ທາງການໄທຍ ປະຊຸມຫາລືຜົນກະທົບ ໂຄງການເຂື່ອນຊະນະຄາມ
2023.02.03

ຄະນະອານຸກັມມາທິການ ພິຈາຣະນາ ແລະຕິດຕາມ ການຮ່ວມມື ໃນຂອບອາຊ້ຽນ ແລະໃນລະດັບພູມີພາກຂອງໄທຍ ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເດີນທາງໄປເມືອງຊຽງຄານ ແຂວງເລີຍ ແຕ່ວັນທີ 2 ຫາວັນທີ 4 ກຸມພານີ້ ເພື່ອສໍາຣວດຜົລກະ ທົບຕ່າງໆຕາມລໍານໍ້າຂອງ ແລະຈັດກອງປະຊຸມໃນຫົວຂໍ້ ສະຖານະການຄວາມສັມພັນ ໄທຍ-ລາວ ດ້ານກິຈການຕ່າງປະເທດ ແລະຜົລກະທົບ ຈາກການສ້າງເຂື່ອນໃນແມ່ນໍ້າຂອງ ເພື່ອເປີດໂອກາດ ໃຫ້ຊາວເມືອງຊຽງຄານ ໄດ້ສະແດງຄວາມຄິດເຫັນ ແລະຂໍ້ສເນີຕ່າງໆກ່ຽວກັບໂຄງການສ້າງເຂື່ອນຊະນະຄາມຢູ່ລາວ.
ໃນກອງປະຊຸມນັ້ນ ໄດ້ມີຕົວແທນຂອງທາງການໄທຍ 10 ປາຍໜ່ວຍງານ ເປັນຕົ້ນ ຝ່າຍທະຫານ, ຝ່າຍບໍຣິຫານ, ພາກສ່ວນປະຊາຊົນ ແລະເຄືອຂ່າຍພາກປະຊາສັງຄົມເຂົ້າຮ່ວມ. ໃນນັ້ນ ແຕ່ລະພາກສ່ວນ ກໍໄດ້ກ່າວເຖິງຜົລກະທົບ ແລະຄວາມກັງວົນ ທີ່ເກີດມາຈາກເຂື່ອນແມ່ນໍ້າຂອງ ທັງໃນເຂດແດນຂອງຈີນ ແລະຢູ່ລາວ ໂດຍສະເພາະກໍຣະນີ ໂຄງການສ້າງເຂື່ອນ ຊະນະຄາມ ໃນລາວທີ່ຫ່າງຈາກ ເມືອງຊຽງຄານ ພຽງແຕ່ 2 ກິໂລແມັດ.
ດັ່ງຍານາງ ອ້ອມບຸນ ທິບສຸນາ ຕົວແທນເຄືອຂ່າຍ ສະພາ ອົງການຊຸມຊົນຊາວໄທຍ 7 ແຂວງລຸ່ມນໍ້າຂອງ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 3 ກຸມພານີ້ວ່່າ:
“ຜູ້ທີ່ເຂົ້າຮ່ວມກໍມີໜ່ວຍງານພາກຣັຖ ແລ້ວກໍຜູ້ນໍາທ້ອງຖິ່ນຂອງເມືອງຊຽງຄານ ຊຶ່ງຂ້າພະເຈົ້າໄດ້ສເນີໃນກອງປະຊຸມໄປວ່າ ການທີ່ຈະມາຮັບຟັງຄໍາເຫັນກ່ຽວກັບການສ້າງເຂື່ອນໃສ່ແມ່ນໍ້າຂອງ ມັນສົ່ງຜົນກະທົບໃສ່ແມ່ນໍ້າຂອງທັງສາຍ ດັ່ງນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ຈະລົງພື້ນທີ່ຮັບຟັງຄໍາຄິດເຫັນ ຂອງຊາວບ້ານຄົບ ທຸກບ່ອນຫລືບໍ່ ຍ້ອນຊາວບ້ານໃນອີກຫລາຍພື້ນທີ່ ທີ່ຢູ່ແຄມແມ່ນໍ້າຂອງ ຈະມີສ່ວນຮ່ວມແນວໃດແດ່ ເພື່ອສະທ້ອນບັນຫາ ທີ່ເກີດຂຶ້ນຕໍ່ພວກເຂົາເຈົ້າ.”
ຍານາງກ່າວຕໍ່ໄປວ່າ ໃນໂອກາດດັ່ງກ່າວ ຍານາງເອງກໍໄດ້ສເນີໃຫ້ ຄະນະອານຸກັມມາທິການ ເບິ່ງເຖິງປະເດັນ ທີ່ຫລາຍບໍຣິສັດ ຂອງໄທຍ ເຂົ້າໄປມີສ່ວນຮ່ວມ ກັບການສ້າງເຂື່ອນໃນລາວ ໂດຍອາສັຍງົບປະມານ ຂອງຣັຖບານໄທຍ ແຕ່ການຊົດເຊີຍ ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ແມ່ນບໍ່ສົມເຫດສົມຜົນ.
“ໃນຖານະທີ່ບໍຣິສັດໃນໄທຍ ໄປມີສ່ວນກ່ຽວຂ້ອງກັບການກໍ່ສ້າງເຂື່ອນໃນລາວ ເກືອບໝົດທຸກເຂື່ອນ ກໍຝາກໃຫ້ທາງຄະນະ ອານຸກັມມາທິການດັ່ງກ່າວ ຊ່ວຍເບິ່ງແຍງປະເດນນີ້ແດ່ ເພາະວ່າມັນເປັນບັນຫາປະເດນຄວາມເຫລື່ອມລໍ້າ ໄປຈັບມືກັບລາວແລະຈີນ ເພື່ອກໍ່ສ້າງເຂື່ອນໂດຍໃຊ້ງົບປະ ມານຂອງຣັຖບານໄທຍ ແລ້ວສົ່ງຜົນກະທົບຕໍ່ຊາວບ້ານ ແລ້ວກໍໃຊ້ງົບປະມານຂອງຕົວເອງ ໃນການແກ້ໄຂບັນຫາ ເຮັດໃຫ້ທາງບໍຣິສັດມີແຕ່ລໍ້າລວຍ ສ່ວນຊາວ ບ້ານມີແຕ່ທຸກຍາກ ລະບົບນິເວດກໍຖືກທໍາລາຍໄປ.”
ທ່ານ ຊານນະຣົງ ວົງລາ ຕົວແທນເຄືອຂ່າຍຮັກຊຽງຄານ ກໍໄດ້ສເນີຂໍ້ມູນ ແລະຄວາມກັງວົນຕ່າງໆ ກ່ຽວກັບໂຄງການເຂື່ອນຊະນະຄາມວ່າ ເຂື່ອນແຫ່ງນີ້ສ້າງຢູ່ບໍຣິເວນ ຮອຍເລື່ອນແຜ່ນດິນໄຫວທີ 14 ຂອງແຂວງເລີຍ ຊຶ່ງມີຄວາມສ່ຽງຫລາຍຢ່າງ ທີ່ຈະເກີດຜົລກະທົບຕໍ່ທັງສິ່ງແວດລ້ອມ ແລະຊາວບ້ານ ດັ່ງນັ້ນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮັບຟັງຂໍ້ສເນີນີ້ ເພື່ອນໍາໄປຫາປຶກສາຫາລືກັນຕື່ມ.
ທ່ານກ່າວວ່າ:
“ເຮົາໄດ້ສເນີວ່າ ມັນມີຜົນກະທົບຫລາຍດ້ານ ເປັນຕົ້ນ ດ້ານການປະມົງ, ດ້ານການກະເສຕ, ດ້ານການທ່ອງ ທ່ຽວແລະ ວິຖີຊີວິດຂອງຊາວບ້ານ ຊຶ່ງພາກັນສູນເສັຽລາຍໄດ້ໄປແລ້ວຈໍານວນຫລາຍເຕີບ ແລ້ວກໍໄດ້ຣາຍງານບັນຫາອື່ນໆ ເປັນຕົ້ນ ການສູນເສັຽວັທນະທັມບາງຢ່າງ ທີ່ບໍ່ສາມາດປະເມີນເປັນມູນຄ່າໄດ້ ແລະຜົນກະທົບດ້ານອື່ນໆອີກ.”
ພ້ອມດຽວກັນນັ້ນ ຕົວແທນຊາວບ້ານເມືອງຊຽງຄານຜູ້ນຶ່ງ ທີ່ເຂົ້າຮ່ວມກອງປະຊຸມນັ້ນ ກໍເວົ້າຕໍ່ວິທຍຸ ເອເຊັຍເສຣີ ວ່າ ນອກຈາກໄດ້ອອກຄໍາເຫັນ ເຣື່ອງຜົລກະທົບແລ້ວ ຍັງໄດ້ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນລາວ ພິຈາຣະນາຄືນອີກ ກ່ອນຈະກໍ່ສ້າງເຂື່ອນຊະນະຄາມ ຍ້ອນມັນຈະເຮັດໃຫ້ຫລາຍປະເທດ ທີ່ຢູ່ຕອນລຸ່ມ ໄດ້ຮັບຜົລກະທົບ ຮວມທັງປະເທດລາວນໍາດ້ວຍ.
“ຢາກໃຫ້ທາງຜູ້ນໍາຂອງລາວ ຫລືວ່າຜູ້ມີສ່ວນກ່ຽວຂ້ອງທີ່ຈະສ້າງເຂື່ອນ ຊະນະຄາມ ຄິດໃຫ້ດີກ່ອນ ກ່ອນທີ່ຈະເຮັດອີ່ຫຍັງ ເນື່ອງຈາກວ່າມັນກະທົບ ບໍ່ແມ່ນແຕ່ປະເທດໄທຍ ຫລາຍປະເທດທີ່ຢູ່ຕອນລ່າງ ກະທັ້ງປະເທດລາວເອງ ທີ່ມັນຖືກຜົນກະທົບ ບໍ່ວ່າຈະເປັນລະບົບນິເວດ, ອາຫານ, ຄວາມສູນເສັຽທາງລາຍໄດ້.”
ໜ່ວຍງານຄວາມໝັ້ນຄົງ ຂອງໄທຍ ເປັນຕົ້ນທະຫານພຣານ, ຕໍາຣວດກວດຄົນເຂົ້າເມືອງ ແລະໜ່ວຍເຮືອຮັກສາຄວາມສງົບ ຕາມລໍານໍ້າຂອງ ທີ່ມາເຂົ້າຮ່ວມກອງປະຊຸມ ກໍໄດ້ກ່າວເຖິງຄວາມກັງວົນ ໄປໃນທິດທາງດຽວກັນວ່າ ຫາກມີການສ້າງເຂື່ອນ ຊະນະຄາມ ກໍຈະເຮັດໃຫ້ແມ່ນໍ້າຂອງ ບົກແຫ້ງ ຊຶ່ງອາຈເຮັດໃຫ້ເກີດບັນຫາ ການລັກລອບຂົນສົ່ງຢາເສບຕິດ, ບັນຫາລັກລອບເຂົ້າເມືອງ ລະຫວ່າງ ລາວ-ໄທຍ ເພີ່ມຫລາຍຂຶ້ນ.
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຍເສຣີ ໄດ້ຖາມໄປຍັງຫ້ອງການ ປົກຄອງແຂວງວຽງຈັນ ແລະກະຊວງພະລັງງານ ແລະບໍ່ແຮ່ຂອງລາວວ່າ ໄດ້ມີການຕິດຕາມກອງປະຊຸມນີ້ ຫລືບໍ່ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດໃຫ້ຄວາມເຫັນໄດ້, ແຕ່ເຖິງຢ່າງໃດກໍຕາມ ຕົວແທນຈາກຄະນະ ອານຸກັມມາທິການ ພິຈາຣະນາ ແລະຕິດຕາມຄວາມຮ່ວມມື ໃນຂອບອາຊ້ຽນ ແລະໃນລະດັບພູມີພາກ ຂອງໄທຍ ທີ່ມາເຂົ້າຮ່ວມກອງປະຊຸມເທື່ອນີ້ ກໍໄດ້ກ່າວຕໍ່ກອງປະຊຸມວ່າ ຈະນໍາຂໍ້ມູນຕ່າງໆ ທີ່ໄດ້ຈາກກອງປະຊຸມນີ້ ໄປພິຈາຣະນາ ແລະສຶກສາເພີ່ມຕື່ມ ເພື່ອທີ່ຈະສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ດ້ານການຕ່າງປະເທດ ນໍາໄປເຈຣະຈາກັບທາງການລາວໃນ ມໍ່ໆນີ້.