ແຂວງອຸດົມໄຊ ອະນຸມັດໂຄງການ ຂຸດຄົ້ນແຮ່ທາດ 5 ໂຄງການ
2024.05.10
ທາງການແຂວງອຸດົມໄຊ ໄດ້ອະນຸມັດໃຫ້ມີໂຄງການຂຸດຄົ້ນແຮ່ທາດ ພາຍໃນແຂວງເພີ່ມຕື່ມອີກ 5 ໂຄງການຂອງ 9 ບໍລິສັດ. ໃນນັ້ນທາງແຂວງອະນຸມັດ 2 ໂຄງການ ແລະ ຂັ້ນລັດຖະບານອະນຸມັດ 3 ໂຄງການໂດຍມີເນື້ອທີ່ລວມທັງໝົດ 9,625 ເຮັກຕ້າຣ໌. ອີງຕາມການລາຍງານຂອງ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ເນື່ອງໃນໂອກາດທີ່ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ລົງພື້ນທີ່ຢ້ຽມຢາມ ແຂວງອຸຸດົມໄຊ ເມື່ອວັນທີ 6 ພຶດສະພາ 2024 ຜ່ານມາ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຜະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ເພື່ອສອບຖາມລາຍລະອຽດ ເພີ່ມຕື່ມຂອງແຕ່ລະໂຄງການດັ່ງກ່າວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍບໍ່ສາມາດໃຫ້ຂໍ້ມູນຕື່ມໄດ້.
ການອະນຸມັດຂຸດຄົ້ນບໍ່ແຮ່ທາດ ໃໝ່ຂອງທາງການແຂວງອຸດົມໄຊ ຊາວບ້ານເຫັນວ່າ ບໍ່ມີຜົນດີຕໍ່ຊາວບ້ານ ແລະ ຈະບໍ່ສົ່ງຜົນດີຕໍ່ການພັດທະນາໃດໆ ຍ້ອນຫຼາຍໂຄງການຂຸດຄົ້ນແຮ່ທາດ ໃນໄລຍະທີ່ຜ່ານມາກໍ່ບໍ່ໄດ້ສົ່ງຜົນປະໂຫຍດ ໃຫ້ແກ່ຊາວບ້ານ ແລະ ຫຼາຍໂຄງການກໍ່ກວມເອົາທີ່ິດິນ ຂອງຊາວບ້ານ ແລະ ດິນສະຫງວນຂອງບ້ານນຳດ້ວຍ.
ດັ່ງຊາວບ້ານ ແຂວງອຸດົມໄຊນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ພຶດສະພານີ້ວ່າ:
“ບໍ່ແຮ່ຫັ້ນມີບ່ອນໜຶ່ງ ແລ້ວເຂົາເຮັດສໍາເລັດແລ້ວດຽວນີ້ ເຂົາຍັງມີສໍາປະທານອີກສໍາປະທານ ທາງບ້ານອີກນ່າ ຫຼາຍໂອຫຼາຍກໍ່ມັນເປັນດິນປ່າສະຫງວນ ຂອງບ້ານ ເຂົາເຮັດຫຍັງ ເອື້ອຍກາບໍ່ຮູ້.”
ຊາວບ້ານ ຢູ່ແຂວງອຸດົມໄຊ ກ່າວວ່າ ໂຄງການຂຸດຄົ້ນແຮ່ທາດ ໃນໄລຍະທີ່ຜ່ານມາ ກໍ່ບໍ່ໄດ້ສ້າງປະໂຫຍດ ອັນໃດໃຫ້ແກ່ຊາວບ້ານ ແລະມີແຕ່ເຄີຍຊື້ເຮືອນພັກ ຂອງຊາວບ້ານໄປ ເພື່ອນໍາໄປເປັນຫ້ອງການ ແລະບ່ອນພັກເຊົາ ຂອງພະນັກງານ ທີ່ເຂົ້າມາຂຸດຄົ້ນແຮ່ທາດ ໂດຍບໍ່ມີໂຄງການຊ່ວຍເຫຼືອລ້າໃຫ້ແກ່ທາງແຂວງ.
ດັ່ງຊາວບ້ານ ຢູ່ແຂວງອຸດົມໄຊ ອີກນາງໜຶ່ງກ່າວວ່າ:
“ແມ່ນແຫຼະພວກແມ່ຫຍັງ ບໍລິສັດແມ່ນຫຍັງເຂົາມາຊຶ້ເຮືອນພັກ ເອື້ອຍເນາະ ແລ້ວບາດນີ້ກາສ້າງໃໝ່ເຮັດໃໝ່ຈັ່ງວ່າອັນນີ້ກາບໍ່ຮູ້ ພວກຂຸດຄົ້ນບໍ່ແຮ່ຫັ້ນ ເຂົ້າຢູ່ລຸ່ມບໍ່ໄດ້ຢູ່ໝໍ່ເອື້ອຍລະມາຊື້ບ່ອນໃໝ່ ນີ້ຕິດກັບໝໍ່ສົ້ນຂົວ.”
ຊາວບ້ານ ຄົນຫຼວງພະບາງ ທີ່ອາໄສຢູ່ແຂວງອຸດົມໄຊ ເຫັນວ່າໂຄງການ ດ້ານຂຸດຄົ້ນແຮ່ທາດ ຢູ່ແຂວງອຸດົມໄຊ ບໍ່ແມ່ນວ່າໂຄງການໃດ ກໍ່ບໍ່ໄດ້ໃຫ້ປະໂຫຍດ ຫຼືສ້າງອາຊີບ ທີ່ໝັ້ນຄົງໃຫ້ຊາວບ້ານ ແລະມີແຕ່ເຈົ້າໜ້າທີ່ ຂັ້ນເທິງທີ່ໄດ້ຮັບຜົນປະໂຫຍດ ຈາກການອະນຸມັດສຳປະທານ ແຮ່ທາດລວມທັງໄດ້ສ່ວນແບ່ງຈາກການຂາຍແຮ່ທາດ ຂອງແຕ່ລະໂຄງການ.
ດັ່ງທ່ານກ່າວວ່າ:
“ເປັນພັກເປັນລັດເພິ່ນແຫຼະ ຄັນຊິເວົ້າໄປຊັ້ນປະຊາຊົນເຮົານີ້ ກາມີແຕ່ວ່າເບິ່ງສື່ໆ ຫັ້ນແຫຼະ ເລື່ອງການໄດ້ການເສັຍກໍ່ໄດ້ເອົາເຂົ້າພັກເຂົ້າລັດ. ເອົາເຂົ້າບ້ານ ເຂົ້າເມືອງ ມາສ້າງສາພັດທະນາ ບ້ານເມືອງແທ້ ກາດີໃຈນຳ. ຜູ້ເອົາສ້າງມາສານີ້ ສ່ວນບຸກຄົນກາມີ ແຕ່ເຈົ້າແຕ່ນາຍແຫຼະ ເອົາໄປຄືຜ່ານມາບໍ່ເງິນບໍ່ຄຳ.”
ກ່ຽວກັບເລື່ອງນີ້ ອະດີດເຈົ້າໜ້າທີ່ລັດ ກ່າວວ່າການທີ່ອະນຸມັດ ໂຄງການຂຸດຄົ້ນແຮ່ທາດ ເປັນຈຳນວນຫຼາຍໂຄງການ ຢູ່ແຂວງອຸດົມໄຊນັ້ນກໍໍ່ຈຳເປັນ ຕ້ອງໄດ້ມີຄະນະເຈົ້າໜ້າທີ່ ຕິດຕາມກວດກາຢ່າງໃກ້ຊິດເພື່ອປ້ອງກັນ ບໍ່ໃຫ້ແຕ່ລະໂຄງການມີການສວຍໂອກາດ ເປັນຕົ້ນວ່າ ລັກຂຸດຄົ້ນແຮ່ທາດ ນອກເໜືອຈາກເນື້ອທີ່ ທີ່ໄດ້ຮັບສຳປະທານ ເຊິ່ງຈະເຮັດໃຫ້ເກີດຜົນເສຍ ຕໍ່ຊັບພະຍາກອນ ຂອງແຂວງ.
ດັ່ງອະດີດເຈົ້າໜ້າທີ່ລັດ ທ່ານນີ້ກ່າວວ່າ:
“ເຮົາຄຸ້ມຄອງບໍ່ດີນີ້ກາເສຍເດ້ ເພາະເຂົາກາລັກເຂົາເປັນຄົນມີຄວາມຮູ້ຫຼາຍກ່ວາ ແລະເຂົາກາໄປກາງຄືນກາງເວັນ ຄັນວ່າເດັດຂາດຫັ້ນ ໄດ້ຄືຊ່ວງໜຶ່ງ ມີບັນຫາ ແລ້ວເຂົາສົ່ງຜະແນກແຜນການ ແລະການລົງທຶນສົ່ງຕຳຫຼວດເສດຖະກິດ ໄປກວດເຜີໆ ແນວໜຶ່ງ ມັນກາເຮັດແນວບໍ່ດີຫັ້ນແລ້ວ.”
ປະຈຸບັນກໍມີໂຄງການຂຸດຄົ້ນແຮ່ທາດ ຫຼາຍໂຄງການຢູ່ໃນແຂວງອຸດົມໄຊ ທີ່ໄດ້ຮັບອະນຸມັດ ໃນກ່ອນໜ້ານີ້ກໍ່ກຳລັງດຳເນີນການ ຂຸດຄົ້ນເລື້ອຍມາ ແລະ ກໍ່ເຫຼືອເວລາຂຸດຄົ້ນອີກຫຼາຍປີ ກ່ອນທີ່ຈະໝົດອາຍຸ ການສຳປະທານ.
ດັ່ງພະນັກງານ ຂອງບໍລິສັດລາວຊີນຫຼົງບຸກເບີກ ອຸດສາຫະກຳ ບໍ່ແຮ່ຈຳກັດ ທີ່ຂຸດຄົ້ນແຮ່ຄຳ ຢູ່ເຂດເມືອງປາກແບງກ່າວວ່າ:
“ແມ່ນໆ ຍັງດໍາເນີນທຸລະກິດປົກກະຕິ ຢ່າງໜ້ອຍຕ້ອງແມ່ນ 10 ປີ ມີແຕ່ວ່າໂຄງການດຽວຂຸດຄົ້ນນີ້ ກໍຊິມີແຕ່ໂຄງການດຽວ ແຕ່ວ່າຕໍ່ໄປກາຄືຊິມີເຂື່ອນໄຟຟ້າ ມີແຕ່ວ່າກຳລັງສຳຫຼວດ.”
ເມື່ອເດືອນກັນຍາປີ 2022 ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ກໍ່ໄດ້ອອກແຈ້ງການໂຈະຊົ່ວຄາວ ການຂຸດຄົ້ນແຮ່ຄຳຂອງບໍລິສັດ ລາວຊີນຫຼົງ ບຸກເບີກອຸດສາຫະກຳ ບໍ່ແຮ່ຈຳກັດ ຍ້ອນມີອຸປະຕິເຫດ ໃນລະຫວ່າງການຂຸດຄົ້ນຫຼາຍເທື່ອ ອັນເຮັດໃຫ້ສ້າງຜົນກະທົບຕໍ່ຊີວິດ ແລະຊັບສິນ. ເຊິ່ງກ່ອນໜ້ານັ້ນ ທາງບໍລິສັດກໍ່ເຄີຍໄດ້ຮັບຄຳເຕືອນຫຼາຍເທື່ອ ຈາກກົມຄຸ້ມຄອງບໍ່ແຮ່ ເພື່ອໃຫ້ມີການປັບປຸງລະບົບຄວາມປອດໄພ ແຕ່ທາງບໍລິສັດກໍ່ບໍ່ໄດ້ປະຕິດບັດຕາມ ຄຳສັ່ງ ຈຶ່ງໄດ້ຖືກສັ່ງໂຈະຊົ່ວຄາວ.
ປະຈຸບັນການລົງທຶນ ດ້ານພະລັງງານ ແລະ ຂຸດຄົ້ນແຮ່ທາດ ຢູ່ແຂວງອຸດົມໄຊ ສ່ວນໃຫຍ່ເປັນຂອງນັກລົງມທຶນຈີນ 90% ເຊິ່ງນັບສະເພາະການລົງທຶນ ດ້ານຂຸດຄົ້ນແຮ່ທາດ ໃນທົ່ວແຂວງມີການຂຸດຄົ້ນຫຼາຍກ່ວາ 60 ຈຸດ ໂດຍສ່ວນຫຼາຍແມ່ນໂຄງການຮ່ວມມືກັບຈີນ ຈຳນວນເກືອບ 10 ບໍລິສັດ. ອີງຕາມການລາຍງານ ຂອງພະນັກງານພະລັງງານ ແລະ ບໍ່ແຮ່ແຂວງອຸດົມໄຊ ເມື່ອປີ 2022.