ບໍ່ຄຳ-ທອງ ເຊໂປນ ຫຼຸດຄົນງານລົງ

ໄຊຍາ
2023.12.24
ບໍ່ຄຳ-ທອງ ເຊໂປນ ຫຼຸດຄົນງານລົງ ເຂດຂຸດຄົ້ນບໍ່ຄຳ-ທອງ ຂອງບໍຣິສັດ ລ້ານຊ້າງ ມິເນໂຣນ ໃນແຂວງສວັນນະເຂດ, ເດືອນທັນວາ 2023
Credit photos: ນັກຂ່າວພົລເມືອງ

ປັດຈຸບັນ, ຄົນງານລາວ ທີ່ເຮັດວຽກ ຢູ່ບໍ່ຄຳເຊໂປນ ຂອງບໍຣິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (Lanexang Minerals Limited) ຢູ່ເມືອງວິລະບູລີ, ແຂວງສວັນນະເຂດ ເກືອບ 2,000 ຄົນ ໃນຕໍາແໜ່ງ ຄວາມສາມາດໂຕຈິງ, ອີງຕາມການຣາຍງານ ຂອງ ທ່ານ ວາລະຍະ ສີຈັນທອງທິບ ເຈົ້າເມືອງ ເມືອງວິລະບູລີ ໃຫ້ສຳພາດ ຜ່ານຣາຍການ ຮອບບ້ານຜ່ານເມືອງ ຂອງວິທຍຸກະຈາຍສຽງ ແຫ່ງຊາຕລາວ ໃນວັນທີ 20 ທັນວາ 2023.

ຄົນງານລາວ ທີ່ເຮັດວຽກ ຢູ່ບໍ່ຄໍາເຊໂປນ ເມືອງວິລະບູລີ ຫຼຸດລົງຫຼາຍ ຈາກເມື່ອກ່ອນ ເຄີຍມີຄົນງານລາວ ຫຼາຍກ່ວາ 5,000 ຄົນຂຶ້ນໄປ. ສາເຫດທີ່ມີຄົນງານລາວ ຫຼຸດໜ້ອຍລົງ ກໍຍ້ອນຜ່ານມາ ບໍຣິສັດ ມີການຫຼຸດ ຈຳນວນພະນັກງານ ເພາະຄາດວ່າ ໜ້າວຽກຫຼຸດລົງ ແລະ ຈະຍັງເຫຼືອພະນັກງານ ທີ່ມີປະສົບການ ຄວາມຮູ້ ວິຊາສະເພາະເທົ່ານັ້ນ. ດັ່ງເຈົ້າໜ້າທີ່ແຮງງານ ໃນເມືອງວິລະບູລີ ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ທັນວາ ວ່າ:

“ປັດຈຸບັນນີ້ໂລດແຫຼະ ໜ້ອຍລົງຫັ້ນແລ້ວ ຄັນຖ້າທຽບໃສ່ແຕ່ກີ້, ຕະກີ້ມັນມີລະດັບ 5,000 ຂຶ້ນໄປ. ບາງເທື່ອ ເຂົາກໍຢາກຫຼຸດຄ່າໃຊ້ຈ່າຍລົງ. ໜ້າວຽກ ເຂົາເຈົ້າຫຼຸດລົງ ເຂົາກໍບໍ່ຢາກສິ້ນເປືອງຫຼາຍຢ່າງ. ສ່ວນຫຼາຍ ເຂົາພັດເອົາພວກທີ່ມີຄວາມຮູ້ ພວກທີ່ຈົບ ວິຊາສະເພາະ. ແຕ່ປີກາຍນີ້ ເຫັນແຕ່ເຂົາແຈ້ງມາ ເຂົາຫຼຸດພະນັກງານລົງ 200 ປາຍຄົນ ແບບກັມມະກອນດິນ, ຫັ້ນນ່າ ຄັນຊິວ່າ ກໍບໍ່ມີວິຊາຊີບ.”

ທ່ານກ່າວຕື່ມວ່າ ບັນຫາດັ່ງກ່າວ ຄົນລາວ ໃນເມືອງວິລະບູລີ ກໍມີຜູ້ຫວ່າງງານຫຼາຍ ເຮັດໃຫ້ຫຼາຍຄົນ ກໍພາກັນຫຼັ່ງໄຫຼ ໄປເຮັດວຽກຢູ່ໄທຍ ຈຳນວນນຶ່ງ ເພາະວ່າ ວຽກໃນລາວ ຫາຍາກຫຼາຍ. ບໍຣິສັດ ກໍຮັບແຕ່ຄົນ ມີປະສົບການ ແລະ ເຖິງແມ່ນວ່າ ຄົນລາວຈະໄດ້ວຽກເຮັດ ສ່ວນໃຫຍ່ ກໍເປັນແຮງງານດິບ ທີ່ວຽກງານໜັກ ເງິນເດືອນໜ້ອຍ ບໍ່ກຸ້ມຄ່າ ເມື່ອທຽບໃສ່ ຄ່າຄອງຊີບໃນລາວ ທີ່ສູງຂຶ້ນ.

“ຄົນຫວ່າງງານນັ້ນ ບໍ່ອຶດດອກ ມັນຊອກວຽກຍາກ. ຄືວ່າຫັ້ນແຫຼະ ເພິ່ນເອົາແຕ່ຜູ້ທີ່ມີ ວິຊາສະເພາະ ເຂົ້າໄປ. ງານໜັກກໍໄດ້ 1 ລ້ານປາຍ 2 ລ້ານກີບ ບາດນີ້ກິນຢູ່ອີກ ແຕ່ລະມື້ ນໍ້າມັນຣົຖທຽວກັບເຮືອນ ຫາບ່ອນເຮັດວຽກ ມັນກໍບໍ່ກຸ້ມ ກໍບໍ່ເກື້ອ. ຫຼາຍຄົນກໍໄປໄທຍ ເກັບກຳສະຖິຕິມານີ້ ກໍຫຼາຍເຕີບຢູ່ເດ ເຂົາໄປອີກ ກໍຈະມີຢູ່, ແຕ່ຍັງບໍ່ທັນໄດ້ ເກັບກຳອີກໃໝ່.”

ຄົນງານລາວ ທີ່ເຮັດວຽກ ຢູ່ບໍ່ຄໍາເຊໂປນ ກ່າວວ່າ ຜູ້ໃດຈະເຂົ້າມາ ເຮັດວຽກໃນນີ້ ຕ້ອງມີປະສົບການ ມີວິຊາສະເພາະ ແລະ ປັດຈຸບັນນີ້ ທາງບໍຣິສັດ ບໍ່ຄຳເຊໂປນ ກໍໄດ້ເຈາະອຸມົງ ເພື່ອສົ່ງທໍ່ແຮ່ຄຳ ໃຫ້ງ່າຍຂຶ້ນ ຈຶ່ງເຮັດໃຫ້ວຽກງານ ຫຼຸດໜ້ອຍລົງ. ສ່ວນນຶ່ງຄາດວ່າ ທາງບໍຣິສັດ ຈະປະຢັດງົບປະມານ. ປັດຈຸບັນ, ເສຖກິຈ ເງິນກໍຍັງເຟີ້, ສິນຄ້າກໍແພງ ຄ່າໃຊ້ຈ່າຍ ກໍບໍ່ຢາກພໍປານໃດ.

“ເອີ, ສ່ວນຫຼາຍ ມີປະສົບການ. ເຂົາເຈົ້າເຈາະອຸມົງ ແລ້ວດຽວນີ້ ວຽກມັນບໍ່ຫຼາຍປານໃດ ມັນແບບເຂົາ ປະຢັດງົບ, ມັນບໍ່ໄດ້ເບີກຫຼາຍ ຊ່ວງນີ້ນ່າ. ເຟີ້ແຮງ ສິນຄ້າແພງ ເງິນຢວນຈີນແພງ ບໍ່ຢາກພໍປານໃດແຫຼະ.”

ຊາວເມືອງວິລະບູລີ ກ່າວ່າ ຢູ່ເຂດນີ້ ມີບໍຣິສັດ ບໍ່ຄໍາເຊໂປນ ຊາວບ້ານ ຕ້ອງມີວຽກເຮັດງານທຳ, ແຕ່ການເຂົ້າໄປເຮັດວຽກ ໃນບໍ່ຄຳເຊໂປນໄດ້ນັ້ນ ຖ້າບໍ່ມີຍາດພີ່ນ້ອງ, ເສັ້ນສາຍເຮັດວຽກ ຢູ່ໃນນັ້ນ ແລ້ວຝາກໃຫ້ ກໍເຂົ້າໄປຍາກ. ບາງເທື່ອ ເມື່ອເຂົ້າໄປ ໄດ້ເງິນເດືອນ ກໍຂັ້ນຕໍ່າ ປະມານ 1,500,000-1,600,000 ກີບ. ສ່ວນໃຫຍ່ຫຼາຍຄົນ ກໍໄປຫາວຽກເຮັດຢູ່ໄທຍ ເພາະໄດ້ເງິນເດືອນສູງ.

“ຢູ່ເຂດນີ້ກໍຈິງຢູ່ວ່າ ມີວຽກເຮັດ, ຄັນບໍ່ມີແບບພີ່ນ້ອງ ເຊື້ອສາຍ ທີ່ວ່າເຂົ້າບໍ່ (ບໍ່ຄຳ) ມາກ່ອນ ແລ້ວຢາກສມັກລ້ວນໆນີ້ ອາຈຍາກໜ້ອຍນຶ່ງ. ແຕ່ເງິນເດືອນພື້ນຖານ ເຂົາເຈົ້າກໍບໍ່ໄດ້ສູງ, ຫັ້ນນ່າ 1,500,000-1,600,000. ສ່ວນຫຼາຍ ເຂົາເຈົ້າຈະໄປໄທຍ ເງິນພື້ນຖານສູງກ່ວາ, ຫັ້ນນ່າ.”

ຊາວເມືອງວິລະບູລີ ອີກທ່ານນຶ່ງ ກ່າວວ່າ ງານກໍຫາຍາກຢູ່ ສ່ວນໃຫຍ່ ເຂົາເຈົ້າຮັບ ແຕ່ຄົນມີປະສົບການ ແລະ ຖ້າຜູ້ໃດ ບໍ່ມີວຽກເຮັດ ສ່ວນຫຼາຍ ກໍໄປເຮັດວຽກ ຢູ່ຕ່າງແຂວງ ເພາະຄ່າຄອງຊີບສູງ ລາຍຈ່າຍເພີ່ມຂຶ້ນ.

“ອັນນີ້ຫາງານຍາກເນາະ ລະເຂົາເຈົ້າກໍເລືອກຄົນເນາະ, ປະສົບການ ເຄີຍເຮັດວຽກມາກ່ອນແລ້ວບໍ່, ຫັ້ນນ່າ. ກໍບໍ່ໄດ້ເຂົ້າຢູ່ນີ້ ເຂົາເຈົ້າກໍໄປເຮັດວຽກ ຢູ່ກະລຶມ (ບໍ່ຖ່ານຫິນ ເມືອງກະລຶມ ແຂວງເຊກອງ). ຖ້າວ່າ ເຣື່ອງເສຖກິຈເນາະ ເຟີ້ຢູ່ ແບບລາຍໃຊ້ລາຍຈ່າຍ ມັນກໍເພີ່ມຂຶ້ນເນາະ.”

ບໍຣິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ໄດ້ຕັ້ງເປົ້າໝາຍ ໃນປີ 2023 ຈະຜລິຕຄໍາໃຫ້ໄດ້ ຫຼາຍກ່ວາ 6 ຕັ່ນ ແລະ ທອງ 7 ຕັ່ນ, ເຊິ່ງປີ 2022 ຜລິຕຄຳໄດ້ 6.7 ຕັ່ນ ແລະ ທອງ 6.6 ຕັ່ນ ເພາະໃນພື້ນທີ່ ເມືອງວິລະບູລີ ແລະ ເມືອງເຊໂປນ ຍັງມີແຮ່ຄໍາຫຼາຍ ຈະສາມາດຂຸດຄົ້ນໄດ້ ຢ່າງໜ້ອຍ 10-15 ປີ. ແຕ່ລະປີ ຈະສາມາດຜລິຕຄຳໄດ້ ປະມານ 250,000 ອອນ (ຄຳ 1 ກິໂລ ເທົ່າກັບ 32 ອອນ) ແລະ ໄລຍະ 6 ເດືອນຕົ້ນປີ 2023 ປະເທດລາວ ສົ່ງຄຳອອກ ເປັນມູລຄ່າ ປະມານ 381 ລ້ານໂດລ້າຣ໌ສະຫະຣັຖ. ປະເທດທີ່ສົ່ງອອກ ໄປຫຼາຍທີ່ສຸດ ຄື ຈີນ ແລະ ໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.