ມີການຮຽກຮ້ອງໃຫ້ລັດຖະບານ ເອົາໃຈໃສ່ເຂັ້ມງວດ ການຂຸດຄົ້ນບໍ່ແຮ່

ສຸພັດຕາ
2024.06.13
ມີການຮຽກຮ້ອງໃຫ້ລັດຖະບານ ເອົາໃຈໃສ່ເຂັ້ມງວດ ການຂຸດຄົ້ນບໍ່ແຮ່ ຮູບໂຕຢ່າງ ຮ່ອງຮອຍການຂຸດຄົ້ນແຮ່ທາດ ໃນເຂດພື້ນທີ່ໃກ້ກັບບ້ານ ຂອງປະຊາຊົນ ແຫ່ງໜຶ່ງໃນ ແຂວງໄຊສົມບູນ ສະແດງໃຫ້ເຫັນເຖິງ ການດຳເນີນກິດຈະການ ດ້ານບໍ່ແຮ່ ທີ່ອາດກະທົບ ຕໍ່ສິ່ງແວດລ້ວມ ແລະວິຖີຊີວິດ ຂອງຊາວບ້ານ.
RFA

ໃນວາລະກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມານີ້ ສະມາຊິກສະພາແຫ່ງຊາດ ຫຼາຍທ່ານ ປະກອບດ້ວຍ ທ່ານ ອິນປອນ ແສງມະນີ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 10 ແຂວງວຽງຈັນ, ທ່ານ ໄມສີ ວຽງວິໄລ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 9 ແຂວງຊຽງຂວາງ, ທ່ານ ຄອນປະພັນ ເລືອງສີຈັນທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 8 ແຂວງຫົວພັນ ແລະ ທ່ານອື່ນໆ ໄດ້ສະເໜີໃຫ້ລັດຖະບານ ເຂັ້ມງວດກວດກາ ການຂຸດຄົ້ນບໍ່ແຮ່ໃນຫຼາຍໆເຂດ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ເພາະເຫັນວ່າ ການຂຸດຄົ້ນບໍ່ແຮ່ ໃນຫຼາຍທ້ອງຖິ່ນ ຍັງເຮັດຜົນກະທົບແບບຊະຊາຍ ຕໍ່ສິ່ງແວດລ້ອມ, ອີງຕາມການລາຍງານ ຂອງໜັງສືພິມ ປະຊາຊົນ.

ກ່ຽວກັບເລື່ອງນີ້ ຊາວບ້ານທີ່ໄດ້ຮັບຜົນກະທົບ ຈາກໂຄງການຂຸດຄົ້ນບໍ່ແຮ່ ເປັນຕົ້ນ ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ໄທຍຸ້ຍ ກາສີ ພັດທະນາບໍ່ແຮ່ ຈໍາກັດ ຢູ່ເຂດເມືອງກາສີ ແຂວງວຽງຈັນ ກ່າວວ່າ ດຽວນີ້ ພວກເຂົາເຈົ້າ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກນໍ້າເປື້ອນ ຂອງການລ້າງແຮ່ງເຫຼັກ ທີ່ຖືກໃຫ້ປ່ອຍໄຫຼລົງສູ່ ແຫຼ່ງນໍ້າທໍາມະຊາດ ເຊິ່ງນັບແຕ່ເດືອນມັງກອນ ປີ 2024 ຈົນມາຮອດປັດຈຸບັນ ຊາວບ້ານ ກໍ່ຍັງປະສົບກັບຄວາມເດືອດຮ້ອນນັ້ນຢູ່.

ດັ່ງຊາວບ້ານ ເມືອງກາສີ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມິຖຸນາ ນີ້ວ່າ:

“ແມ່ນແຫຼະ ເພິ່ນເຮັດບໍ່ແຮ່ ເພິ່ນລ້າງ ແລ້ວນໍ້າມັນເປື້ອນ ດຽວນີ້ກະເພິ່ນຍັງເຮັດຄືເກົ່ານ່າ ຢູ່ບ້ານນິ່ນ້ອງ ເພິ່ນກະຍັງເຮັດດຸນ່າ ມັນກະຍາກລໍາບາກໜ້ອຍໜຶ່ງ ການໃຊ້ຊີວິດ ນໍ້າກະບໍ່ຄ່ອຍຊິມີຊິເຮັດນານ່າ ຢູ່ບ້ານນ້ອງນີ່ນ່າ ເພາະວ່າທາງບໍລິສັດ ເພິ່ນມາຂຸດຄົ້ນບໍ່ແຮ່ ແລ້ວເພິ່ນກະເຮັດນໍ້າເປື້ອນ.”

ໃນຂະນະທີ່ ຊາວບ້ານອີກນາງໜຶ່ງ ກໍ່ໄດ້ຢືນຢັນວ່າ ຊາວບ້ານບາງບ້ານ ໃນເຂດເມືອງກາສີ ເປັນຕົ້ນ ບ້ານຫ້ວຍຫົກ, ບ້ານພູຫີນເຫຼັກໄຟ ແລະ ບ້ານແດນດິນ ຍັງສືບຕໍ່ ໄດ້ຮັບຄວາມເດືອດຮ້ອນ ຈາກການປ່ອຍນໍ້າເປື້ອນ ຂອງໂຄງການຂຸດຄົ້ນ ແຮ່ເຫຼັກດັ່ງກ່າວ ເຮັດໃຫ້ບໍ່ສາມາດ ໃຊ້ນໍ້າຢູ່ແຫຼ່ງນໍ້າທໍາມະຊາດໄດ້ ຕ້ອງພາກັນໄປຂໍນໍ້າໃຊ້ ຈາກບ້ານອື່ນໆແທນ ຈຶ່ງຢາກຮຽນຮ້ອງ ໃຫ້ທາງສະພາແຫ່ງຊາດ ຮັບຮູ້ບັນຫານີ້ ເພື່ອຫາແນວທາງແກ້ໄຂ.

ດັ່ງນາງ ກ່າວວ່າ:

“ນໍ້າບໍ່ແຮ່ຫັ້ນຫວາ ບ້ານຕິດໆດຽວຫັ້ນແຫຼະ ໄທບ້ານຫ້ວຍຫົກຫັ້ນແຫຼະ ໂອ ເຂົາກະເດືອດຮ້ອນແຫຼະ ເວລາເຂົາຊິໃຊ້ນໍ້າແຕ່ລະເທື່ອ ກະຕ້ອງໄປຂໍຢູ່ບ້ານອື່ນເດ້ ມັນສົກກະປົກ ມັນໃຊ້ງານບໍ່ໄດ້ເນາະ ຄືວ່າແຫຼະລ້າງບໍ່ແຮ່ ແລ້ວມັນເປັນຄາບນໍ້າມັນເຄື່ອງ ອີ່ຫຍັງເຂົາຫັ້ນນ່າ ເຂົາໃຊ້ລົດຈົກ.”

ກ່ຽວກັບບັນຫາ ທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງວຽງຈັນ ແລະພະແນກພະລັງງານ ແລະບໍ່ແຮ່ ແຂວງວຽງຈັນ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ຍັງບໍ່ສະດວກໃຫ້ຂໍ້ມູນເພີ່ມຕື່ມ.

ສ່ວນຜົນກະທົບທີ່ເກີດຂຶ້ນ ຈາກການເຮັດອ່າງເກັບນໍ້າໝູນວຽນແຕກ ຂອງໂຄງການ ຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ທີ່ເຮັດໃຫ້ນໍ້າເສຍ ໄຫຼລົງຫ້ວຍສາຂາ ຂອງນໍ້າແວ່ນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຈົນເຮັດໃຫ້ນໍ້າເປື້ອນ ແລະມີປາຕາຍ ເມື່ອເດືອນກຸມພາ ທີ່ຜ່ານມານັ້ນ, ມາຮອດປັດຈຸບັນ ທາງບໍລິສັດ ກໍ່ໄດ້ມີການສ້ອມແປງອ່າງທີ່ແຕກ ດັ່ງກ່າວແລ້ວ ພ້ອມທັງ ມີການແກ້ໄຂ ທາງດ້ານບໍລິຫານພາຍໃນ ແຕ່ຍັງຄາເລື່ອງການຊົດເຊີຍ ແກ່ຊາວບ້ານ ທີ່ຍັງບໍ່ສາມາດຕົກລົງ ດ້ານມູນຄ່າການຊົດເຊີຍໄດ້ເທື່ອ.

ດັ່ງນັກວິຊາການ ດ້ານສິ່ງແວດລ້ອມ ທ່ານໜຶ່ງ ກ່າວວ່າ:

“ເຮັດອ່າງແລ້ວ ເຂົາເຈົ້າຮັບຜິດຊອບແລ້ວລະ ບໍ່ມີບັນຫາຫຍັງແລ້ວ ວິຊາການ ທີ່ເຂົາເຈົ້າບໍ່ມີຈັນຍາບັນ ກະແມ່ນໄດ້ໄລ່ອອກແລ້ວ ເຂົາເຈົ້າເອົາວິຊາການໃໝ່ ໄປປ່ຽນແລ້ວ ຍັງເຫຼືອແຕ່ເລື້ອງຊົດເຊີຍ ກະຍັງລາຄາຕໍ່າເກີນໄປ ເປັນຈຸດປະກາຍໃຫ້ທົ່ວປະເທດ ເພື່ອວ່າ ບໍ່ໃຫ້ອະນຸມັດເດັດຂາຍເລີຍ.”

ແລະ ໃນວັນທີ 13 ເດືອນມິຖຸນາ ນີ້ ຢູ່ກະຊວງພະລັງງານ ແລະບໍ່ແຮ່ ກໍ່ໄດ້ມີການຖະແຫຼງຂ່າວ ກ່ຽວກັບກໍລະນີ ເຫດການດັ່ງກ່າວ ທີ່ແຂວງຫົວພັນ, ໂດຍທ່ານ ບຸນຍົງ ສີດາວົງ ຮັກສາການແທນ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ກ່າວວ່າ ເບື້ອງຕົ້ນ ທາງບໍລິສັດດັ່ງກ່າວ ໄດ້ມອບພັນປາ ໃຫ້ແກ່ຊາວບ້ານ 2 ບ້ານ ຈໍານວນ 400 ກິໂລ ມູນຄ່າ 40 ລ້ານກີບ ເພື່ອນໍາໄປປ່ອຍຄືນສູ່ທໍາມະຊາດ ອີກທັງ ບໍລິສັດ ຍັງສືບຕໍ່ຊົດເຊີຍ ຜົນກະທົບທີ່ເກີດຂຶ້ນ ແລະກໍາລັງເກັບກໍາຂໍ້ມູນຈາກຊາວບ້ານ ເພື່ອນໍາມາກໍານົດມູນຄ່າ ການຊົດເຊີຍ ຢ່າງສົມເຫດສົມຜົນ.

ແຕ່ເຖິງຢ່າງໃດກໍ່ຕາມ ການຂຸດຄົ້ນ ແຮ່ຫາຍາກ ຂອງບໍລິສັດດັ່ງກ່າວ ກໍ່ຍັງສົ່ງຜົນກະທົບ ດ້ານອື່ນໆ ເປັນຕົ້ນ: ລົດບັນທຸກແກ່ແຮ່ ຂອງໂຄງການນີ້ ໄດ້ເຮັດໃຫ້ເສັ້ນທາງຫຼາຍແຫ່ງ ຢູ່ເມືອງຊໍາເໜືອ, ເມືອງຫົວພັນ ແຂວງຫົວພັນ ມີສະພາບເປ່ເພ ເນື່ອງຈາກ ລົດບັນທຸກໜັກ ໄດ້ແລ່ນໄປ-ມາ ມື້ລະຫຼາຍສິບຄັນ ຈຶ່ງເຫັນວ່າ ເປັນຜົນກະທົບໃນຮູບແບບໜຶ່ງ ທີ່ເກີດຈາກໂຄງການຂຸດຄົ້ນແຮ່ທາດ.

ດັ່ງຊາວບ້ານ ຢູ່ແຂວງຫົວພັນ ທ່ານໜຶ່ງ ກ່າວວ່າ:

“ໂອ້ ຍັງຫຼາຍຢູ່ ບາງມື້ ບໍ່ຕໍ່າກວ່າ 55 ຄັນ ເພິ່ນກະຜ່ານໄປ ຜ່ານມາຢູ່ ລົດບັນທຸກນ່າ ໂອ້ ເລື້ອງທາງນີ້ ຊ່ວງນີ້ຊ່ວງຝົນແດ່ເນາະ ຖືວ່າ ຄັນວ່າ ລົດຕໍ່າໄປ ບາງບ່ອນກະຍາກ ຍາກຢູ່ ບາງບ່ອນຖືວ່າ ມັນເປັນຕົມ ແບບເຊາະເຈື່ອນ ມັນຢາກຍາກນ່າ.”

ນອກຈາກນັ້ນແລ້ວ ທາງສະມາຊິກສະພາແຫ່ງຊາດ ຫຼາຍທ່ານ ຍັງໄດ້ສະເໜີໃຫ້ລັດຖະບານ ກວດກາເບິ່ງຄືນນິຕິກໍາ ກ່ຽວກັບບັນຫາ ການຊົດເຊີຍ ທີ່ມີຜົນກະທົບ ແລະ ສະເໜີ ໃຫ້ລັດຖະບານ ໂຈະ ຫຼື ຍຸຕິ ທຸກໂຄງການຂຸດຄົ້ນແຮ່ທາດ, ແຮ່ທົດລອງ ໂດຍສະເພາະ ແຮ່ຫາຍາກ ໃຫ້ຜູ້ລົງທຶນ ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ເພື່ອຮັບປະກັນ ການດໍາເນີນກິດຈະການທີ່ສອດຄ່ອງ ຖືກຕ້ອງຕາມລະບຽບກົດໝາຍ.

ມາຮອດປັດຈຸບັນ ລັດຖະບານລາວ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນທົ່ວປະເທດ ໃນໂຄງການປົກກະຕິ ລວມທັງໝົດ 968 ບໍລິສັດ ນອກຈາກນີ້, ຍັງມີໂຄງການພັດທະນາບໍ່ແຮ່ ໃນຮູບແບບທົດລອງ ຈໍານວນ 93 ບໍລິສັດ, ອີງຕາມການລາຍງານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ

ກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.