ຊາວບ້ານອຸກໃຈ ຫຼັງຈາກເກີດເຫດດິນຍຸບ ໃກ້ເຂດຂຸດເກືອກາລີ ຈີນ

ສຸພັດຕາ
2024.12.12
ຊາວບ້ານອຸກໃຈ ຫຼັງຈາກເກີດເຫດດິນຍຸບ ໃກ້ເຂດຂຸດເກືອກາລີ ຈີນ ພວກເຈົ້າໜ້າທີ່ ກວດສອບເຫດການດິນຍຸບ ເປັນຂຸມໃຫຍ່ ທີ່ເມືອງທ່າແຂກ ແຂວງຄຳມ່ວນ, ເຊິ່ງຢູ່ໃກ້ກັບ ເຂດຂຸດເກືອກາລີ ຂອງນັກລົງທຶນຈີນ
Credit photos: ໜັງສືພິມ ແຂວງຄຳມ່ວນ

ພາຍຫຼັງຈາກເກີດເຫດ ດິນຍຸບລົງ ເລິກໄປກວ່າ 10 ແມັດ ກວ້າງປະມານ 20 ກວ່າແມັດ ຢູ່ບ້ານ ປາກເປັ່ງ, ເມືອງທ່າແຂກ ແຂວງຄໍາມ່ວນ ໃນວັນທີ 3 ທັນວາ ທີ່ຜ່ານມາ, ເຮັດໃຫ້ຊາວແຂວງຄໍາມ່ວນ ຮູ້ສຶກກັງວົນ ຕໍ່ໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ-ໂປຕາສ ຈໍາກັດ ຂອງຈີນ ຫຼາຍຂຶ້ນ.

ໂດຍສະເພາະ ຢ້ານວ່າ ອາດເກີດເຫດການດິນຍຸບ ໃນພື້ນທີ່ນາ ຂອງຊາວບ້ານຕື່ມອີກ ໃນບ່ອນອື່ນ ຈົນເຮັດໃຫ້ຊາວບ້ານ ບໍ່ສາມາດເຮັດນາໄດ້ອີກ, ຕາມຄວາມເວົ້າ ຂອງຊາວບ້ານ ບ້ານປາກເປັ່ງ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ທັນວາ ນີ້ວ່າ:

“ຫາກະເປັນນີ້ແຫຼະ ມັນບໍ່ເຄີຍຍຸບ ບໍ່ເຫັນຈັກນ່ອຍ ຫາກະຍຸບນີ້. ໄຮ່ນາ, ເຂົາກໍບໍ່ໄດ້ເຮັດນາແຫຼະ ແຖວມັນຍຸບ, ເຂົາເຈົ້າກໍອ້ອມໄວ້ຢູ່ ແບບເອົາໜາມໝາກຈັບອ້ອມ, ຫັ້ນນ່າ ບໍ່ໃຫ້ຄົນເຂົ້າໃກ້.”

ທາງດ້ານ ນັກວິຊາການ ດ້ານການກໍ່ສ້າງ ຜູ້ທີ່ບໍ່ປະສົງອອກຊື່ ທ່ານໜຶ່ງ ເຄີຍກ່າວຕໍ່ ວິທຍຸເອເຊັຽເສຣີ  ເມື່ອເດືອນທັນວາ ປີ 2023 ທີ່ຜ່ານມາວ່າ ໂຄງການຂຸດຄົ້ນເກືອກາລີ ມີການຂຸດເຈາະ ເລິກລົງໄປໃຕ້ດິນ ຈົນເຖິງ 100 ແມັດ ແລະ ມີຄວາມຍາວ ຫຼາຍກິໂລແມັດ ຈົນລົດບັນທຸກ ສາມາດແລ່ນລົງໄປໄດ້, ເຊິ່ງການຂຸດເຈາະ ເປັນບໍລິເວນກວ້າງ ມັນສົ່ງຜົລກະທົບ ຕໍ່ພື້ນດິນ ແລະ ມີຜົນກະທົບ ໃນໄລຍະຍາວ  ຢູ່ໃນເຂດດັ່ງກ່າວ ຍ້ອນວ່າ ດິນຈະມີການຍຸບໂຕລົງ ຫຼືເຈື່ອນ.

“ກະໃຕ້ດິນ ຜົນກະທົບສ່ວນຫຼາຍ ກະດິນຍຸບ ເຮັດໃຫ້ເຂດ ມັນມີການປ່ຽນແປງ ໃນຫັ້ນແຫຼະ. ລະບົບທໍລະນີ ເຈົ້າໄປດູດມັນອອກ ມັນກະໂຕອື່ນໄປທົດແທນ ມັນກະ ມັນມີຂີ້ດິນຍຸບ ດິນເຈື່ອນແທ້, ໂຕນີ້ນ່າ.”

ນອກຈາກຂໍ້ກັງວົນ ກ່ຽວກັບດິນຍຸບແລ້ວ ຊາວບ້ານ ບ້ານປາກເປັ່ງ ອີກທ່ານໜຶ່ງ ກ່າວວ່າ ຊາວບ້ານຫຼາຍຄອບຄົວ ຍັງຢາກໃຫ້ຂັ້ນເທິງ ທົບທວນຄືນ ກ່ຽວກັບຄ່າຊົດເຊີຍດິນ ທີ່ຊາວບ້ານສ່ວນຫຼາຍ ຕ້ອງຍອມຮັບ  ພຽງຕາແມັດລະ 34,500 ກີບ, ຕາມຄໍາສັ່ງ ຂອງຂັ້ນເທິງ. ໃນຂະນະທີ່ຊາວບ້ານ ຢາກໄດ້ຄ່າຊົດເຊີຍດິນ  60,000 ກີບ ເຖິງ 100,000 ກີບ ຕໍ່ຕາແມັດ ເພື່ອເອົາເງິນຄ່າຊົດເຊີຍ ໄປຊື້ດິນບ່ອນໃໝ່ ແລ້ວເຮັດການຜະລິດຄືນ. ແຕ່ສະພາບໂຕຈິງ ຊາວບ້ານ ກໍບໍ່ສາມາດຊື້ດິນ ບ່ອນໃໝ່ໄດ້ ຍ້ອນເຈົ້າຂອງດິນ ບ່ອນໃໝ່ ຂາຍດິນກາຍ 100,000 ກີບ ຕໍ່ຕາແມັດແລ້ວ. ດັ່ງທ່ານກ່າວວ່າ:

“ພໍ່ແມ່ປະຊາຊົນ ກະເວົ້າຫຼາຍຢ່າງເນາະ, ຖືກດິນໄຮ່-ດິນນາ ມີຫຍັງຂອງເພິ່ນ ມັນກໍເສຍຫຼາຍເນາະ. ຄັນຖືກໂຄງການແລ້ວ ບໍ່ໃຫ້ເພິ່ນ, ບໍ່ໄດ້. ບໍ່ໃຫ້, ເພິ່ນກໍເອົາ ມັນກໍທຸກກໍຍາກແຫຼະ ເອົາໄຮ່ເອົານາເຂົາ ໄປ ເຮັດທຸລະກິດ. ປະຊາຊົນ ບໍ່ມີໄຮ່-ມີນາ ເຮັດ, ບາດນີ້ ພັກ-ລັດ ຊື້, ພັດຊື້ຖືກ. ບາດປະຊາຊົນ ໄປຊື້ໃໝ່  ພັດແມັດລະແສນ (ກີບ) ເຂົາກໍບໍ່ຂາຍ. ຂາຍ 3 ເຮັກຕາ, ໄປຊື້ເຮັກຕາໜຶ່ງ ກໍ່ຍັງບໍ່ຢາກໄດ້ຊໍ້າ.”

ຊາວບ້ານ ບ້ານປາກເປັ່ງ ທ່ານນີ້ ກ່າວຕື່ມວ່າ ປັດຈຸບັນ ໂຄງການຂຸດຄົ້ນ ເກືອກາລີ ມີການເຄື່ອນໄຫວ ຕະຫຼອດ 24 ຊົ່ວໂມງ ເຮັດໃຫ້ຊາວບ້ານ ທີ່ເຮືອນພັກອາໄສ ຫ່າງຈາກເຂດໂຮງງານ ຂຸດຄົ້ນເກືອກາລີ ປະມານ 600-700 ແມັດ ໄດ້ຮັບຜົນກະທົບ ດ້ານສຽງດັງ ຍາມກາງຄືນ ຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ທົບທວນ ໂຄງການຂຸດຄົ້ນເກືອກາລີ ທີ່ສ້າງຜົນກະທົບ ດ້ານສຽງນີ້ ຄືນນໍາດ້ວຍ. ດັ່ງທ່ານກ່າວວ່າ:

“ສຽງດັງຢູ່, ດັງວຶ່ງໆ ສຽງດັງລົບກວນ ຈາກໂຮງງານ. ຄົນຢູ່ເຮືອນມໍ່ໆ ມັນກໍບ້ານປະຊາຊົນ ມັນບໍ່ຮອດຫຼັກຊໍ້າ, ໄກກັບບ່ອນມັນຢູ່ ລະຫວ່າງ 600-700 ແມັດນີ້ແຫຼະ. ຈາກເຮືອນປະຊາຊົນຫັ້ນ ມັນກໍມີສຽງລົບກວນ, ກໍ່ໄຄແນ່ກາງເວັນ. ຖ້າເປັນກາງຄືນ, ໂອ້, ກະສໍ່າສຽງລົດແລ່ນ ໃສ່ເຮືອນໃກ້ແຄມທາງຫັ້ນແຫຼະ.”

ຢ່າງໃດກໍຕາມ ປະເທດຈີນ ຍັງຕ້ອງການເກືອກາລີ ຈາກລາວ ຈໍານວນຫຼາຍ ແລະ ຈະສົ່ງເສີມໃຫ້ລາວ  ເປັນຜູ້ສະໜອງ ໃຫ້ຫຼາຍຂຶ້ນ ຍ້ອນລາວ ມີຄວາມອຸດົມສົມບູນ ຂອງເກືອກາລີ, ອີງຕາມຄວາມເວົ້າ ຂອງທ່ານ ເຢົາປິ່ນ, ປະທານສະພາການຄ້າ ຊາວຈີນຕ່າງດ້າວ ປະຈໍາລາວ ລາຍງານຕໍ່ກອງປະຊຸມ ພັດທະນາຕ່ອງໂສ້ ອຸດສາຫະກໍາ ເກືອໂປຕາສ ໃນວັນທີ 3 ພະຈິກ 2024 ທີ່ຜ່ານມານີ້.

ແຕ່ເຖິງຢ່າງໃດກໍຕາມ, ກອງປະຊຸມ ພັດທະນາຕ່ອງໂສ້ ອຸດສາຫະກໍາ ເກືອໂປຕາສ ດັ່ງກ່າວ ຍັງລະບຸຄັກແນ່ວ່າ ຫາກລາວ ສົ່ງເສີມການລົງທຶນ ແຮ່ທາດໂປຕາສ ຈະເຮັດໃຫ້ປະເທດລາວ ໄດ້ຮັບການພັດທະນາ ເສດຖະກິດ ແລະ ເສີມຂະຫຍາຍ ອິດທິພົນສາກົນ ຂອງລາວ ຜ່ານເສັ້ນທາງລົດໄຟລາວ-ຈີນ ແລະ ລາວ ຈະກາຍເປັນສູນກາງ ຂອງຕະຫຼາດ ປຸ໋ຍໂປຕາສ ໃນອາຊີ ແລະ ໃຫຍ່ທີ່ສຸດ ເປັນອັນດັບ 3 ຂອງໂລກ, ຖັດຈາກຣັສເຊຍ ແລະ ການາດາ.

ນອກນັ້ນ, ໃນ 9 ເດືອນ ຂອງປີ 2024 ລັດຖະບານລາວ ອະນຸຍາດກິດຈະການ ກ່ຽວກັບເກືອໂປຕາສ 18 ບໍລິສັດ ເພື່ອດໍາເນີນການຊອກຄົ້ນ-ສໍາຫຼວດ​, ຂຸດຄົ້ນ ແລະ ປຸງແຕ່ງ ເກືອໂປຕາສ ໂດຍມີເນື້ອທີ່ ທັງໝົດ 162,260 ເຮັກຕາ ກວມເອົາ 4 ແຂວງ ຄື​: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ເຊິ່ງມາຮອດເດືອນກັນຍາ ປີ 2024 ສາມາດຜະລິດ ແລະ ຈໍາໜ່າຍ ຜະລິດຕະພັນ ເກືອໂປຕາສ ຄຸນນະພາບ 95% ຈໍານວນ 12.22 ລ້ານໂຕນ, ມູນຄ່າ 2.95 ຕື້ໂດລາສະຫະລັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.