ລົດຂົນສົ່ງແຮ່ທາດ ເຮັດໃຫ້ຖະໜົນ ເຂດເມືອງລ້ອງແຈ້ງ ເປ່ເພໜັກ
2024.05.22
ເປັນເວລາຫຼາຍປີແລ້ວ ທີ່ປະຊາຊົນ 10 ກວ່າບ້ານ ໃນເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄດ້ຮັບຜົນກະທົບ ຈາກລົດບັນທຸກ ຂົນແຮ່ທາດຕ່າງໆ ຂອງຫລາຍບໍລິສັດຈີນ ທີ່ເຂົ້າມາແລ່ນທຸກມື້ຫລາຍກວ່າ 100 ຄັນ ຈົນເຮັດໃຫ້ສະພາບຖນົນ ເປ່ເພໜັກ ໂດຍສະເພາະ ຕັ້ງແຕ່ເຂດ ຂົວນ້ໍາຍອນ ໄປຫາເຂດບ້ານນາໄຊສະຫວ່າງ ໃນເມືອງລ່ອງແຈ້ງ ແຂວງໄຊສົມບູນ ທີ່ມີໄລຍະທາງ ຫລາຍ 100 ກວ່າກິໂລແມັດ ຊາວບ້ານ ສັນຈອນໄປມາ ບໍ່ສະດວກ ດົນຫລາຍປີ.
ຍິ່ງຍາມຝົນຕົກລົງມາ ລົດຈັກ ບໍ່ສາມາດແລ່ນໄດ້ເລີຍ ເພາະເສັ້ນທາງ ຍາກລໍາບາກຫລາຍ ສ່ວນລົດໃຫຍ່ ແລ່ນໄດ້ເປັນພຽງບາງຈຸດ ເພາະເສັ້ນທາງເປັນຂີ້ຕົມ ເປັນບວກ ເປັນຂຸມສູງ ແລະ ມີນ້ໍາຂັງ ບວກກັບ ຖະນົນສ່ວນໃຫຍ່ ເປັນທາງດິນແດງ ບໍ່ມີການສ້ອມແປງໃໝ່.
ດັ່ງ ຊາວບ້ານ ບ້ານນາໄຊສະຫວ່າງ ຍານາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ພຶດສະພາ ນີ້ວ່າ:
“ເກືອບຮອດ 10 ບ້ານນີ້ແຫລະ ກໍນັບແຕ່ໂຕເມືອງລ່ອງແຈ້ງມາ ແກ່ແຮ່ແຕ່ພຸ້ນອອກມາ ປີກາຍກໍວ່າໜັກ ແຕ່ບໍ່ທໍ່ປີນີ້ ປີກາຍນີ້ຝົນຕົກປຸ້ບ ເຂົາຊີ້ຢຸດເລີຍ ແຕ່ວ່າປີນີ້ເຂົາເຈົ້າບໍ່ໄດ້ຢຸດ ເຂົາເຈົ້າຈະແກ່ແຮ່ຕໍ່ເນື່ອງເລີຍ ມັນເຮັດໃຫ້ ລົດຈັກ ລົດນ້ອຍ ບໍ່ສາມາດທຽວໄດ້ ເສັ້ນທາງລໍາບາກຫລາຍ ເປັນຂີ້ຕົມ ເປັນຂຸມສູງ ແບບເປັນບວກ ຄັນຝົນຕົກໜ້ອຍໜຶ່ງກະທຽວບໍ່ໄດ້.”
ຊາວບ້ານ ຍານາງນີ້ ໄດ້ກ່າວຕື່ມວ່າ ນາງອາສັຍຢູ່ບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ ໃນເວລາທີ່ນາງຈະໄປເຮັດວຽກຢູ່ເມືອງ ອະນຸວົງ ແຂວງໄຊສົມບູນ ຕ້ອງຜ່ານເສັ້ນທາງດັ່ງກ່າວນີ້ ເຮັດໃຫ້ເດີນທາງຍາກລໍາບາກຫລາຍ ຕ້ອງເດີນທາງກ່ອນໜຶ່ງມື້ ເພາະໃຊ້ເວລາດົນຫລາຍຊົ່ວໂມງ ເນື່ອງຈາກເສັ້ນທາງໄກຫລາຍ ບໍ່ສະນັ້ນ ບໍ່ສາມາດໄປເຮັດວຽກໄດ້ທັນ. ທີ່ຜ່ານມາ ຊາວບ້ານກໍໄດ້ສະເໜີ ບັນຫານີ້ໄປແລ້ວ ເພື່ອໃຫ້ທາງເມືອງແກ້ໄຂ ເພາະໄດ້ຮັບຜົນກະທົບ ເດືອດຮ້ອນໜັກ ແລະ ທາງເມືອງກໍຮັບຮູ້ແລ້ວ ແຕ່ບໍ່ມີການແກ້ໄຂຫຍັງ ມາດົນຫລາຍປີ.
“ຢູ່ບ້ານນາໄຊສະຫວ່າງເນາະ ນ້ອງຕ້ອງທຽວມາທາງນີ້ ສົມມຸດວ່າມື້ນີ້ ນ້ອງຂຶ້ນວຽກ ນ້ອງຕ້ອງໄປ ແຕ່ມື້ວານນີ້ ມັນຈຶ່ງໄປໄດ້ຂຶ້ນມາມື້ນີ້ ມັນຈະບໍ່ທັນ ເພາະວ່າເສັ້ນທາງມັນໄກ ທາງເມືອງເຂົາຮູ້ ເຄີຍສະເໜີໄປຫລາຍເທື່ອແລ້ວ ກໍເຄີຍຖາມວ່າ ເປັນຫຍັງບໍ່ຄິດແກ້ໄຂຫຍັງ ໃຫ້ໄດ້ບໍ່ ເຂົາເຈົ້າກະວ່າ ເບິ່ງໆໄປກ່ອນ ແຕ່ວ່າ ມັນກໍຫລາຍປີມານີ້ ເວລາເຂົາເຈົ້າປະຊຸມຫຍັງກໍບໍ່ເຄີຍເຫັນເຂົາເຈົ້າ ເວົ້າຮອດເລີຍ.”
ຂະນະທີ່ຊາວບ້ານ ບ້ານນາຕິ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ກໍໄດ້ຮັບຜົນກະທົບເຊັ່ນກັນ ເພາະເຂດບ້ານດັ່ງກ່າວ ຢູ່ລະຫວ່າງກາງ ທີ່ຈະເດີນທາງໄປເຂົ້າເມືອງລ່ອງແຈ້ງ ແລະເດີນທາງໄປ ທາງບ້ານນາໄຊສະຫວ່າງ ທີ່ຈະຜ່ານໄປທາງເມືອງຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນໄດ້.
ທີ່ຜ່ານມາ ຍາມລະດູແລ້ງ ຊາວບ້ານກໍໄດ້ຮັບຜົນກະທົບ ເລື້ອງຂີ້ຝຸ່ນມາໂດຍຕລອດ ສ່ວນຍາມລະດູຝົນ ເມື່ອຍາມຝົນຕົກ ຊາວບ້ານເດີນທາງໄປໃສບໍ່ໄດ້ ໂດຍສະເພາະ ຍິ່ງຍາມຝົນຕົກໜັກ ເສັ້ນທາງເປ່ເພ ແລະໜື່ນຫລາຍ ແລະມີຂີ້ຕົມຢ່າງໜັກໜ່ວງ ລົດຈັກ ບໍ່ສາມາດແລ່ນໄດ້ລົດໃຫຍ່ກໍເຊັ່ນກັນ ມີແຕ່ລົດບັນທຸກ ຂົນແຮ່ທາດ ເທົ່ານັ້ນ ທີ່ເຂົາເຈົ້າແລ່ນໄດ້ ແລະເຂົາເຈົ້າກໍແລ່ນທຸກມື້ ທັງເວັນທັງຄືນ ມື້ລະ 200 ກວ່າຄັນຂຶ້ນໄປ ກໍເຮັດໃຫ້ຖນົນເປ່ເພເຂົ້າໄປຕື່ມ ແລະ ເຈົ້າໜ້າທີ່ກໍບໍ່ເຫັນແປງຈັກເທື່ອ.
ດັ່ງ ຊາວບ້ານ ບ້ານນາຕິ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ຍານາງໜຶ່ງ ກ່າວວ່າ:
“ແມ່ນເສັ້ນທາງ ໄປຍາກມາຍາກໂອ້ ຫົນທາງມັນຍັງບໍ່ດີເທື່ອນ່າ ລົດແກ່ແຮ່ມັນແກ່ຫລາຍ ມັນລົດໜັກປະມານ 200-300 ຄັນພຸ້ນນ່າ ເຂົາແລ່ນທັງເວັນທັງຄືນ ເອື້ອຍຢາກໄດ້ເຄື່ອງ ກໍອອກໄປບໍ່ໄດ້ ຝົນບໍ່ຕົກໄຄໜ້ອຍໜຶ່ງ ເອົາລົດຈັກອອກໄປຍັງໄຄແດ່ ຖນົນມັນເປ່ເພ ຕັ້ງແຕ່ແກ່ແຮ່ໄດ້ 3-4 ປີແລ້ວ ເພິ່ນກໍຮັບຮູ້ແລ້ວ ແຕ່ບໍ່ເຫັນແປງຈັກເທື່ອນ່າ.”
ໃນຂະນະດຽວກັນ ຊາວລາວ ຈາກແຂວງອື່ນ ທ່ານໜຶ່ງ ທີ່ເດີນທາງຜ່ານເສັ້ນທາງນີ້ ກໍກ່າວວ່າ ທ່ານເຄີຍນໍາເຄື່ອງ ເຂົ້າໄປບໍຣິຈາກ ໃນເມືອງລ່ອງແຈ້ງ ແຂວງໄຊສົມບູນຢູ່ ເມື່ອເດືອນທີ່ແລ້ວ ເຊິ່ງກໍຕ້ອງຜ່ານເສັ້ນທາງດັ່ງກ່າວນີ້ ຕອນນັ້ນ ກໍເດີນທາງຫຍຸ້ງຍາກຫລາຍເຊັ່ນກັນ ມີຂີ້ຝຸ່ນຫລາຍ ເພາະລົດບັນທຸກ ຂົນແຮ່ທາດແລ່ນຕຫລອດ. ເຈົ້າໜ້າທີ່ ກໍບໍ່ມີການສ້ອມແປງ ຖນົນຫົນທາງໃໝ່ ແລະຍາມນີ້ ກໍເປັນລະດູຝົນ ແນ່ນອນວ່າ ຂີ້ຕົມກໍຈະຫລາຍ ເດີນທາງຍາກເຂົ້າໄປຕື່ມ.
“ໄປແຕ່ເທື່ອດຽວ ເດືອນກ່ອນນີ້ ໂຕເສັ້ນທາງນ້ອງໄປບໍຣິຈາກເຄື່ອງ ມັນມີແຕ່ທາງຍາກໂພດ ໂຕນ້ອງໄປ ມັນຊອດອອກ ແຂວງໄຊສົມບູນ ອອກໂຕເມືອງຢູ່ ແຕ່ວ່າເສັ້ນທາງຍາກ ສະພາບລະດັບທາງມັນໄປ ລົດ 10 ລໍ້ພຸ້ນນ່າໄປນ່າ ສ່ວນຫລາຍມັນເປັນລົດຂົນແຮ່ ເສັ້ນທາງໂຕນີ້ ແລະອີກຢ່າງ ເຂົາກໍບໍ່ໄດ້ປັບທາງໃໝ່ຫັ້ນນ່າ ແຕ່ວ່າຊ່ວງນ້ອງໄປ ມັນເປັນຂີ້ຝຸ່ນຫລາຍເດ້ ແຕ່ວ່າຊ່ວງນີ້ ເຂົ້າໜ້າຝົນແລ້ວ ຂີ້ຕົມກໍຊິຫລາຍ.”
ກ່ຽວກັບ ບັນຫານີ້ ເຈົ້າໜ້າທີ່ເມືອງ ແລະ ແຂວງໄຊສົມບູນ ກໍຮັບຮູ້ເຖິງບັນຫາດັ່ງກ່າວແລ້ວ ແຕ່ກໍບໍ່ສາມາດສ້ອມແປງເສັ້ນທາງໄດ້ ຍ້ອນ ຕ້ອງລໍຖ້າງົບປະມານຈາກ ລັດຖະບານ ເບື້ອງຕົ້ນ ກໍມີແຕ່ໃຫ້ ບັນດາບໍລິສັດຂົນແຮ່ ເຊິ່ງມີທັງຂອງຄົນຈີນ ແລະ ຂອງຄົນລາວ ໃຫ້ເຂົາເຈົ້າສ້ອມແປງໄປກ່ອນ ແຕ່ເຂົາເຈົ້າກໍຈະສ້ອມແປງເລັກໜ້ອຍເທົ່ານັ້ນ ເພາະຍາມນີ້ ເປັນລະດູຝົນ ກໍເປັນເລື້ອງຍາກ ໃນການສ້ອມແປງໃຫ້ດີໄດ້.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານໜຶ່ງ ໃນແຂວງໄຊສົມບູນ ກ່າວວ່າ:
“ໂອ້ ລັດຖະບານ ກໍຍັງບໍ່ທັນສ້ອມ ຊ່ວງນີ້ນ່າ ເພາະມັນຢູ່ໃນຊ່ວງລໍ ງົບປະມານ ແລ້ວກໍອາສັຍໃຫ້ທາງ ບໍລິສັດພວກແກ່ແຮ່ສ້ອມແປງ ເຂົາກໍສ້ອມແປງເລັກໆນ້ອຍໆໄປ ຊ່ວງນີ້ມັນເປັນຊ່ວງຍາມຝົນເນາະ ກໍເຮັດໃຫ້ເສັ້ນທາງມັນເປ່ເພ ແຕ່ວ່າລົດຈັກນີ້ ໄປກະຫຍຸ້ງຍາກຫັ້ນແຫລະ ມີແຕ່ລົດສິບລໍ້ຈັງຄ່ອຍໄປໄດ້ ທັງຈີນ ທັງລາວ ຫຍັງນີ້ແຫລະ ແກ່ແຕ່ເມືອງລ່ອງແຈ້ງ ໄປຫາເມືອງວັງວຽງນ່າ.”
ທີ່ຜ່ານມາ ຊາວບ້ານ ໃນແຂວງໄຊສົມບູນ ບໍ່ໄດ້ເຫັນດີ ກັບການຂຸດຄົ້ນແຮ່ທາດປານໃດ ຍ້ອນສ້າງຜົນກະທົບຫລາຍດ້ານໃຫ້ຊາວບ້ານ ເປັນຕົ້ນ ເຮັດຖະນົນຫົນທາງເປ່ເພ ເພາະໃນແຕ່ລະມື້ ມີລົດບັນທຸກຂົນແຮ່ທາດແລ່ນຜ່ານຫລາຍ 100 ກວ່າຄັນ ແລະ ທາງໂຄງການຂຸດຄົ້ນບາງບ່ອນ ກໍຖືກດິນ ໄຮ່ສວນຊາວບ້ານ ເຮັດໃຫ້ທໍາມາຫາກິນຍາກເຂົ້າໄປຕື່ມ.
ເຖິງຢ່າງໃດກໍຕາມ ແຂວງໄຊສົມບູນ ກໍເປັນແຂວງໜຶ່ງ ທີ່ມີການຂຸດຄົ້ນແຮ່ທາດ ຫລາຍເຖິງ 100 ໂຄງການ ສ່ວນຫລາຍເປັນຂອງຄົນຈີນ ເປັນຕົ້ນ ໂຄງການຂຸດຄົ້ນແຮ່ເຫລັກ ຂອງ ບໍລິສັດບໍ່ແຮ່ ໄທຊານ ມິງຈີນ ລາວ ຢູ່ບ້ານນ້ໍາຍອນ ເມືອງອະນຸວົງ ແຂວງໄຊສົມບູນ ໂຄງການສໍາຫຼວດແຮ່ຄໍາ ແລະ ແຮ່ຕິດພັນ ຂອງບໍລິສັດ ລາວຍູນນານ ຫວູຖ່ານ ຂວາງແຍ່ ຂອງນັກລົງທຶນຈີນ ຢູ່ບ້ານພູກະທະ ເມືອງຮົ່ມ, ແລະໂຄງການຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ຂອງບໍລິສັດ ໂຕ້ບຸນມີ ພັທນາ ແຮ່ທາດ ຈໍາກັດຜູ້ດຽວ ຢູ່ບ້ານນາດີ ບ້ານລ່ອງແຈ້ງ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ເຊິ່ງເປັນບໍລິເວນທີ່ມີແຮ່ທາດຫລາຍ ບໍ່ວ່າຈະເປັນເຫລັກ, ຄໍາ, ທອງ ແລະ ຫີນ ກຣານິດ ແລະໃນຈໍານວນ 100 ກວ່າໂຄງການ ໃນນັ້ນ ແມ່ນບໍລິສັດ ພູເບັ້ຍ ມາຍນິ້ງ ຈໍາກັດ ມີການສົ່ງອອກແຮ່ທອງ ເຂັ້ມຂົ້ນອອກຈໍາໜ່າຍ ກ່ວາ 114 ລ້ານກິໂລກະຣັມ ແລະ ໂຄງການຜະລິດແຮ່ໂລຫະ ປະສົມຄໍາ-ເງິນ ໄດ້ 500 ກ່ວາແທ່ງ ສົ່ງອອກໄປແລ້ວ 9 ຄັ້ງ ລວມມີນ້ໍາໜັກ 6 ລ້ານກິໂລກະຣັມ ຄິດມູນລະ ຄ່າ 70 ລ້ານກວ່າໂດລ່າ ສະຫະຣັຖ ນອກຈາກນີ້ຍັງມີໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ເຫລັກ ເພື່ອສົ່ງອອກທັງໝົດກວ່າ 2 ລ້ານກວ່າຕັນ. ອີງຕາມລາຍງານຂ່າວ ຂອງສູນຂ່າວພະລັງງານ ແລະ ບໍ່ແຮ່.