ຊາວໄທຍ ລຸ່ມແມ່ນ້ຳຂອງ ກັງວົນຜົລກະທົບ ເຂື່ອນຊະນະຄາມ
2022.06.16

ໃນວັນທີ 15 ມິຖຸນາທີ່ຜ່ານມາ ທາງການແຂວງເລີຍ ປະເທດໄທຍໄດ້ຈັດເວທີ່ ຮັບຟັງຄວາມຄິດເຫັນ ຂອງຊາວໄທຍ 6 ແຂວງລຸ່ມແມ່ນໍ້າຂອງ ແລະສະພາອົງກອນຊຸມຊົນ 7 ແຂວງລຸ່ມແມ່ນໍ້າຂອງ ຢູ່ເມືອງຊຽງຄານ ແຂວງເລີຍ ຕໍ່ກໍຣະນີໂຄງການ ກໍ່ສ້າງເຂື່ອນຊະນະຄາມ ໃນປະເທດລາວ. ໂດຍທັງເຄືອຂ່າຍຊາວໄທຍລຸ່ມແມ່ນໍ້າຂອງ ແລະເຈົ້າໜ້າທີ່ ແຂວງເລີຍລ້ວນແຕ່ ມີຄວາມກັງວົນວ່າ ໂຄງການກໍ່ສ້າງເຂື່ອນຊະນະຄາມ ຈະເຮັດໃຫ້ເກີດຄວາມເສັຽຫາຍ ຕໍ່ພື້ນທີ່ຮອຍຕໍ່ຊາຍແດນລາວ-ໄທຍ ແລະຮ່ອງນໍ້າເລິກເປັນຕົ້ນອາຈເຮັດໃຫ້ເກີດ ແຜ່ນດິນໄຫວຫຼາຍຂຶ້ນ ແລະຍັງຈະເຮັດໃຫ້ຊາວບ້ານ ແຄມແມ່ນໍ້າຂອງຝັ່ງໄທຍໄດ້ຮັບຜົລກະທົບ ທາງດ້ານການເຮັດປະມົງ ແລະປູກຝັງຕາມແຄມແມ່ນໍ້າຂອງ.
ດັ່ງ ຍານາງ ອ້ອມບຸນ ທິບສຸນາ ນາຍົກສະພາອົງກອນຊຸມຊົນໄທຍ 7 ແຂວງລຸ່ມແມ່ນໍ້າຂອງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:
(ໄທຍ) ຍານາງ ກ່າວວ່າ: “ຄວາມກັງວົນຂອງພີ່ນ້ອງຊາວບ້ານ ມີຫຼາຍນຶ່ງໃນນັ້ນ ກໍເປັນເຣື່ອງເຂດຊາຍແດນ ລາວ-ໄທຍ ກັງວົນວ່າຈະເກີດຕາຝັ່ງເຈື່ອນ ຮ່ອງນໍ້າເລິກປ່ຽນ ແລ້ວກໍເຣື່ອງແຜ່ນດິນໄຫວ ຍ້ອນພື້ນທີ່ກໍ່ສ້າງເຂື່ອນ ດັ່ງກ່າວ ຕັ້ງຢູ່ເຂດຮອຍຕໍ່ ທີ່ມີແຜ່ນດິນໄຫວເກີດຂຶ້ນ ຢູ່ຕລອດໃນສ່່ວນຂອງເຄືອຂ່າຍພວກເຮົາ ໄດ້ສເນີເພີ່ມຕື່ມແລ້ວ ກໍໄດ້ສລຸບເຣື່ອງແນວທາງ ແກ້ໄຂອີກປະມານ 3-4 ປະເດັນ.”
ໃນຂະນະດຽວກັນທ່ານ ຊານນະຣົງ ວົງລາ ເຄືອຂ່າຍກຸ່ມຮັກຊຽງຄານກ່າວວ່າ ມາຮອດປັດຈຸບັນ ທ່ານເອງກໍມີຄວາມກັງວົນ ເຣື່ອງຜົລກະທົບທີ່ຈະເກີດຂຶ້ນ ຈາກໂຄງການກໍ່ສ້າງເຂື່ອນ ຊະນະຄາມຢູ່ ເນື່ອງຈາກວ່າການສຶກສາ ແລະສຳຣວດຜົລກະທົບ ຂອງໂຄງການກໍ່ສ້າງເຂື່ອນ ຊະນະຄາມ ທີ່ບໍຣິສັດ Datang (Lao) Sanakham Hydropower ກັບກະຊວງພລັງງານ ແລະບໍ່ແຮ່ຂອງລາວ ຍັງບໍ່ທັນມີຄວາມຄືບໜ້າໃດໆ ແລະ ຢາກໃຫ້ທາງການລາວ ນຳເອົາຂໍ້ກັງວົນຂອງຊາວບ້ານຝັ່ງໄທຍ ໄປທົບທວນຕື່ມ.
ທ່ານກ່າວວ່າ:
“(ໄທຍ) ໃນປັດຈຸບັນນີ້ ບໍ່ມີຄວາມຄືບໜ້າໃດໆ ເລີຍກາບໍ່ແນ່ໃຈ ຄືກັນວ່າມັນເປັນຍ້ອນຫຍັງ ອັນນີ້ກາຢາກຝາກເຖິງທາງການລາວ ເຖິງແມ່ນວ່າພື້ນທີ່ກໍ່ສ້າງ ເຂື່ອນຊະນະຄາມ ຈະຢູ່ໃນອະທິປຕັຍ ຂອງລາວແຕ່ວ່າ ການກໍ່ສ້າງເຂື່ອນດັ່ງກ່າວ ມັນຊັດເຈັນຢູ່ແລ້ວວ່າ ຈະສົ່ງຜົລກະທົບຂ້າມຊາຍແດນ ມາຝັ່ງໄທຍ.”
ກ່ອນໜ້ານີ້ໃນວັນທີ 14 ມິຖຸນາປີ 2022 ທ່ານ ຊົງສັກ ສາຍເຊື້ອ ຜູ້ກວດກາແຜ່ນດິນ ຂອງໄທຍພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຮັບຟັງຊາວບ້ານ ຢູ່ແຂວງເລີຍ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງເຂື່ອນ ຊະນະຄາມ ຊຶ່ງທ່ານກ່າວວ່າ:
ມີຜົລກະທົບທີ່ໜ້າກັງວົນຫຼາຍດ້ານ ເນື່ອງຈາກພື້ນທີ່ກໍ່ສ້າງເຂື່ອນ ຢູ່ຫ່າງຈາກຊາຍແດນ ລາວ-ໄທຍ ເມືອງຊຽງຄານພຽງແຕ່ 2 ກິໂລແມັດ ໂດຍສະເພາະກັງວົນໃນດ້ານການປ່ຽນແປງ ຮ່ອງນໍ້າເລິກ ແລະການປ່ຽນແປງເຂດຊາຍແດນ ລາວ-ໄທຍ. ບັນຫາປະເມີນຜົລກະທົບສະສົມ ຂ້າມຊາຍແດນ ບໍ່ຊັດເຈນຍ້ອນບ່ອນທີ່ຕັ້ງຂອງໂຄງການ ຍັງບໍ່ຊັດເຈນພຽງພໍ, ບັນຫາ ປຣິມານນໍ້າໃນແມ່ນໍ້າສາຂາ ຊຶ່ງປະຊາຊົນມັກໃຊ້ ເພື່ອການກະເສຕ ແລະຜລິດນໍ້າປະປາ ສຳລັບໃຊ້ໃນຄົວເຮືອນ ແລະຜົລກະທົບດ້ານການປະກອບອາຊີພ ຕາມແມ່ນໍ້າຂອງ.
ສ່ວນຊາວບ້ານຢູ່ເມືອງຊຽງຄານ ທີ່ເຮັດອາຊີພຊາວປະມົງກ່າວວ່າ ໃນປັດຈຸບັນຊາວປະມົງ ແລະຊາວບ້ານທີ່ເຮັດການກະເສຕ ແຄມແມ່ນໍ້າຂອງ ຢູ່ເມືອງຊຽງຄານ ກໍໄດ້ຮັບຜົລກະທົບຢູ່ແລ້ວ ຈາກການຜລິດໄຟຟ້າ ຂອງເຂື່ອນໄຊຍະບູຣີ ຊຶ່ງຖ້າມີການກໍ່ສ້າງເຂື່ອນຊະນະຄາມ ເພີ່ມຂຶ້ນ ຍິ່ງຈະເຮັດໃຫ້ຊາວບ້ານ ຫາກິນໄດ້ຍາກຂຶ້ນ.
ດັ່ງທ່ານໄດ້ກ່າວວ່າ:
“(ໄທຍ) ມັນກາມີຜົລກະທົບ ເພາະວ່າສ້າງເຂື່ອນ ແລ້ວພວກຊາວປະມົງ ຫາປາກາບໍ່ໄດ້ ຄືເຮັດການກະເສຕແຄມແມ່ນໍ້າຂອງ ກາບໍ່ໄດ້ ຍ້ອນນໍ້າຂຶ້ນ-ລົງບໍ່ເປັນເວລາ ສຳຄັນທີ່ສຸດກໍແມ່ນ ຜູ້ທີ່ເຮັດການກະເສຕແຄມແມ່ນໍ້າຂອງ ແລະພວກທີ່ຫາປາ.”
ທາງດ້ານຊາວບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທີ່ຢູ່ໃກ້ກັບບໍຣິເວນທີ່ຈະກໍ່ສ້າງ ໂຄງການເຂື່ອນຊະນະຄາມ ກໍຍັງບໍ່ຮູ້ເທື່ອວ່າ ຈະໄດ້ຮັບຜົລກະທົບຫຼາຍປານໃດ, ຈະຖືກໂຍກຍ້າຍເມື່ອໃດ ແລະໄດ້ຮັບການຊົດເຊີຍແນວໃດ ຊຶ່ງກໍຍັງເປັນຄຳຖາມທີ່ບໍ່ມີພາກສ່ວນໃດ ສາມາດຕອບໃຫ້ຊາວບ້ານໄດ້.
ດັ່ງຊາວບ້ານ ຢູ່ເມືອງຊະນະຄາມ ນາງນຶ່ງກ່າວວ່າ:
“ເອີ! ເພິ່ນຊິສ້າງເຂື່ອນຊະນະຄາມສິຫວາ ບໍ່ຍັງໆ ເທື່ອໃດ ຄັນວ່າເຂື່ອນມາຮອດແທ້ ອາຈຈະໄດ້ຍ້າຍກາຍັງບໍ່ຮູ້ ເພິ່ນສິຊົດເຊີຍແນວໃດ ໜ້ອຍສໍ່າໃດຫັ້ນນ່າ.”
ໃນຂະນະທີ່ຊາວບ້ານ ຢູ່ເມືອງຊະນະຄາມອີກທ່ານນຶ່ງກ່າວວ່າ ລາວເອງກໍບໍ່ຮູ້ເທື່ອວ່າ ການກໍ່ສ້າງເຂື່ອນຊະນະຄາມ ຈະເກີດຂຶ້ນເມື່ອໃດ ແລະຈະຍ້າຍຊາວບ້ານແນວໃດ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ລົງພື້ນທີ່ ໂອ້ລົມກັບຊາວບ້ານເປັນເວລາດົນແລ້ວ ຊຶ່ງຜ່ານມາກໍເຫັນນັກວິຊາການ ຂອງໂຄງການມາເຮັດການສຳຣວດຢູ່ ແຕ່ກໍບໍ່ໄດ້ແຈ້ງຫຍັງໃຫ້ຮູ້.
ດັ່ງທ່ານໄດ້ກ່າວວ່າ:
“ຊິເກີດ ຫຼືບໍ່ເກີດກາຍັງບໍ່ທັນຮູ້ເທື່ອ ເພິ່ນກາບໍ່ໄດ້ມາແນະນຳ ເພິ່ນກາບໍ່ໄດ້ມາໂອ້ລົມປະຊາຊົນ ບ້ານເຮົາຈັກເທື່ອ ບໍ່ມີຫຍັງເທື່ອດອກ ເຈົ້າໜ້າທີ່ກາສຳຣວດຢູ່ຫັ້ນ ບໍ່ແຕ່ວ່າເພິ່ນຍັງບໍ່ໄດ້ມາຫາເຮົາ ເຮົາຍັງບໍ່ໄດ້ຮັບຮູ້ຫຍັງເທື່ອເດ.”
ສ່ວນເຈົ້າໜ້າທີ່ເມືອງຊະນະຄາມ ທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງກ່າວວ່າ ປັດຈຸບັນຍັງບໍ່ທັນມີຄວາມຄືບໜ້າໃດໆ ກ່ຽວກັບໂຄງການກໍ່ສ້າງ ເຂື່ອນຊະນະຄາມເທື່ອ ແລະກໍບໍ່ທັນໄດ້ສຳຣວດເນື້ອທີ່ ຂອງປະຊາຊົນແບບລະອຽດ ແລະຄົບຖ້ວນເທື່ອ.
ດັ່ງທ່ານໄດ້ກ່າວວ່າ:
“ຄາດໝາຽກາຊິສ້າງແຫຼະ ແຕ່ວ່າໂຈະໄວ້ກ່ອນ ເນື້ອທີ່ກະສິກັມ ພວກເຮົາກາບໍ່ໄດ້ທັນສຳຣວດລະອຽດເທື່ອເນາະ ແຕ່ວ່າດຽວນີ້ຂອບເຂດດັ່ງກ່າວ ຫັ້ນມີຢູ່ແຕ່ລະບ້ານໆ ມີຢູ່.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກະຊວງພລັງງານ ແລະບໍ່ແຮ່ ເພື່ອສອບຖາມຂໍ້ມູນ ຄວາມຄືບໜ້າຫຼ້າສຸດ ຂອງໂຄງການກໍ່ສ້າງເຂື່ອນຊະນະຄາມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກ ໃຫ້ຂໍ້ມູນ.
ໂຄງການເຂື່ອນໄຟຟ້າຊະນະຄາມ ທີ່ຈະຖືກສ້າງຂຶ້ນ ໃນລະຫວ່າງເມືອງແກ່ນທ້າວ ແຂວງໄຊຍະບູຣີ ແລະ ເມືອງຊະນະຄາມ ແຂວງວຽງຈັນ ມີກຳລັງຕິດຕັ້ງຂນາດ 684 ເມກາວັຕ, ພັທນາໂດຍບໍຣິສັດ Datang (Lao) Sanakham Hydropower ຊຶ່ງເປັນບໍຣິສັດຍ່ອຍ ຂອງບໍຣິສັດ Datang International Power Generation ຂອງຈີນ ມີມູນຄ່າກໍ່ສ້າງປະມານ 2 ຕື້ໂດລ້າຣ໌ສະຫະຣັຖ.
ອີງຕາມການຣາຍງານ ຜົລການປະເມີນຜົລກະທົບ ສິ່ງແວດລ້ອມ ແລະສັງຄົມລະບຸວ່າ ມີ 3 ບ້ານ, 267 ຄອບຄົວ, 1,127 ຄົນ ທີ່ຈະໄດ້ຮັບຜົລກະທົບ 100% ປະກອບມີ ບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ ຈຳນວນ 36 ຄອບຄົວ, ບ້ານຫ້ວຍລ້າເມືອງແກ່ນທ້າວ ແຂວງໄຊຍະບູຣີ ຈຳນວນ 81 ຄອບຄົວ ແລະ ບ້ານແຄ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຈຳນວນ 150 ຄອບຄົວ ໂດຍຈະມີບາງຄອບຄົວ ທີ່ຖືກໂຍກຍ້າຍ ຫຼືສູນເສັຽທີ່ດິນ ຈຳນວນ 354 ຄອບຄົວ ໃນຂອບເຂດ ເມືອງຊະນະຄາມ ແຂວງວຽງຈັນ, ເມືອງແກ່ນທ້າວ ແລະ ເມືອງປາກລາຍ ແຂວງໄຊຍະບູຣີ.