ຊາວບ້ານ ກັງວົນກັບເຫດການ ນ້ຳໄຫຼຊຶມອອກຈາກ ເຂື່ອນນ້ຳເທີນ 1

ຈຳປາທອງ
2022.07.18
ຊາວບ້ານ ກັງວົນກັບເຫດການ ນ້ຳໄຫຼຊຶມອອກຈາກ ເຂື່ອນນ້ຳເທີນ 1 ສະພາບເຂື່ອນນ້ຳເທີນ 1 ທີ່ກຳລັງມີນ້ຳໄຫຼຊຶມອອກ ທາງຂ້າງເຂື່ອນ, ເດືອນກໍຣະກະດາ ປີ 2022.
ນັກຂ່າວ ພົລເມືອງ

ສື່ສັງຄົມອອນລາຍນ໌ໃນລາວ ໄດ້ເຜີຍແຜ່ຮູບພາບວີດີໂອ ເຂື່ອນໄຟຟ້ານໍ້າເທີນ 1 ຮົ່ວ ເມື່ອວັນທີ 16 ກໍຣະກະດານີ້, ເຮັດໃຫ້ສັງຄົມ ເກີດຄວາມວິຕົກກັງວົນໃຈຫລາຍ ຍ້ອນມີຄວາມສ່ຽງ ຢ້ານເຂື່ອນຈະແຕກ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງບໍຣິຄໍາໄຊ ກ່າວຢືນຢັນຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 18 ກໍຣະກະດານີ້ວ່າ ມັນເປັນພຽງນໍ້າຊຶມ ພາຍຫລັງທີ່ເຂື່ອນໄດ້ເຣີ່ມກັກເກັບນໍ້າໃນປີນີ້ມາ, ບໍ່ມີຜົລກະທົບຕໍ່ໂຕເຂື່ອນ ເຂື່ອນຍັງປອດພັຍຕາມມາຕຖານສາກົນ.

ໂຕນໍ້າເທີນ 1 ກະຄືວ່າຂ່າວລືວ່າມັນຮົ່ວ ທີ່ຈິງມັນກະນໍ້າຊຶມ ມັນປົກກະຕິ. ມັນບໍ່ໄດ້ອອກຈາກເຂື່ອນຫັ້ນ. ມັນບໍ່ໄດ້ກະທົບຢູ່ກັບໂຕເຂື່ອນເດ້ຊິນ່າ. ເຂົາກະກວດສອບໝົດແລ້ວເດ໋ ທາງກະຊວງພະລັງງານ ເຂົາກະລົງໄປໝົດແຫລະ ບໍ່ມີບັນຫາຫັຍງດອກ.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ເພື່ອຂໍຮູ້ເຣື່ອງທີ່ເກີດຂຶ້ນນັ້ນ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ແຕ່ທ່ານ ບຸນຍັ້ງ ເພັງສຸວັນ ທີ່ປຶກສາໃນການພົວພັນ ກັບຣັຖບານ ແລະຄະນະຮັບຜິດ ຊອບເຣື່ອງຄວາມປອດພັຍ ຂອງບໍຣິສັດໄຟຟ້ານໍ້າເທີນ 1 ກໍໄດ້ຊີ້ແຈງໃຫ້ສັງຄົມເຂົ້າໃຈ ຜ່ານທາງເຟສບຸກຄ໌ ຂອງໂຄງການໃນວັນທີ 18 ກໍຣະກະດານີ້ວ່າ ປາກົດການທີ່ເກີດຂຶ້ນກັບເຂື່ອນ ຊຶ່ງມີບຸກຄົນໃຊ້ສື່ສັງຄົມອອນລາຍນ໌ ໄດ້ນໍາເອົາໄປເຜີຍແຜ່ນັ້ນ ເຮັດໃຫ້ສັງຄົມກັງວົນ ຕໍ່ຄວາມປອດພັຍຂອງເຂື່ອນ.

ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຖືກອອກແບບ ແລະຄວບຄຸມການກໍ່ສ້າງຈາກບໍຣິສັດທີ່ປຶກສາ ໃນຣະດັບສາກົລ AFRY ຈາກປະເທດ Switzerland ແລະຣັຖບານລາວ ໄດ້ຈ້າງຊ່ຽວຊານສະເພາະດ້ານ ເຂົ້າມາຕິດຕາມກວດກາການກໍ່ສ້າງອີກຕໍ່ນຶ່ງ ເພື່ອຮັບປະກັນວ່າ ການກໍ່ສ້າງໄດ້ມາຕຖານ, ຮັບປະກັນຄວາມປອດພັຍ ຕາມສັນຍາສໍາປະທານ.

ຫລັງຈາກການກັກເກັບນໍ້າມາແຕ່ວັນທີ 1 ເມສາ 2021, ຮອດກາງເດືອນມິຖຸນາ 2022 ນີ້ ໄດ້ເຫັນນໍ້າຮົ່ວຊຶມອອກຈາກທາງດ້ານຂວາ ຂອງເຂື່ອນ ຊຶ່ງທີ່ປຶກສາໂຄງ ການໄດ້ວິເຄາະ ແລະຢືນຢັນວ່າ ບໍ່ມີຜົລກະທົບຕໍ່ໂຕເຂື່ອນ ແລະສາມາດແກ້ໄຂບັນຫາ ນໍ້າຮົ່ວຊຶມນັ້ນໄດ້ ຊຶ່ງບໍຣິສັດໄຟຟ້ານໍ້າເທີນ 1 ໃຫ້ຄວາມໝັ້ນໃຈ ຕໍ່ສັງຄົມວ່າ ມາເຖິງປັດຈຸບັນ ເຂື່ອນໄຟຟ້ານໍ້າເທິນ 1 ມີຄວາມປອດພັຍ 100%.

ຊາວບ້ານຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ທີ່ອາສັຍຢູ່ໜ້າເຂື່ອນໄຟຟ້ານໍ້າເທີນ 1 ເວົ້າວ່າ ເຣື່ອງເຂື່ອນໄຟຟ້າມີນໍ້າຮົ່ວຊຶມນັ້ນ ທາງບໍຣິສັດບໍ່ໄດ້ແຈ້ງເຕືອນ ຫລືປະກາດໃຫ້ປະຊາຊົນຮູ້ ເພື່ອຈະໄດ້ກຽມການອົພຍົບ ອອກຈາກພື້ນທີ່ ເພື່ອຄວາມປອດພັຍແຕ່ຢ່າງໃດ.

ຊາວບ້ານບາງຄົນ ກໍວິຕົກກັງວົນຫລາຍ ຍ້ອນຢ້ານຈະເກີດອຸບັດຕິເຫດ ສຸກເສີນຂຶ້ນ ທີ່ອາຈສົ່ງຜົລກະທົບຕໍ່ຊີວິຕ ແລະຊັພສິນຂອງພວກຕົນ, ແຕ່ບາງຄົນກໍບໍ່ຕົກໃຈໃນເຣື່ອງນີ້ ເພາະເຊື່ອໝັ້ນໃນມາຕຖານຂອງເຂື່ອນ ດັ່ງຊາວບ້ານຄົນນຶ່ງຢູ່ເມືອງປາກກະດິງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ກໍຣະກະດານີ້ວ່າ:

ເຫັນແຕ່ໃນເຟສໃດ໋ ບໍ່ເຫັນເພິ່ນມາໃດ໋ ປະກາດເຕືອນ ບໍ່ບໍ່ຢ້ານດອກ. ເພິ່ນວ່າກະບໍ່ໄດ້ເປັນຫຍັງ ແບບວ່ານໍ້າທັມມະດາ ເພິ່ນເວົ້າຫັ້ນ ບໍ່ໄດ້ເປັນຫຍັງ.

ແລະຊາວບ້ານ ຢູ່ເມືອງປາກກະດິງອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ພາຍຫລັງທີ່ເຫັນຂ່າວ ທາງສື່ສັງຄົມອອນລາຍນ໌ ກໍຕົກໃຈເພາະບໍ່ໄດ້ຮັບການແຈ້ງເຕືອນໃດໆ ຈາກທາງການເມືອງ ແລະທາງໂຄງການດັ່ງກ່າວ.

ບໍ່ໆ ບໍ່ມີການແຈ້ງເຕືອນເລີຍ ເຈົ້າ ກະບາງຄົນ ບາງຄົນກະຕົກໃຈ.

ໃນຂະນະດຽວກັນ ຊາວບ້ານອີກຄົນນຶ່ງ ໃນເມືອງດຽວກັນນີ້ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ທາງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຄວນຈະມາພົບກັບຊາວບ້ານ ເພື່ອສ້າງຄວາມໝັ້ນໃຈວ່າ ເຂື່ອນໄຟຟ້າດັ່ງກ່າວ ມີຄວາມປອດພັຍສູງ ແລະຖ້າຫາກເກີດເຫດການຫຍັງຂຶ້ນກັບເຂື່ອນ ກໍຄວນແຈ້ງເຕືອນໃຫ້ຊາວບ້ານຮູ້ຢ່າງໄວວາ.

ບໍ່ຮູ້ນໍາວີຊາການຂະເຈົ້າ ຂະເຈົ້າກະບໍ່ອະທິບາຍໃຫ້ຟັງແດ່ ເຂົາກະບໍ່ອະທິບາຍເຣື່ອງນັ້ນ ເຣື່ອງນີ້ມັນເປັນແນວນັ້ນແນວນີ້ ເຮົາຈະມີຄວາມຮັບປະກັນແນວນັ້ນແນວນີ້ ເຂົາກະບໍ່ເວົ້າ ປະຊາຊົນເຂົາກະບໍ່ຮູ້ຫຍັງເນາະ ຄວາມປອດພັຍແນວນັ້ນແນວນີ້.

ສໍານັກງານຊັພຍາກອນນໍ້າແຫ່ງຊາຕໄທຍ ເວົ້າວ່າ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ໃນຖານະຜູ້ຮັບຊື້ໄຟຟ້າຈາກໂຄງການເຂື່ອນນໍ້າເທີນ 1 ກໍໄດ້ຕິດຕາມເຣື່ອງດັ່ງກ່າວຢ່າງໃກ້ຊິດ ແລະໄດ້ຮັບການຢັ້ງຢືນວ່າ ການຮົ່ວຊຶມຂອງເຂື່ອນ ແມ່ນເກີດຈາກ ຂະບວນການກໍ່ສ້າງເຂື່ອນ ຄອນກຣີດບົດອັດ ອາດມີນໍ້າໄຫລຜ່ານຮູນ້ອຍໆຂອງຊັ້ນດິນ ແລະຊັ້ນຫິນທາງດ້ານຂວາຂອງໂຕເຂື່ອນ ແລະບໍ່ສົ່ງຜົລກະທົບຕໍ່ໂຄງສ້າງ ຂອງເຂື່ອນໄຟຟ້າແຕ່ຢ່າງໃດ ດັ່ງ ດຣ. ສຸຣະສີ ກິດຕິມົນທົນ ເລຂາທິການສໍານັກງານ ຊັພຍາກອນນໍ້າແຫ່ງຊາຕໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ກໍຣະກະດານີ້ວ່າ:

(ໄທຍ)ທາງການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຊຶ່ງເຂົາເປັນຜູ້ທີ່ຈະຊື້ໄຟຟ້າ ກໍໄດ້ປະສານກັບທາງບໍຣິສັດ ທີ່ດໍາເນີນການກໍ່ສ້າງຢູ່ຝັ່ງລາວ ກໍຢັ້ງຢືນວ່າບໍ່ມີຜົລກະທົບແນ່ນອນ ມັນບໍ່ໄດ້ມີຜົລກະທົບຕໍ່ໂຕເຂື່ອນ ວິທີການແກ້ໄຂກະຄືວ່າ ເຂົາຈະຕ້ອງສີດອັດນໍ້າປູນລົງໄປ ຕາມແນວລ່ອງທີ່ຮົ່ວຊຶມ.

ເຂື່ນໄຟຟ້ານໍ້າເທີນ 1 ເປັນເຂື່ອນຄອນຄຣີດບົດອັດ, ສ້າງກັ້ນແມ່ນໍ້າກະດິງ, ມີຄວາມສູງປະມານ 197 ແມັດ, ກັກເກັບນໍ້າໄດ້ 3,000 ລ້ານແມັດກ້ອນ, ຢູ່ຫ່າງຈາກແມ່ນໍ້າຂອງປະມານ 33 ກິໂລແມັດ. ລັກສະນະການໄຫລຂອງນໍ້າ ເມື່ອມີການລະບາຍນໍ້າ ອອກຈາກເຂື່ອນ ນໍ້າຈະໄຫລລົງນໍ້າກະດິງ ເມືອງປາກກະດິງ ກ່ອນທີ່ຈະໄຫລລົງສູ່ແມ່ນໍ້າຂອງ ທີ່ີຢູ່ກົງກັນຂ້າມກັບແຂວງບຶງການ ຊຶ່ງໃນຕອນນີ້ ຢູ່ໃນລະຫວ່າງການກັກເກັບນໍ້າ ເປັນປີທໍາອິດ ແລະມີກໍານົດສົ່ງໄຟຟ້າ ໃຫ້ປະເທດໄທຍໃນເດືອນສິງຫາ 2022 ນີ້.

ກ່ຽວກັບເຣື່ອງນນີ້ ຮອງສາສຕຣາຈານ ດຣ. ສຸດທິສັກ ສອນລໍາ ນັກຊ່ຽວຊານ ແລະອາຈານພາກວິຊາ ວິສວະກັມໂຍທາ ມະຫາວິທຍາລັຍກະເສຕສາຕຂອງໄທຍ ເວົ້າວ່າ ເບິ່ງພາບລວມ ຫາກເປັນການຮົ່ວຊືມ ຜ່ານໂຕເຂື່ອນ ບໍ່ວ່າຈະເປັນເຂື່ອນດິນ ຫລືເຂື່ອນຄອນກຣີດ ສະແດງວ່າ ອາຈເປັນອັນຕຣາຍຢູ່  ໂດຍສະເພາະເຂື່ອນດິນ ຫາກມີນໍ້າຮົ່ວ ຈະມີອັນຕຣາຍ ແລະເປັນຕາຢ້ານຫລາຍ ເພາະດິນມັນຖືກກັດເຊາະໄດ້ງ່າຍກວ່າ. ຖ້າຕີນເຂື່ອນມີນໍ້າຮົ່ວໄຫລອອກມາ  ຖືວ່າອັນຕຣາຍໝົດ ບໍ່ວ່າຈະເປັນເຂື່ອນດິນ ຫລືເຂື່ອນຄອນກຣີດ ເພາະວ່າມັນເປັນການກັດເຊາະຢູ່ໃຕ້ເຂື່ອນ.

ຕາມທີ່ເຫັນໃນຮູບ ການຮົ່ວໄຫລຂອງນໍ້າ ແມ່ນຢູ່ທາງເບື້ອງຂວາ ຂອງເຂື່ອນ ຊຶ່ງຕ້ອງຄິດກ່ອນວ່າ ນໍ້າມັນຊຶມ ຫລືຮົ່ວໄຫລມາຈາກບ່ອນໃດ ຫລືນໍ້າຈະໄຫລອ້ອມຜ່ານໂຕເຂື່ອນ ຕາມທີ່ເຫັນ ຫລືມັນອາຈເປັນນໍ້າໃຕ້ດິນ ທີ່ມາຈາກພູເຂົາ ຄ້າຍໆນໍ້າຕົກ ເວລາຝົນຕົກ ຜ່ານຊັ້ນຫິນດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

(ໄທຍ) “ປົກກະຕິແລ້ວ ໄຫລ່ເຂື່ອນພວກນີ້ ເຮົາກະປິດກັ້ນການໄຫລ ອັດສີດນໍ້າປູນລົງໄປໃນເຂົາ ເພື່ອປິດກັ້ນບໍ່ໃຫ້ນໍ້າປູນໄຫລ ທີນີ້ ຫາກເປັນການເກັບນໍ້າຄັ້ງທໍາອິດ ມັນກໍອາດມີນໍ້າຮົ່ວໄຫລອອກມາ ດັ່ງຄືໃນຮູບທີ່ເຫັນ ຊຶ່ງຖ້າແກ້ໄຂໂດຍການລົດລະດັບນໍ້າ ຫລືເຂົ້າໄປສ້ອມ ເພື່ອໃຫ້ມັນຢູ່ກັບສະພາບເດີມ ບໍ່ໃຫ້ມີນໍ້າຮົ່ວໄຫລ ກໍໜ້າຈະບໍ່ມີບັນຫາຫຍັງ.”

ທ່ານກ່າວຕື່ມວ່າ ເຂົ້າໃຈວ່າ ສິ່ງທີ່ເກີດຂຶ້ນນັ້ນ ໜ້າຈະເປັນນໍ້າຈາກອ່າງເກັບນໍ້າ ລອດຜ່ານໂຕເຂື່ອນ ທີ່ມີແຮງດັນຫລາຍ. ສະນັ້ນ ຫາກພົບພໍ້ລັກສະນະຮົ່ວແບບນີ້ ສ່ວນໃຫຍ່ກໍຈະຕ້ອງເລັ່ງ ລະບາຍນໍ້າ ເພື່ອຫລຸດຜ່ອນແຮງດັນລົງ ກ່ອນທີ່ຈະແກ້ບັນຫາ.

ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ມີກໍາລັງການຜລິດ 650 ເມກາວັດ, ມູລຄ່າລົງທຶນກໍ່ສ້າງປະມານ 900 ລ້ານໂດລ້າຣ໌ສະຫະຣັຖ, ໄດ້ເຣີ່ມກໍ່ສ້າງມາແຕ່ປີ 2014 ແລະສ້າງສໍາເຣັດແລ້ວ, ເປັນໂຄງການຮ່ວມທຶນ ລະຫວ່າງກຸ່ມບໍຣິສັດພອນສັກ 60%, ກຸ່ມບໍຣິສັດເອັກໂກ ຂອງໄທຍ 25% ແລະບໍຣິສັດຜລິດໄຟຟ້າລາວ ມະຫາຊົນ 15%. ບໍຣິສັດ ຊີໂນໄຮໂດຣ ຂອງຈີນ ເປັນຜູ້ອອກແບບ ແລະຮັບເໝົາກໍ່ສ້າງ.

ອີງຕາມສັນຍາຊື້-ຂາຍໄຟຟ້າ ທີ່ຜລິດຈາກເຂື່ອນນໍ້າເທີນ 1 ແມ່ນຈະເຣີ່ມຂາຍໃນ ເດືອນສິງຫາທີ່ຈະມາເຖິງນີ້ ໂດຍຈະຂາຍໃຫ້ໄທຍ 514 ເມກາວັດ ຫລື 80% ແລະຣັຖວິສາຫະກິຈ ໄຟຟ້າລາວ 130 ເມກາວັດ ຫລື 20%, ໄລຍະສັມປະທານ 27 ປີ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.