ບໍຣິສັດຂຸດຄົ້ນຄໍາ ຢູ່ໄຊສົມບູນ ໄດ້ມອບຄືນເນື້ອທີ່ດິນບາງສ່ວນ ໃຫ້ຣັຖ

ສຸພັດຕາ
2023.12.18
ບໍຣິສັດຂຸດຄົ້ນຄໍາ ຢູ່ໄຊສົມບູນ ໄດ້ມອບຄືນເນື້ອທີ່ດິນບາງສ່ວນ ໃຫ້ຣັຖ ຮູບໂຕຢ່າງປະກອບ: ຮ່ອງຮອຍການຂຸດຄົ້ນແຮ່ທາດ ໃນເຂດພື້ນທີ່ໃກ້ກັບບ້ານ ຂອງປະຊາຊົນ ແຫ່ງນຶ່ງໃນ ແຂວງໄຊສົມບູນ ສແດງໃຫ້ເຫັນເຖິງ ການດຳເນີນກິຈການ ດ້ານບໍ່ແຮ່ ທີ່ອາດກະທົບ ຕໍ່ສິ່ງແວດລ້ວມ ແລະວິຖີຊີວິດ ຂອງຊາວບ້ານ.
RFA

ເມື່ອວັນທີ 14 ທັນວາ ທີ່ຜ່ານມານີ້ ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ທີ່ເປັນເຈົ້າຂອງໂຄງການ ຂຸດຄົ້ນບໍ່ຄໍາ ຢູ່ແຂວງໄຊສົມບູນ ໄດ້ມອບຄືນເນື້ອທີ່ຂຸດຄົ້ນຄໍາ ຈໍານວນ 37 ເຮັກຕ້າຣ໌ ຢູ່ເຂດບ້ານນໍ້າຍອນ ເມືອງອະນຸວົງ ໃຫ້ແກ່ທາງການແຂວງໄຊສົມບູນ ເພື່ອນໍາໄປໃຊ້ປໂຍດອື່ນໆຕໍ່ໄປ, ພາຍຫຼັງການຂຸດຄົ້ນແຮ່ຄໍາ ໃນເນື້ອທີ່ຈໍານວນດັ່ງກ່າວ ໄດ້ສິ້ນສຸດລົງແລ້ວ. ທາງບໍຣິສັດຈຶ່ງໄດ້ ຟື້ນຟູເນື້ອທີ່ໃນບໍຣິເວນດັ່ງກ່າວ ແລ້ວມອບໃຫ້ຫ້ອງການປົກຄອງ ແຂວງໄຊສົມບູນ ສືບຕໍ່ຄຸ້ມຄອງ ແລະນໍາໄປໃຫ້ປະຊາຊົນ ໄວ້ເຮັດການຜລິດ, ອີງຕາມການຣາຍງານ ຂອງວິທຍຸ ກະຈາຍສຽງແຫ່ງຊາຕລາວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ແຂວງໄຊສົມບູນ ທ່ານນຶ່ງ ກ່າວວ່າ ພາຍຫຼັງທາງບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ໄດ້ມອບຄືນທີ່ດິນຈໍານວນດັ່ງກ່າວ ໃຫ້ແກ່ທາງການແຂວງໄຊສົມບູນແລ້ວ ໃນອີກບໍ່ດົນນີ້ ກໍຈະມີການຈັດສັນທີ່ດິນ ບ່ອນດັ່ງກ່າວ ສໍາລັບໃຫ້ຊາວບ້ານ ບ້ານນໍ້າຍອນ ໄວ້ເຮັດວຽກປູກຝັງ ແລະລ້ຽງສັດ ເພື່ອເຮັດໃຫ້ຊາວບ້ານ ມີອາຊີບ ແລະລາຍໄດ້.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ທັນວາ ນີ້ວ່າ:

“ດິນໂຕນັ້ນ ເພິ່ນຊິເອົາໄປປູກພຶດຜັກປອດສານພິດ ແລະໄປລ້ຽງງົວ ເປັນດິນຂອບເຂດຂອງຊາວບ້ານ ແຕ່ກີ້ລະ ບໍຣິສັດ ພູເບັ້ຍ ມາສັມປະທານ ແລ້ວດຽວນີ້ ພູເບັ້ຍເຮັດແລ້ວ ລະພູເບັ້ຍມອບຄືນໃຫ້ຣັຖ ເຈົ້າແຂວງ ໄດ້ແຕ່ງຂໍ້ຕົກລົງ ເປັນດິນຣັຖຫັ້ນນ່າ ແລ້ວມອບໃຫ້ຜແນກກະສິກັມ ເປັນຜູ້ພັທນາຂອບເຂດດັ່ງກ່າວຫັ້ນ."

ໃນຂະນະທີ່ ຊາວບ້ານ ທີ່ຮູ້ຂ່າວດັ່ງກ່າວ ທ່ານນຶ່ງ ໄດ້ກ່າວວ່າ ພາຍຫຼັງຈາກບໍຣິສັດດັ່ງກ່າວ ໄດ້ມອບຄືນ ເນື້ອທີ່ຈໍານວນທີ່ວ່ານັ້ນ ໃຫ້ແກ່ທາງການແຂວງໄຊສົມບູນແລ້ວ ກໍໄດ້ຍິນຂ່າວວ່າ ຈະມີໂຄງການຝຶກອົບຮົມໃຫ້ແກ່ຊາວບ້ານ ເພື່ອໃຫ້ຄວາມຮູ້ ກ່ຽວກັບການປູກຝັງ ແລະລ້ຽງສັດ ໃນຂອບເຂດດັ່ງກ່າວ ແຕ່ກໍບໍ່ຮູ້ຣາຍລະອຽດຄັກແນ່ ວ່າຈະເຣີ່ມເມື່ອໃດ ແຕ່ກໍເປັນຜົລດີຕໍ່ຊາວບ້ານ ຢູ່ເຂດບ້ານດັ່ງກ່າວ.

ດັ່ງທ່ານ ກ່າວວ່າ:

“ແມ່ນ ກະໄດ້ຍິນວ່າ ເພິ່ນຈັດສັນ ໃຫ້ຄືນແລ້ວຫັ້ນນ່າ ແບບວ່າ ໄປວາງແຜນຝຶກອົບຮົມ ວິທີການຕຣຽມ ຫຼັງຈາກ ທີ່ເຂົາເຈົ້າມອບຄືນໃຫ້ ແລ້ວເຮົາຈະເຮັດຫຍັງໆ ປູກຫຍັງລ້ຽງຫຍັງ."

ແຕ່ຊາວບ້ານອີກຈໍານວນນຶ່ງ ເຫັນວ່າ ການທີ່ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ໄດ້ມອບດິນຄືນໃຫ້ແກ່ທາງການນັ້ນ ເປັນພຽງແຕ່ເນື້ອທີ່ຈໍານວນໜ້ອຍ ແລະບໍຣິສັດດັ່ງກ່າວ ຍັງດໍາເນີນການຂຸດຄົ້ນແຮ່ຄໍາ ໃນເນື້ອທີ່ 2,600 ກິໂລຕາແມັດ ເຊິ່ງຍັງສົ່ງຜົລກະທົບ ຕໍ່ຊາວບ້ານຢູ່ເລື້ອຍໆ ເປັນຕົ້ນ ໄດ້ປ່ອຍນໍ້າເປື້ອນລົງສູ່ທັມມະຊາຕ, ເຮັດໃຫ້ຊາວບ້ານ ບໍ່ມີທີ່ດິນປູກຝັງ ແລະລ້ຽງສັດ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

“ໂອ່! ແນ່ນອນແຫຼະໂຕນີ້ນ່າ ມັນກະມີໃດ໋ ເພາະວ່າ ພູເບັ້ຍ ລະກະມີເຂດລ້ອງແຈ້ງ ກັບພູເບັ້ຍ ເຂົາເຈົ້າຂຸດຫຼາຍຢູ່ໃດ໋ ກະໄດ້ຍິນຢູ່ ໄດ້ຍິນວ່າ ເຂົາເຈົ້າປ່ອຍຢູ່. ແລ້ວກະມັນກະມີຜົລກະທົບຢູ່ ບໍ່ໄດ້ໄປເບິ່ງໂຕຈິງໃດ໋ ດຽວນີ້.”

ນອກຈາກນັ້ນແລ້ວ ການທີ່ບໍ່ຄໍາ ພູເບັ້ຍ ມາຍນີ້ງ ຍັງດໍາເນີນການຂຸດຄົ້ນ ຢູ່ເລື້ອຍໆນັ້ນ ກໍຍັງສົ່ງຜົລກະທົບອີກຫຼາຍດ້ານ ເປັນຕົ້ນ ດ້ານການທ່ອງທ່ຽວ ຂອງແຂວງໄຊສົມບູນ ເນື່ອງຈາກ ຍັງມີການປິດເສັ້ນທາງ ແລະພື້ນທີ່ຫຼາຍແຫ່ງຢູ່ເຂດພູເບັ້ຍ ພ້ອມທັງ ມີເຈົ້າໜ້າທີ່ທະຫານເວນຍາມຢູ່ ແລະຄັນນັກທ່ອງທ່ຽວຈະຂຶ້ນໄປເຂດພູເບັ້ຍ ຕ້ອງໄດ້ຂໍອະນຸຍາດ ນໍາເຈົ້າໜ້າທີ່ທະຫານກ່ອນ ຈຶ່ງເຮັດໃຫ້ບໍ່ເອື້ອອໍານວຍ ແກ່ນັກທ່ອງທ່ຽວ ຫຼາຍປານໃດ.

ດັ່ງຜູ້ປະກອບການທ່ອງທ່ຽວ ນາງນຶ່ງ ກ່າວວ່າ:

“ແຕ່ວ່າຕອນນີ້ ໃຜຊິຂຶ້ນ ແມ່ນຕ້ອງໄດ້ຂຶ້ນກ່ອນ ແລ້ວເພິ່ນຢາກບອກວ່າ ໃຫ້ຂຶ້ນ ຫຼືບໍ່ໃຫ້ຂຶ້ນ ຄວາມໝາຍຄື ຄັນວ່າ ຄົນຕ່າງປະເທດ ເຂົາເຈົ້າມາຫຼາຍຫັ້ນນ່າ ຕ້ອງໄດ້ປະສານ ກັບທະຫານເພິ່ນກ່ອນນ່າ ຕ້ອງແມ່ນ ວ່າຫຼາຍຄົນ ເພິ່ນຈຶ່ງອະນຸຍາດໃຫ້ຂຶ້ນ."

ແຕ່ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ກໍຍັງເຮັດການຂຸດຄົ້ນແຮ່ຄໍາ ຢູ່ໃນເນື້ອທີ່ອີກຈໍານວນຫຼາຍ ແລະຍັງປະກາດຮັບສມັກ ພະນັກງານວິຊາການ ແລະຄົນງານຢູ່ເລື້ອຍໆ.

ດັ່ງພະນັກງານຂອງບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ນາງນຶ່ງ ກ່າວວ່າ:

“ແມ່ນ ເຮົາຍັງຮັບຢູ່ ສໍາລັບກັມມະກອນນີ້ ແມ່ນເຮົາຈະຮັບເປັນຄົນລາວ ຢູ່ເຂດໃກ້ຄຽງ ເຂດດໍາເນີນງານຂອງເຮົາ ເປັນຄົນໄທຍເນາະ. ແມ່ນເຮົາຈະ ຮັບຜູ້ທີ່ເປັນ ໃນຕໍາແໜ່ງເອັນຈີເນັຍ, ບັນດາວິຊາການ ແມ່ນຫຍັງຕ່າງໆ ແບບນີ້."

ນອກຈາກໄດ້ມອບຄືນ ເນື້ອທີ່ 37 ເຮັກຕ້າຣ໌ ໃຫ້ແກ່ແຂວງໄຊສົມບູນແລ້ວ ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ຍັງໄດ້ມອບໂຄງການ 10 ໂຄງຮ່າງພື້ນຖານ ໃຫ້ແກ່ຊາວບ້ານ 3 ບ້ານ ຢູ່ເຂດເມືອງອະນຸວົງ ແລະເມືອງລ້ອງແຈ້ງ ຮວມມູນຄ່າ ທັງໝົດ 387,000 ໂດລ້າຣ໌ສະຫະຣັຖ ເປັນຕົ້ນ ໂຄງການກໍ່ສ້າງ ຊົລປະທານນໍ້າແດງ, ໂຮງໝໍນ້ອຍ, ຫ້ອງຮຽນ, ຫໍພັກຄຣູ ແລະອື່ນໆ ເຊິ່ງຢູ່ໃນແຜນປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນອ້ອມຂ້າງ ໃຫ້ດີຂຶ້ນກວ່າເກົ່າ.

ສໍາລັບ ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ໄດ້ມີການຂຸດຄົ້ນແຮ່ທອງ ແລະສົ່ງອອກທອງແລ້ວ ຈໍານວນຫຼາຍກວ່າ 114 ລ້ານກິໂລກະຣາມ ແລະສົ່ງອອກແຮ່ ໂລຫະປະສົມຄໍາ, ເງິນ ຮວມນໍ້າໜັກ ຫຼາຍກວ່າ 6 ລ້ານກິໂລກະຣາມ ຄິດເປັນມູນຄ່າ ຫຼາຍກວ່າ 70 ລ້ານໂດລ້າຣ໌ສະຫະຣັຖ ໃນເນື້ອທີ່ການຂຸດຄົ້ນ ປະມານ 2,600 ກິໂລຕາແມັດ, ອີງຕາມຂໍ້ມູນ ຂອງສູນຂ່າວພະລັງງານ ແລະບໍ່ແຮ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.