ສະມາຊິກສະພາ ນະຄອນຫຼວງວຽງຈັນ ຮຽກຮ້ອງ ໃຫ້ຢຸດການຂຸດຄົ້ນ ບໍ່ແຮ່ຂອງຈີນ

ສຸພັດຕາ
2023.12.14
ສະມາຊິກສະພາ ນະຄອນຫຼວງວຽງຈັນ ຮຽກຮ້ອງ ໃຫ້ຢຸດການຂຸດຄົ້ນ ບໍ່ແຮ່ຂອງຈີນ ກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. ວັນທີ 5 ທັນວາ 2023.
ສະພາປະຊາຊົນ ນະຄອນຫຼວງວຽງຈັນ

ໃນລະຫວ່າງກອງປະຊຸມ ສໄມສາມັນເທື່ອທີ 6 ຂອງສະພາປະາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ເມື່ອບໍ່ດົນມານີ້, ສະມາຊິກສະພາແຫ່ງຊາຕ ແລະສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນຫຼາຍຄົນ ໄດ້ມີຄໍາເຫັນຄັດຄ້ານ ໂຄງການຂຸດຄົ້ນບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ ໂດຍສະເພາະ ການລົງທຶນຂອງບໍຣິສັດຈີນ ທີ່ເຂົ້າມາຂຸດຄົ້ນບໍ່ແຮ່ ຢູ່ບ່ອນຕ່າງໆ ແລ້ວເຮັດໃຫ້ດິນຊຸດໂຊມ ແລະເສັ້ນທາງເປ່ເພ ເຊິ່ງຫຼາຍທ່ານຢ້ານວ່າ ຈະເຮັດໃຫ້ເກີດຄວາມເສັຍຫາຍ ໃນຕໍ່ໜ້າ ຮວມໄປເຖິງ ອາຈໃຫ້ເກີດຜົລກະທົບໜັກໜ່ວງ ຈົນຮອດເກີດເຫດການແຜ່ນດິນໄຫວ.

ດັ່ງທ່ານ ບຸນຈັນ ແກ້ວສີທໍາມະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈໍາເມືອງໄຊເສດຖາ ກ່າວໃນຕອນນຶ່ງວ່າ:

“ໃນເມື່ອມີຜົລກະທົບຢ່າງຮ້າຍແຮງເນາະ ຕໍ່ສິ່ງແວດລ້ອມ ແລະສັງຄົມ ແລ້ວພວກເຮົາ ຄວນໂຈະໂຄງການອັນນີ້ໆ ບໍ່ຄວນໃຫ້ສຶກສາຕໍ່ແລະ ເພາະວ່າ ອັນນີ້ມັນເປັນໃຈກາງເມືອງນະຄອນຫຼວງ ພວກເຮົາຍັງເຮົາຊິໄປເຮັດເມືອງໃຫຍ່ ຢູ່ເບື້ອງນັ້ນ ຄັນໄປເອົາດິນນະຄອນຫຼວງ ມາຂຸດເຈາະເປັນບໍ່ຫອກ ບໍ່ແຮ່ ນີ້ຄາດວ່າບໍ່ເໝາະສົມແຫຼະ ນໍ້າໃຕ້ດິນເບາະ ຈະເກີດແຜ່ນດິນໄຫວເບາະ ອັນນີ້ ຕ້ອງຄໍານຶງໄປແນວນັ້ນໃດ.”

ໃນຂະນະດຽວກັນ ຍານາງ ວຽງພອນ ແກ້ວຄູນສີ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈໍາເມືອງສີໂຄດຕະບອງ ໄດ້ກ່າວໃນມື້ດຽວກັນນີ້ວ່າ ໃນບັນດາເມືອງ ທີ່ມີການຂຸດຄົ້ນບໍ່ແຮ່ໄປແລ້ວນັ້ນ ກໍເຫັນວ່າ ມີຜົລເສັຍຫຼາຍກວ່າຜົລໄດ້ ແລະຫຼາຍບໍຣິສັດ ກໍລ້ວນແຕ່ເຮັດບໍ່ໄດ້ດີ ຈຶ່ງເຫັນສົມຄວນໃຫ້ມີການໂຈະໂຄງການຂຸດຄົ້ນບໍ່ແຮ່ ໃນຂອບເຂດນະຄອນຫຼວງວຽງຈັນ.

ດັ່ງຍານາງ ກ່າວວ່າ:

“ທັງ 3 ເມືອງ ທີ່ມີໂຄງການຂຸດຄົ້ນແຮ່ທາດ ລ້ວນແຕ່ແມ່ນເມືອງທີ່ມີບົດບາດສໍາຄັນທີ່ສຸດ ຕໍ່ນະຄອນຫຼວງ ຕໍ່ທຸກຄົນ ສະນັ້ນການຂຸດຄົ້ນແຮ່ທາດນີ້ ມາເບິ່ງການປະເມີນຜົລ ຂອງຂແນງການກ່ຽວຂ້ອງ ຖ້າວ່າໃຫ້ເປັນຄະແນນ ບໍ່ມີບໍຣິສັດໃດທີ່ຈັດຢູ່ໃນລະດັບດີ ຄະແນນສູງສຸດແມ່ນ B ຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ຖ້າຈະເຮັດທົດລອງ ຕ້ອງໄດ້ A ເທົ່ານັ້ນ.”

ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທີ່ຢູ່ໃກ້ກັບໂຄງການຂຸດຄົ້ນບໍ່ແຮ່ ກໍເຫັນວ່າ ນັກລົງທຶນທີ່ເຂົ້າມາເຮັດໂຄງການດັ່ງກ່າວ ກໍລ້ວນແຕ່ຫາຜົລປໂຍດເຂົ້າໂຕເອງ ແລະບໍ່ມີໂຄງການພັທນາໃດໆໃຫ້ແກ່ຊາວບ້ານ ອີກທັງຣົຖບັນທຸກຂອງໂຄງການ ກໍເຮັດໃຫ້ເສັ້ນທາງເປ່ເພ ແຕ່ບໍ່ມີການສ້ອມແປງຄືນ.

ດັ່ງຊາວບ້ານ ບ້ານທົ່ງມັ່ງ ເມືອງໄຊທານີ ທີ່ຢູ່ໃກ້ກັບໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍຣິສັດບໍ່ແຮ່ ປຸ໋ຍກາລີ ລາວ-ຈີນ ຂອງນັກລົງທຶນຈີນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ທັນວາ ນີ້ວ່າ:

ກະຍາກຢູ່ ທາງມານານີ້ນ່າ ຍາມຝົນຫັ້ນໄປບໍ່ໄດ້ ຍາມຝົນຫັ້ນ ເພ ແລ້ວເຂົາເຈົ້າ ກະເອົາດິນມາຖົມໃຫ້ ແລ້ວເຂົາເຈົ້າຊິເທຄອນກຣິດ ບໍ່ທັນເທປານນີ້ນ່າ ເຂົາເຈົ້າເອົາຟາກໂຄງການນັ້ນ ປະມານຫຼັກນຶ່ງນີ້ແຫຼະ.”

ສ່ວນຊາວບ້ານ ຢູ່ເມືອງໄຊທານີ ອີກທ່່ານນຶ່ງ ກ່າວວ່າ ສໍາລັບໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງຈີນ ຢູ່ບ້ານທົ່ງມັ່ງນັ້ນ ກໍໄດ້ຍິນຂ່າວຫຼ້າສຸດວ່າ ທາງໂຄງການດັ່ງກ່າວ ໄດ້ໂຈະການຂຸດຄົ້ນເກືອກາລີ ໃນເຂດນັ້ນໄປແລ້ວ ແລະອາຈມີການຂຸດຄົ້ນແຮ່ທາດອື່ນໆ ທີ່ຢູ່ເລິກລົງຫຼາຍກວ່ານັ້ນ ແທນເກືອກາລີ ແຕ່ກໍບໍ່ຮູ້ຣາຍລະອຽດຄັກແນ່ ວ່າແມ່ນແນວໃດແທ້.

ດັ່ງທ່ານກ່າວວ່າ:

ບໍ່ເກືອ ບໍ່ໄດ້ຢຸດບໍ ແຕ່ວ່າ ເຂົາວ່າເຮັດຢູ່ເດ້ ເກືອເຂົາເຈົ້າເຊົາແລ້ວ ແບບວ່າ ເຂົາຈະຂີດຄົ້ນອີ່ຫຍັງຕ່າງໆ ບໍ່ແຮ່ ນີ້ແຫຼະ ໂຮງງານໂຕນັ້ນ ເຂົາເຈົ້າເຮັດໃໝ່.”

ນອກຈາກນັ້ນແລ້ວ ຊາວບ້ານອີກຈໍານວນນຶ່ງ ຢູ່ເມືອງສັງທອງ ທີ່ຢູ່ໃກ້ກັບໂຄງການຂຸດຄົ້ນບໍ່ແຮ່ ປະເພດແຮ່ໂລຫະ ແລະອະໂລຫະ ຈໍານວນ 32 ບໍຣິສັດ ທີ່ເຮັດການຂຸດຄົ້ນຢູ່ພາຍໃນເມືອງກໍເຫັນວ່າ ທາງແຕ່ລະໂຄງການ ບໍ່ໄດ້ມີໂຄງການພັທນາໃຫ້ຊາວບ້ານ ແຕ່ຢ່າງໃດ ແລະກໍເຮັດໃຫ້ເສັ້ນທາງພາຍໃນເມືອງ ມີສະພາບເປ່ເພຫຼາຍແຫ່ງ ຍ້ອນຣົຖແກ່ແຮ່ ແລ່ນຜ່ານໄປມາຫຼາຍຄັນຕໍ່ມື້.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

ບໍ່ມີນ່າ ບໍ່ຄ່ອຍເຫັນ ປະກົດວ່າ ພັທນາຫຍັງເກີດຂຶ້ນ ມັນມີແຕ່ເຂົາເອົາຢ່າງດຽວ ພວກຜູ້ໃຫຍ່ເຂົາເອົານ່າ ທາງຫັ້ນ ທີ່ວ່າໄປນີ້ຫວາ ເພຫັ້ນ ຕ້ອງຢູ່ແຖວທ່າບ້ານນາ ຫາວຽງຈັນນ່າ ທຽວຕາມເພແລ້ວ.”

ທາງດ້ານນັກວິຊາການ ດ້ານບໍ່ແຮ່ ທ່ານນຶ່ງ ກ່າວວ່າ ສໍາລັບໂຄງການຂຸດຄົ້ນບໍ່ແຮ່ ບາງໂຄງການ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ເຊົາຂຸດຄົ້ນແລ້ວ ເປັນຕົ້ນ ໂຄງການຂຸດຄົ້ນບໍ່ເກືອກາລີ ຂອງບໍຣິສັດບໍ່ແຮ່ ປຸ໋ຍກາລີ ລາວ-ຈີນ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ເນື່ອງຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເຫັນວ່າ ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະຊາວບ້ານ.

ດັ່ງທ່ານກ່າວວ່າ:

ເກືອໂປຕາສ ແມ່ນຫຍັງຕ່າງໆ ເພິ່ນກໍໄດ້ຢຸດແລ້ວເດ້ ບໍ່ໄດ້ດໍາເນີນການຂຸດຄົ້ນ ແຕ່ໃດແລ້ວ ລະບົບສິ່ງແວດລ້ອມ ມັນບໍ່ໄດ້ ມັນກະເລີຍວ່າ ບໍ່ໄດ້ທໍາການຂຸດຄົ້ນ ຊິບໍ່ໄດ້ດໍາເນີນຕໍ່ແລ້ວ ເພາະວ່າ ແມ່ນເຂດໃນນະຄອນຫຼວງ ຕິດຊຸມຊົມ ມັນໃກ້ຊຸມຊົມ ເພິ່ນບໍ່ໃຫ້ເຮັດ.”

ຢ່າງໃດກໍຕາມ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ເປີດເຜີຍວ່າ ມາຮອດທ້າຍປີ 2023 ນີ້ ມີບໍຣິສັດທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນດ້ານບໍ່ແຮ່ໃນລາວ ທັງໝົດ 382 ບໍຣິສັດ ໃນນັ້ນ ປະກອບດ້ວຍ 505 ກິຈການ, ເປັນຕົ້ນ ຢູ່ໃນໄລຍະການຊອກຄົ້ນ 24 ບໍຣິສັດ 24 ກິຈການ ແລະຢູ່ໃນໄລຍະຂຸດຄົ້ນ ແລະປຸງແຕ່ງແຮ່ທາດ 105 ບໍຣິສັດ, 195 ກິຈການ ມີທັງການຂຸດຄົ້ນແຮ່ເຫຼັກ, ແຮ່ຄໍາເຄົ້າ, ຫິນມາໂບ້, ແຮ່ຄໍາຕົກຂ້ອນ, ແຮ່ຫາຍາກ ແລະອື່ນໆ, ອີງຕາມການຣາຍງານ ຂອງສູນຂ່າວພະລັງງານ ແລະບໍ່ແຮ່ ເມື່ອວັນທີ 2 ທັນວາ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.