ການອະນຸມັດໂຄງການ ຂຸດຄົ້ນແຮ່ທາດຂອງສູນກາງ ກະທົບສິ່ງແວດລ້ອມ-ສັງຄົມ ຫຼາຍ

ຈຳປາທອງ
2024.11.21
ການອະນຸມັດໂຄງການ ຂຸດຄົ້ນແຮ່ທາດຂອງສູນກາງ ກະທົບສິ່ງແວດລ້ອມ-ສັງຄົມ ຫຼາຍ ນີ້ເປັນຮູບປະກອບ ເຊິ່ງແມ່ນນັກລົງທຶນຈີນ ແລະຫວຽດນາມ ມີການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຢູ່ເມືອງໝື່ນ ແຂວງວຽງຈັນ ເຖິງແມ່ນວ່າ ຈະມີແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ ເລກທີ 978/ຫສນຍ ລົງວັນທີ 22 ພຶດສະພາ 2024 ກໍ່ຕາມ.
ຮູບພາບຈາກພົນລະເມືອງ

ໂຄງການຂຸດຄົ້ນແຮ່ທາດ ທັງຮູບແບບປົກກະຕິ ແລະແບບທົດລອງ ມາຮອດປັດຈຸບັນ ຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ອະນຸມັດໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທັງໝົດໃຫ້ 1,007 ບໍລິສັດ ເຊິ່ງໃນນັ້ນ ມີໂຄງ ການຂຸດຄົ້ນ ແລະປຸງແຕ່ງແບບທົດລອງ 93 ບໍລິສັດ, ທັງໝົດມີ 1,205 ກິດ ຈະການ ທີ່ລັດຖະບານ ສປປ ລາວ ຖືເປັນທ່າແຮງທີ່ສຳຄັນຂອງຕົນ ໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ໃນປີ 2024 ນີ້ ລັດຖະບານ ເກັບລາຍຮັບ ຈາກໂຄງການຂຸດຄົ້ນແຮ່ທາດ ໄດ້ທັງໝົດ 34 ພັນຕື້ກີບ, ອິງຕາມການລາຍງານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ່ 18 ພະຈິກ 2024 ນີ້.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ທະນາຄານພັດທະນາອາຊີ ຫຼື ADB ປະຈຳລາວ ກ່າວວ່າ ໂຄງການຂຸດຄົ້ນແຮ່ທາດ ທັງຮູບແບບປົກກະຕິ ແລະແບບທົດລອງ ເຖິງວ່າ ຈະເປັນທ່າແຮງທີ່ສຳຄັນ ແຕ່ລັດຖະບານລາວ ກໍຕ້ອງເອົາໃຈໃສ່ເລື່ອງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມນຳດ້ວຍ. ສະນັ້ນ ລັດຖະບານລາວ ຈະຕ້ອງໄດ້ພິຈາລະນາ ເລື່ອງການອະນຸມັດໂຄງການຂຸດຄົ້ນແຮ່ທາດຄືນໃໝ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 21 ພະຈິກ 2024 ນີ້ວ່າ:

ເນື້ອທີ່ ບາງທີບໍ່ຈຳເປັນຕ້ອງໄດ້ໃຊ້ຫຼາຍ ຕ້ອງໄດ້ໃສ່ໃຈເລື່ອງອັນ, ເອົາໃຈໃສ່ຄົນທ້ອງຖິ່ນໜ້ອຍໜຶ່ງຫັ້ນນ່າ ແລະການຄຸ້ມຄອງເລື່ອງຜົນກະທົບ ຕໍ່ສິ່ງແວດລ້ອມອື່ນໆ ຄືກັບ ປູ, ປາ, ນາ, ນ້ຳ ກະຕ້ອງໄດ້ພິຈາລະນາໃໝ່ ເບິ່ງໃໝ່ຫັ້ນນ່າ.

ໃນຂະນະດຽວກັນ ປະຊາຊົນລາວທ່ານໜຶ່ງ ຢູ່ແຂວງຄຳມ່ວນ ກ່າວວ່າ ຢາກໃຫ້ລັດຖະບານ ທົບທວນຄືນ ເລື່ອງໂຄງການຂຸດຄົ້ນແຮ່ທາດ ຢູ່ປະເທດລາວ ເພາະມັນມີຈຳນວນຫຼາຍເກີນໄປແລ້ວ, ແຕ່ຄຸນນະພາບຂອງການເປັນຢູ່ຂອງປະຊາຊົນລາວ ໂດຍສະເພາະໃນເຂດຂອງໂຄງການນັ້ນ ບໍ່ໄດ້ດີຂຶ້ນພໍທໍ່ໃດ ແລະທັງຍັງສູນເສຍທີ່ດິນທຳການກະເສດ ໃຫ້ກັບໂຄງການເຫຼົ່ານັ້ນເປັນຈຳນວນຫຼວງຫຼາຍ ເຊິ່ງພຽງແຕ່ຢູ່ແຂວງຄຳມ່ວນ ກໍມີໂຄງການຂຸດຄົ້ນແຮ່ທາດ ຫຼາຍກວ່າ 30 ໂຄງການແລ້ວ ທີ່ສ້າງຜົນກະທົບ ເຊິ່ງທາງບ້ານກໍໄດ້ສະເໜີໃຫ້ຂັ້ນເທິງແກ້ໄຂມາຫຼາຍເທື່ອແລ້ວ ຍ້ອນເປັນຫ່ວງນໍາເຊັ່ນລູກເຊັ່ນຫຼານ ທີ່ຈະເຮັດແນວໃດ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເປັນນາຍບ້ານນີ້ກະເຄີຍສະເນີ ສະເນີເຂົາພັດເວົ້າໃສ່ຊ່ຳ ຕໍ່ໄປເຊັ່ນລູກເຊັ່ນຫຼານ ເຮັດແນວໃດ ຊີມີດິນຢູ່ມາຂາຍແລ້ວ ແຕ່ວ່າ ການອະນຸມັດຈາກລັດຖະບານ ເຮົາກະບໍ່ມີສິດເວົ້າແນ່.

ເວົ້າເລື່ອງການອະນຸມັດ ແລະການຄຸ້ມຄຸ້ມຄອງ ໂຄງການຂຸດຄົ້ນແຮ່ທາດ ປະຊາຊົນລາວທ່ານໜຶ່ງ ຢູ່ແຂວງສະຫວັນນະເຂດ ເວົ້າວ່າ ທາງການບໍ່ໄດ້ເອົາ ໃຈໃສ່ ຕໍ່ວຽກງານການຄຸ້ມຄອງ ໂຄງການດ້ານນີ້ ເທົ່າທີ່ຄວນ ເຮັດໃຫ້ໂຄງ ການເຫຼົ່ານັ້ນ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງໜັກ, ແຕ່ທາງການ ກໍບໍ່ເອົາໃຈໃສ່ ບໍ່ມີຜູ້ໃດຢາກແກ້, ບໍ່ມີການກ່າວເຕືອນໃດໆ ຕໍ່ໂຄງການ ທີ່ບໍ່ປະຕິ ບັດຕາມລະບຽບກົດໝາຍ, ຢູ່ບ່ອນໃດກໍເຊັນໃຫ້ໂຄງການໝົດ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 21 ພະຈິກ ນີ້ວ່າ:

ມັນແກ້ກັນບໍ່ຕົກດອກ ມັນບໍ່ມີຜູ້ໃດ ຍາກເຮັດແທ້ ເບິ່ງຕາມເຂົາເຈົ້ານີ້ກະແກ້ຍາກ ບ່ອນໃດກະເຊັນໝົດແຫຼະ ມັນບໍ່ມີບ່ອນໃຫ້ເຂົາເຈົ້າຫາ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຊຳເໜືອ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະເພາະແຂວງຫົວພັນນີ້ ກໍມີໂຄງການຂຸດຄົ້ນແຮ່ທາດຫຼາຍ, ແຕ່ລະໂຄງການ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ທັງທາງກົງ ແລະທາງອ້ອມ, ປະຊາຊົນຢູ່ຫຼາຍເຂດ ໄດ້ຮັບຜົນກະທົບ, ສູນເສຍທີ່ດິນທຳການກະເສດ, ບາງເຂດ ກໍໄດ້ຮັບຜົນກະທົບ ຈາກສານພິດເຄມີປົນເປື້ອນ ຈົນບໍ່ສາມາດປູກພືດ, ລ້ຽງສັດ ແລະຫາປາໄດ້ຄືເກົ່າ ດັ່ງທີ່ທ່ານກ່າວວ່າ:

ພາກສ່ວນກ່ຽວຂ້ອງເນາະ ກໍລອງລົງມາກວດເບິ່ງໂຕຈິງບໍ່ເນາະ ເຜື່ອວ່າ ມັນຊີ້ໄດ້ແກ້ໄຂທັນເວລາ ເຂົາໄດ້ລົງມືແລ້ວຫັັ້ນເນາະ ແລ້ວເຮົາຄັດຄ້ານມັນຊີບໍ່ເກິດຜົນໄດ້.

ເວົ້າເລື່ອງການເກັບລາຍຮັບ ຈາກການຂຸດຄົ້ນແຮ່ທາດ ເຂົ້າງົບປະມານແຫ່ງລັດ ເຊິ່ງລັດຖະບານ ສປປລາວ ຖືວ່າເປັນທ່າແຮງທີ່ສຳຄັນຂອງຕົນນັ້ນ ພົນຕີ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງແຂວງບໍ່ແກ້ວ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ທົ່ວປະເທດລາວ ໄດ້ອະນຸມັດໂຄງການສໍາຫລວດ ແລະປຸງແຕ່ງແຮ່ທາດ 1,000 ກວ່າບໍລິສັດ, ມີ 1,200 ກວ່າກິດຈະການ ແຕ່ມາເບິ່ງການຈັດເກັບລາຍຮັບ ຂອງກະຊວງການເງິນ ແມ່ນບໍ່ສົມສ່ວນ, ຢາກໃຫ້ລັດຖະບານ ລາຍງານຄືນ ໂຕເລກຜ່ານການປະເມີນ ໄດ້ໂຈະ, ໄດ້ຖອນຄືນມາເປັນຂອງລັດຖະບານຈັກໂຄງການ. ທ່ານໄດ້ສະເໜີໃຫ້ລັດຖະບານ ຮີບຮ້ອນລົງສົມທົບກັບແຂວງ, ລົງໄປເບິ່ງສະພາບຄວາມເປັນຈິງ ແລະແກ້ໄຂໃຫ້ຖືກຕ້ອງຕາມຂະບວນການ.

ອີງຕາມລາຍງານຂອງ ທ່ານ ສອນໄຊ ສີພັນດອນ ຕໍ່ກອງປະຊຸມສະພາແຫ່ງຊາດເທື່ອນີ້ ແລ້ວແມ່ນວ່າ ຈາກການປະເມີນ ບັນດາໂຄງການແຮ່ທາດ ສົກປີ 2023 ຈຶ່ງໄດ້ໂຈະການພິຈາລະນາ ໂຄງການໃໝ່ສໍາລັບແຮ່ທາດ (ປະເພດຄໍາຕົກຂ້ອນ, ແຮ່ຫາຍາກ ແລະໂລຫະທາດຈໍານວນໜຶ່ງ) ຕາມການຊີ້ນໍາຂອງກົມການເມືອງສູນກາງພັກ ແລະສະພາແຫ່ງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.