ລັດມີລາຍຮັບ ຈາກໂຄງການຂຸດຄົ້ນແຮ່ທາດ ແຕ່ກະທົບກັບສິ່ງແວດລ້ອມ-ສັງຄົມ

ສຸພັດຕາ
2024.11.20
ລັດມີລາຍຮັບ ຈາກໂຄງການຂຸດຄົ້ນແຮ່ທາດ ແຕ່ກະທົບກັບສິ່ງແວດລ້ອມ-ສັງຄົມ ລົດຂົນສົ່ງແຮ່ທາດຂອງບໍລິສັດ ທີ່ແລ່ນຜ່ານບ້ານປະຊາຊົນ ເຂດເມືອງບົວລະພາ ແຂວງຄຳມ່ວນ ສ້າງຄວາມເດືອດຮ້ອນໃຫ້ຊາວບ້ານຫຼາຍ ເນື່ອງຈາກວ່າທາງເປັນຂີ້ຝຸ່ນຫຼາຍໃນເວລາລົດແລ່ນຜ່ານ.
ຮູບພາບຈາກພົນລະເມືອງ

ທ່ານ ຄໍາປະສິດ ເທບວົງສາ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ຊັກຖາມ ຢູ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 18 ເດືອນພະຈິກ 2024 ນີ້ວ່າ ລັດຖະບານ ມີລາຍຮັບຈາກການອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນແຮ່ທາດ ເຖິງ 34 ພັນຕື້ກີບນັ້ນ ແມ່ນຄຸ້ມຄ່າບໍ່ ກັບການທີ່ ໂຄງການຂຸດຄົ້ນແຮ່ທາດຫຼາຍແຫ່ງ ເຮັດໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະລົດບັນທຸກແຮ່ທາດຕ່າງໆ ເຮັດໃຫ້ຫົນທາງເປ່ເພຢ່າງໜັກ, ດັ່ງທ່ານກ່າວຕອນໜຶ່ງວ່າ:

ສິ່ງທີ່ທ້າທາຍ ກ່ຽວກັບການຜະລິດ ແຮ່ທາດນີ້ ລັດນີ້, ປະຕິບັດໄດ້ຢູ່ 34 ພັນຕື້ ໃນມູນຄ່ານີ້ຫັ້ນ ຢາກຮູ້ວ່າ ລັດເຮົານີ້ ໄດ້ເທົ່າໃດແທ້ໆ. ມັນຄຸ້ມບໍ່ເນາະ ກັບຜົນກະທົບກັບສິ່ງແວດລ້ອມ ເຮົາຕ້ອງຊັ່ງຊາດີໆເນາະ. ລັດໄດ້ເທົ່າໃດ, ແປງທາງໝົດເທົ່າໃດ, ສິ່ງແວດລ້ອມອີກ. ຜົນກະທົບ, ສານເຄມີ, ເຮົາຕ້ອງໄດ້ໄລ່ໝົດເນາະ ວ່າມັນຄຸ້ມເທົ່າໃດ.”

ສະມາຊິກສະພາແຫ່ງຊາດ ທ່ານດັ່ງກ່າວນີ້ ຍັງຊັກຖາມ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຕື່ມວ່າ ເມືອງວັງວຽງ ແຂວງວຽງຈັນ ຍັງແມ່ນເມືອງແຫ່ງການທ່ອງທ່ຽວ ຫຼື ບໍ່, ຍ້ອນ ປັດຈຸບັນ ມີລົດບັນທຸກແຮ່ທາດ ຈໍານວນຫຼາຍຄັນ ເຮັດໃຫ້ທາງເຂດວັງວຽງ ແຂວງວຽງຈັນ ເປ່ເພໜັກ. ຂະນະທີ່ ງົບປະມານເພື່ອແປງທາງ ຖືກຍາດແຍ່ງກັນໄປ ລະຫວ່າງ ສູນກາງ ແລະທ້ອງຖິ່ນ, ດັ່ງທ່ານກ່າວວ່າ:

ເຮົາຕ້ອງການໃຫ້ເມືອງວັງວຽງ ເປັນເມືອງທ່ອງທ່ຽວບໍ ຫຼືວ່າ ເມືອງຂຸດແຮ່, ຂຸດທາດ ເພາະວ່າ ເສັ້ນທາງເປັນເສັ້ນທາງດຽວເລີຍ ບໍ່ມີຕັດເສັ້ນທາງເລີຍ ທີ່ວ່າ ຈະຫຼ່ຽງໄປ ລົດຂົນ ບັນທຸກນີ້ 1 ຊົ່ວໂມງນີ້ ມັນຫຼາຍຮ້ອຍ ພັນຄັນເລີຍ ແລ່ນໄປແລ່ນມາ ທາງນີ້ເພໝົດເລີຍ. ວັງວຽງນີ້ ງົບປະມານກໍ່ລົງໄປຫັ້ນ ການແປງທາງນີ້ ກະບໍ່ໄດ້ມອບໃຫ້ທ້ອງຖິ່ນເຮັດ ສູນກາງກະຢາກເຮັດ ທ້ອງຖິ່ນກໍ່ຢາກເຮັດ. ບໍ່ຈັກ ຍາດກັນໄປ ຍາດກັນມາ.”

ແຕ່ເຈົ້າໜ້າທີ່ ແຂວງວຽງຈັນ ທ່ານໜຶ່ງ ພັດເຫັນວ່າ ໂຄງການຂຸດຄົ້ນແຮ່ທາດ ທີ່ດໍາເນີນຢູ່ພາຍໃນແຂວງວຽງຈັນ ມີຜົນປະໂຫຍດຕໍ່ລັດຖະບານ, ນັກລົງທຶນ ແລະຊຸມຊົນ ເນື່ອງຈາກ ຜ່ານບົດວິພາກ ເສດຖະກິດເຕັກນິກແລ້ວ ແລະຍອມຮັບວ່າ ຫາກມີໂຄງການຂຸດຄົ້ນແຮ່ທາດຢູ່ເຂດໃດ ເຂດນັ້ນກໍ່ຈະຕ້ອງມີຜົນກະທົບ ບໍ່ຫຼາຍກໍ່ໜ້ອຍ ຢ່າງຫຼີກລ່ຽງບໍ່ໄດ້, ດັ່ງທ່ານກ່າວວ່າ:

ອັນມັນ ກໍ່ມີບົດວິພາກເສດຖະກິດ ເຕັກນິກຂອງເຂົາເຈົ້າ ກ່ອນທີ່ລັດຖະບານຊິຮັບຮອງເນາະ. ກໍ່ຄາດວ່າ ຕ້ອງມີຜົນປະໂຫຍດ ທີ່ເໝາະສົມແຫຼະ. ງົບປະມານທີ່ເຂົ້າມາທາງລັດ ແລ້ວກະງົບປະມານ ທີ່ໂຄງການຊິໄດ້ຮັບ, ແລ້ວກໍ່ງົບປະມານ ທີ່ຊຸມຊົນທີ່ຕ້ອງຮັບ ເພິ່ນກໍ່ປູເບຕົ້ງ ຢູ່ໃນເຂດທາງອັນນ່າ. ທາງຂົນແຮ່ສະເພາະ ທີ່ອອກມາສູ່ທາງເລກທີ 13 ເໜືອຫັ້ນ ກໍ່ມີຝຸ່ນເນາະ. ບໍ່ແມ່ນແຕ່ສະເພາະ ເຂດແຮ່ທົ່ວໄປ ແຕ່ເສັ້ນທາງກາສີ-ວັງວຽງ ເພິ່ນກະສ້ອມແປງ ບໍ່ທັນສໍາເລັດ.”

ໃນຂະນະທີ່ ຊາວບ້ານ ຢູ່ເຂດບ້ານທາງວຽງຄໍາ ເມືອງຄໍາເກີດ ແຂວງບໍໍລິຄໍາໄຊ ເຊິ່ງເປັນບ້ານໜຶ່ງ ທີ່ມີໂຄງການຂຸດຄົ້ນ ຫີນມາໂບ້ (Marble) ຂອງບໍລິສັດຈີນ ໄທເຕີ້ ຄໍາເກີດ ມາໂບ້ ພັດທະນາບໍ່ແຮ່ ຈໍາກັດ ກໍາລັງດໍາເນີນການຢູ່ນີ້ ກ່າວວ່າ ການລົງທຶນໂຄງການຂຸດຄົ້ນແຮ່ທາດ ບໍ່ໄດ້ຕິດພັນກັບການພັດທະນາທ້ອງຖິ່ນ ດັ່ງທີ່ທາງການລາວ ວາງແຜນໄວ້ ຍ້ອນຄວາມສວຍງາມຂອງທໍາມະຊາດ ສູນຫາຍໄປຫຼາຍ ແລະເສັ້ນທາງ ເຂດທີ່ມີການຂຸດຄົ້ນຫີນມາໂບ້ ຍັງເປ່ເພຫຼາຍ ໂຄງການບໍ່ໄດ້ສ້ອມແປງທາງ ໃຫ້ໄດ້ມາດຕະຖານ ມີແຕ່ເອົາດິນມາວາງທັບຖົມຂຸມນັ້ນ, ດັ່ງທ່ານກ່າວວ່າ:

ແຕ່ກ່ອນປ່າດົງພົງໄພ ປ່າທໍາມະຊາດ ນີ້ໂອ້ ຕຶບ, ດົກ, ໜາ. ປັດຈຸບັນນີ້ ເພິ່ນກໍ່ມີການຂຸດຄົ້ນ ເຊາະເຈື່ອນໄປໝົດແລ້ວ ຕົ້ນໄມ້ເພິ່ນກໍ່ບໍ່ເອົາເດ້. ມີແຕ່ວ່າ ຕັດລົງ ເພິ່ນກະທໍາລາຍຖິ້ມເລີຍ ມັນກໍ່ເຮັດໃຫ້ສະເພາະແຕ່ ທາງເຂົ້າຫາບໍລິສັດມັນຊື່ໆ ສະເພາະທາງປະຊາຊົນ ທີ່ວ່າຊົມໃຊ້ຫັ້ນ ຖືວ່າ ມັນກໍ່ແປງພໍຄື ເອົາດິນມາວາງຊື່ໆ. ເວົ້າເລື່ອງການລົງທຶນ ຕິດພັນກັບການພັດທະນາ, ທໍາມະດາມັນກະຕ້ອງໄດ້ມີ ການຕິດພັນກັນ ແຕ່ອັນນີ້ ທາງບ້ານສະເໜີ ເພິ່ນກໍວ່າ ໂອເຄ ແຕ່ວ່າຂອດການຈັດຕັ້ງປະຕິບັດແລ້ວ ຍັງບໍ່ທັນໄດ້ ມີການພັດທະນາ.”

ກ່ອນໜ້ານີ້ ມີລາຍງານວ່າ ໃນແຕ່ລະມື້ ລົດບັນທຸກ ຈໍານວນຫຼາຍຄັນ ຂອງບໍລິສັດຈີນ, ຫວຽດນາມ, ໄທ ແລະລາວ ຈະໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂົນແຮ່ທາດ ນໍ້າໜັກເກີນ ໄປຂຶ້ນລົດໄປ ຢູ່ສະຖານີໂພນໂຮງ, ກາສີ, ວັງວຽງ ແລະສະຖານີຫຼວງພະບາງ ເພື່ອນໍ້າສົ່ງແຮ່ທາດ ໃນປະລິມານຫຼາຍ ແລະສ່ວນຫຼາຍ ສົ່ງໄປປະເທດຈີນ ຈຶ່ງເຮັດໃຫ້ເສັ້ນທາງຫຼວງແຫຼ່ງຊາດ ເລກທີ 10 ແຕ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນມາທາງບ້ານເກີນ ເມືອງທຸລະຄົມ ແລ້ວໄປຮອດຂົວທ່າງ່ອນ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປ່ເພຢ່າງໜັກ.

ແລະຍັງມີເສັ້ນທາງຫຼາຍຈຸດ ໃນປະເທດລາວເປ່ເພ ຍ້ອນລົດຂົນສົ່ງແຮ່ທາດ ແລະເຄື່ອງອື່ນໆ ທີ່ນໍ້າໜັກເກີນ ຂອງນັກລົງທຶນຈີນ ແລະລາວ ເປັນຕົ້ນ ເສັ້ນທາງ 16B ແຕ່ເຂດບ້ານດາກເຕຣີບ ເມືອງດາກຈຶງ ແຂວງເຊກອງ ຫາຊາຍແດນລາວ-ຫວຽດນາມ ດ່ານສາກົນ ດາກຕະອອກ-ນາມຍາງ ທີ່ເປ່ເພໜັກ ຈົນເຮັດໃຫ້ເຈົ້າແຂວງ ແຂວງເຊກອງ ສັ່ງຍຸຕິການຂົນສົ່ງແຮ່ບົກຊິດ ຂອງນັກລົງທຶນຈີນ ແລະລາວ ຜ່ານເສັ້ນທາງດັ່ງກ່າວ ຊົ່ວຄາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.