ເຣື້ອງທີ່ເກັບບັນທຶກໄວ້
2024-12-25
ນ້ຳຊອງເກີດເປັນສີຂຸ່ນ ຈົນຊາວບ້ານເຊື່ອວ່າ ບໍລິສັດຂຸດຄົ້ນບໍ່ແຮ່ ກໍາລັງສ້າງມົນລະພິດ ໃນລໍານໍ້າຊອງ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ
2024-12-24
ຊາວເມືອງບໍລິຄັນ ກັບຊາວເມືອງປາກຊັນ ໄດ້ຮັບຜົນກະທົບ ຈາກນໍ້າຊັນ ທີ່ປົນເປື້ອນ ຈາກການຂຸດແຮ່ທາດ
2024-12-23
ເກີດເຫດການດິນຍຸບ ເປັນຄັ້ງທີ 2 ຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງນັກລົງທຶນຈີນ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ
2024-12-20
ຊາວບ້ານນາໄຫແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທໍລະມານຈາກຂີ້ຝຸ່ນທາງດິນແດງມາໄດ້ 10 ປາຍປີແລ້ວ ແຕ່ທາງການຍັງບໍ່ແກ້ໄຂໃຫ້.
2024-12-18
ປະເທດລາວ ສູນເສຍເນື້ອທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ ຍ້ອນການຕັດໄມ້ທໍາລາຍປ່າ ແລະໃຫ້ຕ່າງປະເທດສໍາປະທານທີ່ດິນຫຼາຍ.
2024-12-13
ຊາວບ້ານ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍລິສັດ ຂຸດຄົ້ນແຮ່ທາດ ທີ່ເປັນແຮ່ເຫຼັກ
2024-12-12
ຊາວບ້ານ ເປັນກັງວົນຫຼາຍຂຶ້ນ ພາຍຫຼັງພົບດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ ໃນແຂວງຄໍາມ່ວນ
2024-12-07
1. ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ແຂວງວຽງຈັນ ຍັງດຳເນີນຢູ່ຢ່າງຄຶກຄື້ນ ເປັນຂະບວນ ສັບປ່ຽນເຂົ້າອອກ ເຊິ່ງທາງການ ກໍໄດ້ສັ່ງໃຫ້ຢຸດເຊົາໄປແລ້ວ ແລະປະເດັນທີ 2. ຄວາມຄືບໜ້າ ກ່ຽວກັບ ນັກທ່ອງທ່ຽວ 6 ຄົນເສຍຊີວິດ ຢູ່ເມືອງວັງວຽງ ແຂວງວຽງຈັນ.
2024-12-05
ເມື່ອວັນທີ 3 ທັນວາ ທີ່ຜ່ານມາ ເກີດເຫດດິນຍຸບ ແບບບໍ່ຮູ້ສາເຫດ ຢູ່ເຂດບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ ຈຸດເກີດເຫດ ເປັນທົ່ງນາ ທີ່ຢູ່ຫ່າງຈາກເຮືອນປະຊາຊົນ ປະມານ 800 ແມັດ ບໍລິເວນດັ່ງກ່າວ ຢູ່ໃກ້ກັບຊ່ອງລົມ ທີ່ເຮັດເພື່ອຖ່າຍເທອາກາດ ລົງໄປຍັງບໍ່ເກືອກາລີ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ.
2024-11-27
ຊາວບ້ານ ຫຼາຍບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ຂໍຮຽກຮ້ອງ ໃຫ້ພະແນກທີ່ກ່ຽວຂ້ອງ ລົງມາກວດກາ ການຂຸດຄົ້ນແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ນີ້ ຢ່າງຮີບດ່ວນ ຍ້ອນວ່າ ຍັງມີການຂຸດ ແຮ່ຄໍາຕົກຂ້ອນ ແລະ ແຮ່ທາດອື່ນໆນັ້ນຢູ່ ຢ່າງຕໍ່ເນື່ອງ ຈົນເຮັດໃຫ້ສາຍນໍ້າຮອນ ທີ່ເປັນສາຍນໍ້າຫຼັກ ຂອງເມືອງໝື່ນ ບໍ່ສາມາດນໍາໃຊ້ໄດ້ ຍ້ອນນໍ້າຂຸ່ນ ມາໄດ້ 2-3 ປີແລ້ວ ເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໃນການໃຊ້ຊີວິດປະຈໍາວັນ.
2024-11-26
ຊາວບ້ານໃນ 5 ບ້ານ ເຂດເມືອງກາສີ ແຂວງວຽງຈັນ ຍັງສືບຕໍ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດຈີນ ທີ່ເຮັດໃຫ້ນ້ຳ ໃນສາຍນ້ຳປັງ ກາຍເປັນສີແດງຂຸ່ນ ຈົນຊາວບ້ານບໍ່ກ້າໃຊ້ນ້ຳ, ເຮັດໃຫ້ຫຼາຍຄອບຄົວ ຂາດລາຍຮັບໄປນຳດ້ວຍ ຍ້ອນບໍ່ສາມາດຫາປູປາ ແລະຜັກກາດນ້ຳ ໄດ້ຄືເກົ່າ.
2024-11-26
ປະຊາຊົນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງຕັດໄມ້ ຖາງປ່າ ນຳໄມ້ໄປຂາຍ ໃຫ້ໂຮງງານເຜົາຖ່ານ, ໂຮງງານຜະລິດເຟີນີເຈີ ເພື່ອຫາລ້ຽງຊີບຢູ່ ຍ້ອນພາຍຫຼັງນີ້ ພວກເຂົາເຈົ້າ ບໍ່ມີວຽກເຮັດງານທໍາ ແລະບໍ່ມີບ່ອນຫາຢູ່ຫາກິນ.
2024-11-21
ການອະນຸມັດໂຄງການຂຸດຄົ້ນແຮ່ທາດຂອງລັດຖະບານ ມີຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ເຊິ່ງມາຮອດປັດຈຸບັນ ຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ອະນຸມັດໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທັງໝົດໃຫ້ 1,007 ບໍລິສັດ.
2024-11-21
ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ ເຊິ່ງໜອງປາ ແລະ ນາ ຂອງຊາວບ້ານ ໄດ້ຮັບຄວາມເສຍຫາຍ ໂດຍມີຊາວບ້ານຈຳນວນໜຶ່ງ ໄດ້ຖ່າຍວິດີໂອເຫດການດັ່ງກ່າວ ພ້ອມເຜີຍແຜ່ຜ່ານສື່ສັງຄົມອອນລາຍນ໌.
2024-11-20
ລັດຖະບານ ມີລາຍຮັບຈາກການອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນແຮ່ທາດ ແມ່ນກຸ້ມຄ່າບໍ່ ກັບການທີ່ໂຄງການຂຸດຄົ້ນແຮ່ທາດຫຼາຍແຫ່ງ ເຮັດໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະລົດບັນທຸກແຮ່ທາດຕ່າງໆ ເຮັດໃຫ້ຫົນທາງເປ່ເພຢ່າງໜັກ.