ນໍ້າຊັນ ຂຸ່ນແດງ, ຊາວບ້ານສົງໄສ ຍ້ອນປົນເປື້ອນ ຈາກການຂຸດແຮ່ທາດ
2024.12.24

ຊາວບ້ານ ທີ່ອາໄສຢູ່ແຄມນ້ຳຊັນ ໃນເມືອງບໍລິຄັນ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ເວົ້າວ່າ ໄລຍະນີ້ ສາຍນ້ຳຊັນ ຂຸ່ນຫຼາຍ ຍ້ອນມີ ນາຍທຶນຈີນ ແລະ ຫວຽດນາມ ຂຸດຄົ້ນແຮ່ທາດ ຕາມສາຍນ້ຳຊັນ ເຮັດໃຫ້ຊາວບ້ານ ມີຄວາມຄວາມກັງວົນ ເລື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ດັ່ງຊາວບ້ານ ນາງໜຶ່ງ ໃນເມືອງປາກຊັນ ແຂວງບໍລິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ທັນວາ ນີ້ວ່າ:
“ຂຸ່ນ, ສາຍຕົວນີ້ນ່າ ແຕ່ວ່າ ສາຍຕົວຢູ່ທາງ ແຖວນ້ຳງຽບຫັ້ນ ພັດໃສ, ແລ້ວມັນບໍ່ເຫັນໃສ. ຕັ້ງແຕ່ນ້ຳເລີ່ມລົງມາ ເລີ່ມເຂົ້າໜາວມານີ້ກະ ມັນກະຂຸ່ນ.”
ຊາວບ້ານນາງນີ້ ກ່າວອີກວ່າ ເມື່ອສາຍນ້ຳຊັນ ຂຸ່ນ ໃນລັກສະນະແບບນີ້, ຈຶ່ງເຮັດຊາວບ້ານ ບໍ່ກ້າໃຊ້ນ້ຳ ເພື່ອອຸປະໂພກ-ບໍລິໂພກ ແລະ ການຫາປາ ເນື່ອງຈາກກັງວົນ ເລື່ອງສານເຄມີຕົກຄ້າງ ໃນແຫຼ່ງນ້ຳ.
ຊາວບ້ານອີກທ່ານໜຶ່ງ ໃນເມືອງບໍລິຄັນ ແຂວງບໍລິຄຳໄຊ ກ່າວວ່າ ເມື່ອທາງການລາວ ອະນຸຍາດໃຫ້ ບໍລິສັດຕ່າງປະເທດ ເຂົ້າມາຂຸດຄົ້ນແຮ່ທາດແລ້ວ ກະຄວນມີມາດຕະການ ໃນການຕິດຕາມ-ກວດກາ ເລື່ອງຜົົນກະທົບ ສິ່ງແວດລ້ອມ ແລະ ສັງຄົມ ກັບບໍລິສັດເຫຼົ່ານັ້ນ ຢ່າງເຂັ້ມງວດ.
ຊາວບ້ານທ່ານນີ້ ຍັງສະເໜີໃຫ້ ທາງການລາວ ໂຈະການໃຫ້ສຳປະທານເນື້ອທີ່ ເພາະດຽວນີ້ ຊັບພະຍາກອນ ທຳມະຊາດ ໃນປະເທດລາວ ເລີ່ມຫຼຸດໜ້ອຍ ຖອຍລົງແລ້ວ. ດັ່ງຊາວບ້ານ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ເຮົາວ່າ ສິ່ງແວດລ້ອມ ທາງລາວນີ້ ກະຊິເຂ້ມແຂງ ກັບບໍລິສັດເຂົາໄດ້ບໍ່? ຖານະພວກເຮົາ ເປັນປະຊາຊົນນີ້ ກະບໍ່ນ່າຊິອັນນັ້ນ ເພາະວ່າ ດຽວນີ້ ຊັບພະຍາກອນລາວ ຈະຫຼຸດໜ້ອຍ ຖອຍລົງແລ້ວເນາະ.”
ທາງດ້ານເຈົ້າໜ້າທີ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ກ່າວວ່າ ຕະຫຼອດແລວ ຂອງສາຍນ້ຳຊັນ ມີຫຼາຍບໍລິສັດ ເຂົ້າມາຂຸດຄົ້ນແຮ່ທາດ, ໂດຍສະເພາະ ຄຳຕົກຂ້ອນ, ເຊິ່ງໄລຍະເດືອນຕຸລາ ຫາເດືອນພະຈິກ ທີ່ຜ່ານມານີ້, ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງວິໄຈ ຄຸນນະພາບ ຂອງນ້ຳຊັນ ອັນເກີດຈາກ ໂຄງການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ ແລະ ຫວຽດນາມ ກ່ຽວກັບສານເຄມີໃນພືດ ສານເຄມີຊະນິດອື່ນໆ ເຊັ່ນ ສານບາຫຼອດ ຍັງບໍ່ທັນມີ ການວິໄຈເທື່ອ ເພາະບໍ່ມີງົບປະມານ ຈຶ່ງບໍ່ສາມາດ ສະຫຼຸບໄດ້ວ່າ ຕະຫຼອດແລວສາຍນ້ຳຊັນ ຈະມີສານເຄມີຕົກຄ້າງ ຫຼື ເປັນອັນຕະລາຍ ຫຼືບໍ່? ດັ່ງເຈົ້າໜ້າທີ່ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະເຄີຍວິໄຈເນາະ, ຊ່ວງເດືອນ 10 ເດືອນ 11 ທີ່ວ່າ ມັນເປັນສານພິດ ກ່ຽວກັບພືດຫັ້ນ ແຕ່ວ່າ ບໍ່ໄດ້ຊອກຫາທາດ Mercury ເບາະ, ເຮົາກະບໍ່ໄດ້ຊອກ ເພາະວ່າ ເຮົາກະບໍ່ມີງົບປະມານ, ຫັ້ນນ່າ.”
ເຈົ້າໜ້າທີ່ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ກ່າວວ່າ ບໍ່ເຄີຍມີການວິໄຈ ຢ່າງຄັກແນ່ ກ່ຽວກັບສານເຄມີຕົກຄ້າງ ໃນແຫຼ່ງນ້ຳ ອັນເກີດຈາກ ໂຄງການຂຸດຄົ້ນແຮ່ທາດ. ໄລຍະທີ່ຜ່ານມາ ມີແຕ່ການລາຍງານ ເລື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ເທົ່ານັ້ນ, ແຕ່ລາຍງານດັ່ງກ່າວ ກໍບໍ່ໄດ້ລະອຽດ ຮອບດ້ານ. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄຸນນະພາບ ຂອງນ້ຳ, ໂດຍອີງໃສ່ ຂະບວນການ ຂຸດຄົ້ນແຮ່ ຂອງເຂົາເຈົ້າ ພວກ Mercury ເບາະ ກວດກາເຄມີຕົກຄ້າງເບາະ, ຊີ້ນ່າ. ບໍ່, ບໍ່ມີ, ເຖິງມີ, ເຂົາເຈົ້າກະເຮັດ ພໍແຕ່ເປັນລາຍງານເນາະ ເວົ້າຄວາມຈິງນຳກັນຊື່ໆ, ຈະບໍ່ແມ່ນການສຶກສາ ທີ່ແທ້ຈິງແບບນັ້ນ.”
ຮອດປັດຈຸບັນ, ທົ່ວແຂວງບໍລິຄຳໄຊ ມີໂຄງການລົງທຶນ ຊອກຄົ້ນ ແລະ ສໍາຫຼວດແຮ່ທາດ ທັງໝົດ 4 ບໍລິສັດ, 5 ກິດຈະການ. ໂຄງການທີ່ກ້າວເຂົ້າສູ່ ຂັ້ນຕອນການຂຸດຄົ້ນ ມີທັງໝົດ 4 ບໍລິສັດ, 4 ກິດຈະການ ເປັນຕົ້ນ ບໍລິສັດ ກາວີໂກລາວ ບໍ່ແຮ່ ຈຳກັດ ເປັນບໍລິສັດຮ່ວມທຶນ ລາວ-ຫວຽດນາມ, ບໍລິສັດ ຈີນໄທເຕີ ຄຳເກີດ ມາໂບລ້ ພັດທະນາບໍ່ແຮ່ ຈຳກັດ ຂອງຄົນຈີນ.
ກ່ຽວກັບເລື່ອງ ການຂຸດຄົ້ນແຮ່ທາດນີ້, ໂຄງການທີ່ໄດ້ຮັບ ອະນຸຍາດຂຸດຄົ້ນ ບໍ່ມີການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ຈຶ່ງເຮັດໃຫ້ ລະບົບ ການຄຸ້ມຄອງ ແລະ ຄວາມຮັບຜິດຊອບ ຕໍ່ຜົນໄດ້ ແລະ ຜົນເສຍ ຂອງແຕ່ລະໂຄງການ ເກືອບວ່າບໍ່ສາມາດ ກວດສອບໄດ້ ຕາມກົດໝາຍ.