ຊາວບ້ານລັກຂຸດຄໍາ ເມືອງທ່າໂທມ ຖືກກັກຕົວ, ກ່າວເຕືອນ
2024.06.25

ຄະນະຮັບຜິດຊອບ ແກ້ໄຂການລັກຂຸດຄົ້ນແຮ່ທາດ ແຂວງໄຊສົມບູນ ໄດ້ນໍາຕົວກຸ່ມຄົນທີ່ລັກຂຸດ ແຮ່ຄຳຈຳນວນ 25 ຄົນ, ເປັນຍິງ 3 ຄົນ ມາສຶກສາອົບຮົມ, ກ່າວເຕືອນ ແລະ ປ່ອຍຕົວໃນວັນທີ 17 ມິຖຸນາ 2024. ໂດຍຊາວບ້ານທີ່ລັກຂຸດຄົ້ນແຮ່ຄຳ ໄດ້ຖືກກັກຕົວໃນວັນທີ 10 ພຶດສະພາ 2024 ຢູ່ເຂດພູນາງນອນ ເມືອງທ່າໂທມ ແຂວງ ໄຊສົມບູນ. ຜ່ານການດຳເນີນການສືບສວນ-ສອບສວນ ຊາວບ້ານທັງໝົດຮັບສາລະພາບວ່າ ໄດ້ກະທຳຜິດຕໍ່ກົດໝາຍແທ້. ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມິຖຸນາ 2024 ວ່າ:
“ການກັກໂຕມັນຖືເຂົາບໍ່ໄດ້ເວົ້າວ່າກັກໂຕແຕ່ເປັນການກັກຂັງບໍລິເວັນສື່ໆ ນ່າເຈົ້າແມ່ນໆ ບໍ່ໃຫ້ຂະເຈົ້າເຂົ້າໄປອີກໂອ້ຫຼາຍໆ ຫຼາຍໆ ເປັນຈຳນວນຫຼາຍ. ເອີມັນກໍ່ໄດ້ຫັ້ນແລເນາະ ເພາະວ່າມັນເປັນການລັກລອບຂຸດເດເນາະເພາະວ່າ ມັນເຮັດແບບບໍ່ຖືກຕ້ອງຕາມກົດໝາຍເດ້ ເພາະວ່າມັນເຂົ້າໃນນາມບໍລິສັດ ຖ້າເຮົາແລ່ນເອກະສານຖືກຕ້ອງຕາມກົດໝາຍ ທີ່ກຳນົດແມ່ນໆ ອັນນີ້ເປັນລັັກລອບເຂົ້າໄປຂຸຸດຄົ້ນເດີ້. ເອີ ມັນກໍ່ມີຫັ້ນແຫຼະເຂົ້າມາໃນນາມບໍລິສັດຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສໍາລັບເມືອງທ່າໂທມແຂວງໄຊສົມບູນ ແມ່ນມີບໍ່ຂະໜາດໃຫຍ່ ຢູ່ບໍລິເວນພູນາງນອນແຕ່ພຽງບ່ອນດຽວ ແຕ່ຖ້າຫາກເວົ້າເຖິງທົ່ວແຂວງໄຊສົມບູນ ແມ່ນມີບໍ່ຄໍາເປັນຈຳນວນຫຼວງຫຼາຍ, ແຕ່ພາກລັດ ແລະ ພາກສ່ວນທີກ່ຽວຂ້ອງບໍ່ທັນໄດ້ອະນຸຍາດໃຫ້ ປະຊາຊົນເຂົ້າໄປຂຸດຄົ້ນແຮ່ຄຳ ໂດຍເດັດຂາດ ແລະ ຈະອະນຸຍາດແຕ່ສະເພາະນັກລົງທຶນ ທີ່ໄດ້ຮັບອະນຸຍາດ ຈາກທາງລັດຖະບານເທົ່ານັ້ນ.
ສ່ວນຊາວບ້ານຜູ້ເຄີຍຂຸດຄົ້ນຄໍາ ຢູ່ເມືອງທ່າໂທມກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າໃນລະຫວ່າງເດືອນມີນາຫາຕົ້ນເດືອນພຶດສະພາປີ 2024 ທີ່ຜ່ານມາ ເປັນໄລຍະລະດູແລ້ງແມ່ນມີປະຊາຊົນ ໃນພື້ນທີ່ຈຳນວນຫຼາຍເດີນທາງ ໄປຍັງບໍ່ຄຳແຫ່ງນີ້ເພື່ອຂຸດຄົ້ນຄໍາ ແຕ່ເມື່ອເຂົ້າລະດູຝົນ ກໍ່ບໍ່ສາມາດຂຸດຄໍາ ໄດ້ແລ້ວ.
“ມັນເຂົາຂຸດແຮ່ກໍ່ຂຸດໄປແຮ່ຕົກຂ້ອນສື່ໆ ນີ້ນ່າໄປຕາມສາຍນໍ້າສາຍນໍ້າເຂົາຂຸດ ໄປຕາມສາຍນໍ້າສື່ໆ ດຽວນີ້ເຂົາກໍ່ຢຸດແລ້ວຝົນຕົກຫັ້ນເຂົາເຮັດບໍ່ໄດ້ແລ້ວ ບໍ່ໄດ້ເຮັດແລ້ວບາງມື້ກໍ່ໄດ້ພັກມັນມີບໍລິສັດ ເຂົ້າມາເຮັດເອງບໍ່ບໍລິສັດບໍ່ທັນໄດ້ເຂົ້າພູນາງນອນ ບໍ່ລັດຖະບານເພິ່ນບໍ່ອະນຸມັດນ່າ. ບໍ່ທັນໄດ້ອະນຸມັດນ່າພູນາງນອນ.”
ຊາວບ້ານກ່າວຕື່ມວ່າ ກ່ອນໜ້ານີ້ລັດຖະບານ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ເປີດໂອກາດໃຫ້ບໍລິສັດນັກລົງທຶນ ຫົວໜ່ວຍໜຶ່ງເຂົ້າມາດຳເນີນການ ສຳຫຼວດຄວາມເປັນໄປໄດ້ເພື່ອຂຸດຄົ້ນແຮ່ຄຳ ແຕ່ພັດບໍ່ໄດ້ອະນຸຍາດຈຶ່ງເຮັດໃຫ້ປະຊາຊົນ ໃນເຂດອ້ອມຂ້າງສາມາດເຂົ້າໄປໃນພື້ນທີ່ ເພື່ອຊອກຂຸດຄໍາ.
ຜູ້ຮູ້ກ່ຽວກັບເລື່ອງຢູ່ເມືອງທ່າໂທມ ກ່າວວ່າ ຜ່ານມາຜູ້ທີ່ເຂົ້າໄປຊອກຂຸດຄໍາຢູ່ເຂດພູນາງນອນ ສ່ວນຫຼາຍເປັນຄອບຄົວທຸກຍາກ ແລະລາຍຮັບຕໍ່າບໍ່ກຸ້ມກີນ. ການໄປຊອກຂຸດຄໍາກໍ່ເປັນພຽງ ແຕ່ເຮັດແບບວິຖີຊາວບ້ານຕາມລະດູການ ດົນໆ ເຮັດເທື່ອໜຶ່ງ.
“ພູນາງນອນ ພະນາງນອນໂຕແຂວງໄຊສົມບູນຫວາໂອພູນາງນອນນີ້ ມັນຢູ່ອັນນາມັນຢູ່ເຂດຍາມຕິກາປະມານ ຢູ່ຄັນຫ່າງຈາກຕົວເມືອງທ່າໂທມ ປະມານ 20 ກ່ວາຫຼັກແມ່ນພະນາງນອນ ເຫັນເຂົາເຈົ້າວ່າມັນເປັນແນວນັ້ນເຂົາເຈົ້າຂຸດຄົ້ນຄຳຫັ້ນນ່າ. ອັນນ່່ານ້ອງກາບໍ່ຮູ້ຂໍ້ມູນລະອຽດນ່າ ເອື້ອຍບໍ່ນັ້ນຫັ້ນນ່າບໍ່ເຄີຍໄດ້ໄປ, ບໍ່ສ່ວນຫຼາຍກາມີແຕ່ຄົນຢູ່ແຖວນັ້ນຫັ້ນແຫຼະ ເຂົາເຈົ້າໄປຂຸດເຫຼັກໆ ໜ້ອຍໆ ແຕ່ວ່າ ຄັນຊິເຮັດແນວນັ້ນແທ້ມັນເປັນບໍລິສັດຫັ້ນ ສ່ວນຫຼາຍເຂົາເຈົ້າກາໄປບ່າງໄປຫຍັງທຳມະດາ ແມ່ນແຫຼະບໍ່ໄດ້ເຮັດແທ້ເຮັດວ່າຫັ້ນນ່າ. ຈັ່ງວ່າໂຕນີ້ກາໄດ້ຍີນພວກບໍລິສັດວ່າ ສຳຫຼວດຫຼືວ່າແນວໃດເຮົາກາບໍ່ຮູ້ຂໍ້ມູນລະອຽດ ແຕ່ວ່າເພິ່ນສຳຫຼວດແຕ່ດົນລະຕີ້ຊິວ່າ ແນວໃດເຮົາຍັງບໍ່ເຂົ້າໃຈ.”
ຜູ້ຮູ້ກ່ຽວກັບການເກັບຊື້ ແຮ່ຄຳຈາກປະຊາຊົນກ່າວວ່າ ພາຍຫຼັງປະຊາຊົນສາມາດຊອກຂຸດຄຳໄດ້ ພວກເຂົາເຈົ້າຈະນໍາແຮ່ເລົ່ານີ້ ໄປຂາຍໃຫ້ແກ່ພໍ່ຄ້າຄົນກາງທີ່ເກັບຊື້ແຮ່ທາດ ຊະນິດຕ່າງໆ ພາຍໃນເຂດຂອງພວກເຂົາເຈົ້າ. ສຳລັບແຮ່ຄຳຈະສາມາດຂາຍໄດ້ປະມານ 4 ແສນ ຫາ 5 ແສນກີບຕໍ່ຫຸນ ເຊິ່ງແຕ່ລະເຂດແມ່ນໄລ່ລາຄາຕ່າງກັນ.
“ອໍ! ແບບເພິ່ນໄປຮ່ອນໄດ້ເປັນເອົານໍ້າບາໃສ່ຮຽບຮ້ອຍ ໄປຂາຍຫັ້ນບໍ່ ໄປຮ່ອນເອັງຫຸນໜຶ່ງບໍ່ອໍຫຸນໜຶ່ງ ມັນຖືກຢູ່ 5 ແສນນີ້ແຫຼະເຂົາໄປຫຼາຍເດເຂົາໄປຫຼາຍຄົນ ເຂົາໄປ 5-6 ຄົນເປັນຄອບຄົວເຂົາໄປຫຼາຍພວກຮ່ອນແນ່ ພວກມີຈັກດູດໂປ້ມເອົາຫຍັງແນ່. ເຂົາເຮັດປະຊາຊົນອຸປະກອນ ບາງຈຸເຂົາກາມີອຸປະກອນ ແຕ່ວ່າບາງຈຸກາມີຜ້າພົມກັບກະບັ້ງຮ່ອນ ເອົາກັບຊ້ວນກັບຈົກທໍາມະດານີ້ແຫຼະ. ເຂົາຂາຍໄດ້ຈັ່ງຊັ້ນບາງບ່ອນກາ 4 ແສນປາຍບາງບ່ອນກາ 5 ແສນຫັ້ນນ່າ.”
ກ່ຽວກັບເຫດການ ຊາວບ້ານລັກລອບຂຸດຄົ້ນແຮ່ຄຳ ທ່ານ ພັນເອກ ຍາດຕິວົງ ຮອງຫົວໜ້າ ປກສ ແຂວງໄຊສົມບູນ ຄະນະຊີ້ນໍາລວມແກ້ໄຂການລັກລອບ ຂຸດຄົ້ນແຮ່ທາດ ໄດ້ກ່າວຕໍ່ຜູ້ກະທຳຜິດ ເມື່ອວັນທີ 17 ມິຖຸນາ 2024 ວ່າ ການລັກລອບຂຸດຄົ້ນແຮ່ຄຳ ແບບບໍ່ຖືກຕ້ອງຕາມກົດໝາຍ ແມ່ນສ້າງຄວາມບໍ່ສະຫງົບແລະຄວາມບໍ່ເປັນລະບຽບຮຽບຮ້ອຍ ໃຫ້ແຂວງໄຊສົມບູນ ພ້ອມທັງສ້າງຄວາມສິ້ນເປືອງດ້ານງົບປະມານໃນການແກ້ໄຂ ວຽກງານ. ອີງຕາມການລາຍງານຂອງສື່ ປກສ ແຂວງໄຊສົມບູນ.
ສໍາລັບເຫດການ ໃນລັກສະນະດັ່ງກ່າວກໍ່ເຄີຍເກີດຂຶ້ນ ໃນແຂວງໄຊສົມບູນເມື່ອວັນທີ 09 ພຶດສະພາ 2024 ເຊິ່ງຄະນະຮັບຜິດຊອບແກ້ໄຂ ການລັກຂຸດຄົ້ນແຮ່ທາດ ແຂວງໄຊສົມບູນໄດ້ສຶກສາອົບຮົມ, ເຮັດບົດບັນທຶກກ່າວເຕືອນ ແລະ ປ່ອຍຕົວກຸ່ມຄົນລັກລອບຂຸດແຮ່ຄຳ ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ. ວັນທີ 02 ມິຖຸນາ 2022 ກໍ່ໄດ້ມີການຈັບຜູ້ກະທຳຜິດ ທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ ຢູ່ແຂວງໄຊສົມບູນ ໂດຍຜູ້ກະທຳຜິດມີຈຳນວນ 17 ຄົນ ເຊິ່ງມາຈາກ ແຂວງຊຽງຂວາງ, ຫຼວງພະບາງ, ບໍລິຄຳໄຊ ແລະ ພາຍໃນແຂວງໄຊສົມບູນ. ເຊິ່ງການກະທຳທັງສອງຄັ້ງດັ່ງກ່າວ ປກສ ແຂວງໄຊສົມບູນກໍ່ໄດ້ກ່າວວ່າ ການກະທຳດັ່ງກ່າວແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ເຊິ່ງເປັນການກະທຳທີ່ຜິດ ຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ ແລະກົດໝາຍວ່າດ້ວຍແຮ່ທາດ. ນອກນັ້ນຖ້າຫາກມີກໍລະນີເກີດອຸປະຕິເຫດຕ່າງໆ ອາດຈະສົ່ງຜົນເຖິງສຸຂະພາບ, ຊີວິດ, ຊັບສີນຂອງຜູ້ກ່ຽວ ແລະ ລັດ.
ການລັກລອບການຂຸດຄົ້ນແຮ່ທາດ ໃນແຂວງໄຊສົມບູນຍັງຄົງມີການລັກລອບຢ່າງຕໍ່ເນື່ອງ ດັ່ງກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນເປີດກ້ວາງຄັ້ງທີ 16 ທີ່ໄດ້ດຳເນີນໃນວັນທີ 12 ມິຖຸນາ 2024 ກໍ່ໄດ້ມີການລາຍງານ ແລະ ການປະກອບຄຳເຫັນ ກ່ຽວກັບຜົນຂອງການປະເມີນ ບັນຫາໂຄງການສຳຫຼວດຂຸດຄົ້ນແຮ່ທາດ ໃນໄລຍະຜ່ານມາ ແລະ ມາດຕະການຄຸ້ມຄອງແກ້ໄຂ ໃນຕໍ່ໜ້າ, ການລັກລອບຂຸດຄົ້ນແຮ່ທາດຊະນິດຕ່າງໆ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.