ການຂຸດຄົ້ນບໍ່ແຮ່ ທີ່ບໍ່ເປັນໄປຕາມສັນຍາ-ຂາດມາດຕະຖານ ຍັງມີຫຼາຍ

ສຸພັດຕາ
2024.04.05
ການຂຸດຄົ້ນບໍ່ແຮ່ ທີ່ບໍ່ເປັນໄປຕາມສັນຍາ-ຂາດມາດຕະຖານ ຍັງມີຫຼາຍ ທ່ານ ຈະເລີນ ເຍັຍປາວເຮີ, ຮອງປະທານ ສະພາແຫ່ງຊາດ, ປະທານກັມມາທິການກົດໝາຍ ຮ່ວມກັບສະພາປະຊາຊົນ ແຂວງໄຊສົມບູນ ລົງຕິດຕາມ, ກວດກາ ການຂຸດຄົ້ນແຮ່ທາດ ຢູ່ເຂດເມືອງລ້ອງແຈ້ງ. ວັນທີ່ 4 ມີນາ ປີ 2023.
ຂໍຂອບໃຈຮູບພາບຈາກເພຈ ຈົດໝາຍຂ່າວ ໄຊສົມບູນ

ອີງຕາມການສໍາຫຼວດ ຂອງກະຊວງພະລັງງານ ແລະບໍ່ແຮ່ ພົບວ່າ ບໍລິສັດຂຸດຄົ້ນບໍ່ແຮ່ຈໍານວນຫຼາຍ ໃນປະເທດລາວ ບໍ່ສາມາດເຮັດການຂຸດຄົ້ນບໍ່ແຮ່ ໃຫ້ເປັນໄປຕາມສັນຍາສໍາປະທານໄດ້ ເມື່ອໂຄງການບໍ່ສາມາດເຮັດໄດ້ຕາມເປົ້າໝາຍ ຈຶ່ງມີການຂໍຂະຫຍາຍພື້ນທີ່ ແລະໄລຍະເວລາ ແລະຫຼາຍບໍລິສັດ ຍັງມີການຂຸດຄົ້ນທີ່ບໍ່ໄດ້ມາດຕະຖານ ຂາດເຂີນຜູ້ຊ່ຽວຊານດ້ານເຕັກນິກ, ອຸປະກອນ ແລະທຶນ ໃນການຂຸດຄົ້ນ.

ໜຶ່ງສາເຫດ ທີ່ເຮັດໃຫ້ບໍລິສັດ ບໍ່ມາສາມາດເຮັດຕາມສັນຍາສໍາປະທານໄດ້ ຍ້ອນວ່າ ບໍລິສັດຂຸດຄົ້ນບໍ່ແຮ່ຈໍານວນໜຶ່ງ ເຮັດເປັນນາຍໜ້າມາສໍາປະທານທີ່ດິນ ແລະລໍຖ້າ ຂາຍບໍ່ແຮ່ ໃຫ້ນັກລົງທຶນອີກເທື່ອໜຶ່ງ ຫຼືບາງກໍລະນີ ບໍລິສັດໜຶ່ງ ໄດ້ສໍາປະທານເຮັດໂຄງການຂຸດຄົ້ນ ຫຼາຍກວ່າ 1 ໂຄງການ ເຮັດໃຫ້ບໍລິສັດ ບໍ່ສາມາດປະຕິບັດການຂຸດຄົ້ນ ຕາມໄລຍະເວລາທີ່ກໍານົດໄດ້, ອີງຕາມຄໍາເວົ້າ ຂອງຜູ້ຊ່ຽວຊານ ດ້ານການຂຸດຄົ້ນບໍ່ແຮ່ ທ່ານນຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ເມສາ 2024 ນີ້ວ່າ:

“ກໍຍັງມີຫຼາຍຢູ່ໃດ໋ ຍັງມີຫຼາຍ ຂາດເຂີນອຸປະກອນຕ່່າງໆກໍມີ ແຕ່ຖ້າວ່າເປັນບໍລິສັດໃຫຍ່ມາລົງທຶນ ກໍຈະມີຄົບຫັ້ນແຫຼະ ສ່ວນຫຼາຍຖ້າບໍລິສັດຂະໜາດນ້ອຍ ຂຸດຕາມທ້ອງຖິ່ນ ເພິ່ນກໍບໍ່ໄດ້ສູ້ຈໍາເປັນຕ້ອງໃຊ້ ໃຊ້ແບບປະຖົມປະຖານ ຕາມພື້ນບ້ານ ທີ່ມັນບໍ່ແມ່ນໂຄງການໃຫຍ່ຫັ້ນນ່າ ບາງບໍລິສັດ ກະຂາຍໂຄງການໃຫ້ກັນຕໍ່ໆ ທອດກັນຫັ້ນນ່າ ມັນກໍສັບສົນ ບາງໂຄງການກໍບໍ່ມີໂຕຕົນ ມີມາຂໍສໍາປະທານ ແຕ່ບໍ່ໄດ້ອີ່ຫຍັງກໍມີ ລໍຖ້າຂາຍພື້ນທີ່ໃຫ້ນັກທຸລະກິດຈີນ ກໍມີຄືກັນ.

ຕັ້ງແຕ່ເດືອນທັນວາ ປີ 2023 ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ 151 ບໍລິສັດ ເຮັດໂຄງການຂຸດຄົ້ນ ແລະສຶກສາຄວາມເປັນໄປໄດ້ 166 ໂຄງການ ໂຄງການທັງໝົດນີ້ ກວມເອົາເນື້ອທີ່ 7 ລ້ານເຮັກຕ້າ ຫຼື 29.32% ຂອງພື້ນທີ່ທັງໝົດ ໃນປະເທດລາວ.

ໃນປີ 2023 ກົມທໍລະນີສາດ-ແຮ່ທາດ ເຮັດການປະເມີນ ປະຕິບັດການຂຸດຄົ້ນບໍ່ແຮ່ ຂອງ 143 ບໍລິສັດ ໂດຍໃຊ້ເກນ ປະເມີນທັງໝົດ 7 ຂໍ້ ຄື: ການປະບັດຕິຕາມຂໍ້ຕົກລົງສໍາປະທານ ແລະກົດໝາຍ, ການດໍາເນີນການດ້ານວິຊາການ, ຂໍ້ຕົກລົງດ້ານການເງິນ, ການຈ້າງງານຊາວບ້ານ ແລະການປະຕິບັດດ້ານຄວາມປອດໄພ, ການໃຫ້ຄວາມຮ່ວມມື, ການຮັບຜິດຊອບທາງສັງຄົມ, ການຮັກສາສະພາບແວດລ້ອມ ແລະການບໍາບັດ ແລະຟື້ນຟູໃຫ້ກັບສູ່ສະພາບເດີມ.

ອີງຕາມເກນດັ່ງກ່າວ ຈະມີຜົນການປະເມີນ ຄື: A (ໄດ້ມາດຕະຖານ), B (ປານກາງ ພໍໃຊ້ໄດ້), ແລະ C (ບໍ່ຜ່ານ ບໍ່ໄດ້ມາດຕະຖານ) ໃນການປະເມີນເທື່ອນີ້ ບໍ່ມີບໍລິສັດໃດ ທີ່ຜ່ານເກນ A ເທື່ອ.

ມີ 73 ບໍລິສັດ ທີ່ມີ 78 ໂຄງການ ຜ່ານເກນ B ຄິດເປັນ 48.35% ຂອງບໍລິສັດທັງໝົດ ຂະນະທີ່ ບໍລິສັດ ຈໍານວນ 70 ບໍລິສັດ ເຊິ່ງເຮັດ 80 ໂຄງການ ຜ່ານເກນ C ຄິດເປັນ 46.22%.

ໃນການທີ່ຈະຜ່ານເກນ A ນັ້ນ ບໍລິສັດ ຕ້ອງປະຕິບັດຕາມ ການປະເມີນທັງໝົດ ຕັ້ງແຕ່ ຂັ້ນຕອນກ່ອນ, ລະຫວ່າງ ແລະຫຼັງຈາກຂຸດແຮ່ ຢ່າງໃດກໍຕາມ ສ່ວນໜຶ່ງຂອງປັນຫາທີ່ເກີດຂຶ້ນ ຄືໃນທາງພາກລັດເອງ ກໍຍັງຂາດເຂີນບຸກຄະລາກອນ ທີ່ມີຄວາມສາມາດ ໃນການກວດກາບໍລິສັດເຫຼົ່ານີ້, ດັ່ງຜູ້ຊ່ຽວຊານ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ລະຫວ່າງບໍລິສັດ ແລະລັດຖະບານ ຕ້ອງສົບມົບກັນ ລະຫວ່າງວິຊາການ ທາງຜູ້ກວດກາຝ່າຍລັດຖະບານ ກໍຕ້ອງມີຊ່ຽວຊານ ມີເຕັກນິກທາງດ້ານວິຊາການຄັກແນ່ ລະຫວ່າງບໍລິສັດ ກໍຕ້ອງໄດ້ເຄົາລົບກົດໝາຍ ເຄົາລົບຕາມມາດຕະຖານ ເຄົາລົບເຕັກນິກຄືກັນ ຖ້າມີແຕ່ຝ່າຍໃດຝ່າຍນຶ່ງ ກໍຢາກຍາກຢູ່ ຄັນຝ່າຍຜູ້ປະກອບການ ກໍ່ຢ່າຫວັງແຕ່ກໍາໄລເນາະ ຄັນພາກລັດບໍ່ເຂັ້ມແຂງດ້້ານວິຊາການ ກະຍາກ ໄປກວດເຂົາກໍບໍ່ຮູ້ (ພາກລັດ) ຍັງບໍ່ທັນພຽງພໍ ທາງດ້ານວິຊາການ ບໍ່ທັນພຽງພໍ ມັນຕ້ອງໄດ້ມີການຝຶກອົບຮົມ ມີການຮຽນຮູ້ເພີ່ມຕື່ມ ມີສິນລະທໍາກັບສະພາບການຂຸດຄົ້ນ ໃນປັດຈຸບັນນີ້ນ່າ.

ການຂຸດຄົ້ນບໍ່ແຮ່ ບໍ່ໄດ້ມາດຕະຖານນີ້ ມັກເກີດຂຶ້ນໃນບໍລິສັດຂຸດຄົ້ນບໍ່ແຮ່ ຂະໜາດກາງ ຫຼື ຂະໜາດນ້ອຍ ສ່ວນຫຼາຍແມ່ນເປັນບໍລິສັດ ຈາກນັກລົງທຶນຈີນ ຫຼື ຫວຽດນາມ ເຊິ່ງມີເຕັກນິກວິຊາການຂອງໂຕເອງ ແລະບໍ່ໄດ້້ມີຂໍ້ກໍານົດດ້ານຂຸດຄົ້ນທີ່ເຂັ້ມງວດ ຈາກປະເທດຕົ້ນທາງ ເຮັດໃຫ້ຂັ້ນຕອນ ແລະຄວາມປອດໄພ ໃນການຂຸດຄົ້ນ ຕໍ່າກວ່າບໍລິສັດຂະໜາດໃຫຍ່ ທີ່ມາຈາກປະເທດຕາເວັນຕົກ, ດັ່ງນັກວິຊາການ ດ້ານການຂຸດຄົ້ນບໍ່ແຮ່ ອີກຜູ້ນຶ່ງກ່າວວ່າ:

“ຫວຽດນາມ, ຈີນ ກໍ່ຄ້າຍໆຄືກັນໝົດ ເຂົາບໍ່ໄດ້ຜ່ານເຊັບຕີ້ ຂອງລາວ ບໍ່ໄດ້ຜ່ານເລື່ອງເຊັບຕີ້ ຂອງເຂົາເຈົ້າອີກ ຖ້າຕາຍບໍ ແບບມີເຫດມີຜົນ ເຂົາກໍໃຫ້ຄ່າຫົວແລ້ວໆ ຄົນຈີນນີ້ເຂົາຈິ ເວລາຕາຍນິ່ເຂົາບໍ່ສົນໃຈອີ່ຫຍັງດອກ ເຂົາສິໄປເລີຍ ບາດນນີ້ ຄົນເຮັດວຽກມັນກໍ່ທໍາມະດາ ເປັນແບບວ່າ ມັນບໍ່ມີປະສິດທິພາບສູງອັນນຶ່ງມາ ອັນສອງ ກໍ່ຄ່າແຮງງານມັນກໍ່ຕໍ່າລົງໄປ ຖ້າຄົນລາວຕາຍ ມັນຈະມີການປະທ້ວງ ສ່ວນຫຼາຍເຂົາບໍ່ເອົາຄົນລາວ ເຂົາຈະເອົາຄົນເຂົາມາເຮັດເລີຍ ວິຊາການເຂົາ ເຈາະອຸໂມງອີ່ຫຍັງ ເຂົາກໍ່ເອົາຄົນເຂົາມາເຮັດເລີຍ ເອົາຫົວໜ້າເຂົາ ເອົາເຄື່ອງເຈາະເຂົາ ເຮັດເອງຂອງເຂົາເອງ.

ຫຼາຍເທື່ອ ທີ່ການຂຸດຄົ້ນບໍ່ແຮ່ ທີ່ບໍ່ໄດ້ມາດຕະຖານ ສົ່ງຜົນໃຫ້ເກີດຜົນກະທົບ ດ້ານສິ່ງແວດລ້ອມໃນພື້ນທີ່ໃກ້ຄຽງ ກໍລະນີ ທີ່ເກີດຂຶ້ນເລື້ອຍທີ່ສຸດ ຈາກການເຮັດໂຄງການ ທີ່ບໍ່ໄດ້ມາດຕະຖານ ແມ່ນເປັນກໍລະນີທີ່ສົ່ງຜົນກະທົບ ຕໍ່ລະບົບນິເວດທາງນໍ້າ ທີ່ນໍ້າ ຈາການລ້າງແຮ່ ຫຼື ສານເຄມີ ໄດ້ໄຫຼ້ລົງສູ່ຫ້ວຍນໍ້າ ຫຼື ແມ່ນໍ້າ ທີ່ຊາວບ້ານມີການນໍ້າໃຊ້ກິນ, ອາບ ຫຼື ໃຊ້ໃນການຜະລິດ ປູກຝັງ.

ຢູ່ບ້ານ ຜາຊ້າງ ເມືອງກາສີ ແຂວງວຽງຈັນ ເປັນ 1 ໃນ 5 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກການປ່ອຍນໍ້າລ້າງແຮ່ ຂອງບໍລິສັດໄທຢຸ້ຍ ກາສີ ພັດທະນາບໍ່ແຮ່ ຈໍາກັດ ລົງສາຍນໍ້າປັງ ເຮັດໃຫ້ສາຍນໍ້າກາຍເປັນສີແດງ ມີລັກສະນະເປັນຄາບນໍ້າມັນ ຊາວບ້ານໃນ 4-5 ບ້ານ ບໍ່ສາມາດນໍາໃຊ້ນໍ້າ ທໍາມາຫາກິນ ເຮັດໄຮ່ເຮັດນາ ແລະບໍລິໂພກໄດ້ຄືເກົ່າ, ດັ່ງຊາວບ້ານ ຢູ່ບ້ານຜາຊ້າງ ເມືອງກາສີ ແຂວງວຽງຈັນ ທ່ານນຶ່ງກ່າວວ່າ:

“ນໍ້າຈາກບໍ່ຈ່ານ ເຂົາເຈົ້າລ້າງແຮ່ຫັ້ນແຫຼະ ຝົນຕົກ 3-4 ມື້ຫຼັງ ເພິ່ນກະປ່ອຍລົງມາ ເຂົາເຈົ້າບໍ່ປ່ອຍລົງມາ ມັນກະບໍ່ເປັນສີແດງ ນໍ້າແຫ້ງແຫຼະ ນໍ້າແຫ້ງຄືແຄມທາງນີ້ແຫຼະ ໄຫຼຢູ່ນີ້ ເອີ່ຜ່ານມາກະແມ່ນ ຫາຢູ່ກິນນີ່ແຫຼະ ປາທໍາມະຊາດ ລະກະເອົາເຂົ້າຜົນລະປູກ ເຮັດໄຮ່ເຮັດນາ ປູກຜັກປູກໝີ່ ກະໃຊ້ນໍ້ານີ້ແຫຼະ ຫົດຜັກ ຫົດໝີ່ນີ່ຫັ້ນນ່າ ມັນເປັນສີອັນນີ້ ມັນຫົດບໍ່ໄດ້ ຜັກມັນກໍ່ຕາຍ ມັນເປັນສີແດງ ເຂົາເຈົ້າລົງໄປຫາປູຫາປາ ຫາກິນກະບໍ່ໄດ້ແຫຼະ ເອົາມາໃຊ້ນໍ້າເສື້ອຜ້າ ເຄື່ອງຂອງ ໃຊ້ລ້າງ ໃຊ້ອາບ ມັນກໍ່ບໍ່ໄດ້.

ດ້ານຊາວບ້ານ ຢູ່ເມືອງດາກຈຶງ ແຂວງເຊກອງ ທ່ານນຶ່ງກ່າວວ່່າ ການຂຸດຄົ້ນບໍ່ຄໍາ ໃນພື້ນທີ່ ໄດ້ສ້າງຜົນກະທົບໃຫ້ຊາວບ້ານຫຼາຍ ຍ້ອນການຂຸດຄົ້ນ ຢູ່ຕິດກັບນາຊາວບ້ານ ເຮັດໃຫ້ດິນບໍລິເວນນັ້ນ ເຈື່ອນ ບໍ່ໝັ້ນຄົງ ເມື່ອຝົນຕົກ ດິນຈຶ່ງຖົມທາງ ເຮັດໃຫ້ນໍ້າຖ້ວມນາ, ດັ່ງທ່ານກ່າວວ່າ:

“ອັນນັ້ນຄໍາ ແຕ່ກ່ອນເຂົາຂຸດຄົ້ນແລ້ວໆ ຮັບຜົນກະທົບ ດິນນາມັນເຈື່ອນໄປຫຼາຍກ່ອນເກົ່າຫັ້ນນ່າ ດິນມັນບໍ່ໝັ້ນຄົງ ທີ່ແລກນ່າ ເຂົາຂຸດ ມັນຖືກເຂດທົ່ງນາອີ່ຫຍັງເດ້ ເວລານໍ້າໃຫຍ່ເນາະ ຊ່ວງເດືອນ 7 ເດືອນ 8 ເດືອນ 9 ມັນເຈື່ອນ ນໍ້າຖ້ວມນາ.

ການອະນຸມັດໂຄງການຂຸດຄົ້ນບໍ່ແຮ່ ໂຄງການໜຶ່ງນັ້ນ ຂຶ້ນຢູ່ກັບຫຼາຍປັດໃຈ ເປັນຕົ້ນ: ນະໂຍບາຍຂອງພາກລັດ ລວມເຖິງມູນຄ່າການລົງທຶນຂອງໂຄງການ ຫຼາຍເທື່ອ ໂຄງການຂຸດຄົ້ນ ແມ່ນອະນຸມັດມາຈາກຂັ້ນສູນກາງ ບໍ່ແມ່ນຈາກຂັ້ນແຂວງ.

ໃນການຂຸດຄົ້ນ ບໍລິສັດ ເປັນຜູ້ກໍານົດເຕັກນິກ ໃນການຂຸດຄົ້ນເອງ ເຈົ້າໜ້າທີ່ຂອງທາງການ ຈະເຮັດໜ້າທີ່ກວດກາຂັ້ນຕອນ ວ່າຄືກັບໜັງສືຢັ້ງຢືນບໍ່ ຫຼືລົງກວດກາ ຕາມໄຕມາດເທົ່ານັ້ນ ເຮັດໃຫ້ບາງເທື່ອ ອາດເກີດການຂຸດຄົ້ນ ທີ່ບໍ່ໄດ້ມາດຕະຖານໄດ້, ດັ່ງເຈົ້າໜ້າທີ່ ພະແນກພະລັງງານ ແລະບໍ່ແຮ່ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:

“ຂໍໂດຍລວມແລ້ວມັນ ມັນຂຶ້ນກັບນະໂຍບາຍ ຂອງລັດຖະບານເນາະ ສ່ວນຫຼາຍ ໂຄງການຢູ່ແຂວງເຮົາ ມັນຈະເປັນໂຄງການ ຂັ້ນອະນຸມັດທັງໝົດ ທາງແຂວງຍັງບໍ່ທັນໄດ້ອະນຸມັນຈັກໂຄງການເນາະ ມັນຊິຂຶ້ນກັບນະໂຍບາຍຂອງລັດຖະບານ ມີແຕ່ເບິ່ງນິຕິກໍາ ຂອງເຂົາຫັ້ນແຫຼະເນາະ ສ່ວນຫຼາຍຈະເບິ່ງແຜນວຽກຂອງເຂົາຫັ້ນແຫຼະ ເປັນປະຈໍາປີ ເປັນປະຈໍາໄຕມາດ ມັນຂຶ້ນກັບໜ້າວຽກ ໂດຍລວມແລ້ວ ຈະເຄື່ອນໄຫວແບບຫົກເດືອນຕໍ່ເທື່ອບໍ່ ຫຼືວ່າ ປີໜຶ່ງຕໍ່ເທື່ອ ແຕ່ຖ້າວຽກເລັ່ງດ່ວນ ມັນບໍ່ຄາດຄິດຫັ້ນແຫຼະ ມີປັນຫາດ້ານນີ້ ດ້ານອື່ນເກີດຂຶ້ນມາ ໄທເຮົາກໍຕ້ອງໄດ້ລົງ.

ໃນກອງປະຊຸມ ຂອງລັດຖະບານລາວ ໃນມື້ວັນທີ 29 ເດືອນມັງກອນ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເວົ້າເຖິງ ການໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ປະເມີນຄືນໂຄງການຂຸດຄົ້ນແຮ່ທາດທັງໝົດ ທີ່ໄດ້ອະນຸມັດໄປແລ້ວ ແລະຂຶ້ນແຜນການໃນຕໍ່ໜ້າ ເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ.

ຕໍ່ມາ ໃນເດືອນມີນາ ປີ 2024 ນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາກະຊວງພະລັງງານ ແລະບໍ່ແຮ່ຕື່ມວ່າ ໃຫ້ຕິດຕາມ ແລະກວດກາ ໂຄງການຂຸດຄົ້ນແຮ່ທາດທົ່ວປະເທດ ແລະຫ້າມອະນຸຍາດ ຂົນຍ້າຍແຮ່ດິບ ອອກນອກປະເທດ ນາຍົກລັດຖະມົນຕີ ຕ້ອງການໃຫ້ມີ ການແປຮູບແຮ່ທາດ ກ່ອນທີ່ຈະສົ່ງອອກນອກປະເທດ ຍ້ອນວ່າ ການສົ່ງແຮ່ດິບອອກນອກປະເທດ ເຮັດໃຫ້ລາວເສຍຜົນປະໂຫຍດ ແລະ ສົ່ງຜົນກະທົບຕໍ່ເສັ້ນທາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.