ສິງກະໂປ ຈະສ້າງໂຄງການ ໄຟຟ້າແສງຕາເວັນ ຢູ່ແຂວງອັດຕະປື

ຮູບໂຕຢ່າງ: ພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ອອກປະຕິບັດ ວຽກງານ ສ້ອມແປງ ສາຍສົ່ງກະແສໄຟຟ້າ.
ຮູບໂຕຢ່າງ: ພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ອອກປະຕິບັດ ວຽກງານ ສ້ອມແປງ ສາຍສົ່ງກະແສໄຟຟ້າ. (ນັກຂ່າວ ພົລເມືອງ)

0:00 / 0:00

ນັກ​ລົງ​ທຶນ​ຈາກ​ປະ​ເທດ​ສິງ​ກະ​ໂປ ຈະ​ສ້າງ​ໂຄງ​ການ​ໄຟ​ຟ້າ​ແສງ​ຕາ​ເວັນ ຫຼື Solar Attapeu Power Sole Company ທີ່​ມີ​ກຳ​ລັງ​ການ​ຜ​ລິຕ 64 ເມ​ກາ​ວັດ ຢູ່​ບ້ານຫາດ​ຊັນ ເມືອງ​ໄຊ​ເສດ​ຖາ ແຂວງ​ອັດ​ຕະ​ປື ເພື່ອ​ຊຸກ​ຍູ້​ເສ​ຖ​ກິ​ຈ ​ອັດ​ຕະ​ປື ໃຫ້​ຂ​ຍາຍ​ໂຕ​ຂຶ້ນ.

ໂຄງ​ການດັ່ງ​ກ່າວ ໄດ້​ມີ​ການ​ວາງ​ສີ​ລາເຣີກ ການ​ກໍ່​ສ້າງ​ໄປ​ແລ້ວ ໃນ​ວັນ​ທີ 12 ສິງ​ຫາ 2022 ທີ່​ຜ່ານ​ມາ. ການ​ພັ​ທ​ນາ​ໂຄງ​ການ​ດັ່ງ​ກ່າວ ຈະກວມ​ເອົາ​ດິນກະ​ສິ​ກັມ ​ຂອງ​ຊາວ​ບ້ານ 20 ຄອບ​ຄົວ, ແຕ່ໂຄງ​ການ​ກໍ​ຈະ​ຈ່າຍ​ຊົດ​ເຊີຍ​ໃຫ້​ແກ່​ຊາວ​ບ້ານ.

ຊາວ​ບ້ານ​ຢູ່​ເມືອງ​ໄຊ​ເສດ​ຖາ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 25 ສິງ​ຫາ​ ວ່າ:

" ແມ່ນໆ ບໍ່ ​ໄດ້​ໂຍກ​ຍ້າຍ ເພາະ​ວ່າ ມັນ​ເປັນ​ໄຟ​ຟ້າ​ແສງ​ຕາ​ເວັນ ອັນ​ນຶ່ງ ມັນ​ກະ​ຢູ່​ຫ່າງ​ຈາກ​ຊຸມ​ຊົນ​ວ່າ ຊັ້ນ​ສາ ມີ​ແຕ່​ຖືກ​ຜົ​ລ​ກະ​ທົບ​ເລັກ​ໜ້ອຍ ເປັນ​ດິນ​ສວນ​ຂອງ​ປະ​ຊາ​ຊົນ​ນ່າ ເພາະ​ວ່າ ດິນ​ມັນ​ບໍ່​ມີ​ໃບ​ແຈ້ງ ສ່ວນ​ຫຼາຍ​ເຂົາ​ຊົດ​ເຊີຍ ຄ່າ​ຜົ​ລ​ຜ​ລິຕ ຄ່າ​ແຮງ​ງານ ຊິບໍ່​ຫຼາຍດອກ ເຮັກ​ຕ້າ​ນຶ່ງ​ກະ​ຊິ​ປະ​ມານ 7-8 ລ້ານ ກິບ ປະ​ມານ​ນັ້ນແຫຼະ."

ຊາວ​ບ້ານ​ຜູ້ນີ້ ກ່າວ​ຕື່ມ​ວ່າ ເຖິງ​ຈະ​ສູ​ນ​ເສັຽ​ທີ່​ດິນ​ກະ​ສິ​ກັມ​ ໄປ​ຈຳ​ນວນ​ໜຶ່ງ ແຕ່ຊາວ​ບ້ານ ທຸກ​ຄອບ​ຄົວ ກໍ​ຍັງ​ມີ​ດິນພຽງ​ພໍ ເພື່ອຜ​ລິຕ​ກະ​ສິ​ກັມ ແລະ ໂຄງ​ການ​ພັ​ທ​ນາ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ສົ່ງ​ຜົ​ລ​ກະ​ທົບ ​ຮຸນ​ແຮງ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ ຈຶ່ງ​ເຮັດ​ໃຫ້​ຊາວ​ບ້ານຍອມ​ຮັບ ​ໂຄງ​ການ​ພັ​ທ​ນາ​ດັ່ງ​ກ່າວ.

ຖ້າໂຄງ​ການ​ໄຟ​ຟ້າ​ແສງ​ຕາ​ເວັນ ພັ​ທ​ນາ​ສຳ​ເຣັດ ໃນ​ອະ​ນາ​ຄົຕ​ ໂຄງ​ການ​ດັ່ງ​ກ່າວ ຈະ​ຊ່ວຍ​ສົ່ງ​ເສີມ ແລະ ພັ​ທ​ນາ​ເສ​ຖ​ກິ​ຈ ການ​ຄ້າ​ຂາຍ ຢູ່​ໃນ​ບ້ານ​ຫາດ​ຊັນ ແລະ ເມືອງ​ໄຊ​ເສດ​ຖາ​ ເປັນ​ຢ່າງ​ດີ.

ຊາວ​ບ້ານ​ເຫັນ​ວ່າ ໂຄງ​ການ​ຄວນ​ສ້າງວຽກ​ເຮັດ​ງານ​ທຳ ​ໃຫ້​ຊາວ​ບ້ານ​ໃນ​ພື້ນ ແລະ ໃຫ້​ເຂົາ​ເຈົ້າ​ຈະມີສ່ວນ​ຮ່ວມ.

ຊາວ​ບ້ານ​ອີກ​ຄົນ​ນຶ່ງ ຢູ່​ເມືອງ​ໄຊ​ເສດ​ຖາ ໄດ້​ກ່າວ​ໃນ​ວັນ​ທີ 25 ສິງ​ຫາ ວ່າ:

" ກໍ ​ລະ​ນີ ການ​ມີ​ສ່ວ​ຮ່ວມ​ຂອງ​ປະ​ຊາ​ຊົນ​ນີ້ ຕ້ອງ​ໄດ້​ມີ​ສ່ວນ​ຮ່ວມ​ແນວ​ໃດ ມີ​ຣາ​ຍ​ຮັບ​ແນວ​ໃດ ຫຼື​ວ່າ ຈັດ​ສັນ​ອາ​ຊີບ ເຂົາ​ເອີ້ນ​ພັ​ທ​ນາ​ທ້ອງ​ຖິ່ນ​ຫັ້ນ​ນ່າ, ຖ້າ​ວ່າ ເຮົາ​ຈະ​ບໍ່​ມີ​ການ​ປະ​ກອບ​ສ່ວນ ອີ່​ຫຍັງ​ຫັ້ນ​ກະ​ບໍ່​ເປັນ."

ກ່ຽວ​ກັບ​ເຣື່ອງນີ້ ເຈົ້າ​ໜ້າ​ທີ່​ຜ​ແນກຊັບ​ພະ​ຍາ​ກອນ​ທັມມະ​ຊາຕ ແລະ ສິ່ງ​ແວດລ້ອມ ​ແຂວງ ອັດ​ຕະ​ປື ກ່າວ​ວ່າ ການ​ສຳ​ຣວດ ແລະ ສຶກ​ສາ​ຄ​ວາມ​ເປັນ​ໄປ​ໄດ້ ຂອງ​ໂຄງ​ການ​ໄຟ​ຟ້າ​ແສງ​ຕາ​ເວັນ ເຊິ່ງ​ມີ​ເນື້ອ​ທີ່​ດິນ​ສັມ​ປະ​ທານ ປະ​ມານ 100 ປາຍ​ເຮັກ​ຕ້າຣ໌ ສ່ວນ​ໃຫຍ່ ຈະ​ເປັນ​ດິນ​ຂອງ​ຣັ​ຖ ແລະ ມີ​ທີ່​ດິນ​ຂອງ​ຊາວ​ບ້ານ​ຫາດ​ຊັນ ຈຳ​ນວນ​ນຶ່ງ, ແຕ່ ບໍ່​ມີ​ການ​ໂຍກ​ຍ້າຍ​ຊາວ​ບ້ານ ອອກ​ຈາກ​ພື້ນ​ທີ່.

ສ່ວນ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ ໃຫ້​ກັບ​ຊາວ​ບ້ານ ທີ່​ຖືກ​ຜົ​ລ​ກະ​ທົບ​ນັ້ນ ກໍ​ເປັນ​ໄປ​ຕາມ​ດຳ​ຣັຖ ​ຂອງ​ທາງ​ການ​ລາວ ເຊິ່ງ​ຊາວ​ບ້ານ ບໍ່​ມີ​ໃບ​ຕາ​ດິນ​ຖາ​ວອນ ກໍ​ຈະ​ບໍ່​ໄດ້​ຮັບ​ເງິນ​ຊົດ​ເຊີຍ ແຕ່​ໂຄງ​ການ ກໍ​ຈະ​ຈ່າຍ​ເງິນ​ຊົດ​ເຊີຍ ​ໃນ​ສ່ວນ​ຂອງ ຜົ​ລ​ປູກ, ຄ່າ​ແຮງ​ງານ ແລະ ສິ່ງ​ປຸກ​ສ້າງ ເຊິ່ງ​ຈະ​ຄິດ​ຄ່າ​ເສັຽ​ຫາຍ​ເປັນ​ເວ​ລາ 3 ປີ.

ເຈົ້າ​ໜ້າ​ທີ່​ ຜ​ແນກ​ຊັບ​ພະ​ຍາ​ກອນ​ທັມ​ມະຊາຕ ແລະ ສິ່ງ​ແວດ​ລ້ອມ ແຂວງ​ອັດ​ຕະ​ປື ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 25 ສິງ​ຫາ ວ່າ:

" ໂຕນີ້ ບໍ່ ​ມີໆ [ຜົ​ລ​ກະ​ທົບ] ມີ​ແຕ່​ສ່ວນ​ຫຼາຍ​ມັນ​ດິນ​ກະ​ສິ​ກັມ ເອີ… ແລ້ວ​ກະ​ປ່າ​ໄມ້​ຈຳ​ນວນ​ນຶ່ງ ບໍ່​ມີການ​ໂຍກ​ຍ້າຍດອກ ບໍ່​ໄດ້​ກະ​ທົບ​ຫຼາຍ​ນ່າ ອັນ​ນີ້​ນິ ບໍ່​ແມ່ນ​ເຂື່ອນ​ພ​ລັງ​ງານ ນຳ​ມັນ​ເປັນ​ມິ​ຕ​ກັບ​ສິ່ງ​ແວດ​ລ້ອມ ແລ້ວ​ກະ​ກັບ​ສັງ​ຄົມ​ນີ້​ແຫຼະ."

ການ​ພັ​ທ​ນາ ​ພ​ລັງ​ງາ​ນ​ທົດ​ແທນ ທັງ​ພ​ລັງ​ງານ​ແສງ​ຕາ​ເວັນ ແລະ ພ​ລັງ​ງານ​ລົມ ເປັນ​ ພ​ລັງ​ງານ​ທາງ​ເລືອກ ຂອງ​ຫຼາຍ​ປະ​ເທດ ທີ່​ພະ​ຍາ​ຍາມ​ຈະ​ຫຼຸດ​ຜ່ອນ​ຜົ​ລ​ກະ​ທົບ ​ຕໍ່​ສິ່ງ​ແວດ​ລ້ອມ-ສັງ​ຄົມ ແລະ ປ້ອງ​ກັນ​ການ​ປ່ຽນ​ແປງຂອງ​ສະ​ພາບ​ດິນ​ຟ້າ​ອາ​ກາດ ໃນ​ໄລ​ຍະ​ຍາວ​.

ເຈົ້າ​ໜ້າ​ທີ່​ຜ​ແນກ​ພ​ລັງ​ງານ ແລະ ບໍ່​ແຮ່ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ໃນ​ວັນ​ທີ 25 ສິງ​ຫາ ວ່າ:

“ຊິ​ໄຄ​ກວ່າ​ສ້າງ​ເຂື່ອນດອກ ເພາະ​ວ່າ ມັນ​ບໍ່​ໄດ້​ໃຊ້​ແນວ​ອື່ນ ເປັນ​ຕາ​ລົງ​ທຶນ​ຢູ່ ຄັນ​ທຶນ​ຫັ້ນ​ນ່າ ຄັນ​ວ່າບໍ່​ໄດ້​ມີ​ຜົ​ລ​ກະ​ທົບ ກະ​ເຮົາ​ລົງ​ທຶນບໍ່​ຫຼາຍ ຄັນ​ບໍ່​ມີ​ການ​ໂຍກ​ຍ້າຍ​ປະ​ຊາ​ຊົນ​ນີ້​ແຫຼະ ຕົ້ນ​ທຶນ​ກະ​ຕໍ່າ.”

ໂຄງ​ການ​ໄຟ​ຟ້າ​ແສງ​ຕາ​ເວັນ ມີ​ກຳ​ລັງ​ການ​ຜ​ລິດ 64 ເມ​ກາ​ວັນ ເຣີ່​ມສຳ​ຣວດ ແລະ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ມາ​ແຕ່​ປີ 2014 ແລະ ເຣີ່ມ​ກໍ່​ສ້າງ​ໂຄງ​ການ ນັບ​ແຕ່​ວັນ​ທີ 12 ສິງ​ຫາ 2022 ເປັນ​ຕົ້ນ​ໄປ ແລະ ມີ​ກຳ​ນົດ​ການຈະ​ສໍ​າ​ເຣັດ​ໃນ​ປ້າຍ​ປີ 2023 ​ລວມ​ໄລ​ຍະ​ເວ​ລາ 18 ເດືອນ ສ່ວນ​ວ່າ ສັນ​ຍາສຳ​ປະ​ທານ ທາງ​ການ​ລາວ ແລະ ເຈົ້າ​ຂອງ​ໂຄງ​ການ ຈະ​ມີ​ການ​ເຈ​ຣະ​ຈາ​ກັນ.

ໂຄງ​ການ​ໄຟຟ້າ​ແສງ​ຕາ​ວັນ ມີ​ມູນ​ຄ່າ​ການ​ລົງ​ທຶນ​ເກືອບ 70 ລ້ານ ໂດ​ລາ ຈະ​ຜ​ລິຕ​ໄຟ​ຟ້າ​ຢູ່​ທີ່ 128 ກິ​ກະ​ວັດ​​ໂມງ​ ຕໍ່​ປີ ແລະ ຈະ​ຂາຍ​ໄຟ​ຟ້າ​ໃຫ້​ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ.