ຊາວບ້ານ ບໍ່ຍອມຮັບຄ່າຊົດເຊີຍ ຈະຮ້ອງທຸກເຖິງສະພາ

ອຸ່ນແກ້ວ
2024.08.07
ຊາວບ້ານ ບໍ່ຍອມຮັບຄ່າຊົດເຊີຍ ຈະຮ້ອງທຸກເຖິງສະພາ ການຂຸດຄົ້ນແຮ່່ທາດ ຢູ່ບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ ເດືອນ ກໍລະກົດ 2024.
ຮູບພາບຈາກພົນລະເມືອງ

ການຂຸດຄົ້ນແຮ່ທາດ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ ໄດ້ສົ່ງຜົນກະທົບຕໍ່ຊາວບ້ານ 9 ຄອບຄົວ ຍັງບໍ່ທັນມີການແກ້ໄຂ ແລະ ຊາວບ້ານ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ຍ້ອນວ່າ ຄ່າຊົດເຊີຍ ທີ່ບໍລິສັດ ສະເໜີໃຫ້ນັ້ນ ຕໍ່າກວ່າລາຄາທີ່ດິນຂອງຊາວບ້ານ. ບໍລິສັດ ຜູ້ທີ່ຂຸດຄົ້ນແຮ່ທາດ ສະໜີຄ່າຊົດເຊິີຍໃຫ້ຊາວບ້ານ ໃນລາຄາປະມານ 100 ລ້ານປາຍກີບ ຕໍ່ເຮັກຕ້າ ໃນຂະນະທີ່ຊາວບ້ານຮຽກຮ້ອງຄ່າຊົດເຊິີຍ 500 -​600 ລ້ານ ກີບ ຕໍ່ເຮັກຕ້າ.

ຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:

ເຂົາເຈົ້າມາຂຸດຄົ້ນໃສ່ນາເຮົາ ເກີດຜົນກະທົບໝົດໃສ່ໄຮ່ໃສ່ນາເຮົາ ບໍ່ທັນຊົດເຊີຍເລີຍ ແລະ ດຽວນີ້ຍັງຄາຄວາມຢູ່ ກະທົບໃສ່ນາປີ ເຮັດນາບໍ່ໄດ້ເລີຍ ເຂົາຍັງບໍ່ໍຊົດເຊີຍນ່າ ເຂົາຂຸດຄົ້ນເປັນບໍ່ໃຫຍ່.

ຊາວບ້ານ ທ່ານນີ້ ກ່າວຕື່ມວ່າ: ສະເໜີເຂົາເຈົ້າຊົດເຊີຍ ເຮັກຕ້ານຶ່ງ 500-600 ລ້ານກີບ ເຂົາໃຫ້ແຕ່ເຮັກຕ້ານຶ່ງ 120 ລ້ານກີບ ປະຊາຊົນບໍ່ໃຫ້ ນາຫັ້ນປະຊາຊົນຊື້ກໍຍັງກາຍແລ້ວ ເຮັກຕ້ານຶ່ງ 200 ປາຍລ້ານກີບ ໂອຍັງຊິມີບັນຫາ ຄັນແມ່ນເຂົາບໍ່ຊົດເຊີຍລະຊິຂຽນໃບຮ້ອງຟ້ອງໄປຫາສະພາ ແລະ ກະຊວງພຸ້ນ.

ອີງຕາມ ຂໍ້ນມູນຈາກຊາວບ້ານ, ມີຊາວບ້ານເສັຍດິນນາ ໃຫ້ບໍລິສັດ 6 ຄອບຄົວ ແລະ ຍັງມີຄອບຄົວທີ່ໄດ້ຮັບຜົນກະທົບເສັຍດິນປະເພດອື່ນໆອີກ, ມີຊາວບ້ານເສັຽດິນທັງໝົດ 9 ຄອບຄົວ ແລະ ມີທີ່ດິນຊາວບ້ານເສັຍຫາຍປະມານ 9 ເຮັກຕ້າ.

ໃນເບື້ອງຕົ້ນ ບໍລິສັດ ເຂົ້າມາຂຸດຄົ້ນຄໍາ ແຕ່ ພົບວ່າ ບໍ່ມີຄໍາຫຼາຍ ສະນັ້ນ ເຂົາເຈົ້າໃຫ້ຂາຍສັນຍາສໍາປະທານຕໍ່ໃຫ້ບໍລິສັດຈີນ ເຂົ້າມາຂຸດຄົ້ນແຮ່ຫາຍາກ.

ຊາວເມືອງຄູນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ອັນນີ້ແມ່ນໂຕແຮ່ຫາຍາກຫັ້ນ ເຂົາມາເຮັດຄໍາ [ຂຸດຄໍາ] ລະຄໍາບໍ່ມີ ແລະ ເຂົາຮູ້ວ່າ ຄໍາບໍ່ມີທໍ່ໃດ ລະເຂົາຂາຍຕໍ່ໃຫ້ບໍລິສັດຈີນ ໃຫ້ເຂົ້າມາຂຸດຄົ້ນບໍ່ແຮ່ຫານຍາກຫັ້ນ.

ທີ່ຜ່ານມາ ຊາວບ້ານຂຶ້ນໄປຫາເຈົ້າໜ້າທີ່ເມືອງ ເພື່ອໃຫ້ມາແກ້ໄຂບັນຫາ, ແຕ່ ທາງການ ເມືອງ ກໍບໍ່ລົງມາແກ້ໄຂ.

ຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບອີກ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

ດຽວນີ້ຂະເຈົ້າ ມີແຕ່ເວົ້າຫຍັງບໍ່ໄດ້ນ່າ ມີແຕ່ທາງເຈົ້າເມືອງ ມີແຕ່ຂຶ້ນໄປລະກະ ໄປຖຽງຢູ່ບໍລິສັດຫັ້ນແຫຼະ ມີຕໍາຫຼວດ ມີທະຫານ ເຂົາກະໄລ່ໃຫ້ກັບ ໄປຫຼາຍເທື່ອລະ ໄປຕໍ່ສູ້ຫັ້ນ ບ່ອນເຂົາເຈົ້າຂຸດຄົ້ນຫັ້ນຫຼາຍເທື່ອລະ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູນກາງ ກໍອ້າງວ່າ ຍັງບໍ່ທັນໄດ້ຮັບຂໍ້ມູນກ່ຽວກັບເລື່ອງດັ່ງກ່າວ.

ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ບໍ່ຍັງບໍ່ມີຂໍ້ມູນໂຕນີ້ ຍັງບໍ່ທັນໄດ້ຮັບການລາຍງານເທື່ອເດີ້ ບາດແລ້ວຈັ່ງຊິຖາມເບິ່ງທາງພະແນກພະລັງງານ ແຂວງຊຽງຂວາງເບິ່ງເດີ້.

Google Picture .png
ການຂຸດຄົ້ນແຮ່ທາດ ທີ່ເປັນບໍລິເວນກວ້າງ ຢູ່ເຂດບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ. Photo Google.

ການຂຸດຄົ້ນແຮ່ທາດຢູ່ປະເທດລາວ ທັງໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຮັບອະ ນຸຍາດ ຊຶ່ງມີບາງໂຄງການ ກໍໄດ້ຮັບອະນຸຍາດຈາກຂັ້ນສູນກາງ ແລະ ບາງໂຄງ ການກໍໄດ້ຮັບອະນຸຍາດ ຈາກຂັ້ນແຂວງ ຫຼື ເມືອງ.

ຕໍ່ບັນຫາດັ່ງກ່າວ, ສະພາມາຊິກສະພາແຫ່ງຊາດ ກໍໄດ້ສະແດງຄວາມເປັນຫ່ວງ ແລະ ມີການອະພິປາຍກັນ ຢູ່ກອງປະຊຸມສະພາແຫ່ງຊາດ.

ເອເຊັຽເສຣີ ພະຍາຕິດຕໍ່ຫາບໍລິ ແຮ່ຄໍາ ໂກເອໂກ ຈໍາກັດ ຜູ້ດຽວ ທີ່ເປັນຂອງນັກລົງທຶນຫວຽດນາມ ທີ່ເປັນຜູ້ຂຸດຄົ້ນແຮ່ ໃນເຂດດັ່ງກ່າວ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ວ່າ ບໍ່ມີໃຜຮັບສາຍ.

ບັນຫາການຂຸດຄົນແຮ່ທາດ ທີ່ສົ່ງຜົນກະທົບຕໍ່ປະຊາຊົນ ບໍ່ພຽງແຕ່ເກີດຂຶ້ນຢູ່ແຂວງຊຽງຂວາງເທົ່າເທົ່ານັ້ນ ແຕ່ ຍັງເກີດຂຶ້ນຢູ່ແຂວງຫົວພັນອີກດ້ວຍ.

ໃນວັນທີ 3 ມີນາ 2024 ປະຊາຊົນ 30 ປາຍບ້ານ ຢູ່ແຂວງຫົວພັນ ໄດ້ຂຽນຄໍາຮ້ອງທຸກໄປຫາ ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ລັດຖະມົນຕີ ກະຊວງພະລັງການ ແລະ ບໍ່ແຮ່, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເຈົ້າແຂວງຫົວພັນ, ສະພາປະຊາຊົນແຂວງຫົວພັນ, ເຈົ້າເມືອງ ຊໍາເໜືອ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ເພື່ອໃຫ້ມາແກ້ໄຂບັນຫາ ບໍລິສັດ ຂຸດຄົ້ນແຮ່ຫາຍາກ ໄດ້ປ່ອຍນໍ້າເສັຍລົງໃສ່ຫ້ວຍນໍ້າທໍາມະຊາດ ຈົນເຮັດໃຫ້ຊາວບ້ານ ບໍ່ສາມາດໃຊ້ນໍ້າໃນຫ້ວຍນໍ້າໄດ້ ແລະ ມີປາຕາຍຈໍານວນຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.