ລົດບັນທຸກແຮ່ທາດ ຂອງຫລາຍບໍລິສັດ ນ້ຳໜັກເກີນ ເຮັດໃຫ້ເສັ້ນທາງເລກທີ 10 ເປ່ເພ

ພອນ ພູມມີທອນ
2024.11.19
ລົດບັນທຸກແຮ່ທາດ ຂອງຫລາຍບໍລິສັດ ນ້ຳໜັກເກີນ ເຮັດໃຫ້ເສັ້ນທາງເລກທີ 10 ເປ່ເພ ນີ້ເປັນພຮຽງຮູບປະກອບເຊິ່ງແມ່ນເສັ້ນທາງ ໃກ້ກັບວິທະຍໄລສ້າງຄູບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ, ກັນຍາ ປີ 2022.
ຮູບພາບຈາກພົນລະເມືອງ

ໃນແຕ່ລະມື້ ລົດບັນທຸກຈຳນວນຫຼາຍຄັນ ຂອງບໍລິສັດຈີນ, ຫວຽດນາມ, ໄທ ແລະ ລາວ ຈະໃຊ້ເສັ້ນທາງຫຼວງແຫ່ງຊາດເລກທີ 10 ຂົນສົ່ງແຮ່ທາດນ້ຳໜັກເກີນ ໄປຂຶ້ນລົດໄຟຢູ່ສະຖານີໂພນໂຮງ, ກາສີ, ວັງວຽງ ແລະ ສະຖານີຫຼວງພະບາງ ເພື່ອນຳສົ່ງແຮ່ທາດໃນປະລິມານຫຼາຍ ແລະ ສ່ວນຫຼາຍສົ່ງໄປປະເທດຈີນ ຈຶ່ງເຮັດໃຫ້ ເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ແຕ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ມາທາງບ້ານເກິນ ເມືອງທຸລະຄົມ ແລ້ວໄປຮອດຂົວທ່າງ່ອນ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປ່ເພຢ່າງໜັກ ຕາມຄວາມເວົ້າຂອງຊາວບ້ານແຂວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ພະຈິກ ນີ້ວ່າ: 

"ຈະເວົ້າໃຫ້ຟັງ ຂຸມລິບຫົວ. ໜຶ່ງມັນກໍມາແຕ່ໄຊສົມບູນ. ສອງກໍມາຢູ່ແຂວງວຽງຈັນ. ມັນກໍມີຫຼາຍເມືອງທີ່ເພິ່ນຂຸດຄົ້ນ ເພື່ອເອົາແຮ່ມາຂຶ້ນລົດໄຟ ຢູ່ໂພນໂຮງ ຈັ່ງຊີ້ນາ. ລົດໄຟ ຢູ່ເຂດກາສີ ຈັ່ງຊີ້ນາ. ມັນມີສະຖານີລົດໄຟ ສະຖານີເຄື່ອງເຂົານາ ຄື ບ້ານວັງ ເມືອງໝື່ນ ມີຫຼາຍບໍລິສັດ ມີໄທ ມີຈີນ ມີຫຍັງ."

ຊາວບ້ານແຂວງວຽງຈັນອີກທ່ານໜຶ່ງ ຢືນຢັນຄືກັນວ່າ ເສັ້ນທາງຫຼວງແຫ່ງຊາດເລກທີ 10 ເປ່ເພຫຼາຍແທ້ ເນື່ອງຈາກລົດບັນທຸກຂະໜາດໃຫຍ່ ຄັນສີແດງ ທີ່ມີຕົວໜັງສືພາສາຈີນ ຂົນເຄື່ອງໄປມາຈຳນວນຫຼາຍຕໍ່ມື້ ເຮັດໃຫ້ຂຸມນ້ອຍກາຍເປັນຂຸມໃຫຍ່ ແລະ ຂີ້ຝຸ່ນໃສ່ບ້ານເຮືອນ ຮ້ານຄ້າຂອງປະຊາຊົນ ທີ່ອາໄສຢູ່ໃນເຂດດັ່ງກ່າວ, ດັ່ງທ່ານກ່າວວ່າ:

ເສັ້ນທາງແທ້ ກໍຍາກວ່າ ຍາກ ຫັ້ນແຫຼະ ແລ້ວບາດນີ້ ມັນເພເປັນຈຸດ ຈຸດ ທີ່ວ່າ ເຂົາມັກເອົານ້ຳຮົດຫັ້ນນາ. ບໍ່ຢາກໃຫ້ຝຸ່ນເຂົ້າເຮືອນ ເຂົ້າຮ້ານເຂົາຫັ້ນແຫຼະ. ທາງກໍເລີ່ມລອກອອກ ກໍເລີ່ມຊຸດລົງ ຂີ່ດົນໄປ ດົນໄປ ຈາກຂຸມນ້ອຍ ກໍກາຍເປັນ ຂຸມໃຫຍ່ ຫັ້ນນາ. ກໍເພາະມັນໂຕນກໍຫຼາຍເທື່ອຫັ້ນນາ ສ່ວນຫຼາຍ ລົດອັນນາ 10 ລໍ້, 12 ລໍ້ ລົດ, 18 ລໍ້ບໍ່, 22 ລໍ້ ລົດແດງໆ ຫຼາຍອັນ ປົນກັນ ຫວຽດແດ່ ລາວແດ່ ຈີນແດ່.

ລົດບັນທຸກຂົນສົ່ງແຮ່ທາດ ຄັນໃດ ຈະແລ່ນຂຶ້ນ ເສັ້ນທາງຫຼວງແຫ່ງຊາດເລກທີ 10 ຈະຕ້ອງໄດ້ຂຶ້ນຊິງຊັ່ງ ບ່ອນຈຸດກວດນ້ຳໜັກລົດບັນທຸກກ່ອນ ແລະຫາກລົດບັນທຸກຄັນໃດ ບັນທຸກເຄື່ອງນ້ຳໜັກເກີນ ກໍຈະຖືກປັບໃໝ ຫຼື ຕ້ອງເອົາເຄື່ອງອອກ ໄດ້ຕາມມາດຕະຖານ ທີ່ທາງການລາວກຳນົດ ນັ້ນໝາຍຄວາມວ່າ ລົດບັນທຸກຂົນສົ່ງເຄື່ອງ ທີ່ໃຊ້ ເສັ້ນທາງຫຼວງແຫ່ງຊາດເລກທີ 10 ຜ່ານການກວດນ້ຳໜັກແລ້ວ ຈຶ່ງຈະສາມາດໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ໄດ້.

ສະພາບເສັ້ນທາງຫຼວງແຫ່ງຊາດເລກ 10 ເປ່ເພ ຍ້ອນ ເປັນເສັ້ນທາງປູຢາງທີ່ສ້າງຂຶ້ນແຕ່ປີ 1995 ເຊິ່ງໃນປີດັ່ງກ່າວນັ້ນ ມີການອອກແບບທາງປູຢາງທີ່ບໍ່ໄດ້ຮອງຮັບລົດບັນທຸກຂະໜາດໜັກ ເປັນປີທີ່ປະເທດລາວ ຍັງບໍ່ມີໂຄງການຂຸດຄົ້ນແຮ່ທາດຂອງບໍລິສັດຈີນ, ຫວຽດນາມ ແລະລາວ ຫຼາຍຄືປັດຈຸບັນ ຈຶ່ງເຮັດໃຫ້ ເສັ້ນທາງຫຼວງແຫ່ງຊາດເລກທີ 10 ບໍ່ເປ່ເພໜັກຄືທຸກມື້ນີ້. ດັ່ງ ເຈົ້າໜ້າທີ່ ກະຊວງໂຍທາທິການແລະຂົນສົ່ງ ທ່ານໜຶ່ງ ກ່າວວ່າ:

"ເຮົາຊິເວົ້າວ່າ ນ້ຳໜັກເກີນ ມັນກໍບໍ່ຖືກ ມີແຕ່ວ່າ ການອອກແບບໃນເບື້ອງຕົ້ນ ທີ່ທາງຫຼວງແຫ່ງຊາດ ເພິ່ນອອກແບບມາ ຮັບນ້ຳໜັກບໍ່ໄດ້ຕາມປັດຈຸບັນ ຄືນຫຼັງເນາະ. ຕອນ 1995 ຫາ 2000 ລົງມານາ ລົດບັນທຸກຢູ່ໃນລາວນີ້ ຈະບໍ່ມີລົດບັນທຸກ ເກີນຮອດ 18 ລໍ້, 22 ລໍ້ຂຶ້ນໄປ. ສ່ວນຫຼາຍ ມີແຕ່ລົດ 6 ລໍ້, 10 ລໍ້ ທຳມະດາ. ມາເບິ່ງແລ້ວ ປັດຈຸບັນນີ້ ລົດບັນທຸກນີ້ ມີຮອດ 23 ລໍ້ພູ້ນ ມີຮອດລົດພ່ວງ ແກ່ຍາວອີກ ບາດນີ້. ປະລິມານການສັນຈອນກໍຫຼາຍ ກໍເຮັດໃຫ້ເສັ້ນທາງ ເຮົານີ້ ບໍ່ສາມາດທົນທານຕໍ່ການສັນຈອນໄດ້ເນາະ."

ກ່ຽວກັບເລື່ອງນີ້ ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ຮັບຮູ້ບັນຫາລົດບັນທຸກຂົນສົ່ງແຮ່ທາດ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 10 ແລ້ວ ແລະຕົກລົງເຫັນດີວ່າ ຈະໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ການບັນທຸກສິນຄ້າໜັກເກີນກຳນົດ, ການແຕ່ງຕັ້ງຄະນະສະເພາະກິດ ການຂົນສົ່ງ, ການສ້າງຕັ້ງສະມາຄົມຂົນສົ່ງ ລົດບັນທຸກສິນຄ້າ ແລະ ແຕ່ງຕັ້ງເຈົ້າໜ້າທີ່ທາງຫຼວງ.

ຂະນະທີ່ກະຊວງໂຍທາທິການ ແລະຂົນສົ່ງ ມີແຜນປັບປຸງເສັ້ນທາງຫຼວງແຫ່ງຊາດ ເລກທີ10 ແລ້ວ ແຕ່ຍັງລໍຖ້າງົບປະມານຢູ່. ດັ່ງ ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ຜູ້ດຽວກັບຂ້າງເທິງ ທ່ານ ກ່າວວ່າ:

"ກໍຄື ກະຊວງໂຍທາເຮົາ ກໍມີແຜນແລ້ວວ່າ ຊິປັບປຸງເສັ້ນທາງແຕ່ໂພນໂຮງ ຫາ ວັງວຽງ ວັງວຽງ ຫາພຸ້ນແຫຼະ, ຫາຊາຍແດນ ຫຼວງພະບາງເນາະ. ໄລຍະນີ້ ແມ່ນ ລໍຖ້າງົບປະມານ. ສະນັ້ນແລ້ວ ຍ້ອນຄວາມຈຳເປັນເນາະ ມັນມີການໄດ້ບັນທຸກ ກໍໄດ້ຕ້ອງໄດ້ຍອມຮັບ, ແບກຮັບໄປ ຫັ້ນແຫຼະ. ບາງທີ ກໍໄດ້ແປງ ໂດຍສະເພາະ ເຂົາເຈົ້າຂົນສົ່ງມາໃສ່ສະຖານີລົດໄຟ. ສ່ວນຫຼາຍລົງມາຂົນສົ່ງສະຖານີລົດໄຟໂພນໂຮງນີ້ ຕົງວັງວຽງ, ຫ້ວຍໝໍ້ ກໍເຂົ້າສະຖານີວັງວຽງ. ສ່ວນຫຼາຍ ແຮ່ນີ້ ແມ່ນສົ່ງອອກໄປຈີນໝົດ."

ນອກຈາກນີ້ ສະເພາະແຂວງວຽງຈັນ ເຊິ່ງມີເສັ້ນທາງຫຼວງແຫ່ງຊາດເລກທີ 10 ນີ້ ມີໂຄງການແຮ່ທາດ ທີ່ກຳລັງດຳເນີນຢູ່ພາຍໃນແຂວງ ໃນນັ້ນ ຂັ້ນກະຊວງອະນຸຍາດ 20 ບໍລິສັດ ໃນເນື້ອທີ່ ປະມານ 27 ພັນເຮັກຕາ ແລະຂັ້ນແຂວງ ອະນຸຍາດ ມີ 56 ບໍລິສັດ ໃນເນື້ອທີ່ປະມານ 230 ເຮັກຕາ ກວມມີແຮ່ຄຳ, ທອງ, ສັງກະສີ, ຖ່ານຫີນ ແລະແຮ່ບາຣິດ (Barite) ເຖິງແນວໃດກໍຕາມ ຍັງມີເສັ້ນທາງຫຼາຍຈຸດໃນປະເທດລາວ ສະພາບເປ່ເພ ຍ້ອນ ລົດຂົນສົ່ງແຮ່ທາດແລະເຄື່ອງອື່ນໆ ທີ່ນ້ຳໜັກເກີນ ຂອງນັກລົງທຶນຈີນແລະລາວ ເປັນຕົ້ນ ເສັ້ນທາງ 16B ແຕ່ເຂດບ້ານ ດາກເຕຣີບ ເມືອງດາກຈຶງ ແຂວງເຊກອງ ຫາຊາຍແດນລາວຫວຽດນາມ ດ່ານສາກົນດາກຕະອອກ ນາມຍາງທີ່ເປ່ເພໜັກ ຈົນເຮັດໃຫ້ ເຈົ້າແຂວງ ແຂວງເຊກອງ ສັ່ງຢຸດຕິ ການຂົນສົ່ງແຮ່ບົກຊິດ ຂອງນັກລົງທຶນຈີນ ແລະ ລາວ ຜ່ານເສັ້ນທາງດັ່ງກ່າວ ຊົ່ວຄາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.