ຍັງມີການຕັດໄມ້ ທຳລາຍປ່າຫຼາຍ ຢູ່ແຂວງເຊກອງ

ຈຳປາທອງ
2021.11.24
ຍັງມີການຕັດໄມ້ ທຳລາຍປ່າຫຼາຍ ຢູ່ແຂວງເຊກອງ ການຖາງປ່າເຮັດໄຮ່ ຂອງຊາວບ້ານ ທາງພາກເໜືອ ຂອງປະເທດລາວ, ເດືອນ ຕຸລາ ປີ 2021.
ນັກຂ່າວ ພົລເມືອງ

ທາງການແຂວງເຊກອງ ຖແລງເມື່ອສັບປະດາທີ່ຜ່ານມາວ່າ ໃນໄລຍະ 5 ປີຜ່ານມານີ້ ມີຊາວບ້ານຈໍານວນນຶ່ງ ຢູ່ເມືອງທ່າແຕງ ລັກຕັດໄມ້ໃນເນື້ອທີ່ປະມານ 100 ປາຍເຮັກຕາ ເຮັດໃຫ້ປ່າໄມ້ໃນເມືອງນີ້ຫລຸດລົງ ຍັງເຫລືອພຽງ 36% ຂອງເນື້ອທີ່ປ່າໄມ້ທັງໝົດ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຜູ້ນຶ່ງຢູ່ເມືອງທ່າແຕງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ພຶສຈິການີ້ວ່າ ທີ່ຜ່ານມາ ຊາວບ້ານຕັດໄມ້ ຍ້ອນຕ້ອງການທີ່ດິນທໍາການຜລິດ, ແຕ່ໃນປັດຈຸບັນ ປ່າໄມ້ຫລຸດລົງ ແມ່ນຍ້ອນມີກຸ່ມນາຍທຶນວຽດນາມເຂົ້າມາເຊົ່າ ມາສໍາປະທານທີ່ດິນປູກມັນຕົ້ນ, ປູກຢາງພາລາ ແລະກາເຟເປັນຈໍານວນຫລວງຫລາຍ.

ມີແຕ່ໃດມາແລ້ວ ອັນລັກຕັດໄມ້ຕັດປ່າ ມັນກະບໍ່ແມ່ນວ່າສິເປັນຂະບວນການດອກ ມັນເປັນບາງບຸກຄົນຊື່ໆ ປູກມັນຕົ້ນແຫລະ ດິນຈົນບໍ່ມີບ່ອນເປົ່າຫວ່າງ ໄປທາງໃດກໍເຕັມແຕ່ມັນຕົ້ນໝົດ ມີແຕ່ວຽດ ທາງເຊກອງເຮົານີ້ໄປຫາອັດຕະປື ມີແຕ່ພວກວຽດລົງທຶນ ເຮັດລານມັນ ເຮັດກາເຟ ເຮັດຢາງພາລາມີແຕ່ວຽດ.

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ຢາກໃຫ້ທາງການ ຕິດຕາມ-ກວດກາກຸ່ມນາຍທຶນຕ່າງປະເທດນໍາດ້ວຍ ໂດຍສະເພາະນາຍທຶນວຽດນາມ ແລະນາຍທຶນຈີນ ທີ່ເຂົ້າມາເຊົ່າ-ສັມປະທານທີ່ດິນເປັນຈໍານວນຫລວງຫລາຍ ແລະຕັດໄມ້ອອກໄປຈົນໝົດ ເພື່ອເຮັດການກະເສດຂນາດໃຫຍ່ ແທນທີ່ທາງການຈະກ່າວໂທດຊາວບ້ານ ພຽງຝ່າຍດຽວ.

ແລະຊາວບ້ານອີກຜູ້ນຶ່ງຢູ່ເມືອງທ່າແຕງ ແຂວງເຊກອງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ການຕັດໄມ້ຂອງຊາວບ້ານ ແມ່ນຕັດເພື່ອເອົາທີ່ດິນທໍາການຜະລິດ ຫລືປຸກເຮືອນຢູ່ອາສັຍເທົ່ານັ້ນ, ບໍ່ແມ່ນການຕັດໄມ້ທໍາລາຍປ່າ ຫລືຕັດໄມ້ເພື່ອເຮັດທຸຣະກິດແຕ່ຢ່າງໃດ.

ເຣື່ອງຕັດໄມ້ຕັດຫຍັງ ມັນກະທັມດາເນາະ ປຸກເຮືອນປຸກຊານອອກໄປມີ ເອມາເຮັດຟືນເຮັດຫລົວຈັ່ງຊີ້ນ່າ ແຕ່ວ່າຕັດໄປຂາຍໄປຫຍັງນີ້ ມັນກະເຫັນຕາຂ່າວຫັ້ນແຫລະ.

ເຣື່ອງການຕັດໄມ້ທໍາລາຍປ່າ ເຈົ້າໜ້າທີ່ກະສິກໍາ ແລະປ່າໄມ້ ເມືອງທ່າແຕງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ພຶສຈິການີ້ວ່າ ການບຸກລຸກພື້ນທີ່ປ່າໄມ້ຂອງປະຊາຊົນ 564 ຄອບຄົວຢູ່ 15 ບ້ານນັ້ນແມ່ນເພື່ອທໍາການກະເສດ, ຫລັງຈາກນີ້ໄປ ທາງການແຂວງເຊກອງ ຈະໄດ້ເອົາງົບປະມານສຸມໃສ່ການປູກປ່າທົດແທນ ແລະຟື້ນຟູປ່າໄມ້ທີ່ເສັຍຫາຍໄປທັງໝົດ ຮວມທັງຈະໄດ້ໂຄສນາໃຫ້ຄວາມຮູ້ແກ່ຊາວບ້ານ ເພື່ອເຮັດໃຫ້ພວກເຂົາເຈົ້າ ເກີດຄວາມຮັກ ແລະຫວງແຫນປ່າໄມ້ນັ້ນ.

ແມ່ນ ເພິ່ນກະສິຟື້ນຟູຄືນ ໂຕທີ່ມັນເສັຽຫາຍໄປຫັ້ນແຫລະ ແລ້ວປະຊາຊົນກະຍັງບາງຄອບຄົວສັງຫັ້ນນ່າ ທີ່ລັກລອບຕັດໄມ້ ແມ່ນໆ ມັນກະມາແຕ່ດົນແລ້ວ.

ນັກພັທນາຊຸມຊົນໃນລາວທ່ານນຶ່ງ ທີ່ບໍ່ຂຶ້ນກັບຣັຖບານລາວ ໃຫ້ຄວາມເຫັນຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຫາກຊາວບ້ານມີຊີວິດການເປັນຢູ່ທີ່ດີ ແລະມີທີ່ດິນເຮັດການກະ ເສດພຽງພໍ ບັນຫາປະຊາຊົນຕັດໄມ້ທໍາລາຍປ່າ ຢູ່ປະເທດລາວ ຈະບໍ່ເກີດຂຶ້ນ; ໃນໄລຍະຜ່ານມາ ຊາວບ້ານຈະຕັດໄມ້ ຖາງປ່າ ເພື່ອເອົາພື້ນທີ່ດິນເຮັດການກະເສດ ເຮັດໄຮ່ ເຮັດສວນເທົ່ານັ້ນ, ບໍ່ແມ່ນຕັດໄມ້ເພື່ອເຮັດທຸຣະກິດ ແລະທີ່ຜ່ານມາ ກໍອາຈມີຊາວບ້ານຈໍານວນນຶ່ງ ລັກຕັດໄມ້ແທ້ ແຕ່ຜູ້ຢູ່ເບື້ອງຫລັງ ກໍແມ່ນພວກນາຍທຶນ ຫລືພາກຣັຖເອງ ເປັນຜູ້ອະນຸ ຍາດໃຫ້ຊາວບ້ານ ເຂົ້າໄປຕັດໄມ້.

ແຕ່ວ່າເຖິງຂັ້ນກັບຕັດໄມ້ ທໍາລາຍປ່າອັນນີ້ມັນບໍ່ແມ່ນ ... ຊຶ່ງວ່າເປັນການ ຕັດໄມ້ທໍາລາຍປ່າ ກະສິເປັນການຖາງປ່າເຮັດໄຮ່ຊື່ໆ ໂດຍສ່ວນໃຫຍ່ມັນອາຈມີຜູ້ທີ່ວ່າຢູ່ເບື້ອງຫລັງ ໝາຍເຖິງວ່າ ນາຍທຶນຫລືວ່າ ມີຣົດມີພາກສ່ວນໃດນຶ່ງ ສາມາດອະນຸ ຍາດໃຫ້.

ປັດຈຸບັນ ທົ່ວເມືອງທ່າແຕງ ມີເນື້ອທີ່ປ່າໄມ້ທັງໝົດ 70 ພັນປາຍເຮັກຕາ. ໃນນັ້ນ ມີປ່າປ້ອງກັນຣະດັບຊາດ-ຣະດັບແຂວງ ແລະປ່າສງວນ 25,900 ເຮັກຕາ ກວມເອົາເນື້ອທີ່ນັ້ນ 36.8% ແລະມີແນວໂນ້ມຫລຸດລົງຢູ່ຕໍ່ໄປ. ເພື່ອເຮັດໃຫ້ປ່າໄມ້ຢູ່ແຂວງເຊກອງ ກັບມາປົກຫຸ້ມເພີ່ມຂຶ້ນ, ໃນປີ 2020 ທີ່ຜ່ານມາ ທາງການແຂວງນີ້ ໄດ້ປູກປ່າທົດແທນ 380 ປາຍເຮັກຕາ ແລະຟື້ນຟູປ່າໄມ້ໄດ້ 1,500 ເຮັກ ຕາ ຊຶ່ງຫລຸດລົງຈາກ 2 ປີກ່ອນ ເນື່ອງຈາກບໍ່ມີງົບປະມານ ແລະປະເຊີນກັບສະພາບການຣະບາດຂອງເຊື້ອໂຄວິດ-19.

ໃນການຟື້ນຟູປ່າໄມ້ຢູ່ລາວ, ແຕ່ປີ 2016 ຫາປີ 2020 ຣັຖບານລາວ ໄດ້ຮັບເງິນຊ່ອຍ ເຫລືອຈາກຕ່າງປະເທດ ແລະອົງການຈັດຕັ້ງສາກົລ ປະມານ 30 ລ້ານໂດລາສະຫະຣັຖເພື່ອໃຊ້ເຂົ້າໃນວຽກງານປູກປ່າ ແລະຟື້ນຟູປ່າໄມ້ ໃຫ້ປົກຫູ້ມພື້ນທີ່ທົ່ວປະເທດ 70%, ແຕ່ມາເຖິງປັດຈຸບັນ ຣັຖບານລາວ ກໍຍັງປະຕິບັດບໍ່ທັນໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.