ຊາວບ້ານ 40 ຄົນ ທີ່ລັກຂຸດແຮ່ຄຳ ຢູ່ໄຊສົມບູນ ຖືກປ່ອຍ

ໄຊຍາ
2024.05.14
ຊາວບ້ານ 40 ຄົນ ທີ່ລັກຂຸດແຮ່ຄຳ ຢູ່ໄຊສົມບູນ ຖືກປ່ອຍ ຄະນະຮັບຜິດຊອບແກ້ໄຂ ການລັກຂຸດຄົ້ນແຮ່ທາດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ເຮັດພິທີສຶກສາອົບຮົມ, ກ່າວເຕືອນ ແລະປ່ອຍຊາວບ້ານຈຳນວນ 40 ຄົນ ທີ່ຖືກຈັບ ກ່ອນໜ້ານີ້. ວັນທີ 9 ພຶດສະພາ 2024.
Screen captured ຂ່າວ ປກສ ແຂວງໄຊສົມບູນ

ເມື່ອວັນທີ 09 ພຶດສະພາ ຜ່ານມາ ຄະນະຮັບຜິດຊອບແກ້ໄຂ ການລັກຂຸດຄົ້ນແຮ່ທາດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ເຮັດພິທີສຶກສາອົບຮົມ, ກ່າວເຕືອນ ແລະປ່ອຍຊາວບ້ານຈຳນວນ 40 ຄົນ ທີ່ຖືກຈັບ ກ່ອນໜ້ານີ້ ໃນຂໍ້ຫາລັກຂຸດຄົ້ນແຮ່ທາດ ແບບບໍ່ໄດ້ຮັບອະນຸຍາດ ຢູ່ເຂດຍອດນໍ້າແວ້ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ. ອີງຕາມການລາຍງານ ຂອງຂ່າວ ປກສ ແຂວງໄຊສົມບູນເມື່ອວັນທີ 13 ພຶດສະພາ 2024.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດໍ່ໄປຍັງກອງບັນຊາການ ປກສ ແຂວງໄຊສົມບູນ ເພື່ອສອບຖາມລາຍລະອຽດຕື່ມ ແຕ່ເຈົ້າໜ້າທີ່ຮັບຜິດຊອບ ວຽກງານນີ້ບໍ່ສະດວກທີ່ຈະໃຫ້ຮູ້ລາຍລະອຽດ ຫຼາຍໄປກ່ວານີ້.

ຊາວບ້ານ ຢູ່ເມືອງອະນຸວົງກໍ່ຢືນຢັນວ່າ ສໍາລັບຢູ່ເຂດຍອດນໍ້າແວ້ ບ້ານນໍ້າຍອນ ກໍເປັນເຂດ ທີ່ທາງການສະຫງວນພື້ນທີ່ການຂຸດຄົ້ນຄຳໃຫ້ແກ່ໂຄງການຂຸດຄົ້ນຄຳຂອງບໍລິສັດ ຕ່າງໆ ດັ່ງນັ້ນ ຈຶ່ງມີການຫ້າມບໍ່ໃຫ້ຊາວບ້ານໄປລັກຂຸດຄົ້ນແຮ່ຄຳ, ແຕ່ໃນຄວາມເປັນຈີງແລ້ວກໍຍັງມີຊາວບ້ານ ຈຳນວນໜຶ່ງທີ່ຝ່າຝືນ ແລະ ສວຍໂອກາດ ໄປລັກຂຸດຄົ້ນຄໍາໃນເຂດນັ້ນ ຈົນຖືກເຈົ້າໜ້າທີ່ຈັບໄດ້.

ດັ່ງຊາວບ້ານ ຢູ່ເມືອງອະນຸວົງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີີ ວັນທີ 14 ພຶດສະພາວ່າ:

“ເຂົ້າໄປບໍ່ໄດ້. ຕ້ອງແມ່ນເອກະສານຄົບ ເຂົາຈຶ່ງໃຫ້ເຂົ້າເດ້. ຄັນໄປລັກຂຸດນີ້ ເຂົາກະຈັບເດ້. ຄັນວ່າເຂົາຮູ້ນ່າຖ້າເຂົາບໍ່ຮູ້ ແລ້ວກາລອດໄປ ຄັນເຂົາຮູ້ແລ້ວເຂົາກາຈັບຢູ່ນີ້ໄປ 30 ປາຍຫຼັກ. ຮອດໂຕບ້ານນໍ້າຍອນແຕ່ວ່າບ່ອນເຂົາເອົາຄໍານີ້ ຍັງເຂົ້າໄປໃນອີກໃດ.”

ຢູ່ຍອດເຂດນໍ້າແວ້ ແມ່ນເປັນບ່ອນຂຸດຄົ້ນຄຳ ທີ່ທາງການໄດ້ສະຫງວນໄວ້ ສຳລັບການຂຸດຄົ້ນຄຳ ຂອງບໍລິສັດຕ່າງໆ ເປັນຕົ້ນ ບໍລິສັດ ພູເບັ້ຍ ມາຍນິ້ງ ແລະ ບໍລິສັດ ອື່ນໆ ເຮັດໃຫ້ມີການສັ່ງຫ້າມ ບໍ່ໃຫ້ຊາວບ້ານໄປລັກຂຸດຄຳ ໃນເຂດນັ້ນ ແລະຊາວບ້ານສ່ວນໃຫຍ່ ກໍ່ບໍ່ກ້າເຂົ້າໄປຂຸດຄຳ ຍ້ອນຢ້ານຖືກຈັບໂຕ.

ດັ່ງຊາວບ້ານ ເມືອງອະນຸວົງ ອີກນາງໜຶ່ງກ່າວວ່າ:

“ແມ່ນຊາວບ້ານ ໄດ້ເຮັດນີ້ ບໍ່ໄດ້ເພາະວ່າ ໄປຂຸດແບບບໍ່ມິໜັງສື ໄດ້ຮັບອະນຸຍາດນີ້ ກາບໍ່ໄດ້ມີບໍລິສັດມີຫຼາຍບໍລິສັດນ່າ. ບາງບໍລິສັດ ເພິ່ນກໍ່ເຮັດບໍລິສັດນ້ອຍໆ ແຕ່ວ່າມີບໍລິສັດພູເບັ້ຍມາຍນິ້ງຫັ້ນ ແມ່ນບໍລິວັດໃຫຍ່ເລີຍ.”

ກ່ອນໜ້ານີ້ ກໍ່ມີຊາວບ້ານອີກຫຼາຍຄົນ ທີ່ຖືກຈັບຍ້ອນໄປລັກຂຸດຄໍາ ຢູ່ໃນເຂດດັ່ງກ່າວ ແລະ ມາຮອດປັດຈຸບັນ ກໍມີຈຳນວນໜຶ່ງ ທີ່ຍັງຖືກຂັງຢູ່ຂັ້ນແຂວງ ແລະ ຍັງບໍ່ໄດ້ຮັບການປ່ອຍໂຕອອກມາ.

ດັ່ງຊາວບ້ານ ທ່ານກ່່າວເຖິງຜູ້ຖືກຈັບ ກ່ອນໜ້ານີ້ວ່າ:

“ມີຊ່ວງໜຶ່ງ ເຂົາເຈົ້າ ປະຊາຊົນກໍ່ລັກໄປຂຸດ ເຂົາຈັບໄປແຂວງດຽວນີ້ ຍັງບໍ່ທັນແກ້ຢູ່ແຂວງພຸ້ນເດ້. ເພິ່ນຫ້າມບໍ່ໃຫ້ຂຸດແຫຼະ ປະຊາຊົນມັນມີນໍ້າງື່ມຂັ້ນໄດ້ຂີ່ເຮືອໄປ. ຖ້າວ່າເອົາລົດຈັກໄປ ຖ້າວ່າລົດໃຫຍ່ໄປ ບໍ່ໄດ້ຕ້ອງໄດ້ໂຄ້ງໄປທາງລ້ອງຊານໄປທາງພຸ້ນ.”

ຜູ້ປະກອບການທຸລະກິດ ດ້ານການທ່ອງທ່ຽວຢູ່ໃກ້ ກັບເຂດການຂຸດຄົ້ນຄໍາກ່າວວ່າ ສາເຫດທີ່ຊາວບ້ານບາງກຸ່ມຍັງໄປລັກຂຸດຄໍາ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ໄດ້ມີການເວນຍາມ ຢ່າງທົ່ວເຖິງ ຈຶ່ງເຮັດໃຫ້ມີຊ່ອງຫວ່າງ ໃນການຂຸດຄຳຢູ່ເຂດນັ້ນ.

ດັ່ງນັກທຸລະກິດ ທ່ອງທ່ຽວກ່າວວ່າ:

“ໂອໂຕນີ້ໆ ຄັນຊິເວົ້າທາງການກາຫ້າມເນາະ ເປັນເປັນຫຍັງຈັ່ງມີຫັ້ນນ່າເນາະ ບາງເທື່ອກໍ່ປະຊາຊົນບໍ່ ຫຼືວ່າເບື້ອງທາງການ ຍັງບໍ່ລົງເລິກພະນັກງານ ໄປບໍ່ທົ່ວບໍ່ເຖິງເນາະ ອັນນີ້ກໍ່ເກັບກຳບໍ່ໄດ້ລະອຽດເນາະ. ອັນນີ້ເນາະ ຖ້າບໍ່ມີອະນຸຍາດ ກໍຖືວ່າຜິດກົດໝາຍບ້ານເມືອງ.”

ກ່ຽວກັບເລື່ອງນີ້ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຫາບໍລິສັດພູເບັ້ຍ ມາຍນິ້ງ ແຕ່ພະນັກງານ ທີ່ກ່ຽວຂ້ອງກໍ່ບໍ່ສາມາດໃຫ້ຄຳເຫັນໄດ້.

ກ່ອນໜ້ານີ້ວັນທີ 14 ທັນວາ 2024 ບໍລິສັດ ພູເບັ້ຍ ມາຍນິີ້ງ ທີ່ເປັນເຈົ້າຂອງໂຄງການ ຂຸດຄົ້ນບໍ່ຄຳຢູ່ບ້ານນໍ້າຍອນ ເມືອງອະນຸວົງ ຫາກໍ່ໄດ້ຄືນເນື້ອທີ່ ຂຸດຄໍາຈຳນວນ 37 ເຮັກຕ້າຣ໌ ຢູ່ເຂດບ້ານດັ່ງກ່າວ ໃຫ້ແກ່ທາງການ ແຂວງໄຊສົມບູນ ເພື່ອນໍາໄປໃຊ້ປະໂຫຍດອື່ນໆຕໍ່ໄປ. ພາຍຫຼັງການຂຸດຄົ້ນຄໍາ ໃນເນື້ອທີ່ຈຳນວນດັ່ງກ່າວ ໄດ້ສິ້ນສຸດລົງ ເຮັດໃຫ້ທາງບໍລິສັດໄດ້ຟື້ນຟູ ເນື້ອທີ່ບໍລິເວນດັ່ງກ່າວ ແລ້ວມອບໃຫ້ຫ້ອງການປົກຄອງ ແຂວງໄຊສົມບູນ ສືບຕໍ່ຄຸ້ມຄອງ ແລະນໍາໄປໃຫ້ປະຊາຊົນ ໄວ້ເຮັດການຜະລິດ.

ສໍາລັບການລັກຂຸດຄໍາ ໃນພື້ນທີ່ທີ່ນັກລົງທຶນເປັນຜູ້ສໍາປະທານ ກໍ່ເຄີຍເກີດຂຶ້ນຫຼາຍກໍລະນີ ໂດຍກໍລະນີທີ່ເດັ່ນທີ່ສຸດ ແມ່ນການລັກຂຸດຄົ້ນຄໍາ ຢູ່ເຂດບໍ່ຄໍາຜາປົ່ນ ເມືອງຍອດອູ ແຂວງຫຼວງພະບາງ ທີ່ມີບໍລິສັດທຽນຈິນ ຫົວຄານ ບໍ່ແຮ່ລາວ ຈຳກັດ ຂອງນັກລົົງທຶນຈີນ ເປັນຜູ້ສຳປະທານ, ເຊີ່ງມີຊາວບ້ານບໍ່ຕໍ່າກ່ວາ 50 ຄົນ ທີ່ຖືກຈັບຍັງຂັງ ຢູ່ໃນຄຸກຂະໜາດນ້ອຍ ໃນເຂດດັ່ງກ່າວ ຍ້ອນໄປລັກຂຸດຄຳ. ຕໍ່ມາມີຜູ້ຖ່າຍຄລິບວິດີໂອ ທີ່ຊາວບ້ານຖືກຈັບຂັງ ໃນຄຸກດັ່ງກ່າວເຜີຍແຜ່ ລົງສື່ສັງຄົມອອນລາຍ ເຮັດໃຫ້ສັງຄົມວິພາກວິຈານ ຈົນເຮັດໃຫ້ແຂວງຫຼວງພະບາງ ໄດ້ແຕ່ງຕັ້ງຄະນະກຳມະການ ສະເພາະກິດ ເຂົ້າໄປແກ້ໄຂ ຢູ່ເຂດດັ່ງກ່າວແລະມີຄຳສັ່ງ ໃຫ້ປ່ອຍຊາວບ້ານ ທີ່ຖືກຂັງຄຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.