ກົມຄຸ້ມຄອງບໍ່ແຮ່ ອອກແຈ້ງການໃຫ້ຜູ້ລົງທຶນ ເພີ່ມມາດຕະການຄວາມປອດໄພ
2024.08.23
ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເຖີງບໍລິສັດລົງທຶນຂຸດຄົ້ນແຮ່ທາດທົ່ວປະເທດໃຫ້ເພີ່ມມາດຕະການກວດກາອ່າງບັນຈຸສານເຄມີ ອ່າງຫາງແຮ່ ອ່າງດັກຝຸ່ນຕົມໃນຂອບເຂດໂຄງການໃນໄລຍະລະດູຝົນ ເພື່ອຮັບປະກັນຄວາມປອດໄພ. ລວມຖີງໃຫ້ບໍລິສັດເຝົ້າລະວັງການເຊາະເຈື່ອນການຊຸດຕົວຂອງດິນໃນເຂດຂຸດຄົ້ນ. ຫາກມີເຫດການດິນເຈື່ອນ ຫຼື ອ່າງບັນຈຸສານເຄມີອ່າງຫາງແຮ່ ອ່າງດັກ ຝຸ່ນຕົມແຕກຫັກ ກໍ່ຂໍໃຫ້ບໍລິສັດແກ້ໄຂບັນຫາທີ່ເກີດຂື້ນ ແລະ ລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບຮູ້. ເພື່ອແກ້ໄຂບັນຫາຕໍ່ໄປ. ດັ່ງເຈົ້າໜ້າທີ່ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 23 ສິງຫາ 2024 ນີ້ວ່າ:
“ດຽວນີ້ກໍ່ຄືລະດູຝົນເນາະໃຫ້ຕິດຕາມກວດກາ ໜ້າວຽກຂອງຕົວເອງຫັ້ນນ່າ ໃຫ້ເພີ່ມທະວີມາດຕະການກວດກາຕິດຕາມດິນເຊາະເຈື່ອນ ບໍ່ຫຼືວ່າອ່າງບັນຈຸສານເຄມີເນາະອ່າງຫາງ ແຮ່ອ່າງລ້າງຕະກອນຕ່າງໆ ຫັ້ນນ່າອຸໂມງຫຍັງຫັ້ນນ່າ ຢາກໃຫ້ເບິ່ງຊ່ວງຍາມຝົນນີ້ຄັນມີເຫດການ ອ່າງຫາງແຮ່ແຕກບໍ່ ຫຼືວ່າດິນຖະລົ່ມບໍ່ອີ່ຫຍັງກໍ່ຢາກໃຫ້ລາຍງານ ມະຫາກົມພວກເຮົາ.”
ຍາງກ່າວຕື່ມວ່າໄລຍະທີ່ຜ່ານມາ ໃນໄລຍະລະດູຝົນໃນບາງເຂດທີ່ມີການຂຸດຄົ້ນແຮ່ທາດ ມີຝົນຕົກໜັກຫຼາຍເຮັດໃຫ້ເກີດບັນຫາດິນເຊາະເຈື່ອນ ແລະ ນໍ້າຖ້ວມຈົນເກີດກໍລະນີອ່າງບັນຈຸສານເຄມີ ແລະ ອ່າງລ້າງແຮ່ແຕກຫັກສົ່ງຜົນກະທົບດ້ານສີ່ງແວດລ້ອມ ໃນເຂດອ້ອມຂ້າງໂດຍສະເພາະໂຄງການຂຸດຄົ້ນແຮ່ທາດຫາຍາກ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງທີ່ມີການຂຸດຄົ້ນແບບລະລາຍແຮ່ກັບທີ່ໂດຍ ໃຫ້ຄວບຄຸມປະລິມານສານເຄມີ ທີ່ໃຊ້ລະລາຍແຮ່ເພື່ອຫຼຸດປະລິມານນໍ້າ ທີ່ສະສົມຢູ່ໃນດິນ. ດັ່ງນັ້ນກົມຄຸ້ມຄອງບໍ່ແຮ່ຈຶ່ງອອກແຈ້ງການດັ່ງກ່າວ ເພື່ອເຕືອນໃຫ້ບໍລິສັດຮັບຮູ້ທົ່ວກັນ.
ໃນເດືອນກຸມພາທີ່ຜ່ານມາຊາວບ້ານ ຢູ່ເມືອງຊໍາເໜືອແຂວງຫົວພັນຈໍານວນ 36 ບ້ານເປັນຕົ້ນບ້ານພຽງດີ, ບ້ານຫົວພູ, ບ້ານຫ້ວຍມັນ ແລະ ບ້ານເມືອງແວ່ນໄດ້ຮັບຜົນກະທົບຈາກການປ່ອຍສານເຄມີ ແລະ ນໍ້າເສັຍລົງສາຍນໍ້າແວ່ນຂອງໂຄງການຂຸດຄົ້ນແຮ່ທາດຫາຍາກຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈຳກັດ ເຮັດໃຫ້ບໍ່ສາມາດນໍາໃຊ້ນໍ້າໄດ້ຄືເກົ່າ ແລະ ຊາວບ້ານບໍ່ສາມາດຫາປາໄດ້.
ປັດຈຸບັນເຖີງແມ່ນວ່າສາຍນໍ້າແວ່ນຈະກັບຄືນສູ່ສະພາບປົກກະຕິຊາວບ້ານສາມາດນໍາໃຊ້ນໍ້າ ແລະ ຫາປາໄດ້ແລ້ວແຕ່ການມີບໍລິສັດຂຸດຄົ້ນແຮ່ທາດຫາຍາກຢູ່ໃກ້ຄຽງກັບສາຍນໍ້າທີ່ຊາວບ້ານໃຊ້ດຳລົງຊີວິດກໍ່ຖືວ່າເປັນເລື່ອງທີ່ໜ້າກັງວົນຫຼາຍຍ້ອນມີສານເຄມີຖືກໃຊ້ໃນຂະບວນການຂຸດຄົ້ນ. ດັ່ງຊາວບ້ານຢູ່ບ້ານເມືອງແວ່ນ ເມືອງຊໍາເໜືອ ແຂວງຫົວພັນ ກ່າວວ່າ:
“ແຕ່ວ່າເລື່ອງບໍ່ແຮ່ບໍ່ຫີນບໍ່ຫຍັງນີ້ຄັນເຂົ້າເຈົ້າຈົກເອົາໄປ ດີກໍ່ບໍ່ຂັດຂ້ອງປານໃດດອກແຕ່ເລື່ອງບໍ່ແຮ່ ຫາຢາກເອົາສານເຄມີເດ້ບໍ່ຮູ້ວ່າ ກີ່ພັນໂຕນມາເທໃສ່ດິນຫັ້ນກໍ່ເລີຍມີການປະທະກັນວ່າຊັ້ນ ເລື່ອງບໍ່ແຮ່ອັນອື່ນຫັ້ນບໍ່ມີການປະທະກັນປານໃດດອກ ແມ່ນຄັນຖ້າເຮັດໃຫ້ໄດ້ມາດຕະຖານ ເຮົາບໍ່ວ່າຫຍັງດອກບໍ່ມາຜົນກະທົບຕໍ່ເຮົາຫັ້ນນ່າ.”
ກ່ອນໜ້ານີ້ໃນເດືອນມັງກອນ ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດໄທຍຸ້ຍ ກາສີ ພັດທະນາ ບໍ່ແຮ່ ຈຳກັດ ກໍໄດ້ປ່ອຍນໍ້າລ້າງແຮ່ລົງສູ່ສາຍນໍ້າປັງ ເຮັດໃຫ້ສາຍນໍ້າກາຍເປັນສີແດງຂຸ່ນ ແລະ ມີຄາບນໍ້າມັນ. ຊາວບ້ານຫຼາຍບ້ານເປັນຕົ້ນບ້ານຫ້ວຍຫົກ ບ້ານບວກຜຸກ ບ້ານໜອງຄໍາ ແລະ ບ້ານຜາຊ້າງ ເຊີ່ງດຳລົງຊີວິດຕິດພັນກັບສາຍນໍ້ານີ້ ບໍ່ສາມາດນໍາໃຊ້ນໍ້າຫົດພືດຜັກ ແລະ ບໍ່ສາມາດຫາປາ ຫຼືເກັບພືດນໍ້າໄດ້ເຮັດໃຫ້ຊາວບ້ານສູນເສັຍລາຍຮັບນໍາ. ດັ່ງຊາວບ້ານຢູ່ບ້ານບວກຜຸຸກ ເມືອງກາສີ ແຂວງວຽງຈັນທ່ານກ່າວວ່າ:
“ໂອດຽວນີ້ຄືເກົ່າຍັງແຫ້ງແດງຄືເກົ່າແມ່ນລະນໍ້າຍັງແດງໆ ຄືເກົ່າແມ່ນແລ້ວເປັນຄາບມັນຄືເກົ່າ ມັນລົ້ນມັນລົ້ນເວລາຝົນຕົກຫຼາຍແລ້ວເຂົາອາໄສ ປ່ອຍເລີຍປ່ອຍແລ້ວບໍ່ເຂົາກໍ່ປ່ອຍຫວ່າງ ຝົນຕົກຫຼາຍເຂົາກໍ່ປ່ອຍ.”
ສໍາລັບບໍລິສັດຂຸດຄົ້ນແຮ່ທາດນັ້ນ ໃນໄລຍະໜ້າຝົນຈະມີມາດຕະຖານ ຮັກສາຄວາມປອດໄພ ຫຼາຍກ່ວາໄລຍະໜ້າແລ້ງຢູ່ແລ້ວຍ້ອນຄວາມສ່ຽງ ທີ່ອາດເກີດຂື້ນຈາກໄພພິບັດຕ່າງໆ ເປັນຕົ້ນນໍ້າຖ້ວມ ແລະ ດິນເຊາະເຈື່ອນເຮັດໃຫ້ການຂຸດອຸໂມງ ໃນໄລຍະລະດູຝົນຈະຂື້ນຢູ່ກັບສະພາບອາກາດ ໃນແຕ່ລະມື້ບໍ່ໄດ້ຂຸດເຈາະທຸກມື້. ສ່ວນອ່າງເກັບນໍ້າກໍ່ຈະມີການຮັກສາຄວາມປອດໄພ ອີກແບບໜຶ່ງ. ດັ່ງພະນັກງານບໍລິສັດຂຸດຄົ້ນບໍ່ແຮ່ຫາຍາກ ຢູ່ເມືອງຜາໄຊ ແຂວງຊຽງຂວາງນາງກ່າວວ່າ:
“ຊ່ວງຝົນຈະບໍ່ໄດ້ເຈາະເດີ້ສ່ວນຫຼາຍ ມີແຕ່ເຈາະຊ່ວງຕອນຊ່ວງແລ້ງແມ່ນເພາະວ່າ ເຮົາກໍ່ເຊຟຕີ້ຄົນງານເຮົາຄືກັນມັນກໍ່ບໍ່ຄ່ອຍເຈື່ອນບໍ່ສຸດ ອີ່ຫຍັງແຕ່ວ່າມັນກໍ່ບໍ່ເຄີຍມີປະຫວັດຫັ້ນແຫຼະ ແຕ່ວ່າເຮົາກໍ່ເຊຟຕີ້ໄວ້ກ່ອນສິນ່າມັນຈະເຊຟຕີ້ຫຼາຍກ່ວາ ໜ້າແລ້ງຢູ່ແລ້ວຫັ້ນນ່າເພາະວ່າ ໜ້າຝົນມັນເປັນຊ່ວງສ່ຽງຊິນ່າ.”
ເມື່ອເດືອນມີນາ 2024 ຜ່ານມາ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ກໍໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ຕິດຕາມ-ກວດກາຄືນບັນດາໂຄງການ ຂຸດຄົ້ນແຮ່ທາດໃນທົ່ວປະເທດ. ຫ້າມອະນຸຍາດຂຸດຄົ້ນ ແລະ ຂົນຍ້າຍແຮ່ດິບອອກໄປນອກປະເທດ ຫາກຍັງບໍ່ໄດ້ຮັບການປຸງແຕ່ງ ສຳເລັດຮູບເພາະເຮັດໃຫ້ປະເທດລາວ ເສັຍຜົນປະໂຫຍດ ແລະຍັງສ້າງຜົນກະທົບ ຕໍ່ເສັ້ນທາງຫຼວງ, ເສັ້ນທາງຊົນນະບົດອີກຫຼາຍແຫ່ງ ຍ້ອນລົດບັນທຸກແຮ່ທາດ ມີນໍ້າໜັກເກີນ.
ໃນວາລະກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມານີ້ ສະມາຊິກສະພາແຫ່ງຊາດ ຫຼາຍທ່ານ ໄດ້ສະເໜີໃຫ້ລັດຖະບານ ເຂັ້ມງວດກວດກາ ການຂຸດຄົ້ນບໍ່ແຮ່ ໃນຫຼາຍໆເຂດ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ເພາະເຫັນວ່າ ການຂຸດຄົ້ນບໍ່ແຮ່ໃນຫຼາຍທ້ອງຖິ່ນຍັງມີທັງບໍລິສັດ ແລະ ບຸກຄົນລັກລອບຂຸດຄົ້ນແຮ່ທາດ ຂຸດຄົ້ນແບບຊະຊາຍ. ບາງສ່ວນຍັງບໍ່ມີການປະເມີນຜົນກະທົບຢ່າງຄົບຖ້ວນ ເນື່ອງຈາກຍັງບໍ່ທັນມີນິຕິກຳຄົບຊຸດເຖິງວ່າຈະມີນິຕິກຳ ແລະກົດໝາຍ ກໍ່ຍັງບໍ່ທັນແກ້ໄຂບັນຫາໄດ້ຈຶ່ງເຮັດໃຫ້ເກີດຜົນກະທົບ ແບບຊະຊາຍຕໍ່ສີ່ງແວດລ້ອມ.