ບໍຣິສັດຈີນ ເຊົ່າດິນຊາວບ້ານ ປູກໝາກໂມ ຢູ່ເມືອງວຽງພູຄາ
2023.12.25

ໃນວັນທີ 6 ທັນວາ 2023, ໄດ້ມີພິທີເຊັນສັນຍາ ໂຄງການປູກໝາກໂມ ເປັນສິນຄ້າ ລະຫວ່າງ ອົງການປົກຄອງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ແລະ ບໍຣິສັດ ໂຢປັງ ເຕັກນິກກະສິກັມ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ, ເຊິ່ງເປັນບໍຣິສັດຮ່ວມທຶນ ລາວ-ຈີນ.
ໂຄງການດັ່ງກ່າວ ຈະໄດ້ເຊົ່າເນື້ອທີ່ດິນນາ, ດິນສວນ ແລະ ດິນເປົ່າຫວ່າງ ຈາກປະຊາຊົນ ຢູ່ໃນເຂດ 26 ບ້ານ ໃນເມືອງວຽງພູຄາ ຈຳນວນ 280 ເຮັກຕ້າຣ໌ ເພື່ອປູກໝາກໂມ ສຳລັບຂາຍ ສົ່ງອອກໄປປະເທດຈີນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງຊາວບ້ານ ນາງນຶ່ງ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ ນາງກ່າວວ່າ ທີ່ຜ່ານມາ ກໍ່ມີຊາວບ້ານຫຼາຍຄົນ ໃຫ້ບໍຣິສັດ ເຊົ່າດິນນາ ເພື່ອປູກໝາກໂມ, ເຊິ່ງທາງບໍຣິສັດ ກໍຈ່າຍຄ່າເຊົ່າ ໃຫ້ແກ່ເຈົ້າຂອງທີ່ດິນ. ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ທັນວາ 2023 ນີ້ວ່າ:
“ປົກກະຕິເນາະ ຄືເຂົາເຮັດຜ່ານມານີ້ນ່າ ທຸກປີນີ້. ສົມມຸດວ່າ ເນື້ອທີ່ເນາະ ເນື້ອທີ່ນີ້ ສົມມຸດວ່າ ເຂົາຊິເຮັດອັນນີ້ເນາະ 20 ເຮັກຕາຣ໌ ເຂົາເຈົ້າກໍຈ່າຍຄ່າເຊົ່າ ຄ່າສັມປະທານຫັ້ນ ໃຫ້ປະຊາຊົນ. ເຂົາເຈົ້າກໍ່ໄລ່ ເປັນພັນ ເປັນອັ່ນນັ້ນຫັ້ນລະ. ບໍ່, ບໍ່ຖືກ (ເຊົ່າ) ເນີ້. ແມ່ນ, ມີຫຼາຍບ້ານຢູ່, ຕົວເມືອງນີ້ ກໍເກືອບ (ໝົດ), ໜອງຄຳນີ້ ກໍແມ່ນໜອງຄຳນີ້ ກໍຫຼາຍ.”
ຊາວບ້ານ ນາງນີ້ ກ່າວຕື່ມວ່າ ທາງບໍຣິສັດ ກໍ່ໄດ້ມີການ ຈ້າງຊາວບ້ານ ໄປເຮັດວຽກນຳ ສວນໝາກໂມ ຂອງບໍຣິສັດ ໂດຍມີຄ່າຈ້າງ ໃຫ້ຊາວບ້ານ ມື້ລະ 100,000-120,000 ກີບຕໍ່ຄົນ ຂຶ້ນຢູ່ກັບ ແຕ່ລະໜ້າວຽກ.
ທາງດ້ານຊາວບ້ານ ອີກຜູ້ນຶ່ງ ຢູ່ເມືອງວຽງພູຄາ ກ່າວວ່າ ລາວກໍໄດ້ ໃຫ້ບໍຣິສັດເຊົ່າດິນ ສຳລັບປູກໝາກໂມ ໃນໄລຍະສັ້ນ ຄືກັນ, ໂດຍໄດ້ຄ່າເຊົ່າ ປະມານ 17 ລ້ານກີບ ຕໍ່ເຮັກຕ້າຣ໌.
ໃນໄລຍະ 2 ປີມານີ້, ທາງບໍຣິສັດ ໄດ້ຮັບຜິດຊອບ ໃນການບົວລະບັດ ອະນາໄມດິນ ແລະ ເຮັດຄັນນາຄືນ ກ່ອນສົ່ງຄືນ ໃຫ້ເຈົ້າຂອງດິນ ສຳລັບເຮັດນາ ຕາມຣະດູການ ຕໍ່ໄປ. ສຳລັບປີນີ້, ລາວກໍໃຫ້ບໍຣິສັດ ເຊົ່າດິນຂອງລາວ ຕໍ່ອີກປີນຶ່ງ. ດັ່ງຊາວບ້ານ ຄົນນີ້ ໄດ້ກ່າວອີກວ່າ:
“ໄດ້ເຊົ່າຢູ່. ປີນີ້ຄື ເຮັກຕ້າຣ໌ນຶ່ງ ກະປະມານຢູ່ 16 ລ້ານ, 16-17 ລ້ານ (ກີບ). ຖືກຢູ່ປະມານ 2 ເຮັກຕ້າຣ໌ກວ່າ. ໄລຍະສັ້ນຄືເກົ່າເຈົ້າ. ກ່ອນໜ້ານີ້ ຈະມີບັນຫາໂຕນີ້ຢູ່ເນາະ ເຣື່ອງອະນາໄມ ກັບເຣື່ອງຂັ້ນໄດ ຄັນນານີ້ ມີຄວາມເສັຽຫາຍເນາະ. ແຕ່ປັດຈຸບັນນີ້, ຈະມີບໍຣິສັດ ທີ່ມາຮັບເໝົາ ກ່ຽວກັບດ້ານນີ້. ທາງບໍຣິສັດ ຈະມີເງິນຄ່າມັດຈຳ. ຫຼັງຈາກນັ້ນແລ້ວ, ທາງບໍຣິສັດ ຈະສ້ອມແຊມ ຂັ້ນໄດ-ຄັນນາ ຄືນໃໝ່ເຈົ້າ. ເຈົ້າໆ 2 ປີມານີ້, ຈະບໍ່ຄ່ອຍມີບັນຫາ ເພາະທາງບໍຣິສັດ ເພິ່ນສ້ອມເຄຼັຽໃຫ້ໝົດເຈົ້າ.”
ໂຄງການປູກໝາກໂມ ຢູ່ເມືອງວຽງພູຄາ ດັ່ງກ່າວ ມີມູລຄ່າການລົງທຶນ 20 ຕື້ກີບ, ອາຍຸສັນຍາໂຄງການ 6 ເດືອນ ນັບແຕ່ເດືອນພຶສຈິກາ 2023 ຫາເດືອນເມສາ 2024 ແລະ ຕໍ່ສັນຍາ ແຕ່ລະປີໄດ້. ຕາມສັນຍາ ພາຍຫຼັງເກັບກູ້ ຜົລຜລິຕແລ້ວ ບໍຣິສັດ ຈະຕ້ອງອະນາໄມ ພື້ນທີ່ດິນ ກ່ອນສົ່ງຄືນ ໃຫ້ເຈົ້າຂອງເດີມ, ອີງຕາມຂໍ້ຕົກລົງ ຂອງເຈົ້າເມືອງ ເມືອງວຽງພູຄາ ສະບັບເລຂທີ 37/ຈມ ລົງວັນທີ 21 ກຸມພາ 2023, ເຊິ່ງໄດ້ໃຫ້ ໄລຍະເວລາ ສັມປະທານ ບໍຣິສັດ ໂຢປັງ ເຕັກນິກກະສິກັມ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເພື່ອປູກໝາກໂມ ແລະ ໝາກຖົ່ວເບີ ໄລຍະປີ 2022-2027.
ຂະນະທີ່ ເຈົ້າໜ້າທີ່ ບໍຣິສັດດັ່ງກ່າວ ນາງນຶ່ງ, ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ບໍຣິສັດ ມີແຜນການ ສືບຕໍ່ປູກໝາກໂມ ຕາມກຳນົດ ໄລຍະເວລາ ສັມປະທານ 5 ປີ ຈົນຮອດທ້າຍປີ 2027, ໂດຍຜົລຜລິຕ ສ່ວນຫຼາຍ ແມ່ນສົ່ງໄປຂາຍ ທີ່ປະເທດຈີນ. ສຳລັບຜົລຜລິຕ ທີ່ບໍ່ຜ່ານມາຕຖານ ຈະຖືກຂາຍ ຢູ່ພາຍໃນລາວ. ດັ່ງທີ່ຍານາງ ໄດ້ກ່າວວ່າ:
“ແຜນກະຫຼາຍປີຢູ່. ກ່ຽວກັບບາງຢ່າງ ກະປີຕໍ່ປີ. ບາງຢ່າງ ກໍເປັນສັນຍາບໍ່? ແມ່ນ ໄດ້ສົ່ງໄປຈີນ, ມີແຕ່ວ່າ ໂຕທີ່ອັນ ຕົກເກດໜ້ອຍໆ ແມ່ນຫຍັງ, ຫັ້ນນ່າ ເລາະຂາຍ ຂາຍພາຍໃນ. ສົ່ງອອກສ່ວນຫຼາຍ ເພາະວ່າ ຢູ່ລາວເຮົາ ມັນຫຼາຍແລ້ວ ມັນເຂົາເຈົ້າ ກະບໍຣິໂພກບໍ່ໝົດເນາະ.”
ເປັນທີ່ໜ້າສັງເກດວ່າ ຜູ້ບໍຣິຫານ ຂອງບໍຣິສັດ ດັ່ງກ່າວ ມີຄວາມສຳພັນສ່ວນໂຕ ກັບນັກທຸຣະກິຈຊາວຈີນ ຜູ້ນຶ່ງ, ເຊິ່ງອາຈເປັນຜູ້ລົງທຶນໃຫຍ່ ຂອງບໍຣິສັດ ດັ່ງກ່າວ.
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຫ້ອງການ ແຜນການ ແລະ ການລົງທຶນ ແລະ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ແຕ່ບໍ່ສາມາດ ຕິດຕໍ່ໄດ້.
ນອກຈາກນີ້, ຢູ່ແຂວງອຸດົມໄຊ ກໍພວມມີບໍຣິສັດຈີນ ຫຼາຍບໍຣິສັດ ເຂົ້າມາຂໍ ສັມປະທານດິນ ປູກໝາກໂມ ເພື່ອສົ່ງອອກໄປຈີນ ຄືກັນ. ດັ່ງທີ່ຊາວບ້ານ ຜູ້ນຶ່ງ ຢູ່ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມີໆໆໆ ບໍຣິສັດຈີນ. ເຂົາກໍຫາມາປີນີ້ແດ່. ບໍ່, ບໍ່ມີ. ມີແຕ່ເຊົ່າປີໃດ ປີນັ້ນ. ມັນເປັນຫຼາຍຈຸນ່າ, ຈຸນຶ່ງ ກະ 10-20 ເຮັກຕ້າຣ໌ບໍ່. ບາງຈຸ ກະຮອດ 100 (ເຮັກຕ້າຣ໌) ກໍ່ມີ, ມັນເປັນແນວນັ້ນ, ມັນບໍ່ແມ່ນບໍຣິສັດດຽວ. ເອີ່, ຈ້າງປະຊາຊົນ ກໍໄດ້ລາຍວັນແດ່ໂອ. ຈ້າງມື້ລະ 100,000 (ກີບ).”
ກ່ອນໜ້ານີ້, ບໍຣິສັດ ໂຢປັງ ເຕັກນິກກະສິກັມ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ເຊົ່າດິນນາ ແລະ ດິນປູກຝັງ ຂອງຊາວບ້ານ ໃນໄລຍະ ນອກຣະດູການ ເຮັດນາປີ, ສຳລັບປູກໝາກໂມ ຢູ່ 9 ບ້ານ ທີ່ມີເນື້ອທີ່ ທັງໝົດ 161 ເຮັກຕ້າຣ໌ ໃນໄລຍະ ເດືອນພຶສຈິກາ ປີ 2021 ຫາເດືອນເມສາ ປີ 2022, ເຊິ່ງສອດຄ່ອງກັບ ການໃຫ້ສັມພາດ ຂອງທ່ານ ບຸນມາ ພິລາວົງ, ຫົວໜ້າຫ້ອງການກະສິກັມ ແລະ ປ່າໄມ້ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ຕໍ່ສື່ມວນຊົນ ຂອງແຂວງ ໃນເດືອນກໍຣະກະດາ ປີ 2022 ທີ່ຜ່ານມາ, ໂດຍໝາກໂມ ທີ່ປູກໄດ້ ຈາກເມືອງວຽງພູຄາ ແມ່ນຖືກສົ່ງອອກໄປຈີນ.
ໃນໄລຍະທ້າຍປີ 2022, ບໍຣິສັດ ກໍໄດ້ສືບຕໍ່ເຊົ່າດິນ ຈຳນວນ 161 ເຮັກຕ້າຣ໌ນັ້ນ ໃນໄລຍະ ເດືອນພຶສຈິກາ ປີ 2022 ຫາເດືອນເມສາ ປີ 2023.
ຢ່າງໃດກໍຕາມ, ກໍມີຊາວບ້ານ ຈຳນວນນຶ່ງ ບໍ່ຍອມຍົກດິນ ໃຫ້ບໍຣິສັດດັ່ງກ່າວເຊົ່າ ຍ້ອນພວກເຂົາເຈົ້າ ຢ້ານກົວ ຜົລກະທົບ ທາງສິ່ງແວດລ້ອມ ທີ່ມີຕໍ່ດິນປູກຝັງ ຂອງພວກເຂົາເຈົ້າ ແລະ ຢ້ານບໍຣິສັດ ອາຈບໍ່ບົວລະບັດດິນ ແລະ ເຮັດຄັນນາ ຄືນໃໝ່ ກ່ອນສົ່ງຄືນ ໃຫ້ແກ່ເຈົ້າຂອງດິນ. ອີກທັງບໍຣິສັດ ຍັງຈ່າຍຄ່າເຊົ່າຫຼຸດລົງ ເຫຼືອ 12 ລ້ານກີບ ຕໍ່ເຮັກຕ້າຣ໌ ເຮັດໃຫ້ຊາວບ້ານ ເຈົ້າຂອງດິນ ບໍ່ພໍໃຈ, ເຊິ່ງວິທຍຸເອເຊັຽເສຣີ ເຄີຍນຳສເນີເຣື່ອງນີ້ ໃນທ້າຍປີ 2022 ທີ່ຜ່ານມາ.