ສຶກສາ ຜົລກະທົບ ໂຄງການ ເຂື່ອນ ຊະນະຄາມ
2021.11.30

ຄະນະກໍາມາທິການ ແມ່ນໍ້າຂອງສາກົລ ຫລື MRC ຈັດກອງປະຊຸມ ຜ່ານຣະບົບທາງໄກ ຮ່ວມກັບ 4 ປະເທດລຸ່ມແມ່ນໍ້າຂອງ: ລາວ, ໄທຍ, ກໍາພູຊາ ແລະວຽດນາມ ເພື່ອປຶກສາຫາຣື, ຣາຍງານ ແລະທົບທວນຂໍ້ມູນທາງເທັກນິກ ຂອງໂຄງການເຂື່ອນຊະນະຄາມ ໃນມື້ວັນທີ 29 ແລະ 30 ພຶສຈິການີ້.
ຕໍ່ກອງປະຊຸມປຶກສາຫາຣືຜູ້ມີສ່ວນໄດ້ສ່ວນເສັຍ ຫລື PNPCA ຜ່ານຣະບົບທາງໄກໃນມື້ວັນທີ 30 ພຶສຈິການີ້ ທ່ານ ກໍາ ວົງອ່ານ ຜູ້ຕາງໜ້າຊາວບ້ານ ຢູ່ແຂວງເລີຍຂອງໄທຍ ມີຄວາມເຫັນກ່ຽວກັບໂຄງການເຂື່ອນຊະນະຄາມວ່າ ຫລາຍຂໍ້ມູນຂອງໂຄງການນີ້ ເປັນຂໍ້ມູນເກົ່າ ເມື່ອ 10 ປີກ່ອນ, ເຮັດໃຫ້ໂຄງການເຂື່ອນນີ້ບໍ່ມີຄວາມນ່າເຊື່ອຖື.
“ຂໍ້ມູນທີ່ນໍາມານີ້ ເປັນຂໍ້ມູນເກົ່າ 10 ປີໄປແລ້ວ. ຫລາຍສ່ວນຂອງເອກສານ ບໍ່ໄດ້ອະທິບາຍເຖິງວິທີການ ສຸ່ມເກັບຕົວຢ່າງ ພື້ນທີ່ເກັບຕົວຢ່າງ ແບບຈໍາລອງແລະຂັ້ນຕອນການຄວບຄຸມ ຄຸນນະພາບຂອງຂໍ້ມູນ ຈຶ່ງຍາກຕໍ່ການປະເມີນ ຄວາມນ່າເຊື່ອຖືຂອງຂໍ້ມູນ ແລະຜົລຮັບ.”
ທ່ານກ່າວຕື່ມວ່າ ຣັຖບານລາວ ແລະຜູ້ພັທນາໂຄງການເຂື່ອນໄຟຟ້າ ຕ້ອງສຶກສາຜົລກະ ທົບເຣື່ອງສິ່ງແວດລ້ອມ ແລະສັງຄົມຄືນໃໝ່ຢ່າງລະອຽດ ເພາະໂຄງການດັ່ງກ່າວ ຈະສົ່ງຜົລກະທົບຕໍ່ການຫາປາ, ການປູກຝັງ, ການແລ່ນເຮືອ ແລະອື່ນໆ ເນື່ອງຈາກປັດຈຸບັນ ບັນຫາການເປີດ-ປິດເຂື່ອນໄຊຍະບູຣີ ແລະເຂື່ອນດອນສະໂຮງ ກໍເຮັດໃຫ້ຣະດັບນໍ້າຂຶ້ນ-ລົງ ບໍ່ປົກກະຕິແລ້ວ, ສ້າງຜົລກະທົບຂ້າມຊາຍແດນ ໄປຮອດກໍາພູຊາ ແລະວຽດນາມແລ້ວ.
ທ່ານ ສຸວິດ ກຸຫລາບວົງ ຜູ້ປະສານງານເຄືອຂ່າຍປະຊາຊົນ 8 ແຂວງແມ່ນໍ້າຂອງ ປະ ເທດໄທ ກ່າວວ່າ ຂໍ້ກັງວົນຕ່າງໆນໍາໂຄງການເຂື່ອນຊະນະຄາມ ເປັນບັນຫາຂ້ອນຂ້າງໜັກ ເປັນຕົ້ນຜົລກະທົບຕໍ່ຣະບົບນິເວດແມ່ນໍ້າຂອງ, ຝຸ່ນຕົມ ຫລືຕະກອນ, ການຫາປາ, ການຂຶ້ນ-ລົງຂອງຣະດັບນໍ້າທ້າຍເຂື່ອນ ແລະການແລ່ນເຮືອ ແມ່ນບໍ່ໄດ້ຍົກຂຶ້ນມາເວົ້າຢ່າງຈະແຈ້ງ ຊຶ່ງຂະບວນການປຶກສາຫາຣື ຄວນຈະເປີດກວ້າງ ແລະຮັບຟົງບັນຫາຂອງປະຊາຊົນໃນພື້ນທີ່ຢ່າງຈິງຈັງ ເພື່ອໃຫ້ເກີດຄວາມເຂົ້າໃຈກັບຫລາຍຝ່າຍ.
ທ່ານກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 30 ພຶສຈິການີ້ວ່າ ຂະບວນການປຶກສາຫາຣືເຣື່ອງໂຄງການເຂື່ອນຊະນະຄາມໃນຄັ້ງນີ້ ບໍ່ມີຄວາມໂປ່ງສັຍ, ຈັດຂຶ້ນເພື່ອເຮັດໃຫ້ແລ້ວຕາມຂັ້ນຕອນໄປລ້າໆ ໂດຍບໍ່ໄດ້ນໍາບັນຫາທີ່ປະຊາຊົນ ສເນີຂຶ້ນມາແກ້ໄຂຢ່າງຈິງຈັງ.
“ປະເດນສໍາຄັນກະຄືວ່າ ຂໍ້ສເນີຕອນນີ້ ກໍພະຍາຍາຕລອດເວລາ ມັນຕ້ອງເຂົ້າມາຄຸຍກັນໃນວົງ ໃຫ້ມັນເຫັນຄັກແນ່ວ່າບັນຫາແທ້ໆ ຍອມຮັບກັນແທ້ໆບໍ່ວ່າ ເຂື່ອນແມ່ນໍ້າຂອງນີ້ມັນຄືອິຫຍັງ ປະເດນຄື ຂະບວນການມັນຊອບທັມບໍ່ ຕອນນີ້ເຮົາກະຮູ້ຢູ່ວ່າມັນມີບັນຫາ ຈະແກ້ໄຂບັນຫາ ເປີດພື້ນທີ່ຄຸຍຮ່ວມກັນແລ້ວແກ້ໄຂບັນຫາຮ່ວມກັນ.”
ກ່ຽວກັບເຣື່ອງນີ້ ຊາວບ້ານຈໍານວນນຶ່ງຢູ່ລາວ ທີ່ຈະໄດ້ສູນເສັຍທີ່ດິນ, ສິ່ງປຸກສ້າງ ແລະຖືກໃຫ້ໂຍກຍ້າຍ ເວົ້າວ່າ ຣັຖບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ລົງມາຖາມຄວາມເຫັນຂອງປະຊາຊົນຈັກເທື່ອວ່າ ຢາກໄດ້ເຂື່ີອນ ຫລືບໍ່, ສ້າງເຂື່ອນຂຶ້ນມາ ຈະມີຜົລກະທົບແນວໃດ ແລະຂັ້ນຕອນປະຕິບັດຈະເປັນແນວໃດ ເຮັດໃຫ້ປະຊາຊົນສ່ວນໃຫຍ່ ກັງວົນເຣື່ອງຈະຖືກໃຫ້ໂຍກຍ້າຍ ແລະສູນເສັຍດິນທໍາການຜະລິດ ດັ່ງຊາວບ້ານຜູ້ນຶ່ງຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກ່່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ:
“ຄັນວ່າ ມັນຜົລກະທົບຫລາຍແທ້ ຂະເຈົ້າກະບໍ່ຢາກໃຫ້ເຮັດປານໃດແຫລະ ຂະເຈົ້າກະບໍ່ດີໃຈໄດ໋ປະຊາຊົນ ປະ ຊາຊົນນີ້ກະອາສັຍການຫາປານີ້ແລ້ສເປັນສ່ວນໃດນຶ່ງ ເພື່ອລ້ຽງຄອບຄົວເນາະ. ຄັນສ້າງເຂື່ອນແລ້ວ ກະ ສິບໍ່ໄດ້ຫາຫັ້ນແຫລ໋ວ ຜົລກະທົບກະບໍ່ແມ່ນໜ້ອຍໆແລ້ວ ຄັນໄດ້ສ້າງຂຶ້ນກະດາຍ ທີ່ຢູ່ອາສັຍດອກ ທີ່ໄຮ່ ທີ່ນາ ທີ່ທໍາການຜະລິດນີ້ກະສິຖ້ວມ.”
ຊາວບ້ານສ່ວນໃຫຍ່ ບໍ່ຢາກໃຫ້ຣັຖບານລາວສ້າງເຂື່ອນນັ້ນ ຍ້ອນກັງວົນເຣື່ອງຜົລກະທົບຕ່າງໆ ແລະສເນີໃຫ້ຣັຖບານ ແລະພາກສ່ວນທີ່ກ່ຽວຂ້ອງ ໃຫ້ຂໍ້ມູນກ່ຽວກັບໂຄງການນັ້ນເພື່ອໃຫ້ຊາວບ້ານຮູ້ນໍາ ດັ່ງປະຊາຊົນຜູ້ນຶ່ງ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ເວົ້າໃນມື້ວັນທີ 30 ພຶສຈິການີ້ວ່າ:
“ຄັດຄ້ານກະມີແຕ່ປະຊາຊົນແລ້ວ ຂະເຈົ້າຂັດຄ້ານຫັ້ນແຫລະ ກະບໍ່ຢາກໃຫ້ເຮັດຫັ້ນແລ້ວ ຜູ້ທີ່ມັນກະທົບຫັ້ນນ່າ ຄັນພາກຣັດໃຫ້ເຮັດ ປະຊາຊົນມັນກະໄດ້ແຕ່ເວົ້າກັນຊື່ໆນີ້ແຫລະ ແລ້ວເພິ່ນກະບໍ່ໄດ້ຍິນ ເພິ່ນເວົ້າເພິ່ນວ່າກະບໍ່ທັນລົງມາເທື່ອກໍ໋ ກະວ່າແຕ່ສິເຮັດໆຊື່ໆ ແລ້ວເພິ່ນກະບໍ່ໄດ້ມາປຶກສາຫາຣືຫຍັງກັນເທື່ອດອກ.”
ກ່ຽວກັບໂຄງການເຂື່ອນຊະນະຄາມນີ້ ດຣ. ສຸຣະສີ ກິດຕິມົນທົນ ເລຂາທິການສໍານັກງານຊັພຍາກອນນໍ້າແຫ່ງຊາດ ປະເທດໄທຍ ໄດ້ຖແລງໃນມື້ວັນທີ 30 ພຶສຈິການີ້ວ່າ:
“ທາງຄະນະກໍາມາທິການແມ່ນໍ້າຂອງສາກົນ ຈະຕ້ອງນໍາຂໍ້ກັງວົນ ຂໍ້ຄິດເຫັນແລະຂໍ້ສເນີິຂອງປະເທດສະມາຊິກ ທີ່ອາຈໄດ້ຮັບຜົລກະທົບຈາກການພັທນາໂຄງການນີ້ ໄປພິຈາຣະນາ, ແຈ້ງໃຫ້ປະເທດຜູ້ພັທນາໂຄງການ ຄືລາວ ຫາຫົນທາງປ້ອງກັນຜົລກະທົບຕໍ່ໄປ ໂດຍທາງຝ່າຍໄທຍ ຈະຕິດຕາມຢ່າງໃກ້ຊິດເພື່ອເບິ່ງແຍງ ແລະປ້ອງກັນຊຸມຊົນແຄມແມ່ນໍ້າຂອງ ຈາກຜົນກະທົບໃຫ້ໄດ້ຫລາຍທີ່ສຸດ.”
ພາກປະຊາສັງຄົມ ຈາກປະເທດວຽດນາມ ແລະກໍາພູຊາ ກໍເຫັນກົງກັນວ່າ ຣັຖບານລາວ ແລະຜູ້ພັທນາໂຄງການເຂື່ອນຊະນະຄາມ ຄວນຄໍານຶງເຖິງຜົນກະທົບຂ້າມຊາຍແດນ ໃຫ້ຫລາຍກວ່ານີ້ ແລະຮັບຟັງສຽງຂອງປະຊາຊົນລຸ່ມແມ່ນໍ້າຂອງ ທີ່ຍັງຕ້ອງອາສັຍແມ່ນໍ້າເປັນແຫລ່ງທໍາມາຫາກິນ.
ສໍາລັບຄະນະກໍາມາທິການແມ່ນໍ້າຂອງສາກົລ ກໍຍັງເຫັນວ່າ ໂຄງການເຂື່ອນຊະນະຄາມ ຍັງມີບັນຫາສໍາຄັນ ທີ່ຣັຖບານລາວ ແລະບໍຣິສັດຜູ້ພັທນາໂຄງການ ຈະຕ້ອງຣາຍງານຂໍ້ມູນໃຫ້ລະອຽດຂຶ້ນຕື່ມ ໂດຍສະເພາະເຣື່ອງເທັກນິກ ແລະຄວາມປອດພັຍຂອງເຂື່ອນ, ຜົລກະ ທົບຂ້າມຊາຍແດນ ແລະອື່ນໆ.
ຕໍ່ກອງປະຊຸມປຶກສາຫາຣືໃນມື້ວັນທີ 30 ພຶສຈິການີ້ ເຈົ້າໜ້າທີ່ MRC ກ່າວວ່າ:“ຜົລກະທົບຂ້າມຊາຍແດນທີ່ເກີດຈາກການປ່ຽນ ແປງ ການໄຫລຂອງນໍ້າແລະຣະດັບນໍ້າ. ແຕ່ງຕັ້ງຄະນະກວດກາ-ທົບທວນ ຄວາມປອດພັຍທີ່ເປັນເອກຣາດ ຂອງເຂື່ອນໃຫ້ໄວເທົ່າທີ່ຈະໄວໄດ້. ແນະນໍາຣັຖບານໄທ ປຶກສາຫາຣືແລະຄວນມີສ່ວນຮ່ວມ ໃນການພັທນາແຜນການຮັບມືກ ແນະນຳໃຫ້ອຳນາດການປົກຄອງໄທ ປຶກສາຫາລື ແລະຄວນມີສ່ວນຮ່ວມໃນການພັດທະນາແຜນຮັບມືກັບພັຍ ທີ່ອາຈເກີດຂຶ້ນໄດ້.” ໃນຂະນະດຽວກັນ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ກໍກ່າວວ່າ ທາງການລາວ ຈະນໍາເອົາທຸກບັນຫາ ທີ່ຄະນະກໍາມາທິການແມ່ນໍ້າຂອງສາກົລ, ບັນດາປະເທດສະມາຊິກລຸ່ມແມ່ນໍ້າຂອງ ແລະພາກປະຊາສັງຄົມ ໄດ້ສເນີໃຫ້ຣັຖບານລາວ ແລະຜູ້ພັທນາໂຄງການເຂື່ອນຊະນະຄາມ ໄປປຶກສາຫາຣືກັນເພີ່ມຕື່ມ ແລະແກ້ໄຂຢ່າງເປັນຮູບປະທໍາ ເປັນຕົ້ນ ເຣື່ອງຄວາມປອດພັຍຂອງເຂື່ອນ, ຜົລກະທົບຂ້າມຊາຍແດນ ຣັຖບານລາວຈະໄດ້ນໍາໄປສຶກສາແລະປັບແກ້ ເພື່ອຫລຸດຜ່ອນບັນຫາ ແລະຜົລກະທົບໃຫ້ໄດ້ຫລາຍທີ່ສຸດ.“ເຮົາກະສິແກ້ໄຂນັ້ນແຫລະ ເວົ້າລາຍລະອຽດຫັ້ນ ຈັດການປະຕິບັດກັນແນວໃດຕໍ່ໄປ ຖ້າເບິ່ງຕົວຈິງແລ້ວ ແບບຂະເຈົ້າອອກຈັ່ງໃດ ແບບໂຄງສ້າງເຂື່ອນ ເພາະວ່າພວກເຮົາ ກໍຈະມີອັນທີ່ປຶກສາຂອງຣັຖບານເພື່ອກວດຊ່ວຍຫັ້ນນ່າ.”
ໃນຣາຍງານຜົລການປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ຣະບຸວ່າ ມີ 3 ບ້ານ, 267 ຄອບຄົວ, 1127 ຄົນ ຈະໄດ້ຮັບຜົລກະທົບ 100% ຄືບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ 36 ຄອບຄົວ; ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ມີບ້ານຫ້ວຍລ້າ 81 ຄອບຄົວ ແລະບ້ານແຄ 150 ຄອບຄົວ. ບ້ານຢູ່ 3 ເມືອງ ທີ່ຈະໄດ້ຮັບຜົລກະທົບບາງສ່ວນ ຊຶ່ງຈະມີບາງຄອບຄົວຖືກໂຍກຍ້າຍ ຫລືສູນເສັຍດິນ ຈໍານວນ 354 ຄອບຄົວ ຄື: ເມືອງຊະນະຄາມ ແຂວງວຽງຈັນ ມີ 4 ບ້ານ ຄືບ້ານດອນພຸງ 40 ຄອບຄົວ, ບ້ານໄມ່ປາກທູນ 54 ຄອບຄົວ, ບ້ານຫ້ວຍເຕົ່າ 56 ຄອບຄົວ ແລະບ້ານຄົກເຂົ້າດໍ 6 ຄອບຄົວ. ເມືອງແກ່ນທ້າວ ແຂວງໄຊຍະບູຣີ ມີ 3 ບ້ານ ຄືບ້ານດອນເມນ 120 ຄອບຄົວ, ບ້ານນາຄໍາ 19 ຄອບຄົວ, ບ້ານດອນສັ້ງ 17 ຄອບຄົວ. ເມືອງປາກລາຍ ແຂວງໄຊຍະບູຣີ ມີ 3 ບ້ານ ຄືບ້ານບຸ່ງມາ 10 ຄອບຄົວ, ບ້ານແກ້ງເສົາ 29 ຄອບຄົວ ແລະບ້ານນາສັກ 3 ຄອບຄົວ.
ໂຄງການເຂື່ອນຊະນະຄາມ ຂນາດ 684 ເມກາວັດ ຈະສ້າງໂດຍບໍຣິສັດ Datang (Lao) Sanakham Hydropower ຊຶ່ງເປັນບໍຣິສັດຍ່ອຍຂອງບໍຣິສັດ Datang International Power Generation ຂອງຈີນ, ມູນຄ່າການກໍ່ສ້າງປະມານ 2 ຕື້ໂດລາສະຫະຣັຖ. ເບື້ອງຕົ້ນ ໂຄງການນີ້ ວ່າຈະເລີ່ມເຂົ້າສູ່ຂະບວນການປຶກສາຫາຣືລ່ວງໜ້າ ວັນທີ 9 ກັນຍາ 2019 ແລະຈະເລີ່ມກໍ່ສ້າງໃນປີ 2020 ແຕ່ຍ້ອນສະພາບການຣະບາດຂອງໂຄວິດ-19 ຂະບວນການດັ່ງກ່າວຈຶ່ງຖືກເລື່ອນອອກໄປ. ແຕ່ເຖິງຢ່າງໃດກໍຕາມ ໂຄງການເຂື່ອນນີ້ ກໍມີກໍານົດທີ່ຈະກໍ່ສ້າງສໍາເຣັດໃນປີ 2028 ເພື່ອຜະລິດໄຟຟ້າສົ່ງຂາຍໃຫ້ໄທຍ ເປັນຫລັກ ແລະເມື່ອອາທິດທີ່ແລ້ວ ຣັຖບານໄທຍ ກໍໄດ້ຕົກລົງຮັບຊື້ໄຟຟ້າ ຈາກເຂື່ອນຊະນະຄາມ.