ເຣື້ອງທີ່ເກັບບັນທຶກໄວ້
2023-12-28
ຊາວບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັງວົນເຣື່ອງຜົລກະທົບ ຈາກການຂຸດຄົ້ນ ແຮ່ເກືອກາລີ
2023-12-27
ຊາວບ້ານ ໃນບາງບ້ານ ທີ່ເມືອງຊໍາໃຕ້ ແຂວງຫົວພັນ ບໍ່ສາມາດ ເຮັດນາແຊງໄດ້ ຍ້ອນເຂື່ອນນ້ຳຊຳ 3 ເຣີ່ມຕັນນ້ຳ
2023-12-27
ໂຄງການທ່າບົກ ທ່ານາແລ້ງ ສືບຕໍ່ບຸກເບີກທີ່ດິນ ຂອງປະຊາຊົນ ຢູ່ຕໍ່ໄປ, ໂດຍສະເພາະ ໃນເຂດບ້ານນາຄວາຍໃຕ້ ທີ່ການຕົກລົງ ຄ່າຊົດເຊີຍ ຍັງບໍ່ທັນແລ້ວ
2023-12-25
ບໍຣິສັດລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ໃນຂອບເຂດ 26 ບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ
2023-12-24
ປັດຈຸບັນ, ຄົນງານລາວ ທີ່ເຮັດວຽກ ຢູ່ບໍ່ຄຳເຊໂປນ ຂອງບໍຣິສັດ ລ້ານຊ້າງ ມິເນໂຣນສ໌ ຍັງເຫຼືອປະມານ 2,000 ຄົນ ຈາກທີ່ເຄີຍມີ ຫຼາຍກ່ວາ 5,000 ຄົນ
2023-12-22
ນັກລົງທຶນຈີນ ຕຣຽມກໍ່ສ້າງ ໂຄງການໄຟຟ້າ ພະລັງງານແສງຕາເວັນ ຢູ່ແຂວງອຸດົມໄຊ ທີ່ຈະກວມເອົາ ເມືອງໄຊ ແລະ ເມືອງນາໝໍ້
2023-12-20
ກອງປະຊຸມເວທີ ປຶກສາຫາລີື ການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ນຶ່ງແລວ ນຶ່ງເສັ້ນທາງ” ຄັ້ງທີ 2 ໄດ້ຖືກຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ເຜີຍແຜ່ ຜົລການຮ່ວມມື ໃນຫຼາຍຂົງເຂດ ລະຫວ່າງ ລາວ-ຈີນ.
2023-12-19
ຊາວບ້ານ ທີ່ອາໄສຢູ່ແຄມນໍ້າຊອງ ແຂວງວຽງຈັນ ກັງວົນເຣື່ອງຄຸນນະພາບນໍ້າ ທີ່ອາດປົນເປື້ອນ ສານເຄມີ ຈາກການຂຸດຄົ້ນແຮ່ທາດ ແລະ ສວນກ້ວຍ ຂອງຈີນ ເນື່ອງຈາກສະພາບນໍ້າ ຕາມແລວແມ່ນ້ໍາຊອງ ຂຸ່ນ, ບາງຈຸດ ສະພາບນໍ້າ ມີສີແດງຂຸ່ນ ຄ້າຍກັບຂີ້ຕົມ.
2023-12-18
ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ເຈົ້າຂອງ ໂຄງການຂຸດຄົ້ນບໍ່ຄໍາ ຢູ່ແຂວງໄຊສົມບູນ ໄດ້ມອບຄືນ ເນື້ອທີ່ຂຸດຄົ້ນຄໍາ ຈໍານວນ 37 ເຮັກຕ້າຣ໌ ຢູ່ເຂດບ້ານນໍ້າຍອນ ເມືອງອະນຸວົງ ໃຫ້ແກ່ທາງການແຂວງໄຊສົມບູນ ເພື່ອນໍາໄປໃຊ້ປໂຍດອື່ນໆຕໍ່ໄປ, ພາຍຫຼັງການຂຸດຄົ້ນແຮ່ຄໍາ ໃນເນື້ອທີ່ຈໍານວນດັ່ງກ່າວ ໝົດແລ້ວ.
2023-12-18
ຊາວບ້ານຜູ້ເສັຍດິນ ໃຫ້ບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ຂອງຈີນ ຢູ່ເມືອງໜອງບົກ ແລະເມືອງທ່າແຂກ ແຂວງຄໍາມ່ວນ ຈໍານວນ 18 ບ້ານ ລວມ 2,352 ຄອບຄົວ ແລະ ເນື້ອທີ່ດິນເວນຄືນທັງໝົດ 1,973.95 ເຮັກຕ້າຣ໌ ຈຶ່ງຮຽກຮ້ອງໃຫ້ບໍຣິສັດຈີນ ແລະທາງການລາວ ຈ່າຍເງິນຄ່າຊົດເຊີຍໃຫ້ເໝາະສົມ.
2023-12-14
ເມື່ອວັນທີ 8 ທັນວາ ທີ່ຜ່ານມາ ອົງການປົກຄອງແຂວງເຊກອງ ໄດ້ເຊັນສັນຍາ ໃຫ້ບໍຣິສັດ ຂອງຄົນລາວ ສັມປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າຂນາດນ້ອຍ ຫ້ວຍປວງ 1 ແລະ ຫ້ວຍປວງ 2 ຢູ່ເມືອງ ດາກຈຶ້ງ ເຊິ່ງຍັງບໍ່ມີຂໍ້ມູນຣາຍລະອຽດ ເຖິງຜົລກະທົບກັບຊາວບ້ານ.
2023-12-14
ສະມາຊິກສະພາແຫ່ງຊາຕ ແລະສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນຫຼາຍຄົນ ໄດ້ມີຄໍາເຫັນ ຄັດຄ້ານໂຄງການຂຸດຄົ້ນບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ ໂດຍສະເພາະ ການລົງທຶນຂອງບໍຣິສັດຈີນ ທີ່ເຂົ້າມາຂຸດຄົ້ນບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ ແລ້ວເຮັດໃຫ້ດິນຊຸດໂຊມ ແລະເສັ້ນທາງເປ່ເພ.
2023-12-13
ຮ້ານກິນດື່ມ ໃກ້ວັດອົງຕື້ ໃນເຂດເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ເປີດເພງສຽງດັງ ເກີນເວລາ ສ້າງຄວາມເດືອດຮ້ອນ ແກ່ຊາວບ້ານໃກ້ຄຽງ ຈົນບາງຄົນ ບໍ່ສາມາດນອນໄດ້, ແຕ່ຫຼ້າສຸດນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງແກ້ໄຂ ເປັນແຕ່ລະໄລຍະ ຕາມຄຳຮ້ອງຮຽນ ຂອງຊາວບ້ານນັ້ນແລ້ວ.
2023-12-12
ສປປ ລາວ ມີແຜນກໍ່ສ້າງ, ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງຫຼວງແຫ່ງຊາຕ ເລຂທີ 13 ໃຕ້ ຕັ້ງແຕ່ ກິໂລແມັດທີ 21 ເມືອງໄຊທານີ ຫາ ກິໂລແມັດ 66 ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການໃໝ່ ເພື່ອຈະຂຍາຍທາງຫຼວງແຫ່ງຊາຕ ໃຫ້ກ້ວາງອອກປະມານ 20 ປາຍແມັດ.
2023-12-08
ການຂຸດຄົ້ນເກືອກາລີ ຂອງບໍຣິສັດ ຈີນ ຢູ່ແຂວງຄໍາມ່ວນ ໄດ້ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ, ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງ.