ການຂຸດຄົ້ນແຮ່ປູນ ສ້າງຜົລກະທົບ ໃຫ້ຊາວບ້ານ

ສຸພັດຕາ
2021.12.08
ການຂຸດຄົ້ນແຮ່ປູນ ສ້າງຜົລກະທົບ ໃຫ້ຊາວບ້ານ ການຂຸດຄົ້ນບໍ່ແຮ່ ທີ່ເຂດເມືອງຫີນບູນ ແຂວງຄຳມ່ວນ ເມື່ອປີ 2019
ນັກຂ່າວ ພົລເມືອງ

ໂຄງການຂຸດຄົ້ນແຮ່ປູນ ຂອງບໍຣິສັດເອກຊົນ ເຊິ່ງເປັນເຄືອຂ່າຍຂອງບໍຣິສັດ ລ້ານຊ້າງ ມິເນໂຣ ລິມິຕິທ ຢູ່ບ້ານໜອງກະແດ້ງ ເມືອງວິລະບູລີ ແຂວງສວັນນະເຂດ ທີ່ຮັບສັມປະທານຈາກໜ່ວຍງານຣັຖ ແລະເປີດດໍາເນີນການມາແລ້ວຕັ້ງແຕ່ປີ 2017 ເຮັດໃຫ້ດິນນາຂອງຊາວບ້ານຍຸບເປັນຂຸມຫຼາຍຂຸມ ຈົນບໍ່ສາມາດເຮັດນາໄດ້. ຜົລກະທົບທີ່ເກີດຂຶ້ນນີ້ ແມ່ນເຮັດໃຫ້ດິນນາຂອງຊາວບ້ານ ບໍ່ສາມາດກັກເກັບນໍ້າໄດ້ ເຖິງແມ່ນວ່າຄອບຄົວຜູ້ຖືກຜົລກະທົບ ຈະໄດ້ຮ້ອງຮຽນໄປຍັງໜ່ວຍງານທີ່ກ່ຽວຂ້ອງ ຫຼາຍເທື່ອແລ້ວກໍຕາມ ແຕ່ມາຮອດປັດຈຸບັນ ຄອບຄົວດັ່ງກ່າວນີ້ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອແນວໃດເທື່ອ, ດັ່ງຊາວບ້ານຜູ້ຖືກຜົລກະທົບ ຢູ່ບ້ານໜອງກະແດ້ງ ເມືອງວິລະບູລີ ຄົນນຶ່ງ ຂຽນຂໍ້ຄວາມລົງສື່ສັງຄົມອອນລາຍ ໃນໄລຍະຕົ້ນເດືອນພຶສຈິກາ ທີ່ຜ່ານມາ ນີ້ວ່າ:

“ທີ່ຜ່ານມາ ບໍຣິສັດຂຸດຄົ້ນແຮ່ປູນແຫ່ງນຶ່ງ ທໍາການຂຸດຄົ້ນແຮ່ປູນ ທໍາການລະເບີດຫິນ ເຊິ່ງຢູ່ໃກ້ກັບນາຂອງຂ້າພະເຈົ້າໄດ້ປະມານ 3 ປີ ແລ້ວເກີດເຫດການດິນຍຸບຫຼາຍກວ່າ 10 ຂຸມ ເຊິ່ງເປັນປະກົດການທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ອີກທັງ ຍັງຖືກພະນັກງານຂອງບໍຣິສັດ ປິດກັ້ນຂອບເຂດໃນດິນນາຂອງຂ້າພະເຈົ້າເອງ ຂ້າພະເຈົ້າ ໄດ້ຂຽນໜັງສືຮ້ອງທຸກຂຶ້ນໄປຫາຜແນກສິ່ງແວດລ້ອມ ເມືອງ ແຂວງຫຼາຍເທື່ອແລ້ວ ເພິ່ນໄດ້ລົງກວດສອບ ແຕ່ກໍບໍ່ໄດ້ໃຫ້ຂໍ້ມູນທີ່ເປັນປໂຍດ ກໍ່ໃຫ້ເກີດບັນຫາຄວາມທຸກຍາກ ຊໍ້າເຕີມຕໍ່ອາຊີບຊາວນາ.”

ຍານາງຂຽນ ຣະບຸຕື່ມ ໃນໜັງສືຮ້ອງທຸກຕໍ່ໜ່ວຍງານທີ່ກ່ຽວຂ້ອງວ່າ ໂຄງການຂຸດຄົ້ນແຮ່ປູນ ຢູ່ບ້ານໜອງກະແດ້ງ ເມືອງວິລະບູລີນັ້ນ ເຮັດໃຫ້ຄອບຄົວຂອງລາວ ເຮັດນາໄດ້ຮັບຜົລຜລິດຫຼຸດລົງ ເຫຼືອ 60 ເປົ໋າຕໍ່ຣະດູ ຈາກແຕ່ກ່ອນທີ່ປູກເຂົ້າແລ້ວເກັບກ່ຽວໄດ້ຫຼາຍກວ່າ 190 ເປົ໋າ ເຊິ່ງເຮັດໃຫ້ລາຍໄດ້ບໍ່ພຽງພໍ ສໍາລັບຄອບຄົວຂອງຂ້າພະເຈົ້າ ທີ່ມີສະມາຊິກຄອບຄົວ 8 ຄົນ ປະກອບດ້ວຍແມ່ເຖົ້າ ພໍ່-ແມ່ ແລະລູກອີກ 5 ຄົນ ໃນນັ້ນ ເປັນນັກຮຽນນັກສຶກສາ 4 ຄົນ ແລະເປັນກັມມະກອນ 1 ຄົນ ປັດຈຸບັນ ບໍຣິສັດທີ່ກ່ຽວຂ້ອງ ຍັງເມີນເສີຍຕໍ່ຜົລກະທົບທີ່ເກີດຂຶ້ນ ອີກທັງຍັງປະຕິເສດວ່າ ບັນຫາດັ່ງກ່າວບໍ່ໄດ້ເກີດຈາກໂຄງການຂອງຕົນ.

ນອກຈາກນີ້ ໂຄງການຂຸດຄົ້ນບໍ່ແຮ່ ພາຍໃນເມືອງວິລະບູລີ ແຂວງສວັນນະເຂດ ຍັງເຮັດໃຫ້ຖນົນຫົນທາງອ້ອມຂ້າງ ຍຸບເປັນຂຸມເປັນບໍ່ ແລະເຕັມໄປດ້ວຍຂີ້ຝຸ່ນ ເຊິ່ງກໍ່ໃຫ້ເກີດຄວາມບໍ່ປອດພັຍຕໍ່ຊາວບ້ານໃນພື້ນທີ່ ແລະເຮັດໃຫ້ເກີດອັນຕລາຍ ລະຫວ່າງການຂັບຂີ່ຣົຖ, ດັ່ງຊາວບ້ານ ຢູ່ເມືອງວິລະບູລີ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ທັນວານີ້ວ່າ:

“ເສັ້ນຖອກເສັ້ນທາງເນາະ ມັນຊິເລະເທະລະ ມັນກໍມີ ລໍາບາກຣົຖໃຫຍ່ມາກ ກໍຂີ້ຝຸ່ນເທົ່ານັ້ນແລ້ວ ໄປມາຍາກ ເດີນທາງຍາກ ປະເພດຂຸມ ຝຸ່ນ ຂີ້ໄງ່ ແລ້ວມັນກໍເຮັດໃຫ້ເກີດຂີ້ຝຸ່ນ ເວລາເດີນທາງຫັ້ນນ່າ.”

ທີ່ຜ່ານມາ ສໍາລັບໂຄງການຂຸດຄົ້ນບໍ່ແຮ່ ແລະແຮ່ທາດຂນາດໃຫຍ່ ທາງບໍຣິສັດ ທີ່ໄດ້ຮັບສັມປະທານ ຈະມີຣະບົບການປະເມີນຜົລກະທົບ ທາງດ້ານສິ່ງແວດລ້ອມ ເປັນຕົ້ນຄັນຖ້າວ່າຖນົນຫົນທາງເປ່ເພເສັຍຫາຍ ຈາກການດໍາເນີນກິຈການ ພວກຂະເຈົ້າກໍຈະມີການສ້ອມແປງປັບປຸງໃຫ້ຄືນ ສ່ວນໂຄງການຂຸດຄົ້ນແຮ່ປູນຂນາດນ້ອຍ ດັ່ງທີ່ເກີດຂຶ້ນຢູ່ບ້ານໜອງກະແດ້ງ ເມືອງວິລະບູລີນັ້ນ ມັກຈະສ້າງຜົລກະທົບຕໍ່ດິນນາແລະດິນສວນຂອງຊາວບ້ານ, ດັ່ງເຈົ້າໜ້າທີ່ກະຊວງພະລັງງານແລະບໍ່ແຮ່ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຄງການຂນາດນ້ອຍ ທີ່ວ່າຂຸດຄົ້ນຫິນທົ່ວໄປ ໂຕນີ້ກະ ມັນກໍຈະມີຜົລກະທົບຢູ່ ຢູ່ວ່າ ນຶ່ງເຮົາໄປຂຸດຄົ້ນໃນເຂດທີ່ວ່າ ໂຊນທີ່ມັນເປັນດິນ ດິນນາແນ່ ຫຼືວ່າດິນສວນ ໄຮ່ເກົ່າຫັ້ນນ່າ ຂອງປະຊາຊົນ.”

ໂຄງການຂຸດຄົ້ນແຮ່ປູນ ຢູ່ເມືອງວິລະບູລີດັ່ງກ່າວນີ້ ມີຄວາມກ່ຽວຂ້ອງກັບບໍຣິສັດ ລ້ານຊ້າງ ມິເນໂຣ ລິມິຕິທ ຍ້ອນເຫດນີ້ ວິທຍຸເອເຊັຽເສຣີ ຈຶ່ງໄດ້ຕິດຕໍ່ໄປຍັງບໍຣິສັດດັ່ງກ່າວ ເພື່ອສອບຖາມກ່ຽວກັບແນວທາງໃນການແກ້ໄຂ ແລະຫຼຸດຜ່ອນບັນຫາດິນຍຸບທີ່ເກີດຂຶ້ນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບໍຣິສັດ ຍັງບໍ່ທັນຮັບຮູ້ເຖິງບັນຫາດັ່ງກ່າວນີ້ເທື່ອ, ດັ່ງເຈົ້າໜ້າທີ່ ບໍຣິສັດ ລ້ານຊ້າງ ມິເນໂຣ ລິມິຕິທ ທ່ານນຶ່ງ ກ່າວສັ້ນໆວ່າ:

“ບໍ່ຮູ້ຄືກັນນະ ຂ້ອຍໂຕນີ້ກະບໍ່ມີຂໍ້ມູນຄືກັນ ໂຕນີ້ກໍບໍ່ສາມາດໃຫ້ຂໍ້ມູນໄດ້ເນາະ ທາງບໍຣິສັດນີ້ ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ຫັ້ນດອກ.”

ສໍາລັບບໍຣິສັດ ລ້ານຊ້າງ ມິເນໂຣ ລິມິຕິທ ຫຼືໂຄງການຂຸດຄົ້ນຄໍາ-ທອງແດງເຊໂປນ ໄດ້ຮັບສັມປະທານ ຂຸດຄົ້ນແຮ່ຄໍາແລະທອງແດງ ລະຫວ່າງປີ 2005-2020 ເຖິງແມ່ນວ່າ ສັນຍາສັມປະທານຂອງໂຄງການຈະສີ້ນສຸດລົງແລ້ວ ໃນປີ 2020 ແຕ່ຢ່າງໃດກໍຕາມ ບໍຣິສັດດັ່ງກ່າວນີ້ ກໍໄດ້ຮັບການຂຍາຍເວລາສັມປະທານຕໍ່ອີກ 10 ປີ ໄປຈົນຮອດປີ 2030.

ນອກຈາກນີ້ ພາຍໃນແຂວງສວັນນະເຂດ ຍັງມີໂຄງການຂຸດຄົ້ນແຮ່ຄໍາ ແລະທອງແດງ ເຊິ່ງລະຫວ່າງການຂົນຍ້າຍແຮ່ດັ່ງກ່າວນີ້ ເຮັດໃຫ້ຖນົນຫົນທາງໃນພື້ນທີ່ ໂດຍສະເພາະເສັ້ນທາງເລຂ 9 ໄດ້ຮັບຄວາມເສັຍຫາຍເປ່ເພ ເປັນຫຼຸບເປັນຂຸມ, ດັ່ງຊາວບ້ານ ຢູ່ເມືອງວິລະບູລີ ອີກທ່ານນຶ່ງ ກ່າວວ່າ:

“ໂດຍສະເພາະເສັ້ນທາງເລຂ 9 ຕລອດທາງເລີຍ ນີ້ກະເປັນຂຸມ ຍ້ອນຂະເຈົ້າຂຸດເຊາະນີ້ແຫຼະ ແຕກຜຸພັງຫຼາຍຢູ່ ແຕ່ວ່າຕອນນີ້ ມັນດີຂຶ້ນແລ້ວແຫຼະ ເພິ່ນກໍສ້ອມແຊມ ກ່ອນເພິ່ນເຮັດໃໝ່ໆ ກ່ອນໜ້ານີ້ນ່າ ປີ ສອງປີກ່ອນນັ້ນ ຖືວ່າລໍາບາກຢູ່ ຫົນທາງເສັ້ນສາຍເລຂ 9 ນີ້ຖືວ່າ ແຕກຜຸພັງຍ້ອນຂົນຄໍານີ້ຫັ້ນນ່າ.”

ແຂວງສວັນນະເຂດ ຖືເປັນແຂວງນຶ່ງ ທີ່ມີບໍຣິສັດເອກຊົນ ໄດ້ຮັບສັມປະທານຂຸດຄົ້ນບໍ່ແຮ່ແລະແຮ່ທາດ ຈາກໜ່ວຍງານຣັຖເປັນຈໍານວນຫຼາຍ ໃນຂະນະທີ່ ຊາວບ້ານໃນພື້ນທີ່ ບໍ່ໄດ້ເຫັນດີນໍາ ຍ້ອນໂຄງການຂຸດຄົ້ນບໍ່ແຮ່ແລະແຮ່ທາດສ່ວນໃຫຍ່ ແມ່ນທໍາລາຍທັມມະຊາດ ແລະເຮັດໃຫ້ສິ່ງແວດລ້ອມໃນພື້ນທີ່ເສັຍຫາຍນໍາດ້ວຍ, ດັ່ງຊາວບ້ານ ຢູ່ເມືອງວິລະບູລີ ອີກນາງນຶ່ງ ກ່າວວ່າ:

“ທໍາລາຍທັມມະຊາດ ຈົກຕົ້ນໄມ້ ຈົກພູ ທໍາລາຍແມ່ນໍ້າ ເປື້ອນ ມີນໍ້າກົດ ເປື້ອນຍ້ອນເອົາຂີ້ເຫຍື້ອອັນໃດໄປຖິ້ມ ຍ້ອນນໍ້າກົດ ນໍ້າຢາແຊ່ຄໍາ.”

ໃນໄລຍະ ປີ 2016-2020 ທີ່ຜ່ານມານີ້ ປະເທດລາວ ໄດ້ໃຫ້ສັມປະທານຂຸດຄົ້ນບໍ່ແຮ່ ແລະແຮ່ທາດ ແກ່ບໍຣິສັດເອກຊົນເປັນຈໍານວນ 215 ບໍຣິສັດ ໃນນັ້ນ ຢູ່ໃນຂັ້ນຕອນການສໍາຣວດພື້ນທີ່ ແລະຊອກຫາຄົນງານ 91 ບໍຣິສັດ, ສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈແລະເຕັກນິກ 43 ບໍຣິສັດ ແລະຢູ່ລະຫວ່າງການດໍາເນີນການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ 81 ບໍຣິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.