ປະຊາຊົນລາວບໍ່ໜ້ອຍ ຖືກຜົລກະທົບ ຈາກການຮ່ວມມື ນຶ່ງແລວ ນຶ່ງເສັ້ນທາງ

ຊາວບ້ານທີ່ອາໄສ ຢູ່ໃກ້ເຂື່ອນນ້ຳອູ 1 ທີ່ຈີນລົງທຶນ ກຳລັງໃຊ້ເຮືອກາບ ໃນການເດີນທາງ ຂ້າມໄປອີກຝັ່ງ, ເດືອນກັນຍາ 2023
ຊາວບ້ານທີ່ອາໄສ ຢູ່ໃກ້ເຂື່ອນນ້ຳອູ 1 ທີ່ຈີນລົງທຶນ ກຳລັງໃຊ້ເຮືອກາບ ໃນການເດີນທາງ ຂ້າມໄປອີກຝັ່ງ, ເດືອນກັນຍາ 2023 (RFA)

0:00 / 0:00

ເມື່ອວັນທີ 07 ທັນວາ ທີ່ຜ່ານມາ ກອງປະຊຸມເວທີ ປຶກສາຫາລີື ການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ນຶ່ງແລວ ນຶ່ງເສັ້ນທາງ” ຄັ້ງທີ 2 ໄດ້ຖືກຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ເຜີຍແຜ່ ຜົລການຮ່ວມມື ໃນຫຼາຍຂົງເຂດ ລະຫວ່າງ ລາວ-ຈີນ ແລະ ໄດ້ຈັດງານໂຄສະນາ ເຜີຍແຜ່ຫົວຂໍ້ ສະເພາະໂຄງການສຳຄັນ ໃນປີທ່ອງທ່ຽວລາວ 2024. ກອງປະຊຸມສັມມະນາຫົວ ຂໍ້ສະເພາະການຮ່ວມມື ທາງດ້ານກະສິກັມ ແລະ ການຫຼຸດຜ່ອນຄວາມທຸກຍາກ ຢ່າງຖືກຈຸດ ຖືກເປົ້າໝາຍ ຂອງລາວ ແລະອື່ນໆ ພ້ອມທັງໄດ້ມີການເຊັນສັນຍາ ຮ່ວມມືຫຼາຍສະບັບ ລະຫວ່າງ ລາວ-ຈີນ. ອີງຕາມການຣາຍງານ ຂອງສຳນັກຂ່າວ ຊິນຫົວແລະໜັງສືພີມ ປະຊາຊົນ.

ກ່ຽວກັບເຣື່ອງນີ້ ອະດີດເຈົ້າໜ້າທີ່ ທາງການລາວ ກ່າວວ່າການເຜີຍແຜ່ ຜົລສໍາເຣັດຂອງຂໍ້ລິເຣີ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ຢູ່ປະເທດລາວນັ້ນ ຕ້ອງໄດ້ໃຊ້ເວລາອີກຫຼາຍປີ ກ່ວາຈະປະສົບຜົລສຳເຣັດ ແລະໃຫ້ຄົນລາວ ເຫັນຄ້ອຍຕາມນຳດ້ວຍ, ແຕ່ທ່ານ ເຫັນວ່າ ບາງໂຄງການ ຂອງຈີນທີ່ເຂົ້າມາໃນລາວ ພາຍໃຕ້ຂໍ້ລິເຣີ່ມດັ່ງກ່າວນັ້ນ ບໍ່ໄດ້ເຮັດໃຫ້ຄົນລາວ ໄດ້ຮັບຜົລປໂຍດຫຍັງເທື່ອ ເປັນຕົ້ນໂຄງການປູກເຂົ້າ ຂອງຈີນຢູ່ເມືອງໂຂງ ແຂວງຈຳປາສັກ ທີ່ປະສົບຜົລສຳເຣັດ ຢ່າງງົດງາມນັ້ນ ບໍ່ໄດ້ສົ່ງເສີມ ຫຼືເຜີຍແຜ່ເຕັກນິກໃຫ້ແກ່ຊາວບ້ານ ທ້ອງຖິ່ນ.

ດັ່ງທ່ານໄດ້ກ່າວ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 20 ທັນວາ ນີ້ວ່າ:

“ຍົກໂຕຢ່າງວ່າ ໂຄງການຢູເມືອງໂຂງ ເຂົາມາເຮັດນາ ຫວ່າງຝົນແລ້ວນີ້. ທົດລອງກັນໄປຫວ່າງແລ້ວ ສຣຸບກັນໄປຫວ່າງແລ້ວ. ໄດ້ 7.7 ຕັນຕໍ່ເຮັກຕ້າຣ໌ ແຕ່ວ່າເຂົາກາເຮັດຢູ່ຫັ້ນແຫຼະ. ເຮົາກໍບໍ່ທັນໄດ້ຮັບຮູ້ວ່າເຮັດວິທີໃດ ແບບວ່າເຂົາມີແຕ່ບໍຣິສັດ ເຂົາເຮັດ. ມັນຕ້ອງໄດ້ເສີມຂຍາຍ ເຮັດໃຫ້ຄົນລາວເຮົາ ເຂົ້າໃຈວ່າຕ້ອງເຮັດຈັ່ງຊັ້ນ ຈັ່ງໄດ້ 7.7 ຕັນ.”

ຊາວບ້ານ ຢູ່ແຂວງຫຼວງພຣະບາງ ເຫັນວ່າເຖິ່ງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມ ໂຄສະນາຜົລສຳເຣັດ ຂອງວຽກງານ ນຶ່ງແລວນຶ່ງເສັ້ນທາງ ໃນລາວຫຼາຍເທື່ອກໍຕາມ ແຕ່ສຳລັບຊາວບ້ານ ເຂດຫ່າງໄກສອກຫຼີກແລ້ວ ບໍ່ໄດ້ຮັບຜົລປໂຫດອັນໃດ ຈາກວຽກງານນັ້ນເທື່ອ ເຊິ່ງນັກລົງທຶນຈີນ ເຂົ້າມາພາຍໃຕ້ຂໍ້ລິເຣີ່ມດັ່ງກ່າວ ສ່ວນໃຫຍ່ກໍມີແຕ່ໄປເຮັດໂຄງການ ຢູ່ເຂດໂຕເມືອງໃຫຍ່ໆ ຫຼາຍກ່ວາ.

ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍ ເພິ່ນກາພັທນາຢູ່ໂຕເມືອງໃຫຍ່ພຸ້ນແຫຼະ. ອັນນັ້ນແທ້ ພັທນາດີຂຶ້ນຢູ່ ແຕ່ບ້ານນອກເຮົາ ມັນຈະບໍ່ຮອດງ່າຍ. ຈີນບໍ່ໄດ້ມາລົງມາສັມປະທານ ມາເຮັດຕັ້ງຢູ່ພີ້ເນາະ ບ້ານນອກບໍ່ໄດ້ມາເທື່ອ.”

ສໍາລັບນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ອງທ່ຽວລາວ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ສ່ວນໃຫຍ່ແລ້ວ ກໍມີປາຍທາງຢູ່ແຕ່ແຂວງ ແລະເມືອງໃຫຍ່ ເປັນຕົ້ນນະຄອນຫຼວງວຽງຈັນ, ນະຄອນຫຼວງພຣະບາງ ແລະ ວັງວຽງ. ສ່ວນບາງແຂວງ ທີ່ເປັນທາງຜ່ານ ຂອງເສັ້ນທາງຣົຖໄຟ ລາວ-ຈີນ ບໍ່ໄດ້ເປັນທີ່ໜ້າສົນໃຈ ຂອງນັກທ່ອງທ່ຽວຈີນເທື່ອ ຈຶ່ງເຮັດໃຫ້ຜູ້ປະກອບການ ແລະຊາວຄ້າຂາຍ ບໍ່ໄດ້ຮັບຜົລປໂຍດແນວໃດ ຈາກນັກທ່ອງທ່ຽວຈີນ.

ດັ່ງຜູ້ປະກອບການ ດ້ານການນຳທ່ຽວ ຢູ່ແຂວງອຸດົມໄຊກ່າວວ່າ:

“ຈີນມາທ່ຽວແຖວເມືອງໄຊນີ້ໜ້ອຍຢູ່ ກຣຸບຈີນກໍສ່ວນຫຼາຍ ໄປຫຼວງພຣະບາງ, ວັງວຽງ, ວຽງຈັນ. ຊ່ວງນີ້ບໍ່ໄປໃສ ປີໜ້າພຸ້ນແຫຼະ ເຖິງຊິດາຍ.”

ສໍາລັບການຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ດ້ວຍຂະບວນຣົຖໄຟ ລາວ-ຈີນ ເອງຍັງມີຂໍ້ຈຳກັດຫຼາຍຢ່າງ ແລະບໍ່ເອື້ອອຳນວຍ ຕໍ່ຜູ້ປະກອບການ ຣາຍນ້ອຍໃນລາວ ທີ່ຢາກຂົນສົ່ງສິນຄ້າໄປຈີນ ດ້ວຍທາງຣົຖໄຟ ລາວ-ຈີນ ເປັນຕົ້ນການຂົນສົ່ງສິນຄ້າ ດ້ວຍຣົຖໄຟ ລາວ-ຈີນ ໃນທຸກມື້ນີ້ ຕ້ອງໄດ້ເຊັນສັນຍາ ບາງສະບັບ ກັບບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ແລະ ຜູ້ໃຊ້ບໍຣິການ ກໍຕ້ອງເໝົາຕູ້ຂົນສົ່ງ ດ້ວຍໂຕເອງເຊິ່ງຕ້ອງໄດ້ເສັຍຄ່າໃຊ້ຈ່າຍ ຈຳນວນຫຼາຍ.

ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ກ່າວວ່າ:

“ໂຕເອງຈ່າຍເງິນເອງເລີຍ ແມ່ນມີ 2 ສັນຍາ ກາຄືອັນນຶ່ງແມ່ນນໍາໃຊ້ຕູ້, ສັນຍານຶ່ງແມ່ນສັນຍາ ແບບເອົາເງິນເຂົ້າບັນຊີໄວ້ກ່ອນເນາະ ແລ້ວເວລາມີຄ່າໃຊ້ຈ່າຍຫຍັງຕ່າງໆ ແມ່ນຈະຫັກຢູ່ໃນລະບົບຫັ້ນເລີຍ ມີສັນຍາໂຕນີ້ ຈຶ່ງສົ່ງໄດ້.”

ວັນທີ 08 ທັນວາ ທີຜ່ານມາ ສະຖາບັນຄວາມໝັ້ນຄົງ ແລະ ນານາຊາຕ ຫຼື ISIS ຂອງໄທຍ ໄດ້ຈັດເສວະນາກ່ຽວກັບຂໍ້ລິເຣີ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ໃນວາຣະທີ່ຄົບຮອບ 10 ປີ ຂອງຂໍ້ລິເຣີ່ມນີ້ ເຊິ່ງນັກວິຊາການຫຼາຍທ່ານ ເຫັນວ່າການເຜີຍແຜ່ຂໍ້ລິເຣີ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ຂອງຈີນນັ້ນ ຫຼັກໆແລ້ວເປັນແນວຄິດ ທາງດ້ານທຸຣະກິຈ ແຕ່ພຽງເທົ່ານັ້ນ ເພື່ອເຮັດໃຫ້ຈີນໄດ້ຜົລປໂຍດ ຈາກການລົງທຶນ ໃນລາວ ແລະປະເທດອື່ນໆ. ດັ່ງ ດຣ. ອາມ ຕັ້ງນິຣັນດອນ ນັກວິໄຈ ປະຈຳສະຖາບັນ ເອເຊັຽ ສຶກສາ ທີ່ຂຶ້ນກັບຈຸລາລົງ ກອນມະຫາວິທະຍາໄລ ກ່າວໃນຕອນນຶ່ງວ່າ:

"ຈີນກໍຫວັງແຕ່ເຂົ້າມາເຮັດທຸຣະກິຈ ບໍ່ໄດ້ເຂົ້າມາເພື່ອເຜີຍແຜ່ ແນວຄິດທາງການເມືອງ ຫຼືເຜີຍແຜ່ ແນວຄິດດ້ານຄອມມູນິສຕ໌ ແລະອື່ນໆ. ພວກເຂົາມຸ້ງໄປທີ່ການເຮັດທຸຣະກິຈ ເປັນຫຼັກເທົ່ານັ້ນ ພວກເຂົາຄິດແຕ່ເຣື່ອງຜົລປໂຍດ ແລະຄິດພຽງແຕ່ ຄວາມເປັນໄປໄດ້ ຂອງແຕ່ລະໂຄງການ ທີ່ນັກລົງທຶນຈີນ ເຂົ້າໄປລົງທຶນ ໃນປະເທດຕ່າງໆ ທີ່ຢູ່ໃນຂໍ້ລິເຣີ່ມເທົ່ານັ້ນ ."

ກ່ອນໜ້ານັ້ນ ເມື່ອວັນທີ 20 ພຶສຈິກາທີ່ຜ່ານມາ ກອງປະຊຸມສົນທະນາ ລະຫວ່າງສື່ມວນຊົນ ລາວ-ຈີນ ພາຍໃຕ້ຫົວຂໍ້ “ນຶ່ງແລວ ນຶ່ງເສັ້ນທາງ” ເຊິ່ງໄດ້ຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານ ໂພສີ ແກ້ວມະນີວົງ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ແລະ ທ່ານ ຫູຈີ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ ວິທຍຸ-ໂທຣະພາບ ສູນກາງຈີນ ຕລອດຈົນຮອດບັນດາ ຜູ້ອຳນວຍການ, ບັນນາທິການ ແລະ ສື່ມວນຊົນ ຈາກຫຼາຍພາກສ່ວນ ເພື່ອປະກອບຄຳເຫັນ ແລະແລກປ່ຽນຂໍ້ມູນ ເຊິ່ງກັນ ແລະກັນ.

ສ່ວນໃນງານສັປດາສື່ມວນຊົນ ອາຊ້ຽນ-ຈີນ ຄັ້ງທີ 5 ທີ່ຈັດຂຶ້ນຢູ່ນະຄອນໜານໜິງ ປະເທດຈີນ ເມື່ອວັນທີ 23 ຕຸລາ ຜ່ານມາ ບໍຣິສັດ ດ້ານສື່ມວນຊົນ ຂອງຈີນ ແລະບໍຣິສັດ ສື່ມວນຊົນ ຂອງລາວ ໄດ້ລົງນາມຮ່ວມມືກັນ ໃນໂຄງການຂໍ້ຕົກລົງ ເພື່ອໂຄສະນາ ກ່ຽວກັບວຽກງານ “ນຶ່ງແລວ ນຶ່ງເສັ້ນທາງ” ຢູ່ປະເທດລາວ ເຊັ່ນດຽວກັນ.