ເຂື່ອນໄຟຟ້າ ນ້ຳເທີນ 1 ປ່ອຍນ້ຳ, ແຕ່ປະຊາຊົນບໍ່ຮູ້

ພອນ ພູມມີທອນ
2023.06.14
ເຂື່ອນໄຟຟ້າ ນ້ຳເທີນ 1 ປ່ອຍນ້ຳ, ແຕ່ປະຊາຊົນບໍ່ຮູ້ ບໍຣິເວນ ເຂື່ອນນໍ້າເທີນ 1 ແຂວງບໍຣິຄໍາໄຊ.
ນັກຂ່າວ ພົລເມືອງ

ເຂື່ອນໄຟຟ້ານ້ໍາເທີນ 1 ເຊິ່ງເປັນເຂື່ອນຕົ້ນນ້ໍາກະດິງ ຢູ່ແຂວງບໍຣິຄໍາໄຊ ປ່ອຍນ້ໍາ ລະຫວ່າງ ວັນທີ 5-30 ມີຖຸນາ 2023 ນີ້ ໂດຍເຈົ້າໜ້າທີ່ ປະຈໍາໂຄງການ ໄດ້ປະກາດແຈ້ງເຕືອນປະຊາຊົນປາກເປົ່າ ທີ່ອາສັຍຢູ່ລຸ່ມເຂື່ອນ 6 ບ້ານ ໃນເມືອງ ປາກກະດິງ ແຂວງບໍຣິຄໍາໄຊ ໃຫ້ເກັບມ້ຽນເຄື່ອງຂອງ, ຍົກຍ້າຍໄປໄວ້ບ່ອນສູງ ແລະ ເຝົ້າລະວັງລະດັບນ້ໍາຢ່າງໃກ້ຊິດ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ກ່າວວ່າ ເຂື່ອນໄຟຟ້ານ້ໍາເທີນ 1 ໄດ້ປ່ອຍນ້ໍາລົງລຸ່ມເຂື່ອນແທ້ ແຕ່ພັດບໍ່ມີໜັງສືແຈ້ງເຕືອນ ລ່ວງໜ້າແຕ່ຢ່າງໃດ.

ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກວ່າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 14 ມີຖຸນາ ນີ້ວ່າ:

“ວັນທີ 5 ຫາ 30 ເດືອນນີ້ ຍັງບໍ່ເຫັນໄດ໋ ນ່າຈະບໍ່ໄດ້ຮັບຄືກັນ ເພາະວ່າເຮົາກວດເບິ່ງ ເອກະສານຂາເຂົ້າກະບໍ່ເຫັນ.”  

ສໍາລັບບ້ານທີ່ມີຄວາມສ່ຽງ ທີ່ຈະໄດ້ຮັບຜົລກະທົບ ຈາກການປ່ອຍນ້ໍາ ຈາກເຂື່ອນໄຟຟ້ານ້ໍາເທີນ 1 ຄື ບ້ານໂພນຈະເລີນ, ຫາດຊາຍຄໍາ, ດອນໄຊ, ປາກປາງ, ປາກກະດິງໃຕ້ ແລະ ປາກກະດິງເໜືອ ທັງໝົດຢູ່ໃນເມືອງປາກກະດິງ ແຂວງ ບໍຣິຄໍາໄຊ. ຊາວບ້ານຜູ້ນຶ່ງ ໃນເມືອງປາກກະດິງ ແຂວງ ບໍຣິຄໍາໄຊ ກ່າວວ່າ ບໍ່ເຫັນໜັງສືແຈ້ງເຕືອນລ່ວງໜ້າ ຈາກເຂື່ອນໄຟຟ້ານ້ໍາເທີນ 1 ວ່າ ຈະມີການປ່ອຍນ້ໍາອອກຈາກເຂື່ອນ ໃນລະຫວ່າງວັນທີ 5-30 ມີຖຸນານີ້ ເຮັດໃຫ້ຊາວບ້ານທີ່ທໍາການກະເສດ ຢູ່ຕາມແຄມແມ່ນ້ໍາ ບໍ່ສາມາດເກັບມ້ຽນເຄື່ອງຂອງ ໄດ້ທັນເວລາ ສ້າງຜົລກະທົບ ແລະ ຄວາມເສັຍຫາຍແກ່ຊາວບ້ານ.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ: 

“ເຮົາກະບໍ່ໄດ້ຮັບແຈ້ງເຕືອນ ຄືກັນໄດ໋ ໂຕນີ້ມັນຕ້ອງແມ່ນ ພວກເຂື່ອນຂະເຈົ້າ ເປັນຄົນແຈ້ງເລີຍ ແຈ້ງວ່າຈະປ່ອຍນ້ໍາຫັ້ນນ່າ ເຂື່ອນບໍ່ໄດ້ເຮັດຫຍັງເລີຍ ມັນສ້າງຄວາມເສັຍຫາຍ.” 

ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງປາກກະດິງ ກ່າວວ່າ ກໍຮູ້ສຶກຕົກໃຈຄືກັນ ທີ່ບໍ່ມີການແຈ້ງເຕືອນລ່ວງໜ້າ ຢ່າງທີ່ເປັນລາຍລັກອັກສອນ.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ໆ ບໍ່ມີການແຈ້ງເຕືອນເລີຍ ເຈົ້າ ກະບາງຄົນກະຕົກໃຈ.” 

ທາງດ້ານ ເຈົ້າໜ້າທີ່ຜແນກ ທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ກ່າວວ່າ ເຖິງຈະບໍ່ມີໜັງສືແຈ້ງເຕືອນ ຢ່າງເປັນທາງການອອກມາ ແຕ່ກໍຢັ້ງຢືນວ່າ ເຂື່ອນໄຟຟ້ານ້ໍາເທີນ 1 ໄດ້ມີການປ່ອຍນ້ໍາແທ້ ເຊິ່ງສົ່ງຜົລໃຫ້ ລະດັບນ້ໍາຢູ່ລຸ່ມເຂື່ອນ ເພີ່ມສູງຂຶ້ນປະມານ 2-3 ແມັດ. 

ສ່ວນສາເຫດ ທີ່ເຮັດໃຫ້ເຂື່ອນໄຟຟ້າ ນ້ໍາເທີນ 1 ປ່ອຍນ້ໍາ ກໍເພື່ອຕ້ອງການລະບາຍນ້ໍາ ໃນອ່າງເກັບນ້ໍາ ຕຣຽມພ້ອມຮັບມືກັບ ຣະດູຝົນທີ່ຈະເຖິງນີ້ ແລະ ລະບາຍນ້ໍາທີ່ມີກິ່ນເໝັນ ອອກໄປ ເນື່ອງຈາກ ຕົ້ນໄມ້ຈໍານວນຫລາຍ ຖືກນ້ໍາຖ້ວມຈົນເນົ່າ-ເປື່ອຍ ແລະ ສົ່ງກິ່ນເໝັນ, ເພື່ອປ້ອງກັນບໍ່ໃຫ້ນ້ໍາໃນອ່າງ ເກັບນ້ໍາເປື້ອນ ແລະ ສົ່ງຜົລກະທົບຕໍ່ສັດນ້ໍາ-ສັດປ່າ ຈຶ່ງຈະຕ້ອງລະບາຍນ້ໍາ ອອກເປັນໄລຍະ. ເຖິງແນວໃດກໍຕາມ ເມື່ອການມີປ່ອຍນ້ໍາລົງລຸ່ມເຂື່ອນ ບໍ່ວ່າ ຈະມີປຣິມານນ້ໍາໜ້ອຍຫລາຍ ປານໃດ ກໍຕ້ອງມີການແຈ້ງເຕືອນ ລ່ວງໜ້າ ຢ່າງໜ້ອຍ 5-7 ມື້ ເພື່ອໃຫ້ປະຊາຊົນ ທີ່ອາສັຍຢູ່ລຸ່ມເຂື່ອນ ມີເວລາເກັບມ້ຽນເຄື່ອງຂອງ ແລະ ຕຣຽມຄວາມພ້ອມ ໃນການຮັບມື ຫາກມີເຫດການສຸກເສີນ ເກີດຂຶ້ນ. 

ດັ່ງເຈົ້າໜ້າທີີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເພາະວ່ານ້ໍາໃນອ່າງຫລາຍ ເຈົ້າຊິປ່ອຍ ເຈົ້າຕ້ອງແຈ້ງໝົດ ແລ້ວ ສາຍນ້ໍາ ມັນມີຈັກບ້ານໆເຈົ້າຕ້ອງເຕືອນ ບໍ່ຫລຸດອາທິດນຶ່ງຫັ້ນແຫລະ ເພື່ອເຂົາຕຽມພ້ອມອິຫຍັງ ຄັນວ່າເຮົາບໍ່ໄດ້ແຈ້ງແລ້ວເຮົາປ່ອຍໄປ ມັນຖືກ ຜົລກະທົບຂອງເຂົາໂລດແຫລະ ເຮົາກະໄດ້ຮັບຜິດຊອບ 100% ຫັ້ນແຫລະ.” 

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດ ເຂື່ອນໄຟຟ້ານ້ໍາເທີນ 1 ເພື່ອສອບຖາມຣາຍລະອຽດ ເຣື່ອງການປ່ອຍນ້ໍາອອກຈາກເຂື່ອນ ແຕ່ບໍ່ມີເຈົ້າໜ້າທີ່ບໍຣິສັດ ສາມາດໃຫ້ຂໍ້ມູນໄດ້. 

ສໍາລັບເຂື່ອນໄຟຟ້ານ້ໍາເທີນ 1 ເປັນເຂື່ອນຄອນກຣີດ ອັດແໜ້ນ, ຄວາມສູງຂອງເຂື່ອນ ປະມານ 197 ແມັດ, ກັກເກັບນ້ໍາໄດ້ 3,000 ລ້ານ ລູກບາດແມັດກ້ອນ, ເຣີ່ມກັກເກັບນ້ໍາ ຕັ້ງແຕ່ວັນທີ 1 ເມສາ 2021 ແລະເຣີ່ມຜລິດໄຟຟ້າ ຂາຍໃຫ້ປະເທດໄທຍ ຕັ້ງແຕ່ເດືອນ ສິງຫາຄົມ  ປີ 2022 ທີ່ຜ່ານມາ. 

ສໍາລັບ ໂຄງການເຂື່ອນໄຟຟ້ານ້ໍາເທີນ 1 ມີກໍາລັງຕິດຕັ້ງຂນາດ ເມກາວັດ, ມູລຄ່າລົງທຶນ ປະມານ 900 ລ້ານໂດລ້າຣ໌ສະຫະຣັຖ, ເຣີ່ມກໍ່ສ້າງມາແຕ່ປີ 2014 ແລະ ສ້າງສຳເຣັດ 100% ແລ້ວ ເຊິ່ງເປັນໂຄງການຮ່ວມທຶນ ລະຫວ່າງປະເທດ ຄື ບໍຣິສັດ ພອນສັກ ກຣຸບ 60%, ບໍຣິສັດ ເອ້ກໂກ ກຣຸບ ຂອງໄທຍ 25% ແລະ ບໍຣິສັດ ຜລິດໄຟຟ້າລາວ ມະຫາຊົນ 15%, ໂດຍມີ ບໍຣິສັດ ຊິໂນໄຮໂດຣ ປະເທດຈີນ ເປັນຜູ້ອອກແບບ ແລະ ຮັບເໝົາກໍ່ສ້າງ, ມີໄລຍະເວລາສັມປະທານ 27 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.