ພື້ນທີ່ນາ-ໜອງປາ ຂອງຊາວບ້ານ ຖືກດິນຈາການຂຸດຄົ້ນແຮ່ທາດ ຂອງບໍລິສັດເຈື່ອນທັບ

ພອນ ພູມມີທອນ
2024.11.21
ພື້ນທີ່ນາ-ໜອງປາ ຂອງຊາວບ້ານ ຖືກດິນຈາການຂຸດຄົ້ນແຮ່ທາດ ຂອງບໍລິສັດເຈື່ອນທັບ ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດຈີນ.
ຮູບພາບຈາກພົນລະເມືອງ

ເມື່ອບໍ່ດົນມານີ້ ເກີດເຫດດິນເຈື່ອນໃນເຂດບ້ານໜອງ ເມືອງຜາໄຊ ແຂວງຊຽງຂວາງ ຈາກໂຄງການຂຸດຄົ້ນແຮ່ທາດຂອງນັກລົງທຶນຈີນ ເຮັດໃຫ້ທົ່ງນາ ແລະ ໜອງປາຂອງຊາວບ້ານ ໄດ້ຮັບຄວາມເສຍຫາຍ ໂດຍມີຊາວບ້ານຈຳນວນໜຶ່ງ ໄດ້ຖ່າຍວິດີໂອເຫດການດັ່ງກ່າວ ພ້ອມເຜີຍແຜ່ຜ່ານສື່ສັງຄົມອອນລາຍນຳດ້ວຍ, ແຕ່ບໍ່ສາມາດຕິດຕໍ່ຫາ ຜູ້ເຜີຍແຜ່ ດັ່ງກ່າວໄດ້.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຍັງຊາວບ້ານ ຢູ່ເມືອງຜາໄຊ ນາງໜຶ່ງ ທີ່ຮູ້ກ່ຽວກັບເຫດການ ດັ່ງກ່າວນີ້ ເຊິ່ງນາງກໍຢືນຢັນວ່າ ເຫດການດິນເຈື່ອນໄດ້ເກີດຂຶ້ນແທ້ ຢູ່ເຂດດັ່ງກ່າວ ເຊິ່ງເປັນພູທີ່ມີການຂຸດເຈາະແຮ່ ຈຶ່ງເກີດການເຊາະເຈື່ອນຂອງດິນ ຕາມທີ່ຊາວບ້ານຖ່າຍວິດີໂອເອົາໄວ້, ດັ່ງ ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພະຈິກ ປີ 2024 ນີ້ວ່າ:

"ມີ ຫາກໍເຈື່ອນເດ້ ໄດ້ຍິນເຂົາເຈົ້າວ່າຢູ່ວ່າຖືກນາ ແຕ່ບໍ່ຮູ້ວ່າຫຼາຍບໍ່ ຫຼືວ່າແນວໃດ ໜອງປາແດ່ ຈັ່ງວ່າ ນ່າຈະຖືກຫັ້ນແຫຼະເນາະ ເປັນພູ ແລ້ວກໍຈະມີເປັນແຄ້ມຂ້າເຈົ້າຢູ່ ຢູ່ທາງຫຼັງຫັ້ນແຫຼະ ຢູ່ນຳດຽວກັນແຫຼະ ແຕ່ວ່າມັນໄກກັນ ໄກແຄ້ມເຂົາ."

ຂະນະທີ່ຊາວບ້ານ ນາງໜຶ່ງ ຢູ່ບ້ານໄຮ ເມືອງຜາໄຊ ເຊິ່ງເປັນບ້ານທີ່ເປັນທາງຜ່ານ ໄປຫາບ້ານໜອງ ກ່າວວ່າ ປັດຈຸບັນຢູ່ບໍລິເວນບ້ານໜອງ ມີການຂຸດຄົ້ນແຮ່ທາດຢູ່ແທ້ ແລະ ເຄີຍເຫັນລົດບັນທຸກສານເຄມີ ລົດບັນທຸກ ຫຼາຍຄັນ ແລ່ນຜ່ານບ້ານໄຮ ເພື່ອລົງໄປທາງບ້ານໜອງຢູ່ເລື້ອຍໆ ເພື່ອໄປຍັງບ່ອນຂຸດຄົ້ນແຮ່ດັ່ງກ່າວນັ້ນ.

"ກໍໄດ້ຍິນຂ່າວຄາວຢູ່ແຕ່ວ່າເອື້ອຍກໍພັກຢູ່ໄກ ເຈົ້າ ແມ່ນແລ້ວ ເຫັນຈຸຈີນເຂົາເຂົ້າມາຢູ່ ດົນແລ້ວເດ້ ເຂົາມານີ່ ດົນແລ້ວເດ້ ແມ່ນໆ ລົດຫັ້ນນ່າ ເຂົາເອົາເຄມີໄປຫຼາຍຢູ່ ແຕ່ລະມື້ນີ່ກໍມີຢູ່ ມີແຕ່ລົດຫັ້ນເຂົາເອົາເຄມີ ເອົາເຄື່ອງມາເຮັດໃຫ້ເຂົາຫັ້ນແຫຼະ."

ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ເມືອງຜາໄຊ ອີກຫຼາຍຄົນ ກໍຍັງບໍ່ຮູ້ກ່ຽວກັບເລື້ອງເຫດການດັ່ງກ່າວນັ້ນເທື່ອ ເນື່ອງຈາກບ້ານໜອງ ຕັ້ງຫ່າງຈາກຕົວເມືອງຜາໄຊ ປະມານ 20 ຫຼັກ ແລະ ຢູ່ບ້ານໜອງ ກໍຖືກລ້ອມຮອບໄປດ້ວຍພູດອຍ ລວມທັງມີທົ່ງນາຂອງຊາວບ້ານ ຈຶ່ງບໍ່ຄ່ອຍມີ ຊາວບ້ານຈາກບ້ານອື່ນໆ ເດີນທາງໄປບ້ານດັ່ງກ່າວປານໃດ.

"ດິນເຈື່ອນຫວາ ອັນນີ້ເຮົາກໍບໍ່ທັນຮູ້ເທື່ອ ເພາະວ່າບໍ່ເຫັນເຂົາລາຍງານຂ່າວເທື່ອ ເປັນເຂດພູ ຫ້ອມພູຫ້ອມຫຍັງນີ່ຫັ້ນນ່າ ທົ່ງນາຕາມຫ້ອມພູ ແລ້ວກໍຕັ້ງບ້ານລຽບເສັ້ນທາງ."

ທາງດ້ານ ເຈົ້າໜ້າທີ່ຫ້ອງການກະສິກຳ ແລະ ປ່າໄມ້ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ທ່ານໜຶ່ງ ຢືນຢັນວ່າ ເຫດການດິນເຈື່ອນຢູ່ບ້ານດັ່ງກ່າວນີ້ ແມ່ນເກີດຂຶ້ນແທ້ ໂດຍເກີດຂຶ້ນບໍລິເວນບ່ອນຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດນັກລົງທຶນຈາກຈີນ ທີ່ເຂົ້າມາຂຸດຄົ້ນຢູ່ໃນເຂດບ້ານໜອງ ໄດ້ປະມານ 2-3 ປີແລ້ວ, ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ນຳໂດຍ ຫ້ອງການພະລັງງານ ແລະບໍ່ແຮ່ ຮວມເຖິງຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ລົງພື້ນທີ່ຮີບໂຮມຂໍ້ມູນຄວາມເສຍຫາຍທີ່ເກີດຂຶ້ນແລ້ວ ແຕ່ກໍຍັງບໍ່ຮູ້ຄັກແນ່ວ່າ ຈະມີການຊົດເຊີຍໃຫ້ແກ່ຊາວບ້ານຫຼືບໍ່?

"ເປັນບໍລິສັດຂອງພວກຈີນ ເຂົ້າມາຂຸດຄົ້ນແຮ່ຫາຍາກ ບ່ອນມັນຍຸບຫັ້ນນ່າເພາະວ່າເຂົາເຈາະເອົາຫັ້ນນ່າ ເຂົາເຈາະໆໆ ໄປຫັ້ນນ່າ ແລ້ວມັນຍຸບລົງມາບາດດຽວເລີຍຫັ້ນນ່າ ພາກສ່ວນທີ່ລົງໄປເອົາຂໍ້ມູນເຂົາໄປແລ້ວເຈົ້າ ແຕ່ມັນມີນິຕິກຳຂອງບໍລິສັດຢູ່ວ່າໃນການຂຸດຄົ້ນ ໃນການທົດແທນຫັ້ນນ່າ ມັນຈະມີຢູ່ເນາະ."

(ນັກຂ່າວ) ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ເພື່ອສອບຖາມກ່ຽວກັບ ຊື່ຂອງບໍລິສັດ ລົງທຶນຈາກຈີນດັ່ງກ່າວ ລວມທັງຂໍ້ມູນລາຍລະອຽດຕ່າງໆ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຮູ້ລາຍລະອຽດເພີ່ມຕື່ມ.

ກ່ອນໜ້ານີ້ໃນເດືອນກໍລະກົດ ປີ 2024 ຊາວບ້ານຢູ່ບ້ານໂພນ ແລະ ບ້ານໜອງ ເມືອງແປກ ແຂວງຊຽງຂວາງ (ຊື່ບ້ານໜອງ ຄືກັນ ແຕ່ຢູ່ຄົນລະເມືອງ) ຫາກໍໄດ້ຮັບຜົນກະທົບຈາກດິນເຈື່ອນ ທັບໃສ່ໄຮ່ນາຂອງປະຊາຊົນ ລວມ 13 ຄອບຄົວ ຍ້ອນໂຄງການຂຸດຄົ້ນຫີນກາວ ຂອງບໍລິສັດ ທະວີໄຊ ຈໍາກັດ ຂອງນັກລົງທຶນລາວ.

ໂຄງການຂຸດຄົ້ນຫີນກາວ ດັ່ງກ່າວ ໄດ້ເລີ່ມຂຸດຄົ້ນຕັ້ງແຕ່ ປີ 2022 ເປັນຕົ້ນມາ ແລະ ນັບແຕ່ເດືອນທັນວາ 2023 ໂຄງການຂຸດຄົ້ນຫີນກາວ ໄດ້ບຸກເບີກເນື້ອທີ່, ຕັດໄມ້, ຂຸດດິນ, ເຮັດຖະໜົນສາຍໃໝ່ ເພື່ອຂົນສົ່ງຫີນກາວ ເຮັດໃຫ້ມີທັງຂີ້ຝຸ່ນ, ເສັ້ນທາງເກົ່າເປ່ເພ, ເກີດສຽງດັງ ຈາກລົດບັນທຸກຫີນກາວທຸກມື້.

ອີງຕາມລາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ເມື່ອທ້າຍປີ 2023, ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດເອກະຊົນ ທັງພາຍໃນ ແລະຕ່າງປະເທດ ຂຸດຄົ້ນແຮ່ທາດ 1,143 ບໍລິສັດ, ມີ 1,336 ໂຄງການທີ່ກວມເອົາເນື້ອທີ່ ປະມານ 30% ຂອງເນື້ອທີ່ທົ່ວປະເທດ, ແຮ່ທາດ ທີ່ລັດຖະບານລາວ ອະນຸຍາດໃຫ້ຂຸດຄົ້ນຫລາຍທີ່ສຸດ ກໍຄື ຄໍາ, ທອງ, ເງິນ, ຂີ້ກົ່ວ, ເຫລັກ, ແກ້ວປະເສີດ, ເກືອກາລີ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.