ນັກລົງທຶນຈີນ ຕຣຽມສ້າງໂຄງການ ພະລັງງານແສງຕາເວັນ ຢູ່ ຂ. ອຸດົມໄຊ

ສຸພັດຕາ
2023.12.22
ນັກລົງທຶນຈີນ ຕຣຽມສ້າງໂຄງການ ພະລັງງານແສງຕາເວັນ ຢູ່ ຂ. ອຸດົມໄຊ ກຸ່ມແມ່ຄ້າຂາຍຜັກ ໃນຍາມເຊົ້າ ທີ່ເມືອງໄຊ ແຂວງອຸດົມໄຊ, (TS) ເດືອນກັນຍາ 2023
RFA

ບໍຣິສັດ CGN Energy Technology Laos ຈໍາກັດ ຂອງນັກລົງທຶນຈີນ ຕຣຽມກໍ່ສ້າງ ໂຄງການໄຟຟ້າ ພະລັງງານແສງຕາເວັນ ໄລຍະທໍາອິດ ທີ່ມີກໍາລັງຕິດຕັ້ງ 1,000 ເມກະວັຕ ຢູ່ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ, ແຕ່ບໍ່ມີການເປີດເຜີຍ ຣາຍງານການປະເມີນ ເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວວ່າ ໂຄງການດັ່ງກ່າວ ຖືເປັນໂຄງການ ລົງທຶນຂນາດໃຫຍ່, ເຊິ່ງຄາດວ່າຈະໃຊ້ ເນື້ອທີ່ປ່າໄມ້ເທິງພູ ເປັນຈໍານວນ ຫຼາຍພັນເຮັກຕ້າຣ໌. ສ່ວນເຣື່ອງຜົລກະທົບຕ່າງໆ ບໍຣິສັດ ຈະກໍ່ສ້າງໄປດ້ວຍ ຫາກມີຊາວບ້ານ ຖືກຜົລກະທົບ ກໍຈະທໍາການປະເມີນ ແລະ ມອບເງິນຄ່າຊົດເຊີຍໄປເລີຍ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ທັນວາ ນີ້ວ່າ:

“ຫຼັກໆກະຄື ຈະເປັນການກໍ່ສ້າງ ໂຊລ້າຟາມ (ພະລັງງານແສງຕາເວັນ) 1,000 ເມກະວັຕພຸ້ນເດ້. ສາຍສົ່ງ ຢູ່ອຸດົມໄຊ, ຫຼວງນໍ້າທາ. (ຜົລກະທົບ) ຂະເຈົ້າຍັງສຶກສາຢູ່ວ່າ ມັນຖືກຜົລກະທົບ ຈັ່ງໃດເນາະ. ມັນຕ້ອງໃຊ້ພື້ນທີ່ ຫຼາຍຫັ້ນແຫຼະ, ຫຼັກໆກະຄ່າຊົດເຊີຍ.”

IMG_6536.jpg

ກຸ່ມໜ່ວຍພູ ໃນແຂວງອຸດົມໄຊ ທີ່ເສັ້ນທາງຣົຖໄຟລາວ-ຈີນ ຜ່ານ, (TS) ເດືອນກັນຍາ 2023. Credit photos: RFA

ທ່ານກ່າວຕື່ມອີກວ່າ ບໍຣິສັດ CGN Energy Technology Laos ຈໍາກັດ ແມ່ນໄດ້ຮັບອະນຸຍາດ  ຈາກຣັຖບານລາວ ນັບແຕ່ວັນທີ 17 ເດືອນຕຸລາ ປີ 2022 ທີ່ຜ່ານມາ ເພື່ອສຶກສາສໍາຣວດ ຄວາມເປັນໄປໄດ້ ໂຄງການພັທນາ ພະລັງງານສະອາດ ແບບຄົບວົງຈອນ, ເຊິ່ງປະກອບມີ ພະລັງງານລົມ, ພະລັງງານແສງຕາເວັນ ແລະ ເຂື່ອນໄຟຟ້າ ໃນ 3 ແຂວງພາກເໜືອ ຂອງລາວ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ອຸດົມໄຊ.

ຈົນກະທັ້ງ ວັນທີ 16 ເດືອນກັນຍາ ປີ 2023 ນີ້, ບໍຣິສັດຜູ້ພັທນາ ໄດ້ເຊັນຂໍ້ຕົກລົງ ການກໍ່ສ້າງ ຫຼື Project Development Agreement (PDA), ເຊິ່ງມີຣັຖບານລາວ ເປັນຜູ້ລົງນາມ ວ່າດ້ວຍ ໂຄງການ ຖານເຊື່ອມຕໍ່ ພະລັງງານສະອາດ ພາກເໜືອ ຂອງປະເທດລາວ ໄລຍະທໍາອິດ, ໂຄງການໄຟຟ້າ ພະລັງງານແສງຕາເວັນ ກໍາລັງຕິດຕັ້ງ 1,000 ເມກະວັຕ ຢູ່ແຂວງອຸດົມໄຊ.

ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວວ່າ ໂຄງການໄຟຟ້າ ພະລັງງານແສງຕາເວັນ ທີ່ມີກໍາລັງຕິດຕັ້ງ 1,000 ເມກະວັຕ ຢູ່ເມືອງນາໝໍ້ ແລະ ເມືອງໄຊ ຖືເປັນໂຄງການ ຂນາດໃຫຍ່ຫຼາຍ ເພາະຈະຕ້ອງໃຊ້ ເນື້ອທີ່ປ່າໄມ້ເທິງພູ ເປັນຈໍານວນຫຼາຍ, ແຕ່ຣັຖບານລາວ ກໍຕົກລົງເຫັນດີ ໃຫ້ບໍຣິສັດຈີນ ພັທນາໂຄງການດັ່ງກ່າວ.

ແນວໃດກໍຕາມ, ຫາກມີປະຊາຊົນ ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ແລະ ໂຍກຍ້າຍ ອອກຈາກພື້ນທີ່ ກໍຄົງຕ້ອງໄດ້ ຈ່າຍຄ່າຊົດເຊີຍ ໃຫ້ກັບຊາວບ້ານ ເພາະຣັຖບານລາວ ໄດ້ເຊັນຕົກລົງ ໃຫ້ດໍາເນີນການກໍ່ສ້າງໄປແລ້ວ. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຊອກເນື້ອທີ່ຍາກຫັ້ນແຫຼະ ຄັນບໍ່ແມ່ນຣັຖຕົກລົງນ່າ. (ດິນຊາວບ້ານຫຼາຍເບາະ) ບໍ່, ຂອງບ້ານແທ້ ມັນກະບໍ່ອັນນັ້ນດອກ ມັນເປັນຣັຖຢູ່ແລ້ວ. ຄັນວ່າ ເປັນຂອງບຸກຄົນຫັ້ນ ມັນຍາກ. ຊົດເຊີຍໃຫ້ເຂົາແລ້ວ ກະແລ້ວຫັ້ນນ່າ.”

ດ້ານເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ ຍັງບໍ່ເຫັນບົດຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ແບບລະອຽດເທື່ອ ແລະ ບໍຣິສັດ ຜູ້ພັທນາໂຄງການ ກໍບໍ່ໄດ້ແບ່ງປັນຂໍ້ມູນ ໃຫ້ກັບຊາວບ້ານ ຮັບຮູ້ນໍາດ້ວຍ. ຈຶ່ງບໍ່ມີຂໍ້ມູນວ່າ ຈຸດທີ່ຕັ້ງ ຂອງໂຄງການດັ່ງກ່າວ ຈະມີຜົລກະທົບ ຫຼາຍໜ້ອຍແນວໃດ ແລະ ກະທົບດ້ານໃດແດ່. ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂຕນີ້ ເຂົາຍັງສຶກສາ ເຣື່ອງຜົລກະທົບ ໄປພ້ອມກັນເລີຍ ບໍ່ທັນໄດ້ມີຂໍ້ມູນ ເຣື່ອງຜົລກທະບົບ ອີ່ຫຍັງຕ່າງໆ. ຂໍ້ມູນເຣື່ອງຜົລກະທົບ ເປັນຕົ້ນໄມ້ ຕົ້ນຫຍັງ. ກະເວົ້າເຣື່ອງ ການເກັບກໍາຂໍ້ມູນ ແລ້ວກະມີແຕ່ຊົດເຊີຍ.”

ນາໝໍ້.JPG

ເສົາສາຍສົ່ງ ໄຟຟ້າແຮງສູງ ຜ່ານທົ່ງນາຊາວບ້ານ ໃນເຂດເມືອງນາໝໍ້ ແຂວງອຸດົມໄຊ, (TS) ເດືອນກັນຍາ 2023. Credit photos: RFA

ຂະນະທີ່ ຊາວບ້ານ ໃນເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ ບໍ່ໄດ້ຮັບຮູ້ຂໍ້ມູນ ກ່ຽວກັບ ໂຄງການພັທນາ ຂອງບໍຣິສັດຈີນ ແຫ່ງນີ້ ວ່າຈະເຂົ້າມາ ພັທນາໂຄງການຫຍັງ. ແຕ່ແນວໃດກໍຕາມ, ຫາກມີຊາວບ້ານ ໂດຍສະເພາະ ກຸ່ມຊົນເຜົ່າທຸກຍາກ ທີ່ອາສັຍ ຢູ່ເຂດຫ່າງໄກສອກຫຼີກ ຖືກຜົລກະທົບ ຈາກໂຄງການພັທນາດັ່ງກ່າວ ກໍຄວນຈະຈ່າຍເງິນ ຄ່າຊົດເຊີຍ ໃຫ້ກັບຊາວບ້ານ ຢ່າງເໝາະສົມ ແລະ ບໍ່ເຮັດໃຫ້ປະຊາຊົນ  ເສັຽຜົລປໂຍດ. ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຈັ່ງວ່າ ກະຢາກໃຫ້ ຂະເຈົ້າຊ່ວຍເບິ່ງ ສະເພາະຊົດເຊີຍນີ້ ເພາະວ່າ ເຂົາຢາກໃຫ້ໜ້ອຍ, ໜ້ອຍນຶ່ງ. ປະຊາຊົນຄືວ່າ ບໍ່ຢາກເຂົ້າໃຈປານໃດ ຊ່ວຍເບິ່ງໃຫ້ແດ່ ຢ້ານສິມີຜົລກະທົບ ອັບປໂຍດ ໃຫ້ປະຊາຊົນ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງໄຊ ແຂວງອຸດົມໄຊ ກ່າວວ່າ ບໍ່ໝັ້ນໃຈກັບ ໂຄງການພັທນາ ຂອງບໍຣິສັດຈີນ ເພາະຫຼາຍໂຄງການ ທີ່ຜ່ານມາ ມີການກໍ່ສ້າງ ບໍ່ໄດ້ມາຕຖານສາກົລ ແລະ ຫຼາຍໂຄງການ ກໍມັກຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງໜັກ. ດັ່ງຊາວບ້ານ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນມີບໍຣິສັດຈີນ ພວກນຶ່ງ ຊິມາເຮັດອັນຂນາດໃຫຍ່ນ່າ ພວກໂຊລ້າ ຂອງຈີນຫັ້ນ. ມັນມາເຮັດ ມັນກະບໍ່ມີວິຊາການ ທີ່ຊີ້ແນະ ຫຼືວ່າ ຄວາມໝັ້ນໃຈ ມັນບໍ່ສູງ.”

ທ່ານ ຫຼີ ອີ້ຫຼຸນ, ຜູ້ອໍານວຍການ ບໍຣິສັດ CGN Energy International Holdings, ເຊິ່ງເປັນບໍຣິສັດ ສໍານັກງານໃຫຍ່ ປະເທດຈີນ ກ່າວໃນມື້ເຊັນບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ເມື່ອວັນທີ 17 ຕຸລາ ປີ 2022 ທີ່ຜ່ານມາວ່າ ບໍຣິສັດ CGN ປະເທດຈີນ ໄດ້ພັທນາໂຄງການ ພະລັງງານສະອາດ ມີສາຂາ 5 ແຫ່ງ ມູລຄ່າການລົງທຶນ ທັງໝົດ 900 ຕື້ຢວນ. ທຳການຜລິຕ 72 ລ້ານກິໂລວັຕ, ກໍາລັງຕິດຕັ້ງ 30 ລ້ານປາຍກິໂລວັຕ.

ໂຄງການພັທນາ ດ້ານພະລັງງານນີ້, ແມ່ນເປັນໄປ ຕາມຍຸທສາຕ ພາຍໃຕ້ຄູ່ຮ່ວມຊາຕາກັມ ດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົລສໍາເຣັດ ເປັນຈິງ. ໂດຍສະເພາະແມ່ນ ການເຊື່ອມໂຍງຕາຂ່າຍໄຟຟ້າ ລະຫວ່າງ 2 ປະເທດ ແມ່ນມີຄວາມສໍາຄັນຫຼາຍ, ເຊິ່ງຈະຊ່ອຍປ່ຽນແຜນການ ໃຫ້ເປັນການຈັດຕັ້ງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທັມ.

ສໍາລັບໂຄງການພັທນາ ພະລັງງານສະອາດ ແບບຄົບວົງຈອນ ປະກອບມີ ພະລັງງານລົມ, ພະລັງງານແສງຕາເວັນ ແລະ ເຂື່ອນໄຟຟ້າ ຢູ່ 3 ແຂວງພາກເໜືອ ຂອງລາວນັ້ນ, ມີເປົ້າໝາຍ ທີ່ຈະຜລິຕໄຟຟ້າ ເພື່ອສົ່ງໄປປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.