ທາງການ ໄດ້ແຈ້ງເຕືອນອີກ ເພື່ອໃຫ້ຮື້ຖອນ ສິ່ງປຸກສ້າງເທີບ ພາຍໃນ 15 ວັນ
2025.02.11

ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ເລກທີ 869/ຍທຂ.ນວ ລົງວັນທີ 5 ກຸມພາ 2025 ໃຫ້ປະຊາຊົນ ຜູ້ປະກອບການ ຫ້າງຮ້ານ ຕ່າງໆ ທີ່ສ້າງສິ່ງປຸກສ້າງເທີບ ປ້າຍໂຄສະນາ ກອງວັດສະດຸ ແລະ ໂຕະ ລໍ້ຂາຍເຄື່ອງ ທີ່ກວມເອົາເຂດສະຫງວນທາງ ໃຫ້ຮື້ຖອນອອກໃຫ້ໝົດ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍ ພາຍໃນ 15 ວັນ ພາຍຫຼັງອອກແຈ້ງການນີ້.
ເຈົ້າໜ້າທີ່ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ອີກທ່ານໜຶ່ງ ກ່າວວ່າ ການແຈ້ງການ ດັ່ງກ່າວນີ້ ກໍເພື່ອຜັນຂະຫຍາຍແຈ້ງການ ຂອງເຈົ້າຄອງ ນະຄອນຫລວງວຽງຈັນ ສະບັບ ເລກທີ 1184/ຈນວ ລົງວັນທີ 20 ທັນວາ 2017 ເພື່ອເນັ້ນໃສ່ຕົວເມືອງ ໃຫ້ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດ, ຈຶ່ງແຈ້ງໄປຍັງຜູ້ປະກອບການ ຕາມແຄມທາງ ໃຫ້ຮັບຊາບ ແລະ ໃຫ້ເຈົ້າຂອງສິ່ງປຸກສ້າງເທີບ ຕ່າງໆ ທີ່ກວມອອກ ເຂດສະຫງວນທາງ ຂອງລັດ, ແມ່ນໃຫ້ຮື້ຖອນອອກ.
“ເພິ່ນມີແຈ້ງການຂອງພະແນກ ຍທຂ ເນາະ ໃຫ້ສັງຄົມຮັບຮູ້ ກ່ຽວກັບ ເຂດສະຫງວນ ກົດໝາຍທາງຫລວງຫັ້ນແຫລະເນາະ.”
ຖ້າຫາກຄົບກຳນົດແລ້ວ ບໍ່ປະຕິບັດຕາມ ຈະຖືກໃສ່ລະບຽບ ເຮັດບົດບັນທຶກ ລວມທັງຮັບຜິດຊອບ ຄ່າໃຊ້ຈ່າຍການລົງຮື້ຖອນ ແລະ ຖືກປັບໃໝ ຕາມລະບຽບທີ່ວາງອອກ, ດັ່ງເຈົ້າໜ້າທີ່ ຜະແນກ ຖະແຫລ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 10 ກຸມພາ ນີ້ວ່າ:
“ມີແຕ່ວ່າ ເຮົາ ແນະນໍາໃຫ້ເອົາອອກກ່ອນ, ໃຫ້ເຈົ້າຂອງເອົາອອກກ່ອນ ເຈົ້າຂອງບໍ່ເອົາອອກກ່ອນ ກໍແມ່ນວ່າ ໃຊ້ມາດຕະການ ເພາະມັນມີລະບຽບການຂອງ ຍທຂ ຫັ້ນນ່າ ບໍ່ໄດ້ອະນຸຍາດ ກໍຈະຮື້ຖອນ.”
ກ່ຽວກັບ ເລື່ອງດັ່ງກ່າວນີ້ ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວວ່າ ທ່ານເອງກໍເຫັນ ການປຸກສິ່ງກໍ່ສ້າງ ກວມເອົາເຂດສະຫງວນທາງ ຫຼາຍຢູ່ ສ່ວນໃຫຍ່ ເປັນຫ້າງຮ້ານຕ່າງໆ ທີ່ເຂົາເຈົ້າມັກສ້າງສິ່ງປຸກສ້າງ ກວມອອກເຂດສະຫງວນທາງ ຂອງລັດ ທັງທີ່ ທາງການ ກໍມີການແຈ້ງການຫ້າມ ໄປແລ້ວ, ແຕ່ກໍຍັງຝຶນ ເຮັດຢູ່.
“ເຂົາເຈົ້າກໍຮູ້ ແຕ່ເຂົາເຈົ້າກໍເຮັດຫັ້ນນ່າ ຄັນວ່າມັນນອກກາຍອອກມາ ແລະເພິ່ນບໍ່ຊົດເຊີຍ ເປັນປະເພດຮ້ານຄ້າ ທີ່ເຂົາເຈົ້າປຸກມາຕິດຫົນທາງ, ຕິດຫົນທາງຍັງບໍ່ແລ້ວ ເຂົາເຈົ້າ ຍັງກໍ່ເທີບອອກມາອີກ ຊີ້ນ່າ.”
ພ້ອມດຽວກັນນີ້ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ອີກທ່ານໜຶ່ງ ກ່າວວ່າ ທ່ານເອງກໍຍັງພົບເຫັນ ຫ້າງຮ້ານທີ່ລະເມີດ ໃນລັກສະນະ ປຸກສ້າງກໍ່ສ້າງເທີບ ອອກມາເຂດສະຫງວນທາງ ທີ່ທາງພາກລັດຫ້າມ ເຊິ່ງຄັນຖ້າເຈົ້າຫນ້າທີ່ມາມ້າງ ແລະຮື້ອອກ ກໍຈະບໍ່ມີການຈ່າຍຄ່າຊົດເຊີຍ ເນື່ອງຈາກ ທີ່ໄດ້ແຈ້ງເຕືອນໄປແລ້ວ.
“ເຮັດແລ້ວ ແຕ່ຄົນປຸກສ້າງເຂົ້າໄປຢູ່ ກ່ອນທີ່ເຂົາເຈົ້າຈະປຸກ ເຂົາເຈົ້າຫ້າມເດ່ ເພິ່ນຈະບໍ່ຮັບຜິດຊອບ ເພາະເພື່ອນໄດ້ການແຈ້ງການແລ້ວ ຫາກມີຜົນເສຍຫາຍຫຍັງ ຈະບໍ່ມີການຮັບຜິດຊອບຫຍັງ.”
ສຳລັບເສັ້ນທາງຢູ່ນະຄອນຫຼວງວຽງຈັນ ທີ່ພົບເຫັນ ການປຸກສິ່ງກໍ່ສ້າງເທີບ ກວມເອົາເຂດສະຫງວນຂອງທາງ ແມ່ນມີຫຼາຍເສັ້ນທາງ ເປັນຕົ້ນ:
ຖະໜົນລ້ານຊ້າງ ຖະໜົນໄກສອນພົມວິຫານ ຖະໜົນສຸພານຸວົງ ຖະໜົນຟ້າງຸ່ມ ຖະໜົນເສດຖາທິລາດ ຖະໜົນສາມແສນໄທ ຖະໜົນທ່າເດື່ອ ຖະໜົນມິດຕະພາບລາວ-ໄທ ຖະໜົນດົງປ່າລານ ຖະໜົນໜອງບອນ ຖະໜົນອາຊຽນ ແລະ ອື່ນໆ.
ກ່ອນໜ້ານີ້ ໃນປີ 2024 ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ຮ່ວມກັບຄະນະຈັດສັນ ນະຄອນຫຼວງ ແລະເມືອງ, ຫ້ອງການໂຍທາທິການ ແລະຂົນສົ່ງ, ແລະພາກສ່ວນທີ່ກ່ຽວຂ້ອງ ອື່ນໆ, ໂດຍໄດ້ຮື້ຖອນປ້າຍໂຄສະນາ ຕາມເຮືອນພັກ, ໂຮງແຮມ, ຮ້ານອາຫານ, ບໍລິສັດຂົນສົ່ງ, ບໍລິສັດທົວ, ຮ້ານບໍລິການ ແລະ ຕາມສະຖານທີ່ ອື່ນໆ ແລະ ທັງເທີບ ຮ້ານຕ່າງໆ ຂອງຜູ້ປະກອບການລາວ, ຈີນ ແລະຫວຽດນາມ ຢູ່ໃນນະຄອນຫລວງວຽງຈັນ ຫລາຍກວ່າ 300 ອັນ ທີ່ບໍ່ຖືກຕ້ອງຕາມລະບຽບການ.
ໃນຈໍານວນນັ້ນ ມີເທີບ ຂອງຮ້ານ 97 ອັນ ແລະ ປ້າຍໂຄສະນາຕ່າງໆ ຈໍານວນ 204 ປ້າຍ ຢູ່ເສັ້ນທາງ ໄກສອນ ພົມວິຫານ ແລະ ໄດ້ເຮັດບົດບັນທຶກ ກັບຜູ້ປະກອບການນຳດ້ວຍ.
ເຖິງຢ່າງໃດກໍຕາມ ອີງຕາມມາດຕາ 59 ຂອງກົດຫມາຍວ່າດ້ວຍການກໍ່ສ້າງ ລະບຸວ່າ ຫ້າມບຸກຄົນ ຫຼືການຈັດຕັ້ງກໍ່ສ້າງ ໃນຂອບເຂດ ທີ່ມີລະບຽບກົດຫມາຍ ບໍ່ອະນຸຍາດ ເປັນຕົ້ນ ເຂດຍຸດທະສາດ ການທະຫານ, ຂອບເຂດ ວັດຖຸບູຮານ, ສະຖານປະຫວັດສາດ, ເຂດ ມໍລະດົກທາງວັດທະນະທຳ, ເຂດ ປ່າສະຫງວນ, ຂອບເຂດ ສະຫງວນຂອງທາງຫຼວງ, ທາງລົດໄຟ, ບຶງ, ຫນອງ, ຫ້ວຍ, ຂອບເຂດສະຫນາມບິນ ແລະອື່ນໆ.
ແລະ ໃນມາດຕາ 79 ຂອງກົດຫມາຍດັ່ງກ່າວນີ້ ຍັງລະບຸດ້ວຍວ່າ ຜູ້ທີ່ລະເມີດກົດຫມາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ໃຊ້ແທນ ຄ່າເສຍຫາຍທາງແພ່ງ, ຫຼື ດຳເນີນຄະດີ ຕາມກົດຫມາຍ, ແລ້ວແຕ່ກໍລະນີ ເບົາ ຫຼື ຫນັກ.