ຊາວ​ລາວ ເລົ່າ​ປະ​ສົ​ພ​ການ ແຜ່ນ​ດິນ​ໄຫວ​

ພູວົງສ໌
2019.11.29
F-Quakes ແຜ່ນດິນໄຫວ ຢູ່ ມ.ຫົງສາ ຂ.ໄຊຍະບູຣີ ຊຶ່ງມີອາຄານ ທີ່ເປັນຊິເມັນ ກໍແຕກແຫງເລັກນ້ອຍ ແລະ ບ້ານເຮືອນ ຂອງປະຊາຊົນ ກໍບໍ່ເຖິງ ຂັ້ນຍຸບລົງ ຫຼື ເພພັງໝົດຫຼັງ
ຮູບພາບຈາກ : ນັກຂ່າວພົລເມືອງ

ເມື່ອ​ຕອນ​ເຊົ້າ​ຂ້ອນ​ແຈ້ງ ຂອງວັນ​ທີ 21 ພຶ​ສ​ຈິ​ກາ ນັບ​ແຕ່​ເວ​ລາ 4 ໂມງ​ເຊົ້າ ທີ່​ຜ່ານ​ມາ ໄດ້​ເກີດ​ເຫ​ຕ​ແຜ່ນ​ດິນ​ໄຫວຫຼາຍ​ຄັ້ງ ທີ່​ມີ​ສູນ​ກາງໃນ​ເຂດ​ເມືອງ​ຫົງສາ ແຂວງ​ໄຊ​ຍະ​ບູ​ຣີ, ເຊິ່ງ​ແຮງ​ສັ່ນ​ສະ​ເທືອນ​ສູງ​ສຸດ​ ທີ່​ສາ​ມາດ​ວັດ​ແທກ​ໄດ້ ແມ່ນ 6,4 ຣິກ​ເຕີ້. ຈາກນັ້ນ, ກໍ​ເກີດ​ມີ​ການ​ສັ່ນ​ສະ​ເທືອນ​ອີກຫຼາຍ​ຄັ້ງ ຫຼື After Shock ທີ່​ນັບ​ໄດ້​ເຖິງ 157 ຄັ້ງ ທີ່​ສັ່ນຕໍ່​ເນື່ອງ ຈົ​ນ​ມາ​ເຖິງວັນ​ທີ 25 ພຶ​ສ​ຈິ​ກາ, ອີງ​ຕາມ​ການ​ຕິດ​ຕາມ ແລະ ຣາຍ​ງານ​ຈາກ​ທາງ​ການ​ລາວ. ແຜ່ນ​ດິນ​ໄຫວ​ເທື່ອນີ້, ສາ​ມາ​ດ​ຮູ້​ສຶກ​ໄດ້ ​ໄປ​ເຖິງຫຼາຍ​ແຂວງ​ຂອງ​ລາວ ເປັນ​ຕົ້ນ ແຂວງບໍ່​ແກ້ວ, ຫຼວງ​ພ​ຣະ​ບາງ, ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ.

ນອກ​ຈາກນັ້ນ, ກໍ​ຍັງ​ມີ​ບາງ​ແຂວງ​ຂອງ​ໄທຍ ແລະ ພະ​ມ້າ ທີ່​ສາ​ມາດ​ຮັບ​ຮູ້​ເຖິງ​ແຮງ​ສັ່ນ​ສະ​ເທືອນທີ່​ຮຸນ​ແຮງ ແລະ ໄດ້​ຮັບ​ຜົ​ລ​ກະ​ທົບ​ສ່ວນ​ນຶ່ງ​ໃນ​ບາງ​ແຂວງເຊັ່ນ​ກັນ.

ກ່ຽວ​ກັບ​ເຫ​ຕ​ການ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້, ຂ​ພ​ຈ ໄດ້​ມີ​ໂອ​ກາດ​ ສັມ​ພາດ​ຊາ​ວ​ລາວຫຼາຍ​ທ່ານ ທີ່​​ອາ​ໃສ​ຢູ່​ໃນເຂດ​ຕ່າງໆ ທີ່​ໄດ້​ປະ​ສົ​ພ​ພົບ​ພໍ້​ເຫ​ຕ​ການ​ດັ່ງ​ກ່າວ.

ຊາວບ້ານ​ໃນ​ເຂດ​ເມືອງ​ຫົງສາ ທ່ານ​ນຶ່ງ ໄດ້​ເລົ່າ​ເຫ​ຕ​ການມື້​ເກີດແຜ່ນ​ດິນ​ໄຫວ​ ສູ່ຟັງ ໃນ​ມື້​ວັນ​ທີ 27 ພຶ​ສ​ຈິ​ກາ ວ່າ ໃນ​ເຂດ​ບ້ານ​ທ່ານ ກໍ​ເກີດ​ຄວາມ​ເສັຽ​ຫາຍ​ພໍ​ສົມ​ຄວນ.

ສຽງ1: “ສຽງ​ຊາວ​ບ້ານ​ ໃນ​ເຂດ​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ຣີ”

ພ​ຣະ​ອາ​ຈານ ອົງ​ນຶ່ງ ປະ​ຈຳ​ວັດສີ​ມຸງ​ຄຸນ​ຊັຍ​ຣາມ ບ້ານ​ນາບວ​ມ, ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ຣີ ກໍ​ໄດ້​ກ່າວ​ຕໍ່​ ຂ​ພ​ຈ ໃນ​ມື້​ດຽວ​ກັນ​ວ່າ ໃນ​ເຂດ​ເມືອງ​ພຽງ ກໍ​ໄດ້​ຮັບ​ຮູ້​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ທີ່​ຮຸນ​ແຮງ​ພໍ​ສົມ​ຄວນ ເຮັດ​ໃຫ້​ພ​ຣະ​ສົງ​ສາ​ມະ​ເນນ ແຕກ​ຕື່ນ ຈົນ​ຕ້ອງ​ໜີ​ຈາກ​ກຸ​ຕິ​ວັດ.

ສຽງ2: “​ສຽງ​ພ​ຣະ​ອາ​ຈານ ວັດ​ໄຊ​ຍະ​ມົງ​ຄຸນ ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ຣີ”

ເຈົ້າ​ໜ້າ​ທີ່​ອາ​ສາ​ກູ້​ພັຍ ເມືອງ​ໄຊ​ຍະ​ບູ​ຣີ ກໍ​ໄດ້​ໃຫ້​ສັມ​ພາດ​ແກ່ ຂ​ພ​ຈ ວ່າ ແຮງ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ​ໄຫວ ​ໄດ້​ສ້າງ​ຄວາມ​ເສັຽ​ຫາຍ​ໃນ​ເຂດ​ເມືອງ​ຫົງ​ສາ ທີ່​ເປັນ​ຈຸດ​ສູນ​ກາງ, ແຕ່​ກໍ​ບໍ່​ມີ​ໃຜ​ເສັຽ​ຊີ​ວິ​ຕ ຫຼືໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ເຖິງ​ຂັ້ນ​ທີ່​ໜ່ວຍ​ອາ​ສາ​ກູ້​ພັຍ ຕ້ອງ​ເຂົ້າ​ໄປ​ຊ່ອຍ​ເຫຼືອ.

ສຽງ3: “ສຽງ​ເຈົ້າ​ໜ້າ​ທີ່​ອາ​ສາ​ກູ້​ພັຍ ເມືອງ​ໄຊ​ຍະ​ບູ​ຣີ ແຂວງ​ໄຊ​ຍະ​ບູ​ຣີ”

ໃນ​ຂ​ນະ​ດຽວ​ກັນ, ແຮງ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ​ໄຫວ​ຈາກ​ເມືອງ​ຫົງ​ສາ ກໍ​ໄດ້​ເຮັດ​ໃຫ້​ຊາວບ້ານ ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ ​ຮັບ​ຮູ້​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ເທື່ອນີ້ ຢ່າງ​ຮຸນ​ແຮງ​ທີ່​ສຸດ​ຄັ້ງ​ນຶ່ງ. ດັ່ງ​ຊາວ​ບ້ານ ທ່ານ​ນຶ່ງ ​ໃນ​ນ​ະ​ຄອນຫຼວງວຽງ​ຈັນ ໄດ້​ເລົ່າ​ເຫ​ຕ​ການ​ສູ່ ຂ​ພ​ຈ ຟັງ​ວ່າ:

ສຽງ4: “ສຽງ​ຊາວ​ບ້ານ​ ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງກໍ່​ສ້າງ​ຂ​ນາດ​ໃຫ​ຍ່​ໃນ​ເມືອງ​ຫົງ​ສາ ຄືໂຮງ​ງານ​ໄຟ​ຟ້າ​ຖ່ານ​ຫີນ​ ຫົງ​ສາ​ລິກ​ໄນ້ ແລະ ເຂື່ອນໄຟ​ຟ້າ​ໄຊ​ຍະ​ບູ​ຣີ ກໍ​ບໍ່​ໄດ້​ຮັບ​ຄວາມ​ເສັຽ​ຫາຍ​ແຕ່​ຢ່າງ​ໃດ, ອີງ​ຕາມ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການ​ຂອງ​ທັງສອງ​ບໍ​ຣິ​ສັດ ຄື​ບໍ​ຣິ​ສັດ​ໄຟ​ຟ້າ​ຫົງ​ສາ ຈຳ​ກັດ ແລະ ບໍ​ຣິ​ສັດ CK Power ຈຳ​ກັດ ມະ​ຫາ​ຊົນ. ມີ​ພຽງ​​ອາ​ຄານຂ​ນາດ​ນ້ອຍ​ບາງ​ສ່ວນ ຢູ່​ເຂດໂຮງ​ງານ​ໄຟ​ຟ້າ​ຫົງ​ສາ​ລິກ​ໄນ້ ທີ່​ພື້ນ​ຜິວ ໄດ້​ຮັບ​ຄວາມ​ເສັຽ​ຫາຍ​ພໍ​ສົມ​ຄວນ.

ຄວາມ​ເສັຽ​ຫາຍ​ທີ່​ເກີດ​ຈາກ​ແຜ່ນ​ດິນ​ໄຫວ​ຈາກ​ເມືອງ​ຫົງ​ສານີ້, ໃນ​ເບື້ອງ​ຕົ້ນ ທາງ​ການ​ໄດ້​ປະ​ເມີນ​ວ່າ ມີ​ຄວາມ​ເສັຽ​ຫາຍ​ປະ​ມານ 2 ຕື້​ກີບ. ມີ 25 ບ້ານ ໄດ້​ຮັບ​ຜົ​ລ​ກະ​ທົບ ໃນ​ເຂດ​ເມືອງ​ຫົງ​ສາ ແລະ ໄຊ​ສະ​ຖານ, ເຊິ່ງ​ມີ​ 174 ຫຼັງ​ຄາ​ເຮືອນ ໄດ້​ຮັບ​ຄວາມ​ເສັຽ​ຫາຍ ແລະ ມີ 4 ຫຼັງ​ຄາ​ເຮືອນ ​ທີ່​ໄດ້​ຮັບ​ຄວາມ​ເສັຽ​ຫາຍຫຼາຍ​ສົມ​ຄວນ ແລະ ເສັ້ນ​ທາງ​ຈຳ​ນວນນຶ່ງ ກໍ​ແຕກ​ຍະ.

ເຫ​ຕ​ການ​ຄັ້ງ​ນີ້, ໄດ້​ເຮັດ​ໃຫ້​ທາງ​ການລາວ ​ອອກ​ແຈ້ງ​ເຕືອນ​ໃຫ້​ປະຊາ​ຊົນ ຕ້ອງ​ເອົາ​ໃຈ​ໃສ່​ຕິດ​ຕາມສະ​ຖາ​ນະ​ການ ​ຢ່າງ​ໃກ້​ຊິດ ແລະ ປະ​ຊາ​ຊົນ​ສ່ວນ​ນຶ່ງ ທີ່​ອາ​ໃສ​ຢູ່​ເຂດ​ໃກ້​ຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ ກໍພາ​ກັນ​ຮູ້​ສຶກ​ເອິກ​ສັ່ນ​ຂວັນ​ຫາຍ ຈົນ​ບໍ່​ກ້າ​ນອນ​ໃນ​ເຮືອນ ແລ້ວ​ອອກ​ມາ​ນອນ​ຢູ່​ກາງ​ແຈ້ງ​ແທນ ເພາະ​ຢ້ານບໍ່​ປ​ອດ​ພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.