ໄກ່ເກັ່ຽ ຄ່າຊົດເຊີຍ ສັມປະທານດິນ ບໍ່ນ້ຳຮ້ອນ
2021.12.14
ກຸ່ມບໍຣິສັດ ດອກງີ້ວຄຳ ຈຳກັດ ຂອງນັກລົງທຶນຈີນໄດ້ສັມປະທານດິນ ຈາກທາງການລາວ ສຳລັບດຳເນີນໂຄງການ ພັທນາສວນອຸທິຍານ ບໍ່ນໍ້າຮ້ອນປຸ່ງເລາະ ເປັນສະຖານທີ່ທ່ອງທ່ຽວຢູ່ ບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ເປັນໄລຍະເວລາບໍ່ຕໍ່າກວ່າ 10 ປີ ຈາກທາງ ຣັຖບານລາວຊຶ່ງມີເນື້ອທີ່ດິນທັງໝົດ 100.2 ເຮັກຕ້າຣ໌ ຊຶ່ງກວມເອົາທີ່ດິນຂອງຊາວບ້ານ ຊົນເຜົ່າອາຄ່າ ແລະ ຊົນເຜົ່າລະຫູ່ຈຳນວນ 44 ຄອບຄົວ. ໃນນັ້ນມີຕອນດິນເປັນພູຕິດກັບແມ່ນໍ້າຂອງ 12 ຄອບຄົວ, ຕອນດິນເປັນນາຢູ່ໃນຂອບເຂດບໍ່ນໍ້າຮ້ອນ 28 ຄອບຄົວ ແລະ ຕອນດິນນາທີ່ຈະຖືກໃຊ້ສ້າງທ່າເຮືອ 4 ຄອບຄົວ.
ດັ່ງຊາວບ້ານໃກ້ຄຽງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີເມື່ອວັນທີ 14 ທັນວາ 2021 ນີ້ວ່າ:
“ເຮົາກໍໄປ ໆ ມາ ໆ ຢູ່ແຖວນັ້ນເອີດຽວນີ້ນະເຈົ້າເອົານັ້ນແລ້ວເດ້ຂອງ ໂຄງການຂອງພວກສາມຫຼ່ຽມຄຳຂະເຈົ້າໄປປະມູນແລ້ວເດ້ ສັມປະທານແລ້ວຊິເຮັດອຸທິຍານບໍ່ ນໍ້າຮ້ອນ.”
ທ່ານກ່າວຕື່ມວ່າສຳລັບບໍ່ນໍ້າຮ້ອນປຸ່ງເລາະຕັ້ງຢູ່ບ້ານປຸ່ງເລາະ ເປັນຈຸດເຊື່ອມຕໍ່ລະຫວ່າງ ເມືອງເມິງ ກັບເມືອງຕົ້ນເຜິ້ງ ຫ່າງຈາກເທສບານເມືອງເມິງປະມານ 62 ກິໂລແມັດ. ບໍຣິເວນດັ່ງກ່າວເໝາະແກ່ການທ່ອງທ່ຽວທາງທັມຊາດ ອີກທັງຊາວບ້ານອ້ອມຂ້າງ ຍັງເຊື່ອກັນວ່າ ບໍ່ນໍ້າຮ້ອນດັ່ງກ່າວນີ້ ສາມາດປິ່ນປົວສຸຂພາບໄດ້ ໂດຍສະເພາະພະຍາດຜີວໜັງ.
ພື້ນທີ່ໂຄງການພັທນາສວນອຸທິຍານ ບໍ່ນໍ້າຮ້ອນປຸ່ງເລາະດັ່ງກ່າວນີ້ ມີເນື້ອທີ່ຖືກດິນຂອງຊາວ ບ້ານຈຳນວນ 44 ຕອນໃນນັ້ນກວມເອົາດິນນາ 28 ຕອນ, ດິນໄຮ່ໝູນວຽນ 6 ຕອນ ຮວມເຖິງດິນສວນຢາງພາຣາ ແລະດິນປູກໝາກໄມ້ອີກ 10 ຕອນ. ເຖິງແມ່ນວ່າ ທາງບໍຣິສັດດັ່ງ ກ່າວຈະໄດ້ສເນີຄ່າຊົດເຊີຍໃຫ້ແຕ່ຊາວບ້ານຜູ້ຖືກຜົລກະທົບ ຈຳນວນນຶ່ງຍັງບໍ່ເຫັນດີນໍາ ຍ້ອນໂຄງການດັ່ງກ່າວອາດຈະເຮັດໃຫ້ ພວກເຂົາເຈົ້າບໍ່ສາມາດ ຫາຢູ່, ຫາກິນໄດ້ຄືເກົ່າ.
ດັ່ງຊາວ ບ້ານຢູ່ເຂດອ້ອມຂ້າງບ້ານປຸ່ງເລາະ ທີ່ຂໍສງວນຊື່ແລະສຽງກ່າວວ່າ:
“ຊິໃຫ້ເຂົາເຈົ້າໄປທຳມາຫາກິນທາງໃດ ອີກບ່ອນເຮັດນາແຊງວ່າໜ້ອຍຢູ່ແລ້ວຍັງໄປເອົານຳ ເຂົາ. ຖ້າວ່າເອົາແລ້ວໄປບຸກເບີກບ່ອນໃໝ່ໃຫ້ເຂົາ ນີ້ເປັນການດີແຕ່ນີ້ເອົາເງິນຊົດເຊີຍໃຫ້ລະກາແລ້ວ ພັກ-ຣັຖຄວນຢູ່ຄຽງຂ້າງປະຊາຊົນ ຫາກຈະເອົາດິນຊາວບ້ານແທ້ກໍໃຫ້ຊົດເຊີຍ ແບບສົມເຫດສົມຜົລ ແລະຈັດສັນທີ່ດິນປູກຝັງໃຫ້ໃໝ່ນໍາ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີພະຍາຍາມຕິດຕໍ່ ໄປຍັງຊາວບ້ານຊົນເຜົ່າຜູ້ຖືກຜົລກະ ທົບຈາກໂຄງການດັ່ງກ່າວນີ້ໂດຍກົງ ແຕ່ບໍ່ສາມາດຕິດຕໍ່ໄດ້ເນື່ອງຈາກຢູ່ໃນພື້ນທີ່ຫ່າງໄກ ສອກຫຼີກ.
ທີ່ຜ່ານມາ ມີຊາວບ້ານຜູ້ຖືກຜົລກະທົບໂດຍກົງ ຈຳນວນນຶ່ງໄດ້ຮ້ອງຮຽນໄປຍັງທາງການເມືອງເມິງ ຊຶ່ງພາກສ່ວນກ່ຽວຂ້ອງ ກໍພະຍາຍາມເຂົ້າໄປແກ້ໄຂບັນຫາ ດັ່ງກ່າວເພື່ອໄກ່ເກັ່ຽ ຂໍ້ຂັດແຍ່ງລະຫວ່າງຊາວບ້ານປຸ່ງເລາະ ແລະນັກລົງທຶນຈີນຈາກກຸ່ມບໍຣິສັດດອກງີ້ວຄຳ.
ດັ່ງເຈົ້າໜ້າທີ່ຫ້ອງວ່າການແຂວງບໍ່ແກ້ວຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ປະມານຮ້ອຍປາຍພວກເຮົາ ຍັງປະເມີນຢູ່ພວກເຮົາຍັງກຳລັງເກັບກຳ ຂໍ້ມູນຢູ່ເນາະ. ກໍແນ່ນອນແຫຼະພື້ນທີ່ທີ່ເປັນຫັ້ນປະຊາຊົນໄດ້ທຳການຜລິດຫັ້ນກໍ ພວກເຮົາກໍ ຈະເປັນໃຈກາງໃນການພົວພັນກັບບໍຣິສັດນີ້ ໃຫ້ເຂົາທົດແທນໃນລາຄາທີ່ເໝາະສົມຫັ້ນແຫຼະ.”
ເຖິງແມ່ນວ່າໜ່ວຍງານທີ່ກ່ຽວຂ້ອງຈະລົງພື້ນທີ່ ໄປໄກ່ເກັ່ຽບັນຫາຂໍ້ຂັດແຍ່ງເຣື່ອງດິນທຳກິນ ລະຫວ່າງຊາວບ້ານປຸ່ງເລາະ ແລະກຸ່ມບໍຣິສັດ ດອກງີ້ວຄຳແລ້ວ. ແຕ່ຢ່າງໃດກໍຕາມ ພັດຍັງ ບໍ່ໄດ້ມີຂໍ້ສຣຸບທີ່ຄັກແນ່ເທື່ອ.
ດັ່ງເຈົ້າໜ້າທີ່ ຜແນກຊັບພະຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ຕົກລົງກັນບໍ່ໄດ້ເທື່ອ ໄປຂໍສັມປະທານເປີດເປັນແຫຼ່ງທ່ອງທ່ຽວ. ກຳລັງ ເວົ້າເຣື່ອງການຊົດເຊີຍຄ່າດິນໃຫ້ປະຊາຊົນເພາະວ່າມັນມີດິນຫຼາຍປະເພດເນາະ ເປັນດິນປ່າ ໄມ້ແດ່ ເປັນດິນທີ່ເຮົາເຮັດນາແດ່ແລ້ວກໍດິນຜັກສວນແດ່ຫັ້ນນ່າ ເວົ້າໄປຕາມຣະບຽບຂອງ ການຊົດເຊີຍດິນອີ່ຫຍັງຫັ້ນ.”
ເຖິງແມ່ນວ່າ ປັດຈຈຸບັນຍັງບໍ່ມີຂໍ້ສຣຸບຄັກແນ່ວ່າຊາວບ້ານຜູ້ຖືກຜົລກະທົບ ຈະໄດ້ຮັບເງິນຄ່າ ຊົດເຊີຍແນວໃດ. ແຕ່ຢ່າງໃດກໍຕາມ ບໍຣິສັດຂອງນັກລົງທຶນຈີນນີ້ ພັດມີແຜນປຸກສ້າງໂຄງ ການດັ່ງກ່າວພາຍໃນໄລຍະຕົ້ນປີ 2022 ນີ້.
ດັ່ງເຈົ້າໜ້າທີ່ ຜແນກແຜນການແລະການລົງທຶນ ແຂວງບໍ່ແກ້ວຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ເປັນບໍຣິສັດດອກງີ້ວຄຳເນາະ ຂະເຈົ້າຊິສັມປະທານຫັ້ນນ່າ. ກຳລັງ ໄກ່ເກັ່ຽເຣື່ອງດິນຂອງປະຊາຊົນກຳລັງຊິເຣີ້ມລົງມືແລ້ວປີ 2022 ນີ້ຊິມີການກໍ່ສ້າງແລ້ວມີ ຄນະກັມການ ຂະເຈົ້າລົງໄປສຳຣວດລົງໄປເກັບກຳຂໍ້ມູນແລ້ວກໍຊົດເຊີຍໃຫ້ປະຊາຊົນຖ້າວ່າ ຊົດເຊີຍທີ່ດິນໃຫ້ປະຊາຊົນແລ້ວໝົດ ແລ້ວເຂົາຊິເຣີ້ມລົງມືກໍ່ສ້າງ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກຸ່ມບໍຣິສັດ ດອກງີ້ວຄຳ ຈຳກັດ ຊຶ່ງເປັນບໍຣິສັດ ໃນການບໍຣິຫານຂອງ ທ່ານ ຈ້າວເຫວີຍ ປະທານສະພາບໍຣິຫານ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ແລະ ເປັນເຈົ້າຂອງ ຄາຊິໂນ ຄິງສ໌ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງນີ້ກໍເພື່ອສອບຖາມ ກ່ຽວກັບຣາຍລະອຽດ ໂຄງການພັທນາສວນອຸທິຍານ ບໍ່ນໍ້າຮ້ອນປຸ່ງເລາະ ເປັນແຫຼ່ງທ່ອງທ່ຽວແລະແນວທາງໃນການພິຈາຣະນາ ຈ່າຍຄ່າຊົດເຊີຍໃຫ້ຜູ້ຖືກຜົລກະທົບ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງບໍ່ສະດວກໃຫ້ສັມພາດ.
ສຳລັບແນວທາງໃນການຈ່າຍຄ່າຊົດເຊີຍ ກ່ຽວກັບທີ່ດິນໃຫ້ກັບຊາວບ້ານຜູ້ຖືກຜົລກະທົບ ຢ່າງເໝາະສົມນັ້ນ ທາງບໍຣິສັດ ເຈົ້າຂອງໂຄງການ ຈະຕ້ອງເບີ່ງສະພາບໂຕຈິງວ່າທີ່ດິນທີ່ຈະ ໃຊ້ໃນການດຳເນີນກິຈການນັ້ນ ເປັນດິນປະເພດໃດ ແລະມີລາຄາ ຊື້-ຂາຍ ໃນຂະນະນັ້ນເທົ່າໃດ.
ດັ່ງນັກກົດໝາຽກ່ຽວກັບ ທີ່ດິນທ່ານນຶ່ງກ່າວວ່າ:
“ຄັນວ່າເບິ່ງລາຄາຫົວດິນ ດິນລາຄາຣັຖນີ້ມັນຖືກເທົ່າໃດເຮົາກໍຈ່າຍຄ່າ ຊົດເຊີຍຕາມລາຄາຣັຖຫັ້ນແຫຼະຖ້າເຂົາບໍ່ພໍໃຈກໍໄດ້ເພີ່ມອີກກໍໄດ້ຕໍ່ລອງກັນຫັ້ນນ່າ. ມັນມີ ພື້ນຖານຂອງລາຄາຣັຖເດ້. ລາຄາຕາມທ້ອງຕລາດຕ່າງຫາກເດ້ເຮົາກໍມີແຕ່ເອີ້ນວ່າປະຊຸມ ກັນລົມກັນເບີ່ງວ່າເຫດຜົລ ມັນຊິເປັນໄປໄດ້ແນວໃດເນາະຈະຂື້ນຈະລົງເບາະກໍເບິ່ງໂຕຈິງຫັ້ນ ແຫຼະ.”
ເມື່ອວັນທີ 10 ທັນວາ ທີ່ຜ່ານມາ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ແຂວງບໍ່ ແກ້ວກ່າວໃນກອງປະຊຸມທາງໄກ ກ່ຽວກັບບັນຫາຂໍ້ຂັດແຍ່ງ ທີ່ດິນສັມປະທານຂອງໂຄງການ ພັທນາອຸທິຍານບໍ່ນໍ້າຮ້ອນ ປຸ່ງເລາະ ເມືອງເມິງວ່າ ທ່ານຈະນຳເອົາບັນຫາດັ່ງກ່າວນີ້ ໄປສເນີ ນຳໜ່ວຍງານ ທີ່ກ່ຽວຂ້ອງເພື່ອໃຫ້ເຂົາເຈົ້າຊ່ອຍຄົ້ນຄ້ວາ ພິຈາຣະນາກ່ຽວກັບການຈ່າຍຄ່າຊົດເຊີຍ ເນື້ອທີ່ດິນຂອງປະຊາຊົນ ໂດຍອີງຕາມຣະບຽບກົດໝາຽ ຂອງປະເທດລາວຢ່າງເຂັ້ມງວດ.
ກ່ອນໜ້ານີ້ ໃນໄລຍະຕົ້ນປີ 2020 ແຂວງບໍ່ແກ້ວໄດ້ອະນຸຍາດ ໃຫ້ບໍຣິສັດເອກະຊົນເຂົ້າສັມປະທານ ທີ່ດິນຂອງຣັຖ 2 ໂຄງການ ເພື່ອປູກຢາງພາຣາ ຢູ່ເມືອງເມິງໃນນັ້ນໂຄງການນຶ່ງ ເປັນຂອງບໍຣິສັດ ພັທນາກະສິກຳ ຫາວໂບ ບໍ່ແກ້ວ ຈຳກັດຜູ້ດຽວ ຢູ່ບ້ານຫ້ວຍອໍ້ ມີເນື້ອທີ່ 320 ເຮັກຕ້າມູນຄ່າການລົງທຶນ 3 ລ້ານໂດລາຣ໌ສະຫະຣັຖ.
ສ່ວນອີກໂຄງການນຶ່ງ ເປັນຂອງບໍຣິສັດ ເປົາເຊີງ ຢາງພາຣາ ບໍ່ແກ້ວ ຈຳກັດຜູ້ດຽວ ຢູ່ກຸ່ມ ບ້ານຜາດຳ, ບ້ານຜາຂາວ, ບ້ານດອນໜູນ, ບ້ານຫ້ວຍສ້ານ, ບ້ານຈອມແຈ້ງ ແລະ ບ້ານ ປຸ່ງເລາະ ມີເນື້ອທີ່ 463 ເຮັກຕ້າຣ໌ມູນຄ່າການລົງທຶນ 500,000 ໂດລາຣ໌ສະຫະຣັຖ ໂດຍທັງ 2 ໂຄງການມີອາຍຸ ສັມປະທານ 30 ປີ.