ສ້າງເຮືອນຢູ່ ຖາວອນ 700 ຫຼັງ ຍັງບໍ່ສຳເຣັດ
2021.12.20

ເປັນທີ່ຈະແຈ້ງແລ້ວວ່າ ການປຸກສ້າງເຮືອນຢູ່ຖາວອນຈຳນວນ 700 ຫຼັງ ໃຫ້ກັບຜູ້ປະສົບພັຍ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມືອງສະນາມໄຊ ແຂວງອັດຕະປື ບໍ່ສຳເຣັດທັນຕາມແຜນ ການໃນປີ 2021 ນີ້. ເພາະປັດຈຸບັນສາມາດປຸກສ້າງໄດ້ພຽງ 78% ເທົ່ານັ້ນ ແລະພົບຫຼາຍບັນຫາທີ່ພາໃຫ້ການປຸກສ້າງເຮືອນຖາວອນ ບໍ່ສຳເຣັດ. ດັ່ງເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ທັນວາ ນີ້ວ່າ:
“ບໍ່ທັນໄດ້ສຳເຣັດເນາະດຽວນີ້ເນາະໃນຈຳນວນ 700 ຫຼັງ ຫັ້ນຖືວ່າຄວາມຄືບໜ້າກາຖືວ່າໄດ້ຫຼາຍເຕີບແລ້ວຕາມແຜນເພີ່ນວ່າໃຫ້ໄດ້ຂື້ນໝົດເນາະໃນປີ 2021 ນີ່ເພີ່ນມາຢຸດສະງັກຊ່ວງນຶ່ງຊ່າງມັນໜ້ອຍມາແລ້ວເຮັດບໍ່ທັນ, ການສນອງງົບປະ ມານໃຫ້ນາຍຊ່າງຖ້າເງິນບໍ່ສະດວກເຂົາກາບໍ່ມາເຮັດໂລດ.”
ທ່ານໄດ້ກ່າວຕື່ມວ່າ ບັນຫາທີ່ສຳຄັນຄືຄວາມບໍ່ເອົາໃຈໃສ່ ຕໍ່ວຽກງານຂອງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງທັງເຣື່ອງການຄວບຄຸມ ວຽກປຸກສ້າງ, ການວ່າຈ້າງບໍຣິສັດ ຮັບເໝົາ ແລະການເບີກຈ່າຍງົບປະມານ ຕ່າງໆ ບໍ່ມີຄວາມໂປ່ງໃສ ແລະສອດຄ່ອງກັບວຽກງານໂຕຈິງ ຈຶ່ງພາໃຫ້ເກີດຄວາມຊັກຊ້າ. ການປຸກສ້າງເຮືອນຢູ່ຖາວອນ ຈຳນວນ 700 ຫຼັງ ແມ່ນໄດ້ ບໍຣິສັດ ວັນແສງ ເປັນຜູ້ຮັບເໝົາທັງໝົດ ຊຶ່ງຖ້າຫາກຈະກໍ່ສ້າງເຮືອນຢູ່ຖາວອນ ໃຫ້ສຳເຣັດຕາມແຜນການທັງໝົດຄວນ ຈະຈ້າງບໍຣິສັດຮັບເໝົາຂນາດໃຫຍ່ຢ່າງໜ້ອຍ 2-3 ບໍຣິສັດ ໃນການກໍ່ສ້າງ ແລະສາມາດຮັບປະກັນໄດ້ທັງຄວາມປອດພັຍ, ມາຕຖານ ແລະ ໄລຍະເວລາ ແຕ່ໃນສະພາບໂຕຈິງພັດຈ້າງ ບໍຣິສັດຂນາດນ້ອຍ ແລະມີຈຳນວນຊ່າງກໍ່ສ້າງພຽງບໍ່ພໍເທົ່າໃດຄົນ. ນອກຈາກນີ້ຍັງປະເຊີນກັບສະພາບ ການຣະບາດຂອງໂຄວິດ-19 ພາຍໃນປະເທດລາວ ແລະ ປະເທດເພື່ອນບ້ານ ເຮັດໃຫ້ດ່ານສາກົລປິດຊົ່ວຄາວ ສົ່ງຜົລໃຫ້ການຂົນສົ່ງ ອຸປະກອນ ການກໍ່ສ້າງຈຳນວນນຶ່ງບໍ່ສາມາດນຳເຂົ້າ ມາຈາກປະເທດໄທຍໄດ້. ຊຶ່ງຄາດຄະເນວ່າການປຸກສ້າງເຮືອນຖາວອນ ຈະສຳເຣັດທັງໝົດໃນປີ 2022-2023.
ໃນຂະນະທີ່ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ເມືອງສະນາມໄຊທີ່ຍັງບໍ່ທັນໄດ້ໂຍກຍ້າຍ ໄປຢູ່ເຮືອນຖາວອນກໍເວົ້າວ່າ ບໍ່ຈັກຊິເວົ້າແນວໃດແລ້ວ ເພາະຫຼາຍປີຜ່ານມາຊາວບ້ານຜູ້ປະສົບພັຍ ກໍພະຍາຍາມຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງດຳເນີນການປຸກສ້າງ ເຮືອນຖາວອນໃຫ້ສຳເຣັດໄວທີ່ສຸດ. ແຕ່ກາຍັງຊັກຊ້າຄືເກົ່າ ແລະກາຕ້ອງໄດ້ເລື່ອນອອກ ໄປເຣື້ອຍ ໆ. ດັ່ງຊາວບ້ານຜູ້ປະສົບພັຍເຂື່ອນແຕກ ເມືອງສະນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 20 ທັນວານີ້ວ່າ:
“ຍັງ ຍັງບໍ່ທັນໄດ້ຂື້ນນ່າເພີ່ນກາທຽວໄປເບີ່ງ ຊ່າງເຂົາເຮັດບໍ່ທັນແລ້ວເທື່ອ ບາງຫຼັງຫາກາອັນຕອກເສົາເທຄານແລ້ວ ກໍເປີເຊັນໜ້ອຍທີ່ຂື້ນຢູ່ແຕ່ວ່າ ສ່ວນຫຼາຍກາຍັງກໍຈົ່ມຢູ່ ເພີ່ນກໍວ່າຊິແກ້ໄຂອີ່ຫຍັງແຕ່ກໍເພີ່ນເວົ້າໄປຊື່ໆ.”
ຊາວບ້ານຜູ້ປະສົບພັຍອີກຜູ້ນຶ່ງ ທີ່ຍັງບໍ່ໄດ້ໂຍກຍ້າຍເຂົ້າໄປຢູ່ເຮືອນຖາວອນ ເວົ້າວ່າຕລອດ 3 ປີຜ່ານມາຊາວບ້ານຕ້ອງປະເຊີນ ກັບຄວາມຫຍຸ້ງຍາກຫຼາຍສິ່ງຫຼາຍຢ່າງ ທັງເຣື່ອງການຫາຢູ່ ຫາກິນ, ນໍ້າຂາດເຂີນບໍ່ພຽງພໍໃຊ້ຊຶ່ງຊາວບ້ານສ່ວນຫຼາຍກໍຄາດຫວັງວ່າຈະໄດ້ໂຍກຍ້າຍເຂົ້າໄປເຮືອນຢູ່ຖາວອນໃນທ້າຍປີ 2021 ນີ້ ເພື່ອຄຸນນະພາບຊີວິດການເປັນຢູ່ທີ່ດີຂື້ນກວ່າ ເກົ່າແຕ່ສຸດທ້າຍກາບໍ່ສຳເຣັດຕາມແຜນການ. ດັ່ງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກອີກຜູ້ນຶ່ງ ເມືອງສະນາມໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ທັນວາ ນີ້ວ່າ:
“ມີຊ່ວງນຶ່ງຫັ້ນ ຄົນງານເຂົາເຈົ້າເຂົ້າມາຢູ່ ແຕ່ວ່າບາດນີ້ມັນຄາໂຄວິດ ເຂົາເຈົ້າກາມາບໍ່ໄດ້ຍັງແຕ່ວ່າສ່ວນທີ່ເຫຼືອ ແຕ່ວ່າບໍ່ຫຼາຍຄືແຕ່ກ່ອນຫັ້ນນ່າ ເຂົາກໍຢາກຍ້າຍມາຢູ່ ເຮືອນຖາວອນເນາະ ແຕ່ວ່າເຮືອນຖາວອນກໍທັນບໍ່ສຳເຣັດ ມັນກໍລຳບາກແນ່.”
ສ່ວນຊາວບ້ານຜູ້ປະສົບພັຍ ເຂື່ອນແຕກທີ່ໄດ້ໂຍກຍ້າຍເຂົ້າໄປຢູ່ເຮືອນຖາວອນແລ້ວ ເວົ້າວ່າ ໄດ້ຮັບການໂຍກຍ້າຍເຂົ້າໄປເຮືອນຢູ່ຖາວອນ ຕັ້ງແຕ່ຕົ້ນປີ 2021 ທີ່ຜ່ານມາກໍມີຄວາມສະດວກ ສະບາຍຫຼາຍສິ່ງຫຼາຍຢ່າງ ແຕ່ກໍມີສິ່ງຫຍຸ້ງຍາກຫຼາຍຢ່າງເຊັ່ນດຽວກັນ ໂດຍສະເພາະການຂາດເຂີນນໍ້າກິນ, ນໍາໃຊ້ໃນຣະດູແລ້ງ ເພາະຍັງເຮັດລະບົບນໍ້າປະປາບໍ່ທັນສຳເຣັດ.
ນອກຈາກນີ້ ຊາວບ້ານສ່ວນຫຼາຍ ກໍກັງວົນເຣື່ອງການຈ່າຍຄ່າໄຟຟ້າ ເພາະໄດ້ຍິນຂ່າວວ່າ ທາງການລາວຈະເຣີ່ມເກັບຄ່າໄຟຟ້ານຳຊາວບ້ານ ສະເພາະຄອບຄົວທີ່ໄດ້ຮັບການໂຍກຍ້າຍ ເຂົ້າໄປຢູ່ເຮືອນຖາວອນແລ້ວ. ຂະນະທີ່ຊາວບ້ານ ພັດຍັງບໍ່ມີວຽກເຮັດງານທຳ ຢ່າງໝັ້ນຄົງຢ້ານບໍ່ມີເງິນຈ່າຍຄ່າໄຟຟ້າ. ດັ່ງຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ເມືອງສະນາມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 20 ທັນວານີ້ວ່າ:
“ມີແຕ່ເຮືອນກັບໄຟຟ້າມີໃຊ້ນໍ້າກິນນໍ້າໃຊ້ບໍ່ມີຈັກຊິເຮັດຈັ່ງໃດອີກແລ້ວບາດນີ້ໄຟຟ້ານີ້ເພີ່ນກາເຮັດໃບແຈ້ງການວ້າຊິເກັບຄ່າແຫຼະນໍາປະຊາຊົນນີ້ເອີຖືວ່າມາວຸ້ນ ວາຍດຽວນີ້ນີຈັກປະຊາຊົນຊິຮັບຮອງແນວໃດ.”
ທາງດ້ານອົງການພາກປະຊາສັງຄົມ ໃນລາວທີ່ບໍ່ຫວັງຜົລກຳໄລແລະບໍ່ຂື້ນກັບຣັຖບານ ລາວກ່າວວ່າຜ່ານມາກໍມີຫຼາຍອົງການຈັດຕັ້ງທັງພາຍໃນ ແລະຕ່າງປະເທດເດີນທາງໄປຊ່ອຍເຫຼືອ ຜູ້ປະສົບພັຍເຂື່ອນແຕກ. ແຕ່ກໍບໍ່ໄດ້ເຮັດໃຫ້ຄຸນນະພາບ ຂອງຊາວບ້ານດີຂື້ນເທົ່າທີ່ຄວນ. ສະນັ້ນກໍຢາກໃຫ້ທາງການລາວເລັ່ງປຸກສ້າງເຮືອນ ຖາວອນແລະໂຄງຮ່າງພື້ນຖານ ຈຳເປັນໃຫ້ສຳເຣັດໂດຍໄວທີ່ສຸດເພື່ອໃຫ້ຊາວບ້ານຜູ້ປະສົບພັຍກັບມາດຳເນີນຊີວິດ ເປັນປົກກະຕິບໍ່ ຕ້ອງປະເຊີນກັບຄວາມຫຍຸ້ງຍາກ ລຳບາກຄືເກົ່າ.
ນອກຈາກນີ້ບັນຫາດ້ານ ສຸຂອານາມັຍຢູ່ພາຍໃນເມືອງສະນາມໄຊກໍຄວນຈະໄດ້ຮັບການປັບປຸງແລະເລັ່ງດຳເນີນການເຊັ່ນດຽວກັນເພາະມີຂີ້ເຫຍື້ອເປັນຈຳນວນຫຼາຍທີ່ເກີດຂື້ນຫຼັງ ຈາກເຂື່ອນແຕກເປັນຕົ້ນ ເສດເຫຼັກ, ຢາງພລາສຕິກ, ເສດໄມ້ ແລະ ອື່ນໆ ທີ່ຍັງບໍ່ໄດ້ຖືກ ກຳຈັດ. ຂນະທີ່ຂີ້ເຫຍື້ອພລາສຕິກນັບມື້ຈະເພີ່ມຂື້ນເຣື້ອຍໆ ເພາະຊາວບ້ານຜູ້ປະສົບພັຍ ກໍພາກັນຖີ້ມຊະຊາຍຢູ່ຕາມແຄມທາງ ເພາະບໍ່ມີສະນາມຂີ້ເຫຍື້ອຫຼືໜ່ວຍງານບໍຣິຫານຂີ້ເຫຍື້ອ ດັ່ງເຈົ້າໜ້າທີ່ອົງການ ພາກປະຊາສັງຄົມໃນລາວທ່ານນຶ່ງບໍ່ປະສົງອອກຊື່, ຕຳແໜ່ງ ແລະ ອົງການ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ທັນວານີ້ວ່າ:
“ຂີ້ເຫຍື້ອຢູ່ແຖວທາງເມືອງສະນາມໄຊ ເຮົານີ້ກຳລັງແກ້ໄຂກັນຢູ່ດຽວນີ້ແຫຼະ ກຳລັງລົມກັບພາກຣັຖເພີ່ນດຽວນີ້ແຫຼະການຈັດການບໍຣິຫານ ຂີ້ເຫຍື້ອຖີ້ມຊະຊາຍທົ່ວ ໄປດຽວນີ້ຂີ້ເຫຍື້ອຊະຊາຍຢູ່ ມີແຕ່ຢາກຊ່ອຍເຂົາບໍ່ເບິ່ງປາຍທາງ.”
ຫຼ້າສຸດໃນວັນທີ 15 ທັນວາ 2021 ທີ່ຜ່ານມາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປືໄດ້ຣາຍງານຄວາມຄືບໜ້າ ກ່ຽວກັບວຽກງານການແກ້ໄຂຜົລກະທົບ ແລະຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ເມືອງສະນາມໄຊໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ລົງພື້ນທີ່ເຄື່ອນໄຫວຢ້ຽມຢາມຜູ້ປະສົບພັຍ ເຂື່ອນແຕກ ຢູ່ເມືອງສະນາມໄຊ ແຂວງອັດຕະປື.
ໂດຍ ທ່ານ ເລັດ ໄຊຍະພອນ ຣາຍງານວ່າ ການປຸກສ້າງເຮືອນຢູ່ຖາວອນຈຳນວນ 700 ຫຼັງມູນຄ່າ 24 ລ້ານໂດລາຣ໌ສະຫະຣັຖ ດ້ວຍທຶນຊົດເຊີຍ ຈາກບໍຣິສັດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ແລະ ປັດຈຸບັນດຳເນີນການ ປຸກສ້າງສຳເຣັດແລ້ວ 78% ຕາມສັນຍາແມ່ນໃຫ້ສຳເຣັດ 100% ໃນປີ 2021 ນີ້.
ປັດຈຸບັນ ມີຊາວບ້ານຜູ້ປະສົບພັຍ ເຂື່ອນແຕກໄດ້ອອກຈາກເຮືອນພັກຊົ່ວຄາວແລ້ວ ຍ້າຍເຂົ້າໄປເຮືອນຢູ່ຖາວອນແລ້ວຈຳນວນ 268 ຫຼັງ ໃນນີ້ບ້ານຫິນລາດ 67 ຫຼັງ, ບ້ານດອນບົກໃໝ່ແສງຈັນ 24 ຫຼັງ, ບ້ານດົງບາກ 177 ຫຼັງ ຊຶ່ງຮວມຈຳນວນເຮືອນຖາວອນໃນຈຳນວນນີ້ ແມ່ນໄດ້ຮັບການສນັບສນູນຈາກຣັຖບານໄທຍ 45 ຫຼັງ ມູນຄ່າ 6 ຕື້ປາຍກີບ ແລະ ຣັຖບານຢີ່ປຸ່ນຈຳນວນ 66 ຫຼັງ ມູນຄ່າ 9 ຕື້ປາຍກີບ ແລະ ເຮືອນຢູ່ຖາວອນອີກ 157 ຫຼັງ ສຳເຣັດມາຈາກ 700 ຫຼັງ.
ຂະນະທີ່ ທ່ານ ທອງລຸນ ສີສຸລິດ ກໍໄດ້ເໜັ້ນໜັກໃຫ້ອຳນາດການປົກຄອງ ແຂວງອັດຕະປື ແລະ ເມືອງສະນາມໄຊ ສືບຕໍ່ເອົາໃຈໃສ່ ປະຕິບັດໜ້າວຽກທີ່ຍັງຄ້າງຄາ ເພື່ອເຮັດໃຫ້ທຸກໜ້າວຽກຂອງການ ຟື້ນຟູພັຍພິບັດເຂື່ອນແຕກ ໄດ້ບັນລຸຜົລສຳເຣັດ.