້​ກ່າວ​ໃນ​ວັນ​ທີ 7 ທັນ​ວາ ວ່າ:

" ຈ່າຍຄ່ ຊົດ ເຊີຍໂຕ ຈິງ ປະ ຊາ ຊົນ ແລ້ວ 1,651.29 ຕື້ ຍັງ ເຫຼືອ 64.59 ຕື້ ສ່ວນ ໃຫຍ່ ແມ່ນ ປະ ຊາ ຊົນ ຜູ້ ທີ່ຖືກ ຜົ ກະ ທົບ ບໍ່ ຍອມ ຮັບ ລາ ຄາ ຊົດ ເຊີຍ ທີ່ ສະ ພາ ຂັ້ນ ແຂວງ ສະ ພາ ນະ ຄອນ ຫລວງ ຮັບ ຮອງ ອັນ ນີ້ ແມ່ນ ບັນ ຫາ ຕົ້ນ ຕໍ ທີ່ ຍັງ ຄ້າງ ຄາ ແກ່ ຍາວ ."

ທ່ານ ວຽງ​ສະ​ວັດ ສີ​ພັນ​ດອນ ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ຍັງ​ຣາຍ​ງານ​ຄວາມ​ຄືບ​ໜ້າ ຂອງ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ ໃຫ້​ແກ່​ຊາວ​ບ້ານ ທີ່​ຖືກ​ຜົ​ລ​ກະ​ທົບ ຈາກ​ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ວ່າ ມາ​ຮອດ​ເດືອນ​ພຶ​ສ​ຈິ​ກາ 2022 ສາ​ມາດ​ຊົດ​ເຊີຍ ສຳ​ເຣັດ​ແລ້ວ 5,755 ຄອບ​ຄົວ ແລະ ຍັງ​ບໍ່​ທັນ​ໄດ້​ຊົດ​ເຊີຍ ​ຈຳ​ນວນ 1,130 ຄອບ​ຄົວ ເຊິ່ງ​ເປັນ​ຂໍ້​ມູນ​ອັບ​ເດດ​ຫຼ້າ​ສຸດ.

ສ່ວນ​ວ່າ ຊາວ​ບ້ານ​ກໍ​ເຫັນ​ວ່າ ບັນ​ຫານີ້ ເປັນ​ການ​ຖິ້ມໂທດ​ໃສ່​ຊາວ​ບ້ານ ໃນ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ຊັກ​ຊ້າ ແຕ່ ຄວາມ​ຈິງ​ກໍ​ຄື ຄ່າ​ຊົດ​ເຊີຍທີ່​ດິນ ທີ່​ໂຄງ​ການ​ຈ່າຍ​ໃຫ້​ນັ້ນ ບໍ່ສາມາດ​ຊື້​ດິນ ຕອນ​ໃໝ່​ບໍ່​ໄດ້.

ຊາວ​​ນະ​ຄອນ​ຫລວງວຽງ​ຈັນ ຜູ້​ທີ່​ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ ​ເສ​ຣີ ໃນ​ວັນ​ທີ 16 ທັນ​ວາ ວ່າ:

" ມັນ ຫລ້າ ຊ້າ ມາ ຈັ່ງ ຊີ້ ກະ ແມ່ນ ຢູ່ ເພິ່ນ ເວົ້າ ກວມ ລວມ ເພິ່ນ ວ່າ ປະ ຊາ ຊົນ ບໍ່ ຍອມ ຮັບ ຄ່າ ຊົດ ເຊີຍຫັ້ນ ນ່າ ປະ ຊາ ຊົນ ຖືກ ຜົ ກະ ທົບ ໃຫ້ ແມັດ ກາ ເລ້ 80,000 ກີບຕໍ່ ແມັດ ກາ ເລ້ ກະ ຮັບ ເອົາ ບໍ່ ໄດ້ ເພາະ ວ່າ ໄປ ຊື້ ດິນ ຊື້ດອນບໍ່ ໄດ້ ."

ການ​ຈ່າຍ​ຄ່າ​ຊົດ​ເຊີຍ ​ທີ່​ດິນ​ຕ່ຳ​ກວ່າ​ ລາ​ຄາ​ທ້ອງ​ຕ​ລາດ. ຊາວ​ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ເຂົາ ກະ ເວົ້າ ໄປ ແລ້ວແຫຼະ ເຂົາ ກະ ແຈ້ງ ໃນ ສະ ພາ ຫັ້ນ ແຫຼະເນາະ ບໍ່ ເອົາ ແລ້ວ ແຫຼະ ເຈົ້າ ເນີ ໃຫ້ ຖືກ ເນາະ ເຂົາ ຂາຍ ໝ້ອງ ອື່ນ ໄດ້ ແມັດ ນຶ່ງ 2,000-3,000 ບາທ, ບາດນີ້ ເຈົ້າ ມາ ໃຫ້ ແມັດ ລະ 80,000 ກີບ ໃຜ ລະ ຊິ ຍອມ ເອົາ ."

ຊາວ​ບ້ານບາງ​ຄົນ ​ກໍ​ບໍ່​ເຂົ້າ​ໃຈ​ວ່າ ການ​ຈ່າຍ​ຄ່າ​ຊົດ​ເຊີຍ ຢູ່​ບາງ​ເຂດ ກໍ​ໄດ້​ສູງ ແຕ່ ບາງ​ເຂດກໍ່​ໄດ້​ຕ່ຳ. ຊາວ​ແຂວງ​ຫລວງ​ນ້ຳ​ທາ​ ທ່ານ​ນຶ່ງ ໄດ້​ກ່ວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ​ວ່າ:

" ກໍ ບໍ່ ເຂົ້າ ໃຈ ນຳ ເຂົາ ເຈົ້າ ເນາະ ຍ້ອນ ເຫດ ຜົ ອີ່ ສັງ ເຮົາ ກໍ ບໍ່ ເຂົ້າ ໃຈ ໂຄງ ການ ໂຕ ດຽວ ກັນ ຄື ກັນ ຫັ້ນ ແຫຼະ ກົດ ໝາຍ ໂຕ ດຽວ ກັນນີ້ ຢູ່ ເຂດ ເຮົາ ຍັງ ຖື ວ່າ ໄດ້ ສູງ ."

ນອກ​ຈາກນີ້ ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ທີ່ ຈ່າຍ​ຄ່າ​ຊົດ​ເຊີຍ​ແບບ​ຫຼ້າ​ຊ້າ ກໍ​ຍັງ​ເກີດ​ບັນ​ຫາ​ອື່ນໆ ນຳ​ດ້ວຍ ເປັນ​ຕົ້ນ ບັນ​ຫາ​ທີ່​ດິນ​ທັບ​ຊ້ອນ​ກັນ ລະຫວ່າງ ເຈົ້າ​ຂອງ​ດິນ​ຜູ້​ໃໝ່ ແລະ ເຈົ້າ​ຂອງ​ທີ່​ດິນຜູ້​ເກົ່າ ທີ່​ຍັງ​ບໍ່​ສາ​ມາດ​ໄກ່​ເກັ່ຽກັນ​ໄດ້.

ຊາວເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ໄດ້​ກ່າວ​ວ່າ:

" ທາງ ຣົ ໄຟ ຫວະ ຍັງ ບໍ່ ໝົດ ນ່າ 2-3 ຄົນ ບໍ່ ໄດ້ ເຂົາ ຂຶ້ນ ແຜນ ດິນ ຜູ້ ນຶ່ງ ຂຶ້ນ ໃຫ້ ຜູ້ ນຶ່ງນ່າ ແມ່ນ ດິນ ທັບ ຊ້ອນ ."

ແຂວງ​ທີ່​ທາງ​ຣົ​ຖ​ໄຟ​ ຕັດ​ຜ່າ​ນ​ລວມ​ມີ ແຂວງ ຫຼ​ວງ​ນ້ຳ​ທາ, ອຸ​ດົມ​ໄຊ, ຫລວງ​ພ​ຣະ​ບາງ, ວຽງ​ຈັນ ແລະ ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ຍັງ​ບໍ່​ມີ​ແຂວງ​ໃດ​ ສາ​ມາດ​ໃຊ້​ຄ່າ​ຊົດ​ເຊີຍ ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ ສຳ​ເຣັດ. ທາງ​ການ​ ແຂວງ​ຫຼວງ​ນ້ຳ​ທາ ກໍ​ໄດ້​ມອບ​ເຮືອນຈຳ​ນວນ 159 ຫຼັງ ຢູ່​ບ້ານ​ນາ​ເຕີຍ ແຂວງ​ຫຼວງ​ນ້ຳ​ທາ ໃຫ້​ແກ່​ຊາວ​ບ້ານ ທີ່​ຖືກ​ຍົກ​ຍ້າຍ​ທີ່​ຢູ່​ອາ​ໄສ ແລະ ເສັຽ​ທີ່​ດິນ ໃຫ້​ແກ່​ໂຄງ​ການ​ ທາງ​ຣົ​ຖ​ໄຟ​ ລາວ-ຈີນ ນັບ​ແຕ່​ເດືອນ​ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.